ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ສິ່ງ​ສຳ​ຄັນ​​ແມ່ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຢ່າງ​ແທ້​ຈິງ

(GMT+08:00) 2010-04-07 15:56:50     cri

ຕາມ​ຂ່າວCRI:​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ປີ​ນີ້,ມີ​ເກືອບ20​ບ່ອນ​ໄດ້​ກ່າວ​ເຖິງ​ບັນຫາ​ການ​ພັດທະນາ​ຂອງ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ.ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ມີ​ຕໍ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້​ຕື່ມ​ອີກ.​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​CRI,​ຜູ່​ຊ່ຽວ​ຊານ​ທີ່​ກ່ຽວ​ຂ້ອງ​ກ່າວ​ວ່າ,​ໃນ​ເວລາ​ທີ່​ລັດ​ຖະ ບານ​ຈັດ​ວາງ​ແຜນ​ການ​ນະ​ໂຍ​ບາຍ​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ,​ສຳ​ຄັນ​ທີ່​ສຸດ​ແມ່ນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ຢ່າງ​ແທ້​ຈິງ.​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ຕົ້ນ​ມາ,​ວິ​ສາ​ຫະ​ກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ແລະ​ເຂັ້ມ​ແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເຊິ່ງ​ໄດ້​ກາຍ​ເປັນ​ກຳ​ລັງ​ສຳ​ຄັນ​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ.​ຮອດ​ທ້າຍ​ເດືອນ​ກັນ​ຍາ​ປີ​2009,​ຈີນ​ມີ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​10​ລ້ານ​2​ແສນ​3​ໝື່ນ​1​ພັນ​ແຫ່ງ,​ຫຼາຍ​ກວ່າ​99%​ຂອງ​ຈຳ​ນວນ​ວິ​ສາ​ຫະ​ກິດ​ທັງ​ໝົດ,​ຜະ​ລິດ​ຕະ​ພັນ​ແລະ​ມູນ​ຄ່າ​ບໍ​ລິ​ການ​ທີ່​ປະ​ດິດ​ສ້າງ​ກວມ 60%​ຂອງ​ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ຫຼື​GDP,​ ແລະ​ໄດ້​ສ້າງ​ຕຳ​ແໜ່ງ​ປະ​ກອບ​ອາ​ຊີບ​ເກືອບ​80%​ໃນ​ຕົວ​ເມືອງ​.​

ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ປີ​ນີ້,ທ່ານນາຍົກ​ເວີ່ນ​ເຈ່ຍ​ປາວ​ຊີ້​ອອກ​ວ່າ,ຈະ​ຊຸກຍູ້​ການ​ພັດທະນາ​ຂອງ​ວິ​ສາ​ຫະ​ກິດ​​ຂະ​ໜາດ​ກາງ​ແລະ​ນ້ອຍ​ຕື່ມ​ອີກ,​ສ້າງ​ຕັ້ງ​ແລະ​ປັບ​ປຸງ​ລະ​ບົບ​ບໍ​ລິ​ການ​ໃຫ້​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ໃຫ້​ດີ​ຂຶ້ນ,​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້,​ແລະ​ເພີ່ມ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ທະ​ນາ​ຄານ​ຕໍ່​ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້.​ທ່ານ​ລົວ​ຈົ່ງ​ເຫວີຍ,​ຮອງ​ເລ​ຂາ​ທິ​ການ​ສູນ​ຄົ້ນ​ຄວ້າ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ເຫັນ​ວ່າ,​ຊຸກ​ຍູ້​ການ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ,​ສຳ​ຄັນ​ທີ່​ສຸດ​ແມ່ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ຢ່າງ​ແທ້​ຈິງ​ຕື່ມ​ອີກ. 

ທ່ານ​ກ່າວ​ວ່າ: (ປ່ອຍສຽງ​ທີ1)"ສູນ​ກາງ​​​ເອົາ​ໃຈ​ໃສ່ທີ່​ສຸດນຳ​ການ​ພັດທະນາ​ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ນ້ອຍ, ​​ເຊິ່ງບໍ່​ເຄີຍ​ມີ​ມາ​ກ່ອນ, ນີ້​ແມ່ນ​ສັນຍານ​ທີ່​ດີ​ທີ່​ສຸດ. ຂ້ອຍ​ຄິດ​ວ່າ ບັນຫາ​ທີ່​ເປັນ​ຂໍ​ກະ​ແຈ​ ຍັງ​ແມ່ນ​ການ​ຈັດ​ຕັ້ງປະຕິບັດມາ​ດຕະການ​ເຫຼົ່າ​ນີ້, ຂໍ້ປີກ​ຍ່ອຍແລະ​ລະບຽບ​ທີ່​ປະຕິບັດ​ທີ່​ກ່ຽວຂ້ອງຄວນເລັ່ງລັດ​ປະກາດ​ໃຊ້​ໃຫ້​ໄວ​ຂຶ້ນ.ມີ​ແຕ່ລະບຽບຫຼັກ ການ​​ຍັງ​ບໍ່​ພຽງພໍ, ຕ້ອງ​ໄດ້​ວາງ​ມາດ​ຕະການ​ລະອຽດຕື່ມ,​ເພື່ອ​​ເພີ່ມການ​ຊຸກຍູ້​ແລະ​ເຮັດ​ໃຫ້ການ​ປະຕິບັດ​ນະ​ໂຍບາຍ​ເກີດ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ."   

ໃນ​ກອງປະຊຸມ​ປະຈຳ​ຂອງ​ລັດຖະບານ​ທີ່​ທ່ານ ​ເວີ່ນ​ເຈ່ຍ​ປາວ,​​ນາຍົກລັດຖະມົນຕີ ຈີນ​ເປັນປະທານໃນ​ວັນ​ທີ 24 ​​ເດືອນ​ແລ້ວ​ນີ້, ທ່ານ​ໄດ້​ຕົກລົງ​​ນະ​ໂຍບາຍແລະມາດ​ຕະການ​ທີ່​ສົ່ງ​ເສີມ​ແລະຊີ້ນຳ​ການ​ລົງທຶນຂອງ​ພາກ​ເອກະຊົນ ​​ໃຫ້ຂະຫຍາຍຕົວດີກ​ວ່າ​ເກົ່າ, ໃນ​ນັ້ນ, ຂໍ້​ທີ​ຫນຶ່ງກໍ່​ສະ​ເຫ​ນີ​ໃຫ້​ຄວນເປີດ​ກວ້າງຂົງ​ເຂດ​ແລະ​ຂອບ​ເຂດ​ທີ່​ລົງທຶນ​ພາກ​ເອກະ​ຊົນ​ຕື່ມ​ອີກ. ທ່ານ​ສາດສະ ດາຈານ​ລົວ ຊີ້​ອອກ​ວ່າ, ​ປີ 2005,"ແຜນການຈຳນວນ​ຫນຶ່ງກ່ຽວ​ກັບ​ການ​ສົ່ງ​ເສີມ​ໃຫ້ສະຫນັບສະຫນູນ​ແລະຊີ້​ນຳການ​ພັດທະນາ​ເສດ ຖະກິດ​ທີ່​ບໍ່​ແມ່ນຂອງ​ລັດ​ແລະ​ລວມຫມູ່ເຊັ່ນ​:ພາກເອກະ​ຊົນ​ແລະ​ອື່ນໆ" ​ທີ່​ລັດຖະບານວາງ​ນັ້ນ ໄດ້​ສະ​ເຫ​ນີຢ່າງ​ຈະ​ແຈ້ງວ່າ,ອະ​ນຸຍາດ​ໃຫ້​ທຶນ​ທີ່​ບໍ່​ແມ່ນ​ຂອງ​ລັດ​ແລະ​ລວມຫມູ່​ ເຂົ້າສູ່​ຂະ​ແຫນງ​ການ​ແລະ​ຂົງ​ເຂດ​ທີ່​ບໍ່​ຝືນ​ຕໍ່ລະບຽບກົດຫມາຍ​ ​.   ​ແຕ່​ວ່າ, ປະຈຸ​ບັນ,ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ນ້ອຍ ​ສ່ວນ​ຫຼາຍ​ຍັງ​ໂຮມສູນ​ຢູ່​ໃນ​ຂະ​ແຫນງ​ການທຳ​ມະ​ດາ​ທີ່​ແຂ່ງຂັນ​ກັນ,ຈຳນວນວິ​ສາ​ຫະກິດ​​ເຫຼົ່າ​ນີ້ທີ່ເຂົ້າ​ສູ່ຂະ​ແຫນງ​ການ ບໍລິການ​ສັງຄົມ ​​ເຊັ່ນ​ວ່າ:ການ​ກໍ່ສ້າງພື້ນຖານ​​ໂຄງ​ລ່າງ, ການ​ປຸງ​ແຕ່ງ​ຂະຫນາດ​ໃຫຍ່,ການ​ປະກັນ​ໄພ​ການ​ທະນາຄານ,ການ​ສຶກສາດ້ານ​ວິທະຍາສາດ,ວັດທະນະທຳ ສາທາລະນະ​ສຸກ​ແລະ​ອື່ນໆ ຍັງ​ບໍ່​ຫຼາຍ​ປານ​ໃດ, ສ່ວນບາງ​ຂະ​ແຫນງ​ການ ​ເຊັ່ນ: ພະລັງງານ​ໄຟຟ້າ,ນ້ຳມັນ​ເຊື້ອ​ໄຟ​ແລະ​ເຄມີ,​ໂທລະ​ຄົມ,ການບິ​ນພົນລະ​ເຮືອນ​ແລະ​ອື່ນໆ,ວິ​ສາ​ຫະກິດ​ຂະ​ຫນາດ​ກາງ​ແລະ​ນ້ອຍ ຍັງລົງທຶນ​ຍາກ​ຫຼາຍ.    

ຕໍ່​ເລື່ອງ​ນີ້,ທ່ານລົວ​ຈົ້ງ​ເວີຍ​ເຫັນ​ວ່າ, ຖ້າ​ຢາກ​ຊຸກ​ຍູ້​ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ນ້ອຍ​ພັດທະນາ​ຕື່ມ​ອີກ,ສູນ​ກາງ​ແລະ​ທ້ອງ​ຖີ່​ນກໍ່​ຄວນ​ວາງ​ລະບຽບ​ການ​ທີ່​ລະອຽດ​ກວ່າ​ເກົ່າ,ຫລຸດ​ເງື່ອນ​ໄຂ​ທີ່​ອະນຸມັດ​ໃຫ້​ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ຂະຫນາດ​ນ້ອຍ​ເຂົ້າສູ່ຕະຫລາດນັ້ນ​ໃຫ້​ຫນ້ອຍ​ລົງຕື່ມ​ອີກ,​ເປີດ​ກວ້າງ​ການ​ລົງທຶນ​ຂອງ​​ເອກະ​ຊົນ​ໃຫ້​ກວ້າງຂວາງ​ອອກຕື່ມ.ພ້ອມ​ກັນນັ້ນ,ທ່ານ​ໂຫລ​ຈົ້ງ​ເວີຍ​ຍັງ​ຊີ້​ອອກ​ວ່າ, ຍ້ອນ​ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ຂະຫນາດ​ນ້ອຍ​ມັກ​ມີ​ການລົງທຶນ​ແບບ​ໄລຍະ​ສັ້ນ​ແບບ​ສວຍ​ໂອກາດ​ຢ່າງ​ຫນັກຫນ່ວງ, ບວກ​ກັບ​ກຳລັງ​ແຮງ​ດ້ານ​ວັດຖຸ​ທີ່​ໃຫ້ການ​ຮັບປະກັນ​ນັ້ນບໍ່​ພຽງພໍ,ຈິ່ງ​ເຮັດ​ໃຫ້ການ​ຊອກທຶນ​ກາຍ​ເປັນ​ບັນຫາ​ຍາກ​ທີ່​ສຸດ​ສຳລັບ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ຂະຫນາດ​ນ້ອຍ.

ລັດຖະບານ​ຄວນ​ມີ​ການປັບປຸງ​ໃຫ້​ຫລາຍ​ກວ່າ​ນີ້​ໃນ​ດ້ານສ້າງ​ລະບົບທະນາຄານ,​ແລະ​ວາງ​ນະ​ໂຍບາຍ​ບໍລິການ​ດ້ານ​ການ​ທະນາຄານ​ທີ່​ຄ່ອງ​ແຄ້ວ​​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ກວ່າ​ເກົ່າ,ສ້າງ​ບໍລິສັດປ່ອຍ​ເງິນ​ກູ້​ຈຳນວນ​ຫນ້ອຍ​ນ້ອຍ,ທະນາຄານ​ຂັ້ນບ້ານ​ແລະ​ຕາ​ແສງ​ແລະອື່ນໆ,​​ເພື່ອ​ເປີດ​ກວ້າງ​ຊ່ອງ​ທາງຊອກ​ຫາ​ທຶນ​ໂດຍ​ກົງ​ຂອງ​ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ຂະຫນາດ​ນ້ອຍ.ທ່ານ​ກ່າວ​ວ່າ:ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ຂະຫນາດ​ນ້ອຍ​ເປີດ​ກວ້າງ​ການ​ຜະລິດ​​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ຕະຫລາດ,​ໂດຍ​ສະ​ເພາະ​ແມ່ນ​ການ​ປະດິດ​ສ້າງ,ລ້ວນ​ແຕ່​ຕ້ອງການ​ທຶນ.ປັດຈຸບັນ, ວິ​ສາ​ຫະກິດ​ເຫລົ່າ​ນີ້​ຂາດ​ການ​ຄ້ຳປະກັນ​ດ້ານ​ນະ​ໂຍບາຍ​ແລະ​ດ້ານ​ວັດຖຸ,ການ​ຊອກ​ທຶນ​ກໍ່​ບໍ່​ສະດວກ.ລັດຖະບານ​ໄດ້​ວາງ​ນະ​ໂຍບາຍ​ຮຽກຮ້ອງ​ໃຫ້​ທະນາຄານ​​ປ່ອຍເງິນ​ກູ້​ແກ່​ວິ​ສາ​ຫະກິດ​ເຫລົ່າ​ນີ້​ຕາມ​ມາດຕາ​ສ່ວນ,ຜ່ານ​ການຈັດ​ວາງ​ການຮັບປະກັນ​ທາງ​ສັງຄົມ​ແລະ​​ໃຫ້​ທະນາຄານ​ຂະຫນາດ​ກາງ​ແລະ​ຂະຫນາດ​ນ້ອຍ​ຢູ່​ທ້ອງຖີ່​ນ​ປ່ອຍ​ເງິນ​ກູ້​ເພື່ອ​ປູ​ທາງ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ຂະຫນາດ​ນ້ອຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ