ການ​ກູ້​ໄພ​ແຜ່ນດິນ​ໄຫວ​ສະ​ແດງ​ໃຫ້​ເຫັນ​ກົນ​ໄກ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ​ຂອງ​ຈີ​ນນັບ​ມື້​ນັບ​ສົມບູນ

(GMT+08:00) 2010-04-20 16:35:05     cri
ເວລາ 7 ​ໂມງ 49 ນາທີ​ຂອງ​ວັນ​ທີ 14 ​ເມສາ​ນີ້, ​ເມືອງ​ຢູ້ຊູ້​ກິ່ງ​ແຂວງ​ເຜົ່າ​ຕິ​ເບ​ດປົກຄອງ​ຕົນ​ເອງ​ຢູ້ຊູ້​ແຂວງ​ຊິ່ງຫາຍ​ຈີນ​ໄດ້​ເກີດ​​ເຫດແຜ່ນດິນ​ໄຫວ​ແຮງ 7,1 ລິກ​ເຕີ,ພາຍ​ໃນ 72 ຊົ່ວ​​ໂມງ​ຫລັງ​ເກີດ​ແຜ່ນດິນ​ໄຫວ, ຈີນ​ໄດ້​ສົ່ງ​​ເຈົ້າຫນ້າ​ທີ່ກູ້​ໄພ​ທຸກ​ປະ​ເພດ 1 ຫມື່ນ 5 ພັນ​ກວ່າ​ຄົນ​ໄປບ່ອນ​ເກີດ​ເຫດ,ໄດ້​ຊ່ວຍ​ເຫລືອ​ປະຊາຊົນ​ 1 ຫມື່ນ 7 ພັນ​ກວ່າ​ຄົນທີ່​ຖືກ​ຖົມ​ຢູ່​ໃນ​ເຮືອນ​ທີ່​ເພພັງ;ປະຊາຊົນປະສົບ​ໄພ​ໄດ້​ເຂົ້າອາ​​ໃສ​ຢູ່ຕູບ​ຜ້າ​ເຕັ້ນ,ອາຫານ​​​ແລະ​ນ້ຳ​ດື່ມ​ມີ​ການ​ຮັບປະກັນ, ​ແລະ​ກໍ່​ໄດ້​ຮັບ​ການ​ປິ່ນປົວ​ຢ່າງ​ທັນ​ການ.ປັດຈຸບັນ, ວຽກ​ງານ​ທຸກດ້ານຢູ່​ເຂດ​ປະສົບ​ໄພ​ພວມ​ດຳ​ເນີນ​ໄປ​ຢ່າງ​​ເປັນລະບຽບ​ວ່ອງ​ໄວ. ການ​ກູ້​ໄພ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ດີ​ແນວ​ນີ້,​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ກົນ​ໄກ​ຮັບ​ມື​ກັບ​ກໍລະນີ​ສຸກ​ເສີນ​ຂອງ​ຈີນ​ພວມ​ນັບມື້​ນັບ​ດີ​ຂຶ້ນ.​

​ເມື່ອ​ເກີດ​ແຜ່ນດິນ​ໄຫວ​ຮຸນແຮງ​ຢູ່​ເມືອງ​ເວີ້​ນຊວນ​ແຂວງ​ເສ​ສວນ​ໃນ​ສອງ​ປີ​ກ່ອນ, ຈີນ​ກໍ່​ໄດ້​ຮັບ​ການ​ຢືນຢັນ​ຈາກ​ວົງ​ການ​ທົ່ວ​ໄປ​ວ່າ​ມີ​ການ​ຮັບ​ມື​ໄດ້ຢ່າງ​ວ່ອງ​ໄວ​ທັນ​ການ.​ເທື່ອນີ້​ທົ່ວ​ໂລກ​ກໍ່​ໄດ້​ເຫັນ​ວ່າຈີນ​ມີ​ປະຕິ​ກິຍາ​ໄວ​ກວ່າ​ເກົ່າ​ອີກ,ຄື:ຫລັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ຢູ່​​ເມືອງຢູ້ຊູ້​ພຽງ 20 ນາທີ, ກົມ​ແຜ່​ນດິນ​ໄຫວ​ແຫ່ງ​ຊາດ​ຈີນ​ກໍ່​ໄດ້​ລາຍ​ງານ​ສະພາບຕໍ່​ຄະນະ​ລັດຖະບານ, ຄະນະ​ລັດຖະບານ​ກໍ່ຈັດຕັ້ງ​ກອງ​ບັນຊາ​ການ​ກູ້​ໄພ​ຂຶ້ນ​ຢ່າງ​ວ່ອງ​ໄວ, ຕອນ​ທ່ຽງມື້​ດຽວ​ກັນ​ກໍ່​ໄປ​ຊີ້​ນຳ​ວຽກ​ງານ​ຢູ່​ເຂດ​ປະສົບ​ໄພ​ແລ້ວ.​ໃນ​ຂະນະ​ດຽວ​ກັນ,ກະຊວງ​ປະຊາ​ສົງ​ເຄາະ,ກະຊວງ​ສາທາລະນະ​ສຸກ,ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ,ກະຊວງ​ທາງ​ລົດ​ໄຟ​ແລະພາກສ່ວນ​ອື່ນໆ​ພາກັນ​ນຳ​ໃຊ້​ກົນ​ໄກ​ຮັບ​ມື​ກັບ​ກໍລະນີ​ສຸກ​ເສີນ,ຈັດ​ວາງ​ວຽກ​ງານ​ຕ່າງໆ​ຢ່າງ​ທັນກັນ.ການ​ມີ​ປະຕິກິລິຍາ​ຕອບ​ຕໍ່​ເຫດການຢ່າງ​ວ່ອງ​ໄວ​ຄື​ແນວ​ນີ້​ໄດ້​ຍາດ​ເອົາ​ເວລາ​ທີ່​ລ້ຳ​ຄ່າ​ໃນ​ການ​ກູ້​ໄພ;ພາຍຫລັງ​ເກີດ​ແຜ່ນດິ​ນ​ໄຫວ 24 ຊົ່ວ​ໂມງ, ຄົມມະນາຄົມ​ແລະການ​ສື​ສານ​ຢູ່​ແຫ່ງ​ນັ້ນ​ໄດ້​ຟື້ນ​ຟູ​ມາ​ເປັນ​ປົກກະຕິ​ໂດຍ​ພື້ນ​ຖານ​ແລ້ວ, ພາຍ​ໃນ 48 ຊົ່ວ​ໂມງ,ບັນຫາ​ໄຟຟ້າ​ກໍ່​ໄດ້​ຮັບ​ການ​ແກ້​ໄຂ,ປະຊາຊົນ​ຜູ່​ຖືກ​ກະທົບ​ຈາກ​ແຜ່​ນດິ​ນ​ໄຫວ​ກໍ່​​ໄດ້ເຂົ້າອາ​ໃສຢູ່​ຕູບ​ຜ້າ​ເຕັ້ນ​ແລ້ວ;ພາຍ​ໃນ 72 ຊົ່ວ​ໂມງ, ຜູ່​ບາດ​ເຈັບ​ຫນັກ​ຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່​ບ່ອນ​ອື່ນຕ່າງໆ.

ເທື່ອ​ນີ້, ​ໂລກ​ໄດ້​ເຫັນ​ປະ​ເທດ​ຈີນ​ທີ່​ຮັບ​ມື​ກັບ​ເຫດການ​ສຸກ​ເສີນຢ່າງ​ມີ​ປະສິດທິພາບ​ສູງ. ​ເມື່ອ​ປະ​​ເຊີນ​ກັບ​ໄພພິບັດ, ປະ​ເທດ​ຈີນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວກັນ, ມີ​ການຈັດ​ວາງ​ຮອບ​ຄອບ​ກວ່າ​ເກົ່າ​ແລະ​ການ​ປະສານ​ງານ​ຢ່າງ​ເປັນລະບຽບດີກວ່າ​ເກົ່າ. ພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​ແລ້ວ, ທ່ານ​ຫູ​ຈີນ​ທ່າວ, ປະທານ​ປະ​ເທດ​ຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມຕ່າງປະ​ເທດ​ກ່ອນ​ເວລາ​ກຳນົດ​ແລະ​ກັບ​ຄືນ​ປະ​ເທດ, ​ເພາະ​ວ່າ"​ໃນ​ຂະນະ​ທີ່​ປະສົບ​ຄວາມ​ຫຍຸ້ງ​ຍາກ, ຂ້າ​ພະ​ເຈົ້າ​ຕ້ອງ​ຢູ່ຄຽງ​ຂ້າງປະຊາຊົນ​ຈີນ"; ທ່ານ​ເວີນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນກໍ​ໄດ້​ເລື່ອນ​ເວລາ​ໄປ​ຢ້ຽມຢາມຕ່າງປະ​ເທດ​ແລ້ວ​​ເດີນທາງ​ໄປ​ເຂດ​ປະສົບ​ໄພ​ໂດຍ​ດ່ວນ, ​ເພາະ​ວ່າ"ຕ້ອງ​ແຂ່ງ​ຂັນ​ກັບ​ເວລາ, ສົ່ງ​ຄວາມ​ໝັ້ນ​ໃຈ​ແລະ​ຈິດ​​ໃຈ​ກ້າຫານ​​ແກ່​ປະຊາຊົນ​ປະສົບ​ໄພ​ໂດຍ​ໄວ". ພ້ອກກັນ​ນັ້ນ, ​ແຫ່ງ​ຕ່າງໆ, ພາກສ່ວນ​ຕ່າງໆ​ແລະ​ວົງ​ການ​ຕ່າງໆຂອງສັງຄົມ​​ໄດ້​​ເສີມ​ຂະຫຍາຍ​ບົດ​ບາດ​ຂອງ​ຕົນ, ອອກ​ແຮງ​ຢ່າງ​ສຸດ​ຂີດ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ກູ້​ໄພ​​ເປັນ​ລະບຽບ​ຮຽບຮ້ອຍ.

​ເທື່ອ​ນີ້, ​ໂລກ​ຍັງ​ໄດ້​ເຫັນ​ປະ​ເທດ​ຈີນ​ທີ່​ທຸ່ນ​ທ່ຽງ​ກວ່າ​ເກົ່າ​ຢູ່​ຕໍ່ໜ້າ​ໄພພິບັດ. ພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​ແລ້ວ, ​ພະ​ແນ​ກ​ແຜ່ນດິນ​ໄຫວ​ແຂວງ​ຊິງ​ໄຮ, ໜ່ວຍ​ກູ້​ໄພ​ດ່ວຍ​ແຂວງ​ຊິງ​ໄຮ, ພະ​ແນ​ກສະຫວັດດີ​ການ​ສັງຄົມ​ແຂວງ​ຊິງ​ໄຮ, ຕຳຫຼວດ​ປະກອບ​ອາວຸດ​ຊິງ​ໄຮ​ໄດ້​ຂ້ຽວ​ເລັ່ງ​ໄປ​ຫາ​ເມືອງອີ້​ຊູ້​ຈາກ​ິດດຕ່າງໆ, ອົງການ​ປົກຄອງ​ກິ່ງ​ແຂວງ​ອີ້​ຊູ້​ກໍ່ຈັດ​ຕັ້ງ​ກອງ​ທະຫານ, ​ໂຮງໝໍ​ແລະ​ພະນັກງານ​ຂອງ​ອົງການ​ປົກຄອງ​ດຳ​ເນີນ​ວຽກ​ງານ​ກູ້​​ໄພ​ດ້ວຍຕົນ​ເອງ​ແລະ​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ. ການ​ເຄື່ອນ​ໄຫວກູ້​ໄພ​ດ້ວຍ​ຕົນ​ເອງ​ເຫຼົ່າ​ນີ້​ເຮັດ​ໃຫ້​ວຽກ​ງານ​ກູ້​ໄພ​ມີ​ປະສິດທິພາບ​ສູງ​ຂຶ້ນ.

ກໍ່ຄື​ຄຳ​ເວົ້າ​ຂອງ​ທ່ານ​ເຟຼດິກ ອັງ​ແກນ​ເຄີຍ​ກ່າວ​ໄດ້​ວ່າ, "ປະຊາ​ຊາດ​ທີ່​ສະຫຼາດຈະ​ ​ຮຽນ​ຄວາມ​ຮູ້​​ໄດ້ຫຼາຍ​ກວ່າ​​ຍາມ​ປົກກະຕິ​ໃນ​ເວລາ​ປະສົບໄພພິບັດ. ນັບ​ຕັ້ງ​ແຕ່ພະຍາດ​ອັກ​ເສບ​ປອດ​ຮຸນ​ແຮງ​ຫຼື​ຊາດ​ສ໌​ທີ່​ເກີດ​ຂຶ້ນໃນ​ປີ 2003  ມາ​ຮອດ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​​ເວີ້​ນຊ່ວນຂອງ​ແຂວງ​ເສ​ສວນ​ໃນ​ປີ 2008​ ,​ແລະ​ມາ​ຮອດແຜ່ນດິນ​ໄຫວ​​ ທີ່​ເກີດ​ຂຶ້ນຢູ່​ເມືອງ​ຢູ້ຊູ້​ແຂວງ​ຊິ່ງ​ໄຮ​ເທື່ອ​ນີ້, ​ຈີນ​ໄດ້ມີປະຕິ​ກິລາ​ຍາ​ຮັບ​ມືຢ່າງ​ວ່ອງ​ໄວ ຈັດ​ວາງ​ວຽກ​ງານຢ່າງ​ລະອຽດ​ຮອບ​ຄອບ​ແລະກອບ​ກູ້​ຊ່ອຍ​ເຫຼືອຕົນ​ເອງ​ໄດ້​ຢ່າງ​ຢ່າງ​ດີ​ ​ໃນ​ເວລາ​ປະ​ເຊີນ​ກັບ​ໄພພິບັດ, ນີ້ສະ​ແດງ​ໃຫ້​ເຫັນ​ວ່າ​ກົນ​ໄກ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ​ຂອງ​ປະ​ເທດ​ຫນຶ່ງ​ພວມ​ນັບ​ມື້​ນັບ​ສົມບູນ​ຂຶ້ນ.  ຄວາມ​ສົມບູນ ດັ່ງກ່າວ ທັງ​ແມ່ນ​ຍ້ອນ​ຈີນໄດ້​ຮ່ຳຮຽນຈາກ​ໄພທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນແລະ​ຮຽນ​ຈາກ​ບົດຮຽນ​ທາງ​ລົບ, ຍິ່ງ​ແມ່ນ​ຜົນ​ທີ່​ຕ້ອງ​ເປັນ​ໄປ​ ​​ເມື່ອສັງ​ຄົມ​ເສດຖະກິດ​ຈີນ​ຂະຫຍາຍ​ໄປ​ຮອດ​ໄລຍະ​ອັນແນ່ນອນ, ​ແລະມີ​ພື້ນຖານ​ດ້ານ​ກົດຫມາຍ ການ​ຄ້ຳປະກັນທາງ ລະບອບ,​ເງື່ອນ​​ໄຂ​ຂອງ​ສັງຄົມ​ແລະ​ນ້ຳ​ໃຈຂອງ​ປະຊາ​ຊົນ​ທີ່​ກວ້າງເລິກ.  ກົນ​ໄກ​ຮັບ​ມື​ກັບ​ເຫດ ການ​ສຸກ​ເສີນທີ່​ສົມບູນ​ຂຶ້ນ​ໄດ້​ເຮັດ​​ໃຫ້​ຈີນ​ສາມາດຮັກສາຄວາມທຸ່ນ​ທ່ຽງ​,ໃຈ​ເຢັນບໍ່​ກະວົນກະ​ວາຍ,ອັນ​ໄດ້​ສ້າງພື້ນຖານ​ອັນ​ແຫ​ມັ້ນ​ແກ່ນ​ໃຫ້​ແກ່​ຈີນ​​ໃນ​ເວລາ​ຍາດ​ຊີງ​ເອົາ​ໄຊຊະນະ​​ໃນການ​ກູ້​ໄພ​ແລະ​ສ້າງສາ​ບ້ານ​ເມືອງ​ທີ່​ສວຍ​ງານ​ຄືນ​ໃຫມ່.

 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ