ຜູ້​ກູ້​ໄພ​ສືບ​ຕໍ່​ອອກ​ແຮງ​ສຸດ​ຂີດ​ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ​ໃນ​ແຜ່ນ​ດິນ​ໄຫວ​ຢູ້​ຊູ້ ຈັດ​ວາງ​ປະ​ຊາ​ຊົນ​ທີ່​ປະ​ສົບ​ໄພ

(GMT+08:00) 2010-04-17 18:49:06     cri
ມາ​ຮອດ 7 ​ໂມງ 49 ນາທີ​ໃນ​ວັນ​ທີ 17 ​ເມສາ​ນີ້, ​ແຜ່ນດິນ​ໄຫວ​ 7,1 ລິກ​ເທີ ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ຢູ້ຊູ້​ຂອງ​ກິ່ງ​ແຂວງຢູ້ຊູ້​​ເຜົ່າ​ຕິ​ເບ​ດປົກຄອງ​ຕົນ​ເອງ​ຂອງ​ແຂວງຊິ່ງໄຫ​ຕາ​ເວັນ​ຕົກ​ຈີນ​ໄດ້​ຜ່ານ​​ໄປ 3 ມື້​ແລ້ວ, ​ແຕ່​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຍັງ​ພວມ​ອອກ​ແຮງ​ສຸດ​ຂີດ​ເພື່ອ​ຊອກ​ຫາ​ຜູ້​ຖືກ​ຝັງ​ຢູ່​ໃຕ້​ຊາກ​ອາຄານ, ປິ່ນປົວ​ແລະຂົນ​ຍ້າຍ​ຜູ້​ບາດ​ເຈັບ, ວຽກ​ງານ​ຈັດ​ວາງ​ປະ​ຊາ​ຊົນ​ທີ່ປະສົບ​ໄພ​ກໍ່​ພວມ​ດຳ​ເນີນ​​ໄປ​ຢ່າງ​ມີ​ລະບຽບ.

ແຜ່​ນດິນ​ໄຫວ​ຢູ້ຊູ້​ແຂວງຊິ່ງ​ຫາຍ​ໄດ້​ເຮັດ​ໃຫ້ 1144 ຄົນ​ເສຍ​ຊີວິດ, ໝື່ນ​ກວ່າ​ຄົນ​ບາດ​ເຈັບ. ນັບ​ມາ​ຮອດ​ນັກ​ຂ່າວ​ລາຍ​ງານ​ຂ່າວ, ​ມີ​ທະຫານ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ແລະ​ກອງທັບ​ຕຳຫຼວດຈີນ​ທັງ​ໝົດ​ 12000 ກວ່າ​ຄົນໄດ້​ເຂົ້າ​ຮ່ວມ​ການ​ກູ້​ໄພ. ວັນ​ທີ 16 ​ເມສາ​ນີ້, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້ອອກ​ຄຳ​ສັ່ງ​ຊອກ​ກູ້​ຊີວິດ, ຮຽກຮ້ອງ​ໃຫ້​ຕຳຫຼວດ​ປະຊາຊົນ​ທີ່​ເຂົ້າ​ຮ່ວມ​ການ​ກູ້​ໄພ, ຊອກ​ກູ້​ຊີວິດ​ໃນ​ທັນທີ, ອອກ​ແຮງ​ສຸດ​ຂີດ​ເພື່ອກອບ​ກູ້​ຄົນ, ທະ​ແນມ​ແຕ່​ມີ​ຄວາມ​ຫວັງ​, ກໍ່​ບໍ່​ປະ​ຖິ້ມຢ່າງ​ເດັດຂາດ.

​ໃນ​ເວລາ​ດຽວ​ກັນ, ວຽກ​ງານປິ່ນປົວ​ຜູ້​ບາດ​ເຈັບ​ກໍ່​ພວມ​ຂຸ້ນຂ້ຽວ​ດຳ​ເນີນ​ຢູ່. ຍ້ອນ​ເງື່ອນ​ໄຂ​ປິ່ນປົວ​ຂອງ​ທ້ອງ​ຖິ່ນມີ​ຄວາມຈຳກັດ, ພາກສ່ວນ​ຕ່າງໆ, ​ເຊັ່ນ, ການ​ຂົນ​ສົ່ງ​ທາງຫຼວງ, ລົດ​ໄຟ​ແລະ​ການ​ບິນ​ຈີນ​ເປັນ​ຕົ້ນ​ໄດ້​ຂົນ​ສົ່ງຜູ້​ບາດ​ເຈັບໜັກ​ໄປ​ປິ່ນປົວ​ຢູ່​ເຂດ​ອ້ອມ​ແອ້ມດ້ວຍ​ລົດ​ພະຍາບານ, ລົດ​ໄຟ​ແລະ​ຍົນ​ຢ່າງ​ທັນ​ການ​. ສະໜາມ​ບິນ​ຢູ້ຊູ້​ທີ່​ຮັບຜິດຊອບ​ໜ້າ​ທີ່​ຂົນ​ສົ່ງ​ຜູ້​ບາດ​ເຈັບ, ​ໃນ​ຍາມ​ທຳ​ມະ​ດາ, ​ສອງ​ມື້ຈຶ່ງ​ມີ​ຍົນ​ລຳ​ໜຶ່ງ. ຫຼັງຈາກ​​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ແລ້ວ, ພຽງ​ວັນ​ທີ 16 ​ເມສາ​ນີ້​ມື້ດຽວກໍ່​ມີ​ຍົນ 46 ລຳ​ບິນຂຶ້ນແລະ​ລົງຈອດ.

ໃນ​ການ​ຂົນ​ສົ່ງ​ທາງບົກ, ທາງ​ຫຼວງ​ສຳຄັນ​ຫຼາຍ​ເສັ້ນ​ຂອງ​ເຂດ​ປະສົບ​ໄພ​ສາມາດ​ຮັບປະກັນ​ໃຫ້​ລົດ​ແລ່ນ​ໄດ້​ຢ່າງ​ສະດວກ. ທ່ານ​ກາວ​ຫົງ​ເຟິ່ງ ລັດຖະ​ມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ຄົມມະ​ນາຄົມ​ຂົນ​ສົ່ງ​ຈີນ​ກ່າວ​ວ່າ:

ກິ່ງ​ແຂ​ວງອີ້​ຊູ້​ແມ່ນ​ເຂດ​ທີ່​ສູງ​ຈາກ​ໜ້າ​ນ້ຳ​ທະ​ເລ​ຫຼາຍ, ​ເຊິ່ງສູງ​ຈາກ​ໜ້າ​ນ້ຳ​ທະ​ເລ​ເກືອບ4​ພັນ​ແມັດ, ​ເງື່ອນ​ໄຂ​ທຳ​ມະ​ຊາດ​ຂີ້ຮ້າຍ​ຫຼາຍ. ການ​ພະຍາກອນ​ອາກາດ​ກ່າວ​ວ່າ​ໃນ​ຫຼາຍ​ມື້​ຕໍ່ໜ້າ​ຈະ​ມີ​ຝົນ​ແລະ​ຫິມະ​ຕົກ, ນີ້​ໄດ້​ນຳ​ເອົາ​ຄວາມ​ຫຍຸ້ງຍາກ​ຫຼາຍ​ມາ​ໃຫ້​ວຽກ​ງານ​ຮັບປະກັນ​ການ​ຄົມມະນາຄົມ​ແລະ​ຂົນ​ສົ່ງ​ຂອງ​ພວກ​ຂ້າພະ​ເຈົ້າ. ​ແຕ່​ພາກສ່ວນ​ທາງ​ຫຼວງ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ເຮັດ​ວຽກ​ຢູ່​ໃຕ້​ເງື່ອນ​ໄຂ​ເຫຼົ່າ​ນີ້​ເລື້ອຍໆ, ​ແລະ​ກໍ​ມີ​ບົດຮຽນ​ແລະ​ຄວາມ​ສາມາດ​ຮັບ​ມື​ກັບ​ສະພາບ​ການ​ດັ່ງກ່າວ.

ວຽກ​ງານຈັດ​ວາງປະຊາຊົນ​ຜູ້​ປະສົບ​ໄພ​ກໍ​ພວມ​ດຳ​ເນີນ​​ໄປ​ຢ່າງ​ໜັກ​ແໜ້ນ. ທ້າວ​ເກີ​ຊິວ​ຢວນ ນັກ​ຂ່າວCRIທີ່​ໄປ​ເອົາ​ຂ່າວ​ຢູ່​ເຂດ​ປະສົບ​​ໄພ​ຕັ້ງ​ແຕ່​ມື້​ເກີດ​ໄພ​ກ່າວ​ວ່າ:

ວັນ​ທີ16​ເມສາ​ນີ້, ​ໃນ​ເວລາ​ຂ້າພະ​ເຈົ້າ​ໄປ​ເອົາ​ຂ່າວ​ກ່ຽວ​ກັບການ​ແຈກ​ຢາຍ​ເຄື່ອງ​ຂອງ​ຢູ່​ບ່ອນ​ຈັດ​ວາງຜູ້​ປະສົບ​ໄພ​ທີ່​ສະໜາມ​ແຂ່ງ​ມ້າ​ຂອງ​ເມືອງ​ອີ້​ຊູ້, ຕອນ​ຄ່ຳ​ມື້​ນັ້ນ, ປະຊາຊົນ​ຜູ້​ປະສົບ​ໄພ​ລ້ວນ​ແຕ່​ໄດ້​ກິນ​ອາຫານ​ຮ້ອນ. ນອກ​ນີ້, ປະຊາຊົນ​ສ່ວນ​ຫຼາຍ​ກໍ​​ໄດ້ນອນ​ຢູ່​ໃນ​ຕູບ​ຜ້າ​ເຕັ້ນ​ທີ່​ອົບ​ອຸ່ນ​ແລ້ວ.

ປະຈຸ​ບັນ, ປະຊາຊົນ​ຜູ້​ປະສົບ​ໄພ​ແຕ່ລະຄົນ​ໄດ້​ຮັບ​ເງິນ​ອຸດ​ໜູນ15​ຢວນ​ແລະ​ເຂົ້າສານ​ເຄິ່ງກິ​ໂລຕໍ່​ມື້. ນອກ​ນີ້, ຍັງ​ມີ​​ເຄື່ອງ​ຊ່ວຍ​ເຫຼືອ​ຕ່າງໆ ​ເຊັ່ນ ຕູບ​ຜ້າ​ເຕັ້ນ, ອາ​ຫານ​ແລະ​ອື່ນໆ​ພວມ​ຂົນ​ສົ່ງ​ໄປ​ເຂດ​ປະສົບ​ໄພ​ຢ່າງ​ບໍ່​ຂາດ​ສາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ