ຜູ້ນຳ​ລາວ​ແລະ​ປະ​ເທດ​ອື່ນໆ​ຈະ​ເຂົ້າ​ຮ່ວມພິທີ​ໄຂ​ເວທີ​ປຶກສາຫາລືປໍ​ອາວ​ທະວີບອາຊີ

(GMT+08:00) 2010-04-02 18:10:50     cri
ຕາມ​ຂ່າວcri:ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ຊິນ​ກາງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ: ​ໂດ​ຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ເວ​ທີ​ປຶກ​ສາ​ຫາລືປໍອາວ​ທະວີບອາຊີ, ທ່ານ​ຈູ​ມມະລີ ​ໄຊ​ຍະ​ສອນ​ປະທານ​ປະ​ເທດ​ລາວ,​ ນາ​ຍົກ​ລັດ​ຖະມົນຕີ​ດານມາກ, ນາຍົກລັດຖະມົນຕີມົງ​ໂກ​ລີ, ຮອງ​ປະທາ​ນາ​ທິບໍດີ​ຜູ້​ທີ​ໜຶ່ງ​ອີຣານ, ຮອງປະ​ທານາ​ທິບໍດີອັຟກາ​ນີສະຖານ, ຮອງ​ນາຍົກລັດຖະມົນຕີຕີມໍ​ເລັສ​ເຕ, ລັດຖະມົນຕີ​ລັດຖະກິດ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ​ກຳປູ​ເຈຍ​ຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ຂອງ​ກອງ​ປະ​ຊຸມ​ປະຈຳ​ປີ2010ຂອງ​ເວທີ​ປຶກສາ​ຫາລື​ປໍອາວ​ທະວີບອາຊີ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ບໍ​ອາວ​​ແຂວງ​​ໄຫ​ຫຼໍາ​ໃນ​ວັນ​ທີ10​ເດືອນ​ເມ​ສານີ້. ທ່ານ​ຊີ​ຈີນ​ພີ​ງຮອງ​ປະ​ທານ​ປະ​ເທດ​ຈີນ​ຈະ​ພົບ​ປະ​ກັບ​ຜູ້ນຳ​ປະ​ເທດຕ່າງໆ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ