ໄຕ​ມາດ​ທີ​ຫນຶ່ງ ​ປີ​ນີ້,ອຸດສາຫະກຳ​ຈີນ​ມີ​ການ​​ເລີ່​ມຕົ້ນ​ທີ່​ດີແຕ່​ຍັງ​ຕ້ອງ​ສ້າງ​ພື້ນຖານການ​ຟື້ນ​ຕົວ​ຄືນ​ໃຫ້​ຫມັ້ນຄົງ​ກວ່າ​ເກົ່າ

(GMT+08:00) 2010-04-23 15:44:11     cri

ວັນ​ທີ 22 ​ເມສາ​ນີ້, ກະຊວງ​ອຸດ​ສາ​ຫະກຳ​ແລະ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​ຂອງຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບສະພາບ​ການ​ພັດທະນາ​ເສດຖະກິດ​ອຸດສາຫະກຳຈີນ​ໃນ​ໄຕ​ມາດ​ທີ​ຫນຶ່ງ​ປີ​ນີ້​ຢູ່​ທີ່​ນະຄອນຫລວງ​ປັກ​ກິ່ງ.ທ່ານ​ຈູ່ຫົງ​ເຢີ້ນ,​ໂຄສົກ​ກະຊວງ​ການ​ອຸດສາຫະກຳ​ແລະ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​ພ້ອມ​ກັບ​ເຈົ້າ ຫນ້າ​ທີ່​ທ່ານ​ອື່ນໆ​ກ່າວ​ວ່າ, ປີ​ນີ້, ​ເສດຖະກິດ​ອຸດສາຫະກຳ​ຈີນ​ມີ​ການ​ເລີ່​ມຕົ້ນທີ່​ດີ,​ແຕ່​ພື້ນຖານ​ຂອງ​ການ​ຟື້ນ​ຕົວ​​ຍັງ​ຄວນ​ສ້າງ​ໃຫ້​ຫມັ້ນຄົງ​ກວ່າ​ເກົ່າ.ຕໍ່​ໄປ ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ລະອຽດ.

ຕົວ​ເລກສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ໄຕ​ມາດ​ທີ​ຫນຶ່ງ​ປີ​ນີ້, ມູນ​ຄ່າ​ເພີ່ມ​ດ້ານ​ອຸດສາຫະກຳ​ຈີນ​ທີ່​ມີ​ລາຍ​ໄດ້ 5 ລ້ານ​ຢວນຂຶ້ນ​ໄປຕໍ່​ປີ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 19,6%,ຄວາມ​ໄວ​​ໃນ​ການເຕີບ​ໂຕສູງ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ເກືອບ 15%.ອັດຕາ​ນຳ​ໃຊ້​ຄວາມ​ສາມາດ​ການ​ຜະລິດ​ຂອງ​ວິ​ສາ​ຫະກິດ​ອຸດສາຫະກຳ​ຂະຫນາດ​ໃຫຍ່​ແລະ​ຂະຫນາດ​ກາງຫລາຍ​ກວ່າ 80%.ຄຽງ​ຄູ່​ກັບ​ສະພາບ​ຕະຫລາດ​ດີ​ຄືນ, ສອງ​ເດືອນ​ທຳ​ອິດ​ຂອງປີ​ນີ້,ຜົນກຳ​ໄລ​ຂອງ​ວິ​ສາ​ຫະກິດ​ອຸດສາຫະກຳຂະຫນາດ​ໃຫຍ່​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້ ຫນຶ່ງ​ເທົ່າ.ທ່ານ​ຈູ່ຫົງ​ເຢີ້ນ,​ໂຄສົກ​ກະຊວງ​ອຸດສາຫະກຳ​ແລະ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​ຈີນ​ຊີ້​ອອກ​ວ່າ,ຜົນກຳ​ໄລ​ຂອງ​ຂະ​ແຫນງ​ການ​ອຸດສາຫະກຳ​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ,​ແມ່ນ​ຜົນ​ຍ້ອນນະ​ໂຍບາຍຂອງ​ລັດ​ກະ​ຕຸ້ນ​ເສດຖະກິດ​ໃຫ້​ດີ​ຂຶ້ນ,​ແຕ່​ກໍ່​ມີ​ຍ້ອນ​ວ່າ​ຕົວ​ເລກ​ພື້ນຖານໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ອ່າວ​ຕ່ຳ,ລາຄາ​ສິນຄ້າ​ສູງ​ຂຶ້ນ​ແລະ​ອື່ນໆ.

ນອກ​ນີ້, ​ເສດຖະກິດອຸດສາຫະກຳ​​ໄຕ​ມາດ​ທີ​ຫນຶ່ງ​ເຕີບ​ໂຕ​​ແມ່ນ​ໄດ້​ຮັບ​ບົດບາດຊຸກ​ຍູ້​ຈາກ​ການ​ລົງທຶນ​ຢ່າງ​ຈະ​ແຈ້ງ,ສະນັ້ນບໍ່​ຄວນ​ປະຫມາດ​ການ​ສະຫນັບສະຫນູນ​ຂອງ​ນະ​ໂຍບາຍ​ນີ້. ສະນັ້ນ, ທ່ານ​ຈູ່ຫົງ​ເຢີ້ນກ່າວ​ເນັ້ນວ່າ, ​​​ໃຕ້​ສະ​ພາບ​ທີ່​ສະຖານະ​ການ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຍັງ​ສົບ​ສົນ​ຢູ່​ແລະ​ແຮງ​ກົດ​ດັນ​ຂອງ​ລາຄາ​ວັດຖຸ​ດິບ​ທີ່​ສູງ​ຂຶ້ນ, ​ຍັງ​ຄວນ​ສ້າງ​ພື້ນຖານ​ທີ່​ເຮັດ​ໃຫ້​ເສດຖະກິດ​ອຸດສາຫະກຳ​​ຟື້ນ​ຕົວ​ຄືນ​​ໃຫ້​ຫມັ້ນຄົງ​ຕື່ມ​ອີກ.


"ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ໄດ້​ເພີ່ມ​ຂຶ້ນ 28,7%, ​ພຽງ​ແຕ່​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງປີ​ກາຍ​ 3,4%. ຂະ​ບວນການ​ທີ່​ເສດຖະກິດ​ໂລກ​ຟື້ນຕົວ​ຄືນ​ໃໝ່​ຍັງ​ຫຍຸ້ງຍາກ​ຫຼາຍ. ລັດທິ​ປົກ​ປ້ອງ​ການຄ້າ​ຂອງ​ປະ​ເທດ​ຕ່າງໆ​ມີ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ​ໄດ້​ສ້າງ​ຜົນ​ສະທ້ອນທີ່​ບໍ່​ດີ​ຕໍ່​ສະຖານະ​ການ​ການ​ຄ້າກັບ​ຕ່າງປະ​ເທດ​ຂອງ​ຈີນ. ​ໃນ​ໄຕ​ມາດ​ທີ​ໜຶ່, ລາຄາ​ວັດຖຸ​ດິບອຸດສາຫະກຳ, ວັດຖຸ​ເຊື້ອ​ໄຟ​ແລະພະລັງງານ​​ແພງ​ກວ່າ​ໄລຍະ​ດຽວ​ກັນ​ຂອງປີ​ກາຍ​ນີ້ 9,9%, ລາຄາ​ຜະລິດ​ຕະພັນສົ່ງ​ອອກ​ຈາກ​ໂຮງງານ​ພຽງ​ແພງ​ຂຶ້ນ 5,2% ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້, ຄາດ​ວ່າ​ລາຄາ​ຜະລິດ​ຕະພັນ​ເບື້ອງ​ຕົ້ນ​ໃນ​ຕະຫຼາດ​ສາກົນ​ຍັງ​ຈະ​​ແພງ​ຂຶ້ນ​ຕໍ່​ໄປ, ຈະ​ມີ​ຜົນ​ກະທົບ​ແຮງ​​ສົມຄວນ​ຕໍ່​ການ​ຜະລິດ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ."

ທ່ານ​ຈູ່ຫົງ​ເຢີ​ນກ່າວ​ວ່າ, ​ເພື່ອ​ສືບ​ຕໍ່​ຮັບມື​ກັບວິ​ກິດ​ການ​ການ​ເງິນ​ສາກົນ, ຮັກສາ​ໃຫ້​ອຸດສາຫະກຳ​ແລະ​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມຄວນ, ຈີນ​ຈະ​ເລັ່ງລັດ​ຊຸກຍູ້​ປັບປຸງ​ຂະ​ແໜງ​ການ​ສຳຄັນ​​ໃຫ້ຈະ​ເລີ​ນຂຶ້ນ, ​ເລັ່ງລັດກໍ່ສ້າງ​ອຸດສາຫະກຳ​ຈະ​ເລີ​ນໃຫມ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ, ຊຸກຍູ້​ວິ​ສາ​ຫະກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ໃຫ້​ພັດທະນາ​ຕື່ມ​ອີກ. ທ່ານ​ຍັງ​ໄດ້​ເຕືອນ​​ເປັນ​ພິ​ເສດ​ວ່າ, ໃນ​ເວລາ​ທີ່ຖື​ໂອກາດ​ວາງ​ແຜນ​ພັດທະນາ​ຂົງ​ເຂດລະດັບ​ຊາດ​ເພື່ອ​ດຳ​ເນີນ​ກາ​ນລົງທຶນ​ທີ່​ກ່ຽວຂ້ອງນັ້ນ, ​ແຫ່ງ​ຕ່າງໆຄວນລະວັງ​ຫຼົບ​ຫຼີກ​ບໍ່​ໃຫ້​ຄວາມ​ສາມາດ​ການ​ຜະລິດ​ເຫຼືອ​ເຟືອ​ອີກ.


ການ​ລົງທຶນ​ຢູ່​ແຫ່ງ​ຕ່າງໆ​ຕ້ອງ​ຫຼີກ​ເວັ້ນບໍ່​ໃຫ້​​ເກີດມີສະພາບ​ທີ່ກໍ່ສ້າງ​ຊ້ຳຊ້ອນ​ກັນ​​ອີກ,ຈະ​ພາ​ໃຫ້ຄວາມ​ສາມາດ​ຜະລິດ​ເ​ຫຼື​ອ​ເຟືອຮອບ​ໃຫມ່​,​ໂດຍ​ສະ​ເພາະ​ແມ່ນ​ຕ້ອງ ປ້ອງ​ກັນ​ບໍ່​​ເກີດຄວາມ​ສ່ຽງທີ່​ການ​ກໍ່ສ້າງ​​ແບບຊ້ຳຊ້ອນ​ກັນ​​​ເທື່ອໃຫມ່​​ ຍ້ອນ​ການ​ລົງ​ທຶນ​​ເພີ່ມ​ຂຶ້ນ​ຫຼາຍ,​ ແລະປ້ອງ​ກັນ​ບໍ່​ໃຫ້​ເກີດ​​ມີ​ຄວາມ​ສ່ຽງ​ດ້ານ​ຫນີ້​ສິນ​ທີ່​​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ເດືອນ​ກຸມພາ​ປີ​ນີ້, ຈີນ​ໄດ້​ຮຽກຮ້ອງ​ໃຫ້​ແຫ່ງ​ຕ່າງໆ​​ຍົກ​ເລີກຂະ​ແຫນງ​ການ​ຈຳນວນ​ຫນຶ່ງ​ທີ່ມີຄວາມ​ສາມາດ​ຜະລິດຫຼ້າ​ຫຼັງນັ້ນ​ຕື່ມ​ອີກ​ ດ້ວຍ​ຮູບ​ການ​ດ້ານ ເອກະສານຂອງ​ລັດຖະບານ, ຂະ​ແຫນງ​ການ​ເຫຼົ່າ​ນີ້​ກ່ຽວ​ພັນ​ເຖິງ ​ພະລັງງານ​ໄຟຟ້າ, ​ຖ່ານ​ຫີນ,ຂາງ​ແລະ​ເຫຼັກ​ກ້​າ,ຊີມັງ,​ໂລຫະ​ມີ​ສີ,ຖ່ານ​ໄຟ​ແດ, ຜະລິດ​ເຈ້ຍ,ນວດຫນັງ​ ​​​,​ການ​ພິມ​ແລະ​ຍ້ອມ​ສີ​ແລະ​ອື່ນໆ, ​ພ້ອມ​ທັງຮຽກຮ້ອງ​ໃຫ້​ແຫ່ງ​ຕ່າງໆ​ອີງ​ຕາມ​ສະພາບ​ຕົວ​ຈິງ,ວາງຫນ້າ​ທີ່​ເປົ້າ​ຫມາຍົກ​ເລີກຂະ​ແຫນງ​ການ​ຈຳນວນ​ຫນຶ່ງທີ່​ມີຄວາມ​ສາມາດ​ຜະລິດຫຼ້າ​ຫຼັງທີ່​ຂອບ​ເຂດ​ກວ້າງ​ກວ່າ​ເກົ່າ​ແລະ​ມາດຕະຖານ​ສູງ​ກວ່າ​ເກົ່າ. ​ໃນການ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ​ເມສາ​ນີ້, ທ່ານ​ເຈີ້​ງລີ້ຊິ່ນ, ຮອງ​ຫົວຫນ້າ​ກົມ​ນະ​ໂຍບາຍ​ອຸດສາຫະກຳ​ຂອງ​ກະຊວງ​ອຸດສາຫະກຳ​ແລະ​ເຕັ​ກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ກ່າວ​ວ່າ,ຈີນ​ຈະ​​ຕົກລົງ​ເປົ້າ​ຫມາຍການ​ປ່ຽນ​ແປງດ້ານປະລິມານ​ການ​ຜະລິດແລະ​​ແບ່ງແຍກ​ທາດຂອງ​ບາງຂະ​ແຫນງ​ການ​ຢ່າງ​ຈະ​ແຈ້ງ​,​ເພື່ອປັບປຸງ​ນະ​ໂຍບາຍ ອະນຸຍາດຜະລິດ​ຕະພັນ​ອຸດສາ​ຫະກຳ​ເຂົ້າ​ຕະຫຼາດ​ໃຫ້ສົມບູນຂຶ້ນ,ພ້ອມ​ດ້ວຍ ມາດ​ຕະການ​ຕ່າງໆ ​ເຊັ່ນ​ວ່າ:ການ​ສ້າງ​ຕັ້ງ​ກົນ​ໄກ​ປະສານ​ງານ​ລະຫວ່າງພະ​ແນ​ກ ຕ່າງໆ​ແລະ​ອື່ນໆ​,ເພື່ອ​ຈັດ​ຕັ້ງ​ປະຕິບັດ​​ແລະ​ຊຸກຍູ້ວຽກ​ງານຍົກ​ເລີກຂະ​​ແຫນງ​ການຈຳ ນວນ​ຫນຶ່ງ​ທີ່​ມີ​ຄວາມ​ສາມາດ​ຜະລິດຫຼ້າ​ຫຼັງ. 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ