ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ ຈະ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ດີກ​ວ່າ​ເກົ່າ

(GMT+08:00) 2010-04-30 17:43:14     cri
ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ໃນ​ຄ່ຳຄືນ​ວັນ​ທີ 30 ​ເມສາ​ນີ້, ​ທ່າມກາງ​ແສງ​ສີ​ສຽງ​ຂອງ​​ດອກ​ໄມ້ໄຟ​ທີ່​ສວຍ​ງາມສະ​ແຫ​ວາງສະ​ໄຫວ​ຕາມ​ທ້ອງຟ້າ ​ແຄມ​ແມ່​ນ້ຳ​ຫວງ​ຜູ​ຂອງ​ນະ​ຄອນ​ຊຽງ​ໄຮ​, ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ປີ 2010 ​​ໄດ້ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ພາຍ​ໃນ 6 ​ເດືອນ​ຕໍ່ຫນ້າ,  246 ປະ​ເທດ​ແລະ​ອົງການຈັດ​ຕັ້ງ​ສາກົນ ​ຈະວາງ​ສະ​ແດງ​ເຕັກ​ໂນ​ໂລ​ຊີ​ແລະ​ວັດທະນະທຳ​​, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຫົວ​ຂໍ້ທີ່​ວ່າ:"ຕົວ​ເມືອງ​ທີ່​ດີກ​ວ່າ,ຊີວິດ​ທີ່​ດີກ​ວ່າ"ຢ່າງ​ມີ​ຊີວິດ​ຊີວາ​ໃນ​​ເຂດ​ງານ​ວາງສະ​ແດງ​ໂລກ​ທີ່​ກວມເນື້ອ​ທີ່ 5,28 ກິ​ໂລ​ຕາແມັດ, ຄົນ​ທັງຫຼາຍ​ບໍ່​ພຽງ​ແຕ່​ຈະ​ໄດ້​ເຫັນ​ຫມາກຜົນ​ດ້ານອາ​ລິ​ຍະ​ທຳ​ທີ່​ທັນສະ​ໄຫ​ມທີ່​ສຸດ​ໃນ​ໂລກ​​ເທົ່າ​ນັ້ນ,ຍັງ​ຈະມີ​ການ​ສຳ​ຜັດ​ກັບ​ການ​ແລກປ່ຽນ​ແລະຕິດ​ຕໍ່​ພົວພັນ​ລະຫວ່າງວັດທະນະທຳ​ຂອງ​ປະ​ເທດ​ຕ່າງໆ, ​ສ້າງຄວາມ​ມຸ້ງ​ມາດ​ປາຖະຫນາ​​ສູງ​ສຸດ​​ໃຫ້​ແກ່​ຊີວິດອັນ​ຈົບງາມ​ຂອງມວນ​ມະນຸດ​​ໃນ​ອ​ະນາ​ຄົດ. ຕໍ່​ໄປ​ເຊີນ​ຟັງ​ການ​ລາຍງານ​ລະອຽດ:
ໄດ້​ຮ້ອຍ​ກວ່າ​ປີ​ມາ​ແລ້ວ, ງານ​ວາງສະ​ແດງ​ໂລກ​ໄດ້​ເ​ລີ່ມຕົ້ນຈາກ​ເອີ​ລົບ​ໄປ​ສູ່​ອາ​ເມ​ລິ​ກາ​​ເຫນືອ, ​ແລະ​ຈາກ​ອາ​ເມ​ລິ​ກາ​​ເຫນືອໄປ​ສູ່​ອາຊີ, ການ​ປະດິດ​ສ້າງ​ໃຫມ່​ແມ່ນ​​ເນື້ອ​ໃນ​ແທ້​ຈິງຂອງ​ງານ​ວາງສະ​ແດງ​ໂລກ​ມາໂດຍ​​ຕະຫຼອດ. ກໍ່ຍ້ອນ​ການ​ປະດິດ​ສ້າງ​​ໃຫມ່​ທີ່​ຕິດ​ພັນ​ກັບ​ສັນຍາ​ລັກພິ​ເສດ​ຂອງ​ຍຸກ​ສະ​ໄຫມ​ຢ່າງ​ແຫ​ນັ້ນ​ແຟ້ນ,  ​ໂທລະ ສັບ​​ເບ​ວ ​​ແລະ ເຄື່ອງ​ຫຼິ້ນ​ແຜ່ນສຽງ​ເອດີ​ເຊິ​ນ​ໃນງານ​ວາງສ​ະ​ແດງ​ໂລກ​ປາຣີຝຣັ່ງປີ 1878, ​ໂທລະພາບ​ແລະ​ມະນຸດ​ຈັກ​ໃນ​ງານ​ວາງສະ​ແດງ​ໂລກ​ນິວຢອກ​ປີ 1939,  ທາງລົດ​ໄຟ​ທີ່​ແລ່ນ​ດ້ວຍ​ແຮງ​ແມ່​​ເຫຼັກ​​​ແລະລົດ​ແທັກ​ຊີ ​Taxiສີຂຽວໃນ​ງານວາງສະ​ແດງ​ໂລກ​ອາ​ອິຈິຍີ່​ປຸ່ນປີ2005​ແລະ​ອື່ນໆ​ໄດ້​​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ຂອງ​ຄົນ​ທັງຫຼາຍ,​​​​​ແລະ​ໄດ້ປ່ຽນ​ແປງ​​ແບບ​ວິທີດຳລົງ​ຊີວິດ​ຂອງ​ມະນຸດ​ເຮົາ​.
 
ກົງ​ລໍ້​ປະຫວັດສາດ​ໄດ້​ໝູນມາ​ຮອດ​ປະຈຸ​ບັນ​ນີ້,​ເມື່ອ​ປະຊາກອນທົ່ວ​ໂລກ​ມີຫຼາຍກວ່າ​ເຄິ່ງ ໜຶ່ງດຳ​ລົງ​ຊີວິດ​ຢູ່​ໃນ​ຕົວ​ເມືອງ​ແລະ​ປະ​ເຊີນ​ໜ້າ​ກັບ​ໂອກາດ​ແລະ​ການ​ທ້າ​ທາຍ​ຕ່າງໆ​ໃນ​  ຕົ​ວ​ເມືອງ,ການພິຈາລະນາ​ເສັ້ນທາງ​ການພັດທະນາ​ຂອງ​ຕົວ​ເມືອງ​ໃນ​ອະນາຄົດ​ແລະ​ເນື້ອ​ໃນ​ຂອງ​ຊີວິດ​ການ​ເປັນ​ຢູ່ອັນ​ດີງາມ​ໃນ​ຕົວ​ເມືອງກໍ່​ກາຍ​ເປັນ​ຫົວ​ຂໍ້​ສຳຄັນ​ຂອງ​ມວນ​ມະນຸດ.ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ໄດ້​ຖື"ຕົນ​ເມືອງ"​ເປັນ​ຫົວຂໍ້ຫຼັກ,ທັງ​ໄດ້​ສະທ້ອນ​ເອກະລັກ​ພິ​ເສດ​ຂອງ​ຍຸກສະ​ໄໝ,ທັງ​ໄດ້​ສະໜອງ​ເວທີ​​ໃຫ້​ຜູ່​ເຂົ້າຮ່ວມ​ງານສະ​ແດງ​ຄວາມ​ສາມາດ​ດ້ານການ​ປະດິດ​ສ້າງ.ຄື:​ໃນ​ຫໍ​ຍີ່ປຸ່ນ​ທີ່​ຊື່ວ່າ"​ເກາະ​ຝັກຫຼອກສີ​ໝາກ​ຄໍ້",ທ່ານ​ຈະ​ເຫັນສິ່ງ​ກໍ່ສ້າງ​ທີ່​ຫັນ​ໃຈ​ໄດ້,ມະນຸດ​ກົນ​ທີ່ສີ​ໄວ​ໂອ​ລິນ​ເປັນ,​ແລະ​ຕົວ​ເມືອງຮຳ​ບວກ", ທ່ານ​ຈະ​ຮູ້ສຶກ​​ເຖິງຄວາມ​ສະບາຍ​ທີ່​ອຸນຫະພູມ​ໃນ​ຫ້ອງ​ຮັກສາ​ຢູ່​ໃນ​ລະດັບ25​ອົງສາ​ຢູ່​ສະ​ເໝີ​​ໂດຍ​ບໍ່​ຕ້ອງ​ໃຊ້​ອາຍ​ອຸ່ນ​ຫຼືແອ​ເຢັນ;ສ່ວນ​ຢູ່​ຫໍ​ອາ​ເມ​ລິ​ກາ​ທີ່​ຊື່ວ່າ"ຟາ​ມຢູ່​ເທິງ​ຫຼັງຄາ​ໃນ​ຕົວ​ເມືອງ",ທ່ານ​ຈະ​ພົບ​ຄວາມ​ມ່ວນ​ຊື່ນ​ທີ່​ເຮັດ​ນາຢູ່​ໃນ​ຕົວ​ເມືອງ……ໝາກຜົນ​ແຫ່ງ​ຄວາມ​ສິວິ​​ໄລ​ເຫຼົ່ານີ້​ສອດຄ່ອງ​ກັບ​ເອກະລັກ​ພິ​ເສດ​ຂອງ​ຍຸກ​ສະ​ໄໝ​ ​ຍ່ອມ​ຈະ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ໃນ​ອະນາຄົດ​ຂອງ​ມວນ​ມະນຸດຢ່າງ​ຫຼວງຫຼາຍ.
 
ງານ​ວາງສະ​ແດງ​ໂລກ​ບໍ່​ພຽງ​ແຕ່​ໄດ້​ວາງສະ​ແດງ​ຫມາກຜົນ​ແຫ່ງ​ຄວາມ​ສີວິ​ໄລ​ແລະ​ກຳລັງ​ແຮງ​ຕົວ​ຈິງ​​ແຫ່ງ​ຊາດ​ທໍ່​ນັ້ນ,ຍັງ​ແມ່ນ​ເວທີ​ສຳຄັນ​ທີ່​ຊຸກ​ຍູ້​ການ​ແລກປ່ຽນ​ແລະການ​ເຊື່ອມ​ໂຍງ​ກັນ​ລະຫວ່າງ​ວັດທະນະທຳ​ທີ່​ຫລາກ​ຫລາຍ.ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ກໍ່​ມີ​ບົດບາດແນວ​ນີ້​ຄື​ກັນ: ດານ​ມາກ​ໄດ້​ສົ່ງ​ຮູບ​ປັ້ນນາງ​ເງືອກ​ນ້ອຍ,ຝຣັ່ງ​ໄດ້​ສົ່ງ​ຮູບ​ແຕ້ມ​ຈິນຕະນາການແລະ​ຮູບ​ປັ້ນ​ຂອງ​ທ່ານໂລ​​ແດງ​ມາ,ອິນ​ເດຍ​ໄດ້​ສົ່ງ​ດາລານັກ​ສະ​ແດງ​ຂອງ​ໂບລິ​ວຸດ​ມາຮ່ວມ, ​ກາ​ນາ​ດາ​ໄດ້​ນຳ​ເອົາ​ການສະ​ແດງ​ຂອງ​ຄະນະ​ລະຄອນສັດ,​ສ່ວນ​ຈີນ​ໃນ​ຖານະ​ທີ່ເປັນ​ປະ​ເທດ​ເຈົ້າພາບຈະວາງສະ​ແດງ​ສິ່ງ​ລ້ຳ​ຄ່າ​ແຫ່ງ​ຊາດ​ຫລາຍອັນ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ເຫ​ນ່ຂອງ​ວັດທະນະທຳ​ຈີນ 5 ພັນ​ປີ​.​ໃນ​ຂະນະ​ດຽວ​ກັນນີ້, ຫໍ​ວາງສະ​ແດງ​ຕ່າງໆທີ່​ມີ​ສີສັນ​ພິ​ເສດ, ການສະ​ແດງທີ່​ມີຫລາຍ​ກວ່າ 100 ຮອບ​​ໃນ​ແຕ່ລະມື້, ລ້ວນ​ແຕ່​ເຮັດ​ໃຫ້​ວັດທະນະທຳ​ທີ່​ຫລາກ​ຫລາຍຂອງ​ທົ່ວ​ໂລກ​​ເຕົ້າ​ໂຮມ​ກັນ​ຢູ່​ແຫ່ງ​ນີ້.​ໃນ​ຖານະ​ທີ່ເປັນ​ປະ​ເທດ​ພວມ​ພັດທະນາ​ທີ່​ຈັດ​ງານ​ວາງສະ​ແດງ ຫລາຍໆ​ປະ​ເພດ​ເທື່ອ​ທຳ​ອິດ, ພາຍຫລັງ​ໄດ້​ຮັບ​ສິດ​​ເປັນ​ເຈົ້າພາບ​ແລ້ວ, ຈີນ​ໄດ້​​ໃຊ້​ເວລາກະກຽມ​ຢ່າງ​ລະອຽດ​ເປັນ​ເວລາ 8 ປີ.​ໃນ​ບັ້ນທ້າຍ​ຂອງ​ການ​ກະກຽມ​,​ທົ່ວ​ໂລກກໍ່​ໄດ້​ເກີດ​ວິ​ກິດ​ການ​ການ​ເງິນ,​ແຕ່​ຝ່າຍຕ່າງໆ​ທີ່​ຈະ​ເຂົ້າຮ່ວມ​ງານທັງ​ຫມົດ​ຍັງ​ໄດ້​ໄປ​ເຂົ້າຮ່ວມ​ງານ​ນີ້​ຕາມ​ການ​ນັດ​ໄວ້, ສາ​ເຫດ​ອັນ​ຫນຶ່ງ​ກໍ່​ຍ້ອນ​ວ່າງ​ານວາງສະ​ແດງ​ໂລກ​ໄດ້​ບັນທຶກ​ຄວາມ​ມຸ້ງ​ມາດ​ປາຖະຫນາ​ຕໍ່​ອະນາຄົດ​ທີ່​ສວຍ​ງາມ​ຂອງ​ມວນ​ມະນຸດ.ມັນ​​ແມ່ນ​ງານ​ຊຸມນຸມ​ຂະຫນາດ​ໃຫຍ່​ຂອງ​ມວນ​ມະນຸດ​ເພື່ອ​ສະ​ແຫວ​ງຫາ​ການ​ພັດທະນານຳ​ກັນ.​ໃນ​ໄລຍະຈັດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ,ປະ​ເທດ​ອາ​ຟຼີກາ​ໄດ້​ເຂົ້າຮ່ວມ​ງານ​ວາງສະ​ແດງ​ເທື່ອ​ທຳ​ອິດດ້ວຍ​ຮູບ​ແບບຫໍ​ວາງສະ​ແດງ​ປະສົມ.ບໍ່​ຈຳ​ແນ​ກປະ​ເທດ, ບໍ່​ຈຳ​ແນ​ກຜິວ​ພັນ,​ໃນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ, ທົ່ວ​ໂລກ​ຈະ​ເຕົ້າ​ໂຮມ​ກັນ​ຢ່າງ​ມ່ວນ​ຊື່ນ,ຈັບມື​ກັນ​ສ້າງ​ອະນາຄົດ​ທີ່​ດີງາມ. 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ