ໜ່ວຍ​ປ້ອງກັນ​ການ​ເດີນ​ເຮືອ​ຂອງ​ກອງທັບ​ເຮືອ​ຈີນ​ຢ້ຽມຢາມ​ຟີ​ລິບ​ປີນ​​ຄັ້ງ​ທຳ​ອິດ

(GMT+08:00) 2010-04-13 18:35:04     cri
ຕາມ​ຂ່າວສານ​ຊິນ​ຮວາ: ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງກອງທັບ​ເຮືອ​ຟີ​ລິບ​ປິນ, ຕອນ​ເຊົ້າວັນ​ທີ13​ເມສາ​ນີ້, ໜ່ວຍ​ປ້ອງ​ກັນ​ການ​ເດີນ​ເຮືອ​​ເລກທີ525ຂອງ​ກອງທັບ​ເຮືອກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ທີ່ປ້ອງ​ກັນ​ການ​ເດີນ​ເຮືອ​ຢູ່ອ່າວ​ອາ​ເຕນ​ໄດ້​ເດີນທາງ​​ຮອດ​ທ່າ​ເຮືອ​ມາ​ນີລາ, ​ເລີ່​ມ​ຢ້ຽມຢາມ​ສັນທະ​ວະ​ໄມຕີເປັນ​ເວລາ5ວັນ​ຢູ່​ຟີ​ລີບ​ປີນ. ນີ້​ແມ່ນ​ໜ່ວຍ​ປ້ອງ​ກັນ​ການ​ເດີນ​ເຮືອ​ຂອງ​ກອງທັບ​ເຮືອ​ຈີນ​ຢ້ຽມ ຢາມຟີ​ລິບ​ປີນ​ເປັນ​ຄັ້ງ​ທຳ​ອິດ.

ໜ່ວຍ​ປ້ອງ​ກັນ​ການ​ເດືອນ​ເຮືອ​ເລກທີ525​​ແມ່ນ​ໜ່ວຍ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ່4ທີ່​ຈີນ​ສົ່ງ​ອອກ, ​ນັບ​ແຕ່ຮອດ​ອ່າວ​ອາ​ເຕນ, ​ເຂດ​ທະ​ເລ​ໂຊ​ມາລີ​​​ໃນວັນ​ທີ12ພະຈິກ​ປີ2009ໄດ້​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ການ​ເດີນ​ເຮືອ​ເປັນ​ເວລາ128ວັນ, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ໃນ​​ດ້ານ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມ​ສະຫງົບ​ຢູ່​ອ່າວ​ອາ​ເຕນ, ​ເຂດ​ທະ​ເລ​ໂຊ​ມາລີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ