ລັດຖະມົນຕີການຕ່າງປະເທດຈີນອາເມລິກາລົມໂທລະສັບກັນ
(GMT+08:00) 2010-04-06 17:05:29 cri
ຕາມຂ່າວcri :ວັນທີ6ເມສານີ້, ທ່ານຢາງເຈີສື້,ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນໄດ້ລົມໂທລະສັບກັບນາງຮີລາລີ ຄຼິນຕັນ,ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ.ສອງຝ່າຍໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການພົວພັນລະຫວ່າງຈີນອາເມລິກາ,ເຫັນດີເປັນເອກະສັນກັນຈະຕັ້ງໜ້າຈັດຕັ້ງປະຕິບັດຄວາມເຫັນສຳຄັນເປັນເອກະສັນກັນຂອງຜູ້ນຳສອງປະເທດ,ພະຍາຍາມຢ່າງບໍ່ລົດລະເພື່ອເພີ່ມທະວີການຮ່ວມມືອັນຕັ້ງໜ້າໃນການຂະຫຍາຍການພົວພັນຈີນອາເມລິກາຢ່າງຮອບດ້ານ.
ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາພາກພື້ນແລະສາກົນສຳຄັນທີ່ສົນໃຈຮ່ວມກັນ.