ວິທະຍຸ​ກະຈາຍສຽງ​ອ່າວ​ເປີ​ຍປູ້​ຮ່ວມກັບສະຖານ​ກົງສຸນ​ມຽນມາ​ປະຈຳ​ເມືອງ​ນານ​ນິງຊ່ອຍ​ເຫຼືອເຂດ​ປະສົບ​ໄພ​ແຫ້ງ​ແລ້ງ

(GMT+08:00) 2010-04-02 18:34:26     cri
ຕາມ​ຂ່າວcri: ກິດຈະກຳ​ຊ່ອຍ​ເຫຼືອ​ເຂດ​ປະສົບ​ໄພ​ແຫ້ງ​ແລ້ງຢ່າງ​ຮ້າຍ​ແຮງ​ທີ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ອ່າວ​​ເປີ​ຍປູ້​ຂອງ​ວິທະ​ຍູ​ກະຈາຍສຽງ​ປະຊາຊົນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ແລະ​ສະຖານ​ກົງສຸນມຽນມາ​ປະຈຳ​ເມືອງ​ນານ​ນິງ​ຮ່ວມ​ເປັນ​ເຈົ້າພາບ​ຈັດ​ຂຶ້ນເລີ່​ມດຳ​ເນີນ​ໃນ​ວັນ​ທີ1​​ເມສາ​ນີ້​.

ຝ່າຍ​ຈັດ​ກິດຈະກຳ​ໄດ້​ຂົນ​ສົ່ງ​ນ້ຳ​ກິນ40​ໂຕນ​​ໃຫ້​​ເມືອງ​ລອງ​ໂຈ່​ວ​ແລະ​​ເມືອງນີງມີ​ງຂອງ​ເຂດ​ກວາງຊີ​ແລະ​ເຂດ​ປະສົບ​ໄພ​ອື່ນໆ​ເພື່ອ​ຜ່ອນຄາຍ​ບັນຫາ​ນ້ຳກິນ​​ຂອງ​ປະຊາຊົນ​ທ້ອງ​ຖິ່ນ. ຝ່າຍ​ຈັດ​ກິດຈະ​ກຳ​ກ່າວ​ວ່າ, ຫວັງ​ຢາກ​​ຜ່ານ​ກິດຈະກຳ​​ເທື່ອ​ນີ້, ຮຽກຮ້ອງ​ໃຫ້​ບຸກຄົນ​ວົງ​ການ​ຕ່າງໆ​​ທົ່ວ​ສັງຄົມແລະ​ວິ​ສາ​ຫະກິດຮ່ວມ​ກັນ​ບໍລິຈາກ​ເງິນ​ແລະ​ເຄື່ອງ​ຂອງໃຫ້​ປະຊາຊົນ​ໃນ​ເຂດ​ປະສົບ​ໄພ, ​ເພື່ອສະໜັບສະໜູນ​​ປະຊາຊົນ​ໃນ​ເຂດ​ປະສົບ​ໄພ​ເອົາ​ຊະນະ​​ໄພ​ແຫ້ງ​ແລ້ງ​ຢ່າງ​ຮ້າຍ​ແຮງ​​ໃນ​ຮອບ​ຮ້ອຍ​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ