ໄຕ​ມາດ​ທີ​ຫນຶ່ງ​ໃນ​ປີ​ນີ້,​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ 11,9%

(GMT+08:00) 2010-04-15 18:30:18     cri
ວັນ​ທີ 15 ​ເມສາ​ນີ້, ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ແຜ່​ຂໍ້​ມູນ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ເສດຖະກິດ​ຈີນ​ໃນ​ໄຕ​ມາດ​ທີ​ຫນຶ່ງ​ຂອງ​ປີ​ນີ້.​ໃນ​ນັ້ນ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ​ຈີ​ນຫລື GDP ​ໄດ້​ເພີ່ມ​ຂຶ້ນຫລາຍ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ​ກາຍ 11,9%,ດັດ​ສະ​ນີລາຄາ​ຜູ່​ບໍລິ​ໂພ​ກ 2,2%. ທ່ານ​ຫລີ​ສ້ຽວ​ຊາວ, ​ໂຄສົກ​ຖະ​ແຫລ​ງຂ່າວ​ຂອງກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ,​ທ່າ​ອຽງ​ທີ່​ເສດຖະກິດ​ຈີນ​ຖີບ​ສູງ​ຂຶ້ນ​ໄດ້​ຂະຫຍາຍ​ໄປ​ສູ່​ທາງ​ທີ່​ດີ​ຕື່ມ​ອີກ, ປີ​ນີ້​ສາ​ມາດ​ບັນ​ລຸ​ເປົ້າ​ຫມາຍ​ທີ່​ເຕີບ​ໂຕ 8%.

ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ຈີນ​ໃນ​ໄຕ​ມາດ​ທີ​ຫນຶ່ງ​ຂອງ​ປີ​ນີ້​ຫລາຍ​ກວ່າ 8 ພັນ​ຕື້​ຢວນ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 11,9%,​ໄວ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 5,7%.ທ່ານ​ຫລີ​ສ້ຽວ​ຊາວ​ໄດ້​ໃຫ້​ຄຳ​ຕອບ​ປະຕິ​ເສດກ່ຽວ​ກັບ​ບັນຫາ​ທີ່​ເສດຖະກິດ​ຈີນ​​ໄປ​ໄວ​ເກີນ​ໄປ​ຫລື​​ໄປ​ອ່າວ​ແຮງ​.ທ່ານ​ເວົ້າວ່າ:ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ຈີນ​ໃນ​ໄຕ​ມາດ​ທີ​ຫນຶ່ງ​ປີ​ນີ້​​ເພີ່ມ​ຂຶ້ນຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 11,9%, ອຸດສາຫະກຳ​ທີ່​ມີ​ມູນ​ຄ່າ​ເພີ່ມ 5 ລ້ານ​ຢວນຂຶ້ນ​ໄປ​ນັ້ນ​ໄດ້​ເພີ່ມ​ຂຶ້ນ 19,6%, ນີ້​ແມ່ນຜົນ​ຂອງ​ນະ​ໂຍບາຍ​ກະ​ຕຸ້ນ​ເສດຖະກິດ,​ແລະ​ກໍ່​ມີ​ສາ​ເຫດ​ຍ້ອນ​ຂໍ້​ມູນ​ພື້ນຖານ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້ອ່າວ​ຕ່ຳ.

ໃນ​ໄຕ​ມາດ​ທີ​ຫນຶ່ງ, ​ການ​ລົງທຶນຄົງ​ທີ່​ໃນທົ່ວສັງຄົມ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີກາຍ​​ເກືອບ 26%,ຍອດ​ມູນ​ຄ່າ​​ເຄື່ອງບໍລິ​ໂພ​ກຂາຍຍ່ອຍຂອງສັງຄົມ​ໄດ້​ເພີ່ມ​ຂຶ້ນ​ປະມານ 18%, ທ່ານ​ຫຼີສຽວຈ່າວ ກ່າວ​ວ່າ, ຄວາມ​ຕ້ອງການຂອງ​ພາຍ​ໃນ​ປະ​ເທດ​ໄດ້​ກາຍ​ເປັນ​ພະລັງ​ແຮງ​ທີ່ສຳຄັນ ​ໃນ​ການ​ເຕີບ​ໂຕ​ຂອງ​ເສດຖະ ກິດ​ຈີນ. ຕາມ​ການ​ຄາດ​ຄະ​ເນ​​ໃນ​​ເບື້ອງ​ຕົ້ນ, ​ໃນ​ໄຕ​ມາດ​ທີ​ຫນຶ່ງປີ​ນີ້, ອັດຕາ​​ປະກອບສ່ວນຕໍ່​ການ​ເຕີບ​ໂຕ​ທາງ​ເສດຖະກິດ​​ຂອງ​ການ​ບໍລິ​ໂພ​ກ​ໄດ້​ບັນລຸ​ເຖິງ 52%, ​ລົງທຶນ​​​ 57,9%, ອັດຕາ​ການ​ຄ້າ​ກັບ​ຕ່າງປະ​ເທດຫຼຸດ​ລົງ​ເຖິງ ​ລົບ 9,9%, ​ໃນ​ນັ້ນ,ການ​ປະກອບສ່ວນດ້ານການ​ບໍລິ​ໂພ​​ໄດ້​ຫມັ້ນ​ທ່ຽງ​​ເທົ່າ​ທີ່ສົມຄວນ, ເຖິງ​ວ່າ​ອັດຕາປະກອບສ່ວນ​ການ​ລົງທຶນ​ໄດ້ສູງ​ກວ່າ​ຫມູ່ກໍ​ຕາມ,​ແຕ່​ຍັງຫຼຸດລົງ​ຢ່າງ​ຫຼວງຫຼາຍຈາກ​ລະດັບ​ 94,6%​ໃນ​ປີ​ກາຍ​ນີ້​ ​. ​

ໃນດ້ານ​ການ​ຄ້າ​ກັບ​ຕ່າງປະ​ເທດ, ​ເຖິງ​ວ່າ​ຍອດ​ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ໃນ​ໄຕ​ມາດ​ທີ​ຫນຶ່ງ​​ໄດ້ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ 40% ​​ແຕ່ເມື່ອ​ທຽບ​ກັບ​ເດືອນ​ມີນາ​ແລ້ວ, ຈີນ​ໄດ້​ຂາດ​ດຸນເຖິງ 7 ຕື້ 240 ລ້ານ​ໂດ​ລາ​. ດ້ານ​ຫນຶ່ງ​ແມ່ນ​ຍ້ອນ​ວ່າ​ ຄວາມ​ຕ້ອງການ​ຂອງພາຍ​ໃນ​ປະ​ເທດ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ, ​​ພາ​ໃຫ້ຂາ​ເຂົ້າ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ​ແຕ່​ວ່າ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ທີ່​ຈີນ​ປະ​ເຊີນ​ຢູ່​ນັ້ນ​ກໍ່ບໍ່​ເປັນ​ໄປ​ໃນ​ແງ່​ດີ, ຄວາມ​ຕ້ອງການ​ຂອງ​ພາຍ​ນອກ​ຍັງ​ອ່ອນຢູ່.

​  ເຈົ້າຫນ້າ​ທີ່​ຜູ່​ນີ້​ກ່າວ​ວ່າ, ຈີນ​ຈະ​ຮັກສາ​ຄວາມ​ຫມັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ​ຂອງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ​ແຕ່​ຄຽງ​ຄູ່​ກັບ​​ເສດຖະກິດ​ໂດຍລວມ​ໄດ້​ຟື້ນ​ຕົວດີ​ຂຶ້ນ​, ຈີນ​ກໍ່​ຈະ​​ເອົາ​ໃຈ​ໃສ່​ນຳ​ຄວາມ​ຄ່ອງ​ແຄ້ວ​ແລະ​ຈຸດສຸມ​ຂອງ​ນະ​ໂຍບາຍ, ​ເພື່ອ​ບັນລຸ​ຄາດຫມາຍ​ເຕີບ​ໂຕ​​ 8% ​ໃນ​ຫມົດ​ປີ​ນີ້.ທ່ານ​ກ່າວ​ວ່າ:
 
"​ເຖິງ​ວ່າGDP​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້​ໄດ້​ເຕີບ​ໂຕ11,9%,​ໄວ​ກວ່າ​ເປົ້າໝາ​ຍທີ່​ຄາດ​ໄວ້​ລ່ວງ​ໜ້າ8%​ໃນ​ໝົດ​ປີ,​ແຕ່​ພວກ​ເຮົາກໍ​ຮູ້​ດີ​ວ່າ,ການ​ຟື້ນ​ຟູ​ຂອງເສດຖະກິດ​ໂລກມີ​ຄວາມ​ບໍ່​ແນ່ ນອນ​ຫຼາຍຢ່າງ,ການ​ພັດທະນາ​ເສ​ດຖະກິດ​ພາຍ​ໃນ​ປະ​ເທດຍັງ​ປະ​ເຊີນກັບຄວາມ​ຫຍຸ້ງ ຍາກ​ແລະ​ຄວາມ​ຂັດ​ແຍ່ງກັນບໍ່​ໜ້ອຍ.ທັງ​ໝົດ​ເຫຼົ່ານີ້​ລ້ວນ​ແຕ່​ເປັນ​ການ​ທົດ​ສອບ​ແລະ​ການ ທ້າ​ທາຍ​ຕໍ່​​ເປົ້າໝາຍ​ເຕີບ​ໂຕ8%​ໃນ​ປີ​ນີ້."ຂໍ້​ມູນ​ຕົວ​ເລກ​ທີ່​ປະກາດ​ໃນ​ມື້​ນີ້​ຍັງ​ຊີ້​ອອກ​ວ່າ,ລາຄາ​ບໍລິ​ໂພ​ກຂອງ​ປະຊາຊົນ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ໄດ້​ເພີ່ມ​ຂຶ້ນ2,2%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ2009,​ໃນ​ນັ້ນ,ລາຄາ​ອາຫານ​ແພງ​ຂຶ້ນຫຼາຍກວ່າ5%.​ໃນ​ເວລາ​ວິ​ເຄາະ​​ສາ​ເຫດ​ເລື່ອງ​ນີ້,ທ່ານ​ຫຼີສຽວ​ຊ່າວ​ກ່າວ​ວ່າ,ຍ້ອນ​ມີ​ຜົນ​ກະທົບ​ຈາກ​ອຸ​ນຫະພູມ​ຕ່ຳ​ແລະ​ມີ​ຝົນຕົກ​ຫິມະ​ຕົກ,ຜັກ​ສົດ​ແລະ​ໝາກ​ໄມ້​ສົດ​ແພງ​ຂຶ້ນ ຫຼາຍ.ຜ່ານ​ການ​ວິ​ເຄາະ​ຕື່ມ​ອີກ,ພວກ​ເຮົາ​ເຫັນ​ໄດ້​ວ່າ,ລາຄາ​​ເຄື່ອງບໍລິ​ໂພ​ກຂອງ​ປະຊາຊົ​ນ​​ໃນ​ປະຈຸ​ບັນແມ່ນ​ໝັ້ນທ່ຽງ​ໃນ​ດ້ານ​ກວມ​ລວມ​ໂດຍ​ພື້ນຖານ.​ເພື່ອສັງ​ເກດ​ຈາກ​ຂໍ້ມູນ​ຕົວ​ເລກ​ໃນ​ເດືອນມີນາ​ແລ້ວ​ນີ້,ລາຄາ​ບໍລິ​ໂພ​ກຂອງ​ປະຊາຊົນ​ໃນ​ເດືອນ​ມີ ນາ​ແລ້ວ​ນີ້​ໄດ້​ເພີ່ມ​ຂຶ້ນ2,4%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ2009,ຫຼຸດລົງກວ່າ ເດືອນ​ກຸມພາ​ປີ​ກາຍ​ນີ້.ກ່ຽວ​ກັບ​ເລື່ອງ​ນີ້,ມີ​ຜູ່​ຊ່ຽວຊານ​ຈຳນວນ​ໜຶ່ງ​ຊີ້​ອອກ​ວ່າ,ນີ້​ເຮັດໃຫ້​ ການ​ຄາດ​ຄະ​ເນ​ລ່ວງ​ໜ້າ​ຂອງ​ບຸກຄົນ​ທີ່​ກ່ຽວຂ້ອງທີ່​ວ່າ ຄວາມ​ອາດ​​ເປັນ​ໄປ​ໄດ້​ທີ່​ຈະ​​ເພີ່ມ​ອັດຕາ​ດອກ​ເບ້ຍ​ໃນ​ມໍ່ໆ​ນີ້ຫຼຸດລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ