ຈີນ​ຈະ​ຍຶດ​ໝັ້ນ​ເພີ່ມ​ຄວາມ​ເຂັ້ມ​ງວດ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຢ່າງ​ບໍ່​ລົດ​ລະ

(GMT+08:00) 2010-04-26 16:40:15     cri

ວັນ​ທີ26​ເມສານີ້​ແມ່ນ​ວັນ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ໂລກ​ເທື່ອ​ທີ10,ຫົວ​ຂໍ້​​ຂອງ​ປີ​ນີ້​ແມ່ນ: "ການ​ປະ​ດິດ​ສ້າງ​ເຮັດ​ໃຫ້ທົ່ວ​ໂລກ​ຕິດ​ຕໍ່​ກັນ".ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກົມ​ສິດ​ຊັບ​ສິນ ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ​ກ່າວ​ຢູ່​ທີ່​ປັກ​ກິ່ງ​ວ່າ,​ເມື່ອ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ມາ​ເປັນ​ເວລາ 30​ກວ່າ​ປີ​ແລ້ວ,​ຂອບ​ກົດ​ໝາຍ​ດ້ານ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາ​ງ​ປັນຍາ​ຂອງ​ຈີນ​ໄດ້​ສ້າງ​ຂຶ້ນ​ໃນ​ຂັ້ນ​ພື້ນ​ຖານ​ແລ້ວ,ສິ່ງ​ແວດ​ລ້ອມ​ຂອງ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໄດ້​ດີ​ຂຶ້ນ​ຢ່າງ​ຈະ​​ແຈ້ງ. ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈະ​ສະ​ໜອງ​ການ​ບໍ​ລິ​ການ​ດ້ານ​ການ​ປົກ​ປ້ອງ​ສິດ​ຊັບ ສິນ​ທາງ​ປັນ​ຍາ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຊ່ວຍ​ເຫຼືອ​ການ​ປະ​ດິດ​ສ້າງ​ຂອງ​ວິ​ສາ​ຫະກິດ.​

​ເດືອນ​ຕຸລາ​ປີ2000,ອົງການ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ໂລກ​ຕົກລົງ​ວ່າ,​ເລີ່​ມ​ແຕ່​ປີ2001 ​ເປັນຕົ້ນ​ໄປ,​ຖືເອົາ​ວັນ​ທີ​26​ເມ​ສາ​ຂອງ​ທຸກ​ປີ​ເປັນ​"ວັນ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ໂລກ",​ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ປູກ​ຈິດ​ສຳ​ນຶກ​ທີ່​ເຄົາ​ລົບ​ນັບ​ຖື​ຄວາມ​ຮູ້,​ຍົກ​ສູງ​ວິ​ທະ​ຍາ​ສາດ​ແລະ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ,​ກໍ່​ສ້າງ​ສິ່ງ​ແວດ​ລ້ອມ​ດ້ານ​ກົດ​ໝາຍ​ທີ່​ສົ່ງ​ເສີມ​ການ​ປະດິດ​ສ້າງ​ຄວາມ​ຮູ້​ແລະ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.​

ມາ​ຮອດ​ປັດຈຸບັນ, ຈີນ​ໄດ້​ສ້າງ​ບ່ອນ​ທົດ​ລອງ​ຫັນ​ຫມາກຜົນ​​ສິດ​ທິບັດລະດັບ​ຊາດ​ໃຫ້​ເປັນ​ອຸດສາຫະກຳ​ຢ່າງແທ້​ຈິງ 15 ບ່ອນ​ແລະ​ສູນ​ຄ້າຂາຍ​ແລະ​ວາງສະ​ແດງ​ເຕັກນິກ​ລິ​ຂະ​ສິດ​ລະດັບ​ຊາດ 42 ບ່ອນ.ນອກ​ນີ້, ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ຍັງ​ໄດ້ສ້າງບ່ອນ​ແລກປ່ຽນ​ວຽກ​ງານ​ດ້ານ​ລິ​ຂະ​ສິດ 75 ບ່ອນ​ໃນ​ທົ່ວ​ປະ​ເທດ​ເພື່ອ​ໃຫ້ການ​ບໍລິການ​ດ້ານ​ນີ້​ຢ່າງ​ທັນ​ການ​ແລະ​ບັງ​ເກີດ​ຜົນ​ແກ່​ວິ​ສາ​ຫະກິດ.ປີ​ກາຍ​ນີ້,​ໃນສະພາບທີ່​ຖືກ​ວິ​ກິດ​ການ​ການ​ເງິນ​ສາກົນ​ກະທົບກະ​ເທືອ​ນ,ຈຳນວນ​ຜູ່ຮ້ອງ​ຂໍຈົດ​ລິ​ຂະ​ສິດ​ທີ່​ພາກສ່ວນ​ທີ່​ກ່ຽວຂ້ອງ​ຮັບ​ເອົາ​ນັ້ນຍັງ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ 2008​ເກືອບ 18%, ​ເກືອບ​ມີ 9 ​ແສນ 8 ຫມື່ນ​ກວ່າ​ສະບັບ.

ທ່ານ​ທຽນ​ລີ້​ພູ,ຫົວຫນ້າ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ:

ປີ​ນີ້, ພວກ​ເຮົາ​ຈະຫມູນອ້ອມ​​ໂຄງການ​ສຳຄັນ​ດ້ານ​ວິທະຍາສາດ​ເຕັກນິກ​ລະດັບ​ຊາດ​ທີ່​ສຳຄັນ​ແລະຂະ​ແຫນງ​ການອຸດສາຫະກຳ​ທີ່​ຈະ​ເລີ​ນ​ໃຫມ່​ທີ່​ມີ​ລັກສ​ະນະ​ຍຸດ​ທະ​ສາດ,​ເພີ່ມ​ງົບປະມານ​ສະຫນັບສະຫນູນ​ໃຫ້​ຫລາຍ​ກວ່າ​ເກົ່າ,ສືບ​ຕໍ່​ເພີ່ມ​ການ​ລົງ​ໂທດ​ຕໍ່​ຜູ່​ລ່ວງ​ລະ​ເມີດສິດ​ຊັບ​ສິນ​ທາງ​ປັນຍາ;ພະຍາຍາມ​ເປີດ​ກວ້າງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ຕ່າງປະ​ເທດ,ຕັ້ງຫນ້າ​ເຂົ້າຮ່ວມ​ການວາງ​ກົດ​ລະບຽບສາກົນ, ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ສິດທິ​ບັດແລະ​ການ​ບໍລິການສິດ​ຊັບ​ສິນ​ທາງ​ປັນຍາ​ຢູ່​ຕ່າງປະ​ເທດ,ນຳພາ​ວິ​ສາ​ຫະກິດ​ຕັ້ງຫນ້າ​ເຂົ້າຮ່ວມ​ການ​ແຂ່ງຂັນ​ແລະ​ຮ່ວມ​ມື​ກັບ​ສາກົນ​ໃນດ້ານ​ສິດ​ຊັບ​ສິນ​ທາງ​ປັນຍາ, ລັດຖະບານ​ຈີນ​ຈະ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ຢ່າງຫມັ້ນຫນຽວ​ບໍ່​ລົດ​ລະ, ​ເຮັດ​ໃຫ້​ສະພາບ​ແວດ​ລ້ອມ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢູ່​ຈີນນັບ​ມື້​ນັບ​ດີ​ຂຶ້ນ.

ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ທີ່​ຈະ​ໄຂ​ຂຶ້ນ​ແມ່ນ​ເວທີ​ແຫ່ງ​ໜຶ່ງ​ທີ່​ເຕົ້າ​ໂຮມສະຕິ​ປັນຍາ​ຂອງ​ທົ່ວ​ໂລກ, ​ເຮັດ​ແນວ​ໃດຈິ່ງ​ຈະ​ຮັບປະກັນສິດຊັບ​ສິນ​ທາງ​ປັນຍາ​ຂອງ​ໝາກຜົນ​ເຫຼົ່າ​ນີ້​ບໍ່​ຖືກ​ລ່ວງ​ລະ​ເມີດ​ແມ່ນ​ບັນຫາ​ສຳຄັນ​ທີ່​ຝ່າຍ​ຕ່າງໆ​ສົນ​ໃຈ​ນຳ. ຕໍ່​ເລື່ອງ​ນີ້, ທ່ານຫຼີກົວສຽງ, ຫົວ​ໜ້າ​ພະ​ແນ​ກສິດ​ຊັບ​ສິນ​ທາ​ງປັນຍາ​ຂອງ​ນະຄອນ​ຊຽງ​ໄຮ​ກ່າວ​ວ່າ:

"ພວກ​ເຮົາ​ໄດ້​ຕັ້ງ​ສູນ​ບໍລິການ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງຜູ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຢູ່​ເຂດ​ວາງສະ​ແດງ, ​ແລ້ວ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ, ​ແລະ​ໄດ້​ເປີດ​ສາຍ​ດ່ວນ​ຮັບ​ການ​ລາຍ​ງານ​ການລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ງານ​ວາ​ງສະ​ແດງ​ໂລກ​ຊຽງ​ໄຮ, ຊຳລະ​ແກ້​ໄຂ​ການ​ລາຍ​ງານ​ກ່ຽວ​ກັບ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ວ່ອງ​ໄວ, ​ແລະ​ຕັ້ງ​ອົງການ​ສະ​ເພາະຂຶ້ນ, ​ເພື່ອ​ພິຈາລະນາ​ຄະດີ​ທີ່​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ງານ​ວາງສະ​ແດງ​. ​ໂດຍ​ຜ່ານ​ການ​ປະສານ​ງານ​ລະຫວ່າງ​ພາກສ່ວນ​​ແລະ​ເຂດ​ແຄວ້ນ, ​ສືບສວນ​ລົງ​ໂທດ​ການ​ກະທຳ​ທີ່​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນາ​ຂອງ​ຜູ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ."

​ໃນ​ໄລຍະ​ອາທິດ​​ໂຄສະນາ​ປີ​ນີ້, ໜ່ວຍ​ອາສາ​ສະໝັກທີ່​ມີ​ເປົ້າ​ໝາຍ​ບໍລິການ​ຮັກສາ​ສິດ​ຊັບ​ສິນ​ທາງ​ປັນຍາ​ໜ່ວຍ​ທຳ​ອິດ​ຂອງ​ປັກ​ກິ່ງ​ໄດ້​ປະກາດ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ. ອາສາ​ສະໝັກ​ເກືອບ 200 ຄົນ​ທີ່​ອາຍຸ​ແຕ່ 18 ປີຫາ 60 ປີ​ຈະ​ປະສານ​ງານ​ກັບ​ອົງການ​ຈັດຕັ້ງ​ແລະ​ພາກສ່ວນທີ່​ກ່ຽວຂ້ອງ​ໂຄສະນາ​ຄວາມ​ຮູ້​ແລະ​ລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ຢູ່​ເຂດ​ຊຸມ​ຊົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ