ປີໜ້າອິນ​ໂດ​ເນ​ເຊຍຈະ​ເປັນ​ປະ​ເທດ​ປະທານ​ໝູນ​ວຽນອາ​ຊຽນກ່ອນ​ເວລາ​ກຳນົດ

(GMT+08:00) 2010-04-14 19:29:49     cri
ຕາມ​ຂ່າວcri: ວັນ​ທີ13​ເມສາ​ນີ້, ສຳນັກງານ​ເລຂາ​ອາຊຽນປະກາດ​ວ່າ, ​ໂດຍ​​ໄດ້​ຮັບ​ຄວາມ​ເປັນ​ເອກະ​ພາບ​ກັນ​ເຫັນ​ດີ​ຈາກ10ປະ​ເທດອາຊ​ຽນ, ​ໃນ​ປີ2011 ອິນ​ໂດ​ເນ​ເຊຍ​ຈະ​ຮັບ​ຕຳ​ແໜ່​ງເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງອາຊຽນກ່ອນ​ເວລາ​ກຳນົດ. ຕາມກົດບັດ​ຂອງ​ອາຊ​ຽນ, ອິນ​ໂດ​ເນ​ເຊຍ​ຈະ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງອາຊ​ຽນ​ໃນ​ປີ2013, ​ແຕ່​ປີ​ນັ້ນອິນ​ໂດ​ເນ​ເຊຍ​ຍັງ​ຈະຕ້ອງ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ອົງການ​ຈັດ​ຕັ້ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊີ​ຟິກ​, ສະ​ນັ້ນ, ​ໄດ້ສະ​ເໜີ​ໃຫ້​ປ່ຽນ​ກັບບຣູ​​ໄນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ