ຈີນ​ໄວ້ອາ​ໄລ​ເຖິງ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດການ​ແຜ່ນດິນ​ໄຫວຢູ້ຊູ້​ແຂວງ​ຊິງ​ໄຮ

(GMT+08:00) 2010-04-21 17:35:53     cri

ເຫດການ​ແຜ່ນດິນ​ໄຫວ​ອີ້ຊູ້​ແຂວງ​ຊິນ​ໄຮທີ່​ເກີດໃນ​ວັນ​ທີ14​ເມສາ​ນີ້​ໄ​ດ້​ເຮັດ​ໃຫ້2​ພັນ​ກວ່າ​ຄົນ​ເສຍ​ຊີວິດ,​1​ໝື່ນ2ພັນ​ກວ່າຄົນ​ບາດ​ເຈັບ.ວັນ​ທີ21​ເມສາ​ນີ້,ພາຍ​ຫລັງ​ເກີດ​ແຜ່ນດິນ​ໄຫວ​1​ອາທິດ,​ເພື່ອ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​​ໃຈ​ຂອງ​ປະ​ຊາ​ຊົນ​ບັນດາ​ເຜົ່າ​ທົ່ວປະເທດ​ຈີນໄດ້ຈັດ​ການ​ໄວ້ອາໄລໃນ​ທົ່ວປະເທດ.​ແຫ່ງຕ່າງໆ​ທົ່ວ​ປະ​ເທດ​ແລະ​ສະຖານ​ທູດ,​ສະຖານ​ກົງ​ສູນ​ຈີ​ນປະ​ຈໍາ​ຕ່າງປະ​ເທດ​ກໍ​ຊັກ​ທຸງ​ຊາດ​ລົງ​ເຄິ່ງ​ເສົາ,​ແລະ​ຢຸດ​ເຊົາ​ການບັນ​ເທີງມ່ວນ​ຊື່​ນຕ່າງໆ.ນີ້​ແມ່ນ​ການຈັດການໄວ້ອາ​ໄລ​ໃນ​ທົ່ວ​ປະ​ເທດ​ຕໍ່​ຜູ້​ເສຍ​ຊີວິດ​ໃນ​ໄພ​ທໍາ​ມະ​ຊາດ​ເປັນ​ເທື່ອ​ທີ2​ຫລັງ​ຈາກ​ເກີດໄພ​ແຜ່ນດິນ​ໄຫວ​ເວີ້ນ​ຊວນ​ໃນປີ2008​ແລ້ວ.

ຕອນຂ້ອນ​ແຈ້ງ​ວັນ​ທີ21,ຢູ່​ສະໜາມ​ຫລວງ​ທ່ຽນ​ອ່ານ​ເມີນ,ທຸງ​ແດງ5​ດາວ​ໄດ້​ຄ່ອຍໆ​ຊັກ​ຂຶ້ນສູ່​ຍອດ​ເສົາຕິດ​ຕາມດ້ວຍ​ການບັນ​ເລງ​ເພງ​ຊາດ​ຈີນ,​ແລ້ວ​ຢຸດ​ຢູ່​ເທິງ​ຍອດ​ເສົາ​ເປັນເວລາ​ສັ້ນໆ​ແລ້ວ​ກໍ່​ຄ່ອຍໆ​ຊັກ​ລົງ​ສູ່​ເຄິ່ງ​ເສົາ.ນີ້​ແມ່ນ​ຈີນ​ຊັກ​ທຸງ​ຊາດລົງ​ເຄິ່ງ​ເສົາ​ເພື່ອ​ໄວ້ອາ​ໄລ​ຜູ້​ເສຍ​ຊີວິດ​ໃນ​ໄພແຜ່ນ​ດິນ​ໄຫວ​ຄັ້ງ​ນີ້.

ເວລາ10​ໂມງ,ຢູ່​ແຫ່ງ​ຕ່າງໆ​ແຂວງ​ຊິງ​ໄຮ​ກໍ່​ບີບ​ແກ​ລົດ,​ເປີດ​ໂຫວດ​ລົດ​ໄຟ,ເປີດ​ສຽງ​ຫວໍ​ເຕືອນ​ໄພ​ທາງ​ອາ​ກາດ,ຜູ້​ນໍາ​ຈີນ​ເຊັ່ນ​ທ່ານ​ຫູ​ຈີນ​ທ່າວ,ທ່ານ​ຈ່ຽງ​ເຈີ​ໝີນ,ທ່ານ​ອູ່​ປ່າງກໍ,ທ່ານ​ເວີນ​ເຈ່ຍ​ປ່າວ​ແລະ​ທ່ານ​ອື່ນໆ​ຮ່ວມ​ກັນ​ກັບປະຊາຊົນ​ຈີນທົ່ວ​ປະ​ເທດ​ໄດ້ກົ້ມ​ຫົວ​ໄວ້ອາ​ໄລ​ເຖິງ​ຜູ້​ເສຍ​ຊີວິດ,ທ່ານ​ຫູ​ຈີນ​ທ່າວ,ປະທານ​ປະ​ເທດ​ຈີນ​ກ່າ​ວວ່າ,

ເພື່ອ​ສະ​ແດງ​ຄວາມ​ເສົ້າ​ສະທຼົດ​ໃຈຕໍ່​ຜູ້​ເສຍ​ຊີວິດ​ໃນ​ໄພ​ແຜ່ນ​ດິນ​ໄຫວ​ອີ້ຊູ້​ແຂວງ​ຊິງ​ໄຮ,​ເຊີນ​ຢືນ​ຂຶ້ນ,ກົ້ມ​ຫົວ​ໄວ້ອາ​ໄລ​ເຖິງ​ຜູ້​ເສຍ​ຊີ​ວິດ​ໃນ​ໄພ​ແຜ່ນດິນ​ໄຫວຄັ້ງ​ນີ້.

 ມື້​ດຽວ​ກັນ,ຢູ່ຕາ​ແສງ​ເຈຍ​ກູ​ເມືອງ​ອີ້ຊູ້​ທີ່​ປະສົບ​ໄພ​ໜັກທີ່​ສຸດ​ໃນ​ແຜ່ນດິນ​​ໄຫວ​ຄັ້ງນີ້,ປະຊາຊົນ​ເຜົ່າ​ຕິ​ເບ​ດ​ແລະ​ເຜົ່າ​ຮັ້ນຫຼາຍພັນ​ຄົນຟ້າວໄປ​ສະຖານ​ທີ່​ໄວ້ອາ​ໄລ,​ເພື່ອຮ່ວມ​ກັບ​​ເຈົ້າໜ້າ​ທີ່ກູ້​ໄພ,ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງຕໍ່​ຜູ່​​ເສຍ​ຊີວິດ. ​ແມ່​ເຖົ້າປຸຈູ​ນ ​ໂຈ​ມາ ອາຍຸ​60ກວ່າ​ປີ​ຢືນ​ຢູ່​ໜ້າ​ແຖວຜູ່​ໄວ​ອາ​ໄລ.​ເພິ່ນ​ບອກ​ນັກ​ຂ່າວ​ຢ່າງ​ໂສກ​ເສົ້າ​ວ່າ:

"​ຜູ່​ເສຍ​ຊີວິດ​ຫຼາຍ​ໂພດ,​ເພື່ອນ​ບ້ານ​ໃກ້ຊິດ​ຂອງ​ແມ່​ເຖົ້າ​ກໍ່​ເສຍ​ຊີວິດ​ໝົດ,​ແມ່​ເຖົ້າຮູ້ສຶກ​ເສົ້າສະ​ຫຼົດ​ໃຈ​ຫຼາຍ,ມາ​ໄວ້ອາ​ໄລ​ແລະ​ລຳ​ລຶກ​ເຂົາ​ເຈົ້າຢູ່​ທີ່​ນີ້."

ທ້າວ​ອາງ​ເຊ ​ໄຊ​ຢີງ ທີ່​ມີຍາດ​ພີ່ນ້ອງ​13ຄົນ​ເສຍ​ຊີວິດ​ໃນ​ແຜ່ນ​ດິນ​ໄຫ​ວຄັ້ງນີ້​ບອກ​ນັກ​ຂ່າວ​ວ່າ,ລາວ​ຈະ​ຫັນ​ຄວາມ​ເສົ້າສະຫຼົດ​ໃຈ​ເປັນ​ກຳລັງ​ແຮງ,​ເພື່ອສ້າງສາ​ຊີວິດ​ໃໝ່.

"ປະຈຸ​ບັນ​ສຳຄັນ​ທີ່​ສຸດ​ແມ່ນ​ຫັນ​ຄວາ​ມ​ເສົ້າສະຫຼົດ​ໃຈ​ເປັນ​ກຳລັງ​ແຮງ,ຜູ້​ຕາຍ​ກໍ່​ຍາຍ​ໄປ​ແລ້ວ,ຜູ້​ຢູ່​ກໍ່ຕ້ອງ​ດຳ​ເນີນ​ຊີວິດ​ຕໍ່​ໄປ.ຂໍ​ຂອບ​ໃຈລັດຖະບານ,​ໃນ​ມື້​ທີ​ສອງ​ທີ່​ເກີດ​ແຜ່ນດິນ​ໄຫວ,ກໍ່​ຂົນ​ສົ່ງ​ຕູບ​ຜ້າ​ເຕັ້ນ,​ເຄື່ອງ​ຢູ່ຂອງ​ກິນມາ​ຮອດ​ນີ້​ໂລດ."

ມື້​ດຽວ​ກັນ,ຢູ່​ໂຮງຮຽນ,ສະໜາມ​ຫຼວງ,​ຄຸ້ມຊຸມ​ຊົນຂອງ​ແຫ່ງ​ຕ່າງໆ​ຂອງ​ຈີນ, ປະຊາຊົນ​ຂອງ​ເຜົ່າ​ຕ່າງໆ​ແລະທຸກ​​ເພດ​ໄວ​ພາກັນ​ເຂົ້າຮ່ວ​ມການໄວ້​ອາ​ໄລດ້ວຍ​ຮູບ​ການ​ຕ່າງໆ​ເຊັ່ນ​ວາງພວງມາລາ,ອຸທິດ​ສ່ວນ​ກຸສົນ​ແລະ​ບໍລິຈາກ​ເງິນ​ເປັນຕົ້ນ.

ມື້​ນີ້ ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ທີ່​ທົດ​ລອງ​ດຳ​ເນີນ​ນັ້ນກໍ່​ຍົກ​ເລີກການສະ​ແດງສິນລະປະ​ຕ່າງໆ.​ໃນ​ຖານະ​ເປັນ​ຫໍ​ລະດັບ​ແຂວງທີ່​ເຂົ້າຮ່ວມ​ວາງສະ​ແດງ,ຫໍ​ແຂວງ​ຊິງ​ໄຮ​ໄດ້​ຈັດ​ພິທີ​ວາງ​ພວງມາລາ​ເຖິງ​ຜູ່​ເສຍ​ຊີວິດ​ຢູ່​ອີ້ຊູ້.

ວັນ​ທີ21​ເມສາ(ຄື​ມື້​ນີ້) ອົງການ​ປົກຄອງ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ແລະ​ມາ​ກາວ​ໄດ້​ຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາ.​ເວລາ9​ໂມງ30ນາທີ,ທ່ານ​ເຈີ​ນອີນສວນ ຜູ່​ວ່າການ​ບໍລິຫານ​ງານ​ເຂດ​ພິ​ເສດ​ຮົງ​ກົງ​ນຳພາ​ສະມາຊິກການ​ນຳຢືນ​ກົ້ມຫົວ​ໄວ້ອາ​ໄລ1ນາທີ.ຫ້ອງການ​ຕິດ​ຕໍ່​ພົວພັນ​ຂອງ​ລັດຖະບານ​ປະຊາຊົນສູນ​ກາງຈີນ​ປະຈຳ​ຮົງ​ກົງ​ກໍ່​​ໄວ້ອາ​ໄລເຊັ່ນ​ກັນ.

ສະຖານທູດ​ແລະສະຖານ​ກົງສຸນ​ຈີນ​ປະຈຳ​ຕ່າງປະ​ເທດກໍ່ພາກັນ​ຈັດການໄວ້ອາ​ໄລ​ເຖິງ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​​ເສຍ​ຊີວິດ,ຊາວ​ຈີນ​ຢູ່​ຕ່າງປະ​ເທດ​ແລະ​ເພື່ອນ​ມິດ​ຕ່າງປະ​ເທດ​ກໍ່​ທະຍອຍ​ກັນ​ໄປ​ໄວ້ອາ​ໄລ​​ເພື່ອ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ