ຈີນ​ເພີ່ມ​ການ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ຫຼັງວິ​ກິດ​ການ​ການ​ເງິນ

(GMT+08:00) 2010-04-28 16:46:44     cri

ໃນ​ໂອກາດ​ວັນກຳມະກອນ​ສາກົນ​ໃກ້​ຈະ​ມາ​​ເຖິງນີ້ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢາງ​ຈື້ໝິງ, ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ຊັບພະຍາກອນ​ມະນຸດແລະ​ປະກັນ​ສັງຄົມ​ຈີນ​ໄດ້​ເຜີຍ​​ແຜ່ຂໍ້​ມູນ​ຕ່າງໆ​ກ່ຽວ​ກັບ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​, ຂໍ້​ມູນ​ເຫຼົ່າ​ນີ້​ມີ: ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ຂອງ​ຈີນ​ມີ​ປະມານ 230 ລ້ານ​ຄົນ; ພາຍ​ໃຕ້​ການ​ກະທົບ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ, ລັດຖະບານ​ຈີນ​ໄດ້​ຈ່າຍ​ເງິນ​​ເດືອນ​ເພີ່ມ​​ເຕີມ​ໃຫ້​​ເຂົາ​ເຈົ້າ​ປະມານ 1 ລ້ານ 5 ​ແສນ​ຄົນ. ພ້ອມ​ກັນ​ນັ້ນ​ຈີນຈະ​ເພີ່ມ​ນະ​ໂຍບາຍ​ທີ່​ຮັບປະກັນ​ໃຫ້ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ໃນ​ດ້ານ​ລາຍ​ໄດ້, ການ​ອົບຮົມວິຊາ​ຊີບ, ​ໃຫ້ການ​ສຶກສາ​​ແກ່ລູກ​ຂອງ​​ເຂົາ​ເຈົ້າ​ແລະ​ຊີວິດ​ທາງ​ຈິດ​ໃຈ​ເປັນ​ຕົ້ນ, ບັນຫາ​ການ​ຂຶ້ນສຳມະ​ໂນ​ຄົວ​​ຢູ່​ຕົວ​ເມືອງ​ທີ່​ເຂົາ​ເຈົ້າ​ສົນ​ໃຈຫຼາຍ​ນັ້ນ​ກໍ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ວ່ອງ​ໄວກວ່າ​ເກົ່າ.

ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ແມ່ນ​ຄຳ​ສັບ​ສະ​ເພາະ​ຂອງ​ຈີນທີ່ໝາ​ຍ​ເຖິງຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​​ໃນຂະ​ບວນການ​ທີ່​ຈີນ​​​ເລີ່​ມປະຕິບັດ​ການ​ປະຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ, ຫັນ​ເປັນ​ອຸດສາຫະກຳ​ແລະ​ຕົວ​ເມືອງ. ວັນ​ທີ 28 ​ເມສາ​ນີ້, ທ່ານ​ຢາງ​ຈື້ໝິງ, ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ຊັບພະຍາກອນ​ມະນຸດແລະ​ປະກັນ​ສັງຄົມ​ຈີນ​ໄດ້​ແຈ້ງ​ສະພາບ​ການ​ວຽກ​ງານທີ່​ຍົກຍ້າຍ​ກຳລັງ​ແຮງ​ງານ​ຂອງ​ຊົນນະບົດ​ແລະ​ຮັບປະກັນ​ສິດ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ຕໍ່​ຄະນະ​ປະຈຳ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ. ​

ໃນ​ນັ້ນ, ບັນຫາ​ການ​ປະຕິ​ຮູບລະບຽບ​ການ​ສຳມະ​ໂນ​ຄົວ​ຂອງ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ແມ່ນ​​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ທີ່​ສຸດ. ທ່ານ​ຢາງ​ຈື້ໝິງກ່າວ​ວ່າ, ຕໍ່​ໄປ, ຈີນ​ຈະນັ້ນ​ໃສ່​ການ​ປັບປຸງ​​ເງື່ອນ​ໄຂ​ດຳລົງ​ຊີວິດ​ຢູ່​ຕົວ​ເມືອງ​ຂອງ​ຊາວ​ກະສິກອນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ, ຊຸກຍູ້​ໃຫ້​ຊາວ​ກະສິກອນ​ເຫຼົ່າ​ນີ້​ຍ້າຍ​ໄປ​ຢູ່​ຕົວ​ເມືອງ.ທ່ານ​ຢາງ​ຈື້ມີ​ງກ່າວ​ວ່າ:​​​​"ສົ່ງ​ເສີມ​ໃຫ້​ຕົວ​ເມືອງ​ທີ່​ມີ​ເງື່ອນ​ໄຂ​ຮັ​ບ​ເອົາ​ຊາວ​ກະສິກອນທີ່​ມີ​ອາ​ຊີບ​ໝັ້ນ​ຄົງ​ແລະ​ດຳ​ລົງ​ຊີວິດຢູ່​​ໃນ​ຕົວ​ເມືອງ​ມາ​ຫຼາຍ​ປີ​ແລ້ວ​ນັ້ນ​ເຂົ້າ​ໃນ​ລະ​ບົບ​ເຮືອນ​ຢູ່​ລັກ​ສະ​ນະ​ຮັບ​ປະ​ກັນ​ຂອງ​ຕົວ​ເມືອງ,​ຄົ້ນ​ຄວ້າ​ສ້າງ​ຕັ້ງ​ລະ​ບອບ​​ເຮືອນ​ຢູ່​ທີ່​ໃຫ້​ກຳ​ມະ​ກອນ​ເຊົ່າ​ເຮືອນ​ສາ​ທາ​ລະ​ນະ,​ໃຊ້​ຫຼາຍ​ຊ່ອງ​ທາງ​ເພື່ອ​ເລັ່ງ​ລັດ​ປັບ​ປຸງ​ເງື່ອນ​ໄຂ​ເຮືອນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ.​ເລັ່ງ​ລັດ​ປະ​ຕິ​ບັດ​ນະ​ໂຍບາຍ​ທີ່​ຜ່ອນ​ຍານ​ເງື່ອນ​ໄຂ​ຕໍ່​ການ​ຂຶ້ນ​ສຳ​ມະ​ໂນ​ຄົວ​ຢູ່​ໃນ​ຕົວ​ເມືອງ​ຂະ​ໜາດ​ກາງ​ຂະໜາດ​ນ້ອຍ,​ໂດຍ​ສະ​ເພາະ​ແມ່ນ​ເມືອງ​ທີ່​ເປັນ​ເທດ​ສະ​ບານ,​ຊຸກ​ຍູ້​ໃຫ້​ຜູ່​ທີ່​ມີ​​ເງື່ອນ​ໄຂ​ຂຶ້ນ​ສຳ​ມະ​ໂນ​ຄົວ​ຢູ່​ໃນ​ຕົວ​ເມືອງ​​ໃຫ້​ມີ​ສິດ​ແລະ​ຜົນ​ປະ​ໂຫຍດ​ເທົ່າ​ທຽມ​​ກັບ​ຄົນ​ໃນ​ຕົວ​ເມືອງ."ພ້ອມ​ກັນນັ້ນ,ສິ່ງ​ທີ່​ໜ້າ​ສົນ​ໃຈ​ຍັງ​ມີ​ການ​ປ່ຽນ​ແປງ​ໃໝ່​ຂອງ​ຄົນ​ກຸ່ມ​ນີ້.ທ່ານ​ຢາງ​ຈື້ມີ​ງກ່າວ​ວ່າ:"ດຽວ​ນີ້​ມີ​ຄົນ​ນັບ​ມື້​ນັບ​ຫຼາຍມັກອອກ​ຈາກ​ບ້ານ​ໄປ​ເຮັດ​ວຽກຢູ່​ຕ່າງ​ຖິ່ນ;​ສ່ວນ​ຫຼາຍ​ແມ່ນ​ຄົນ​ລຸ້ນ​ໃໝ່​ທີ່​ມີ​ອາຍຸ​ຕ່ຳ​ກວ່າ30​ປີ,​ລະ​ດັບ​ວັດ​ທະ​ນະ​ທຳ​ກໍ່​ສູງ​ກວ່າ​ແຕ່​ກ່ອນ;​ບ່ອນ​ທີ່​ຮັບ​ເອົາ​ເຂົາ​ເຈົ້າ​ເຂົ້າ​ເຮັດ​ວຽກ​ຕົ້ນ​ຕໍ​ກໍ​ແມ່ນ​ເຂດ​ພາກ​ຕາ​ເວັນ​ອອກ,​ແຕ່​ມາດ​ຕາ​ສ່ວນ​ມີ​ການ​ຫຼຸດ​ລົງ;​ແລະ​ທີ່​ສຳ​ຄັນ​ແມ່ນ​ລາຍ​ໄດ້​ຂອງ​ເຂົາ​ເຈົ້າ​ເພີ່ມ​ຂຶ້ນ​ທຸກ​ປີ."
 
 ນະ​ໂຍບາຍ​ຕ່າງໆທີ່​ລັດຖະບານຈີນຕັ້ງ​ຫນ້າ​ຊຸກຍູ້ເຊັ່ນ​ວ່າ:ຊຸກຍູ້​ໃຫ້ຊາວ​ກະ ສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ແລະ​ຊຸກຍູ້​ໃຫ້​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ ​ມີ​​ເງິນ​ເດືອນເພີ່ມຂຶ້ນ,​ເພີ່ມ​ການ​ອົບ​ຮົມດ້ານວິຊາ​ຊີບ​ໃຫ້ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ແລະ​ອື່ນໆ​​ໄດ້ຮັບປະກັນ​ການ​ປ່ຽນ​ແປງ​ດັ່ງກ່າວຢ່າງ​ຈະ​ແຈ້ງ. ພາຍ​ໃຕ້​ຜົນ​ກະທົບ​ຂອງ​ວິ​ກິດ​ການການ​ເງິນ, ຈີນ​ໄດ້​ນຳ​ໃຊ້​ໂຄງການ​ທີ່​ລັດຖະບານ​ໃຊ້​ງົບກໍ່ສ້າງ​ນັ້ນ​ປະກາດຮັບ​ເອົາຊາວ​ກະສິກອນທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ຢ່າງ​ຫຼວງຫຼາຍ,​ ​ເພື່ອ​ສ້າງ​ໂອກາດ​ມີວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ເຂົາ​ເຈົ້າ,ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະຫນາດ​ໃຫຍ່​ບໍ່​ໃຫ້ຫຼຸດຈຳນວນ​ຫຼື​ຫຼຸດຈຳນວນ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ໃນ​ຈຳນວນ​ຫນ້ອຍ, ພ້ອມ​ທັງ​ຍັງອອກ​ແຮງ​ແກ້​ໄຂ​ບັນຫາ​ຖ່ວງ​ດຶງ​ການ​ຈ່າຍ​ເງິນ​ເດືອນ​ໃຫ້​ເຂົາ​ເຈົ້າຂອງ​ເຈົ້າ​ຂອງ​ບໍລິສັດ​ໂຮງ​ຈັກ​ໂ6ງງານ.ດ້ວຍ​ເຫດ​ນີ້, ​ເຖິງ​ວ່າ​ນີ້ໄດ້ຮັບຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ກໍ​ຕາມ, ​ແຕ່​ປີ 2009ຜ່ານ​ມາ, ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ ຍັງ​ໄດ້​ເພີ່ມ​ຂື້ນ​ 4 ລ້ານ​ 9 ​ແສນ2 ຫມື່ນຄົນ​ເມື່ອ​ທຽບ​ກັບ ປີ2008,​ແລະຊາວ​ກະສິກອນ​ເກືອບ 1 ລ້ານ 5 ​ແສນ​ຄົນ​ກໍ່ໄດ້​ຮັບ​ເງິນ​ເດືອນ​ແລະ​ຄ່າ​ຕອບ​ແທນ​ທີ່​ໄດ້ຖືຖ່ວງດຶງ​ການ​ຈ່າຍ​ເງິນ​ເດືອນ​ແລ້ວ.

ໃນ​ດ້ານ​ຄວາມ​ປອດ​ໄພ​ດ້ານອາຊີບ, ​ເຂົາ​ເຈົ້າບໍ່​ພຽງ​ແຕ່ ​ໄດ້​ຮັບ​ການ​ອົບຮົມ​ດ້ານ​ຄວາມ​ປອດ​ໄພ​ເຖິງລ້ານ​ຄົນ​ເທົ່າ​ນັ້ນ, ການປັບປຸງຄວາມ​ປອດ​ໄພ​ດ້ານ​ອາຊີບ​ໂດຍ​ສະ​ເພາະ ​ກໍ່​ໄດ້ຮັບ​ການ​ປັບປຸງ​ຢ່າງ​ບັງ​ເກີດ​ຜົນ. ສ່ວນ​ລູກຂອງ​​ເຂົາ​ເຈົ້າ 80% ​ໄດ້​ຮັບ​ການ​ສຶກສາ​ພາກ​ບັງຄັບ​ໂດຍບໍ່​ຕ້ອງ​ເສຍຄ່າ​ຢູ່​​ໂຮງຮຽນ​​ໃນຕົວ​ເມືອງ.


ວັນ​ທີ 28 ​ເມສາ​ນີ້,ທ່ານ​ຢາງ​ຈີ້​ມິ​ງ ​ຍັງ​​ເປີດ​ເຜີຍ​ວ່າ, ລັດຖະບານ​ຈີນ​ຈະ​ຈັດ​ເອົາວຽກ​ງານ​ຂອງຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ທີ່​ກັບ​ຄືນ​ຊົນນະບົດເຂົ້າໃນ​ແຜນ ການ​​ພັດທະນາ​ເສດຖະກິດ​​ສັງຄົມ​​ແຫ່ງ​ຊາດ​ ໃນ 5 ປີ​ຕໍ່ຫນ້າ.
 
 
 

 
 
 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ