ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ2010​ຂອງ​ຈີນໄຂ​ຂຶ້ນ

(GMT+08:00) 2010-05-01 11:36:13     cri
ຕອນ​ຄ່ຳ​ວັນ​ທີ30​ເມສາ​ແລ້ວ​ນີ້, ງານ​ວາງສະ​ແດ​ງ​ໂລກ​ຊຽງ​ໄຮ​2010​ຂອງ​ຈີນໄດ້​ໄຂ​ຂຶ້ນ​ຢູ່​ແຄມ​ນ້ຳ​ຮວງ​ພູ, ​ໃນ184ວັນ​ຂ້າງໜ້າ​ນີ້, 246ປະ​ເທດ​​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ຂອງ​ໂລກ​ຈະ​ທຳ​ຄວາມ​ພະຍາ​ຍາມ​ເພື່ອ​ເປົ້າ​ໝາຍ​ຮ່ວມ, ຫາ​ລື​ຫົວ​ຂໍ້​ທີ່​ວ່າ"ຕົວ​ເມືອງ​ທີ່​ດີກ​ວ່າ, ຊີວິດ​ທີ່​ດີກ​ວ່າ". ນີ້​ແມ່ນ​ງານ​ວາງສະ​ແດ​ງ​ໂລກ​ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ການວາງສະ​ແດງ​ຫຼາຍ​ທີ່​ສຸດ​ໃນ159ປີ​ມາ​ນີ້, ກໍ່​ແມ່ນ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ທີ່​ພວມ​ພັດທະນາ​ເປັນ​ຄັ້ງ​ທຳ​ອິດ.

ຕອນ​ຄ່ຳ​ວັນ​ທີ30​ເມສາ​ແລ້ວ​ນີ້, ທ່ານ​ຫູ​ຈິນທ່າວ, ປະທານ​ປະ​ເທດ​ຈີນ​ແລະ​ຜູ້ນຳ​ຈີນ​ທ່ານ​ອື່ນໆ, ພ້ອມ​ດ້ວຍ​ປະ​ມຸກ​ລັດ​ແລະ​ຫົວໜ້າ​ລັດຖະບານ20ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ທີ່​ຈັດ​ຂຶ້ນ​ຢູ່​ສູນວັດທະນະທຳ​ຂອງງານ​ວາງສະ​ແດງ​ໂລກ. ​ໃນ​ພິທີ​ທີ່​ດຳ​ເນີນ​ປະມານ2ຊົ່ວ​​ໂມງ, ນັກ​ສິລະ​ປິນຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ​ໄດ້​ສະ​ແດງ​ລາຍການ, ສົ່ງ​ສັນຍານ​ສັນຕິພາບ​ແລະ​ມິດຕະ​ພາບ​ຕໍ່​ທົ່ວ​ໂລກ. ​ໃນ​ພິທີ​ໄຂ​ງານ, ທ່ານ​ວາງ​ຊີ​ສ່າ​ນ, ຮອງ​ນາຍົກ​ລັດຖະມົນຕີຈີນ, ທັງ​ເປັນ​ຫົວໜ້າ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ກ່າວ​ວ່າ, ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຈະ​ເປີດ​ປະຕູ​ຂອງ​ອະນາຄົດ, ຈີນ​ກໍ່​ຈະ​ສະໜອງ​ການ​ບໍລິການ​ທີ່​ດີ​ໃຫ້​ແຂກ​ຕ່າງປະ​ເທດ.

ນັບ​ແຕ່​ຈີນ​ຮ້ອງ​ຂໍ​ຈັດ​ງານ​ວາງສະ​ແດ​ງ​ໂລກ​ຢ່າງ​ສຳ​ເລັດ​ຜົນ​ໃນປີ2002ມາ​ນີ້, ຝ່າຍ​ຕ່າງໆ​ໄດ້​ທຳ​ຄວາມ​ພະຍາຍ​າມຢ່າງ​ລຳບາກ. ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ​​ໄດ້​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ຍ້ອນ​ວິ​ກິດ​ການ​ເສດຖະກິດ, ​ໄດ້​ສຳ​ເລັດ​ການ​ກໍ່ສ້າງ​ແລະຈັດ​ສັນ​ການ​ປະດັບ​ຫໍ​ວາງສະ​ແດງ​ຕາມ​ກຳນົດ, ພະຍາຍາມ​ສຸດ​ຂີດ​ເພື່ອສ້າງ​ຫໍ​ວາງສະ​ແດງ​ທີ່​ມີ​ຈຸ​ດພິ​ເສດຕໍ່​ໂລກ. ນະຄອນ​ຊຽງ​ໄຮ​ໄດ້​ວາງ​ງົບປະມານ​ປັບປຸງ​​ຄົມມະນາຄົມ​ແລະ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ, ​ເພື່ອ​ປະສານ​ສົມ​ທົບ​ກັບ​ງານ​ວາງສະ​ແດງ​ໂລກ, ​ເຮັດ​ໃຫ້​ຜູ້​ຊົມ​ຈະ​ໄດ້​ຊົມ​ໃຊ້​ການ​ບໍລິການ​ທີ່​ສະດວກ​ແລະ​ວ່ອງ​ໄວ. ອາສາ​ສະໝັກ1​ແສນ​ກວ່າ​ຄົນ​ຈະ​ສະ​ໜອງ​ການ​ບໍລິ​ການ​ຕ່າງໆ, ​ເຊັ່ນ​ໃຫ້​ຄຳ​ປຶກສາ, ນຳ​ທາງ, ​ແປ​ພາສາ​ແລະ​ອື່ນໆ​ຢູ່​​ໃນ​ເຂດ​ງານ​ວາ​ງ ສະ​ແດງບ່ອນ​ບໍລິການ​ອາສາ​ສະໝັກ​ໃນ​ເມືອງ. ປະຊາ​ຊົນ​ຊຽງ​ໄຮ​ກໍ່​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ"ຄອບຄົວ​ງານ​ວາງສະ​ແດງ​ໂລກ"ຢ່າງ​ຕັ້ງໜ້າ, ຕ້ອນຮັບ​ແຂກ​ຕ່າງ​ປະ​ເທດ​ໄປ​ຢູ່​ໃນ​ເຮືອນ​ເພື່ອ​ໃຫ້​ແຂກ​ຕ່າງປະ​ເທດເຂົ້າ​ໃຈ​ຄອບຄົວ, ຊີວິດ​ການ​ເປັນ​ຢູ່​ແລະ​ຕົວ​ເມືອງຂອງ​ຊຽງ​ໄຮ​ຫຼາຍ​ກວ່າ​ເກົ່າ.

ງານ​ວາງສະ​ແດງ​ໂລກ​ຄັ້ງ​ນີ້​ໄດ້​ສະ​ໜອງ​ເວທີ​, ​ເຮັດ​ໃຫ້​ປະຊາຊົນ​ເອົາ​ໃຈ​ໃສ່​ນຳການ​ພັດທະນາ​ໃນ​ອະນາຄົດ​ຫຼາຍ​ກວ່າ​ເກົ່າ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໂດຍ​ກົງ, ​ແລະ​ອອກ​ແຮງ​ແກ້​ໄຂ​ວິ​ກິດ​ການ​ເຫຼົ່າ​ນີ້. ​ໃນ​ພິທີ​ໄຂ​ງານ, ທ່ານ​ລາ​ເຟີ​ງ, ປະທານ​ກົມ​ວາງສະ​ແດງ​ສາກົນ​ໄດ້ສະ​ແດງ​ຄວາມ​ປາຖະໜາ​ແລະ​ຄວາມ​ອວຍພອນ​ຕໍ່​ງານ​ວາ​ງສະ​ແດງ​ເທື່ອ​ນີ້, ​​ເຖິງ​ວ່າ​ທ່ານ​ເວົ້າ​ພາສາ​ຈີນ​ບໍ່​​ຫຼ່ຽນ​ໄຫຼກໍ່​ຕາມ, ​ແຕ່​​ໄດ້​ສະ​ແດງ​ຄວາມ​ປາຖະໜາ​ຢ່າງ​ຈິງ​ໃຈ, ​ແລະ​ໄດ້​ຮັບ​ສຽງ​ຕົບມື​ອັນ​ຟົດ​ຟື້ນ, ຮອຍ​ຍິ້ມ​ແລະ​ຄຳ​ຍ້ອງຍໍ​ຈາກ​ຄົນ​ທັງຫຼາຍ​ຢູ່​ທີ່​ງານ. ທ່ານ​ກ່າວ​ວ່າ,

ໃນ​ຫຼາຍ​ສິບ​ປີ​ຕໍ່ໜ້າ​ນີ້, ປະຊາຊົນ​ໃນ​ຕົວ​ເມືອງ​ຈະ​ເພີ່ມ​ຂຶ້ນ​ເກືອບ​3ຕື້​ຄົນ, ງານ​ວາ​ງສະ​ແດງ​ໂລກ​ຄັ້ງ​ນີ້​ຈະ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ຮັບ​ຮູ້​ຫຼາຍກວ່າ​ເກົ່າ, ພະຍາຍາມ​ສ້າງ​ຕົວ​ເມືອງ​ທີ່​ພັດ​ທະນາ​ແບບ​ຍືນ​ຍົງ, ມີ​ຄວາມ​ຍຸດຕິ​ທຳ, ມີຄວາມ​ປອດ​ໄພ​ແລະ​ຄວາມ​ກົມກຽວ​ກັນຫຼາຍ​ກວ່າ​ເກົ່າ. ພວກ​ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ2010ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ຫຼັງ​ຈາກ​ນັ້ນ, ທ່ານ​ປະທານ​ຫູ​ຈິນທ່າວ​ໄດ້​ປະກາດ​ໄຂ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ. (ສຽງ3)
ຂ້າພະ​ເຈົ້າ​ຂໍ​ປະກາດ​, ງານ​ວາ​ງສະ​ແດງ​ໂລກ​ຊຽງ​ໄຮປີ2010ຂອງ​ຈີນ​ໄຂ​ຂຶ້ນ.

ໃນ​ເຄິ່ງປີ​ຕໍ່ໜ້າ​ນີ້, ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​70ລ້ານ​ຄົນ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ຈະ​ມາ​ຊົມ​ງານ​ວາງສະ​ແດງ, ​ເຂົາ​ເຈົ້າ​ຈະ​ໄດ້​ຊົມ​ຫໍ​ວາງສະ​ແດງ​ທີ່​ເປັນ​ຕົວ​ແທນ​ແກ່​ວັດ​ທະ​ນະ​ທຳຫຼາກ​ຫຼາຍ​​ຂອງ​ໂລກ​ແລະ​ເອກະລັກຂອງ​ປະ​ເທດ​ຕ່າງໆ, ຍັງ​ຈະ​ໄດ້​ຊົມ800ກວ່າ​ລາຍ​ການ​ສິລະ​ປະແລະ​ການສະ​ແດງ​ປະມານ2ໝື່ນ​ຮອບ​ຂອງ​ຫ້າ​​ທະວີບ. ຫໍ​ຕົວຢ່າງ​ຕົວ​ເມືອງ​ທີ່​ດີ​ເດັ່ນ​ທີ່​ສຸດ​ແລະ​ຫໍ​ແສງຕາ​ເວັນ​ຊີວິດ​ທີ່​ສ້າງ​ເປັນ​ເທື່ອ​ທຳອິດ​ໃນ​ງານ​ວາງສະ​ແດງ​​ໂລກ​ເທື່ອ​ນີ້, ກໍ່​ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ສຳຜັດ​ກັບ​ຄວາມ​ພະຍາ​ຍາມ​ຂອງ​ມະນຸດ​ໃນ​ການ​ແກ້​ໄຂ​ບັນຫາ​ຫຍຸ້ງ​ຍາກທີ່​ປະສົບ​ໃນ​ການ​ພັດທະນາ​ຕົວ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ