ກອງ​ປະຊຸມ​ປະຈຳ​ປີ2010ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໄຂ​ຂຶ້ນ ຮອງ​ປະ​ທານ​ປະ​ເທດ​ຈີນຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຂອງ​ອາຊີ​ຊຸກ​ຍູ້​ການ​ພັດທະນາ​ແບບ​ປອດ​ມົນ​ລະ​ພິດ

(GMT+08:00) 2010-04-10 17:54:06     cri

ວັນ​ທີ10​ເມສາ​ນີ້, ກອງ​ປະຊຸມ​ປະຈຳ​ປີ2010ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໄດ້​ໄຂ​ຂຶ້ນຢູ່​ນະ​ຄອນ​ໂປ​ອາວທີ່​ຢູ່​ພາກ​ໃຕ້​ຂອງ​ຈີນ. ຫົວ​ຂໍ້​ຂອງ​ກອງ​ປະຊຸ​ມຄັ້ງ​ນີ້​ແມ່ນ"ການ​ພັດ​ທະນາ​ແບບ​ປອດ​ມົນ​ລະ​ພິດ, ການ​ເລືອກ​ເອົາຕົວ​ຈິງ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອາຊີ". ​​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​​ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ຊີ​ຈີ້​ນພິງ, ຮອງ​ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ, ​ເພື່ອ​ບັນ​ລຸ​ການ​ພັດທະນາ​ແບບ​ປອດ​ມົນ​ລະ​ພິດ​ແລະ​ການ​ພັດ​ທະນາ​ແບບ​ຍືນ​ຍົງ​ຂອງ​ອາຊີ​ກໍ່​ຄື​ທົ່ວ​ໂລກ, ປະ​ເທດ​ຕ່າງໆ​ຂອງ​ອາຊີ​ຄວນປະ​ສານ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ການ​ພັດ​ທະນາ​ຂອງ​ສັງຄົມ, ​ແລະ​ການ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ຢ່າງເປັນ​ເອກະ​ພາບ​ກັນ, ຈີນ​ຍິນ​ດີ​ຮ່ວມ​ກັບປະ​ເທດ​ຕ່າງໆ​ຂອງ​ອາຊີ​ສືບ​ຕໍ່​ທຳ​ຄວາມ​ພະຍາ​ຍາມ​ໃນ​ດ້ານ​ນີ້. ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ.

ພາຍ​ໃຕ້​ສະພາບ​ທີ່​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ຊັກ​ຊ້າ​ແຕ່​ພື້ນຖານ​ຍັງ​ບໍ່​ໜັກ​ແໜ້ນ, ຜູ້ນຳ​ປະ​ເທດ​ຕ່າງໆ​ຂອງ​ອາຊີທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ລ້ວນ​ແຕ່​ສົນ​ໃຈ​ນຳ​ບັນຫາ​ທີ່​ເຮັດ​ແນວ​ໃດ​ຫຼຸ​ດພົ້ນ​ອອກ​ຈາກ​ວິ​ກິດ​ການ, ພ້ອມ​ທັງ​ບັນລຸ​ການ​ພັດທະນາ​ຢ່າງ​ກົມກຽວ​ກັນ​ຂອງ​ເສດຖະກິດ, ສັງ​ຄົມ​ແລະ​ສິ່ງ​ແວດ​ລ້ອມ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ຊີ​ຈິ້ນ​ພີ​ງ, ຮອງ​ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,

ຈີນ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ທີ່​ຮັບ​ຮອງ"​ວາລະ​ປະຊຸມ​ສະຫະ​ວັດ​ທີ21"​ໄວ​ທີ່​ສຸດ, ​ຈັດ​ວາງ"​ແຜນ​ການ​ວຽກ​ງານ​ສັງ​ລວມດ້ານ​ປະຢັດ​ພະລັງງານ​ແລະຫຼຸດ​ການ​ລະບາຍ​ມົນ​ລະ​ພິດ"​ແລະ"​ແຜນ​ການ​ແຫ່ງ​ລັດ​ເພື່ອ​ຮັບ​ມື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ"​ໄວ​ທີ່​ສຸດ. ນັບ​ມາ​ຮອດ​ທ້າ​ຍປີ2009, ການ​ສິ້ນ​ເປືອງ​ພະລັງງານ​​ຕໍ່​ຫົວໜ່ວຍ​GDPຂອງ4ປີ​ທຳ​ອິດ​ໃນ​ແຜນ​ການ5ປີ​ຄັ້ງ​ທີ11ຂອງ​ຈີນ​ໄດ້​ຫຼຸດ​ລົງ14,38%, ປະລິມານ​ຕ້ອງການ​ອອກ​ຊີ​ແຊນ​ດ້ານ​ເຄມີຫຼຸດ​ລົງ9,66%, ປະ​ລິມານ​ລະບາຍ​ຊຸນ​ເປີ​ດີ​ອອກ​ສິດຫຼຸດ​ລົງ13,14%, ​ເທົ່າ​ກັບ​ວ່າ​​ໄດ້​ຫຼຸດ​ການ​ລະບາຍ​ກາກ​ບອນ​ດີ​ອອກສິດ​ເກືອບ​900ລ້ານ​ໂຕນ.

ທ່ານ​ກ່າວ​ວ່າ, ​ແຕ່​ປີ2007​ເປັນ​ຕົ້ນ​ມາ, ຈີນ​ໄດ້​ເລີ່ມ​ເລັ່ງລັດ​ປະ​ຖິ້ມ​ກຳລັງ​ການ​ຜະລິດ​ທີ່​ຫຼ້າ​ຫຼັງ, ປິດ​ໂຮງ​ຜະລິດ​ໄຟຟ້າ​ດ້ວຍ​ຖ່ານ​ຫີນ​ຂະໜາດ​ນ້ອຍ, ບໍ່​ຖ່ານ​ຫີນ​ຂະໜາດ​ໜ້ອຍ, ​ໂຮງງານຫຼໍ່​ຫຼອມ​ເຫຼັກ​ກ້າ, ​ໂຮງງານ​ຜະລິດ​ຊີມັງ, ​ໂຮງງານ​ຜະລິດ​ເຈ້ຍ, ​ໂຮງ​ງານອຸດສາຫະກຳ​ເຄມີ, ​ໂຮງງານ​ຍ້ອມ​ສີທີ່​ມີ​ມົນ​ລະ​ພິດ​ອັນ​ໜັກໜ່ວງ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຈີນ​ຍັງ​ອອກ​ແຮງ​ພັດທະນາ​ພະ​ລັງງານ​ສະອາດ, ປີ2009, ກຳ​ລັງ​ຕິດ​ຕັ້ງ​ເຄື່ອງ​ຈັກຜະ​ລິດໄຟ​ຟ້າ​ນ້ຳຕົກ, ​ຂະໜາດ​​​ໂຮງ​ຜະລິດ​ໄຟຟ້າ​ດ້ວຍ​ນິວ​ເຄຼຍທີ່​ກຳລັງ​ກໍ່ສ້າງ​ຢູ່, ​ເນື້ອ​ທີ່​​ເກັບ​ຄວາມ​ຮ້ອນ​ຂອງ​ເຄື່ອງ​ຕົ້ມນ້ຳ​ຮ້ອນ​ດ້ວຍ​ພະລັງ​ຕາ​​ເວັນ, ​ແລະ​ປະລິມານ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ຕາ​ເວັນ​ລ້ວນ​ແຕ່​ເປັນອັນ​ດັບ​ທີ​ໜຶ່ງ​ຂອງ​ໂລກ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ຈີນ​ມີ​ທ່າ​ທີ​ຕັ້ງໜ້າ​ໃນ​ດ້ານ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ເພີ່ມ​ທະວີ​ການ​ສ້າງສາ​ຄວາມ​ສາມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ແລະ​ຈະ​ປະຕິບັດ​ຢ່າງ​ເປັນ​ເຈົ້າ​ການ​ແລະ​ເອົາ​ຈິງ​ເອົາ​ຈັງ.

ຈີນ​ເຫັນ​ວ່າ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ພົວພັນ​ເຖິງ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ບັນດາ​ປະ​ເທດ, ​ແລະ​ກໍ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ບັນດາ​ປະ​ເທດ. ປະຈຸ​ບັນ, ຈີນ​ພວມ​ຢູ່​ໃນ​ໄລຍະ​ຂໍ​ກະ​ແຈ​ທີ່​ສ້າງສາ​ສັງຄົມ​ອີ່​ມໜຳສຳລານ​ຢ່າງຮອບດ້ານ, ພວມ​ຢູ່​ໃນ​ໄລຍະ​ສຳຄັນ​ທີ່​ຫັນ​ເປັນ​ສັງຄົມ​ອຸດສາຫະກຳ​ແລະ​ເລັ່ງລັດ​ການ​ສ້າງສາ​ຕົວ​ເມືອງ, ​ແລະ​ໜ້າ​ທີ່​ໜັກ​ໜາ​ໃນ​ດ້ານ​ພັດທະນາ​ເສດຖະກິດ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ​ແຕ່​ພວກ​ເຮົາ​ຍັງ​ຈະ​ເຂົ້າ​ຮ່ວມ​ກິດຈະ​ກຳ​ຮ່ວມ​ຂອງ​ທົ່ວ​ໂລກ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ດ້ວຍ​ຄວາມ​ຕັດສິນ​ໃຈ​ແລະ​ທ່າ​ທີ​ຕັ້ງໜ້າ​ທີ່​ສຸດ​ ​ໂດຍ​ອີງ​ໃສ່​ຫຼັກການ​ໜ້າ​ທີ່​ ຮ່ວມ​ແຕ່ມີ​ຄວາມ​ຮັບຜິດຊອບ​ຕ່າງ​ກັນ​ຂອງ​ສະຫະ​ປະຊາ​ຊາດ.

ທ່ານ​ສີ​ຈິ້ນ​ຜິ​ງສະ​ເໜີ​ວ່າ, ບັນດາ​ປະ​ເທດ​ອາຊີ​ຄວນ​ເລັ່ງລັດ​ການ​ພັດທະນາ​ເຕັກນິກ​ກາກ​ບອນ​ຕ່ຳ, ​ເຜີຍ​ແຜ່​ເຕັກນິກ​ປະຢັດ​ພະລັງງານ​ທີ່ມີ​ປະສິດທິ​ພາບ​ສູງ, ຍົກ​ອັດຕາ​ພະລັງງານ​ໃໝ່​ແລະ​ພະລັງງານ​ໝູນວຽນ​ໃຫ້​ສູງ​ຂຶ້ນ; ພ້ອມກັນ​ນັ້ນ, ຍຶດໝັ້ນ​ແລະ​ເປີດ​ກວ້າງ​ການ​ເປີດ​ຕະຫຼາດ, ນຳ​ໃຊ້​ກົນ​ໄກ​ສົນທະນາ​ແລະ​ຮ່ວມ​ມື​ໃນ​ພາ​ກາ​ພື້ນ​ອາຊີ​ແລະ​ອະນຸ​ພາກ​ພື້ນ​ຕ່າງໆ​ຢ່າງ​ເຕັມ​ສ່ວນ, ຊຸກ​ຍູ້​ອາຊີ​ແລະ​ໂລກ​ພັດທະນາ​ຢ່າງ​ກົມກຽວ​ກັນ​ແລະ​ສືບ​ເນື່ອງ. ທ່ານ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ອາຊີ​ຈັບ​ມື​ກັນ​ຊຸກ​ຍູ້​ການ​ພັດທະນາ​​ແບບ​ຍືນ​ຍົງ​ຂອງພາກ​ພື້ນ​ອາຊີ​.

ຕາມ​ຂ່າວ​ແຈ້ງວ່າ, ຜູ້ນຳ​ລັດຖະບານ​​ແລະ​ວິ​ສາ​ຫະກິດ, ຊ່ຽວຊານ​ທີ່​ມີ​ຊື່ສຽງ​​ຂອງ​ອາຊີ​ແລະ​ແຫ່ງ​ຕ່າງໆ​ຂອງ​ໂລກພ້ອມ​ດ້ວຍ​ຜູ້​ແທນ​ອົງການ​ຈັດ​ຕັ້ງ​ບໍ່​ແມ່ນ​ລັດຖະບານເກືອບ2​ພັນ​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ປໍ​ອາວ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ