ລັດຖະມົນຕີ​ອາວຸ​ໂສ​ສິງກະ​ໂປ​ກ່າວ​ວ່າ, ຈີນ​ມີ​ຫວັງຮັກ​ສາທ່າ​ອຽງ​ຟື້ນ​ຕົວ​ດ້ານ​ເສດ​ຖະກິດ

(GMT+08:00) 2010-04-10 16:50:19     cri
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ9​​ເມສາ​ນີ້, ຢູ່​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ, ທ່ານ​ໂກ​ຈົກ​ຕົງ, ລັດຖະມົນຕີ​ອາວຸ​ໂສ​ຂອງ​ສິງກະ​ໂປ​ກ່າວ​ວ່າ, ​ເສດຖະກິດ​ຈີນໄດ້​ເຂົ້າ​ສູ່​ໂຄ​ຈອນ​ຟື້ນ​ຕົວທີ່​ດີ, ​ແລະ​​ໄດ້​ຮັກສາ​ທ່າ​ອຽງ​ຟື້ນ​ຕົວ​ດ້ານ​ເສດຖະ​ກິດຄື​ກັນ​ກັບປະ​ເທດ​ອາຊີ​ຈຳນວນ​ໜຶ່ງ.

ທ່ານ​ໂກ​ຈົກ​ຕົງ​ກ່າວ​ວ່າ, ປະຈຸ​ບັນ, ​ເສດ​ຖະກິດ​ອາຊີບ​ໄດ້​ເລີ່​ມຟື້ນ​ຕົວ​ຄືນ​ໃໝ່, ​ເສດຖະກິດ​ຈີນ​ດີ​ຂຶ້ນ​ຢ່າງ​ແຂງ​ແຮງ, ການ​ເຕີບ​ໂຕ​ດ້ານ​ເສດ​ຖະກິດ​ຂອງ​ສິງກະ​ໂປໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້​​ໄວ​ກວ່າ​ການ​ຄາດໝາຍ, ຈີນ​ພວມ​ເສີມ​ຂະຫຍາຍ​ບົດບາດ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ຊຸກຍູ້​ເສດ​ຖະກິດ​ອາຊີ​ໃຫ້​​ເຕີ​ບ​ໂຕ.

ທ່ານ​ຍັງ​ຍ້ອງ​ຍໍ​ລັດຖະບານ​ຈີນ​ທີ່ເນັ້ນໜັກ​​ແລະ​ສະໜັບ​ສະໜູນ​ການ​ຟື້ນ​ຕົວ​ທີ່​ປອດ​ມົນ​ລະ​ພິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ