ປະຊາ​ຄົມ​ໂລກ​ຕັ້ງໜ້າ​ຕີ​ລາຄາ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ

(GMT+08:00) 2010-05-02 18:42:48     cri
ວັນ​ທີ1ພຶດ​ສະພາ​ນີ້,ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ເປີດ​ປະຕູ​ຢ່າງ​ເປັນ​ທາງ​ການ​ເພື່ອ​ຕ້ອນ​ຮັບ​​ແຂກຈີນ​ແລະ​ຕ່າງປະ​ເທດ,​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ແລະ​ການ​ຕີ​ລາຄາ​ສູງ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ທ່ານ​ວີ​ເລ​ມ ລາ​ຊີ ສວີ​ງ ຜູ້ອຳນວຍ​ການ​ໃຫຍ່​ອົງການ​ຍົກຍ້າຍ​ປະຊາຊົນ​ສາກົນ​ຍ້ອງຍໍ​ຫຼາຍ​ຕໍ່ຄຳ​ຂວັນ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ.

"​ແຕ່ລະ​ປີ ລະຫວ່າງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມີ​ປະຊາຊົນ​ຍົກຍ້າຍ​ 21 ລ້ານ4​ແສນ​ຄົນ,​ໃນ​ນັ້ນສ່ວນ​ຫຼາຍ​ໄປຫາ​ວຽກ​ເຮັດ​ງານ​ທຳໃນ​ຕົວ​ເມືອງ.ສະນັ້ນ, "ຕົວ​ເມືອງ​ທີ່​ດີກ​ວ່າ​ເກົ່າ,ຊີ​ວິດທີ່​ດີກ​ວ່າ​ເກົ່າ"​ແມ່ນຄຳ​ຂວັນ​ທີ່​ດີ​ຫຼາຍ,ອົງ​ການ​ຍົກ​ຍ້າຍ​ປະຊາຊົນ​ສາກົນ​ດີ​ໃຈ​ຫຼາຍ​ທີ່​ສາມາດ​ໄປ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ."

ປະ​ເທດ​ຕ່າງໆ​ເປີດ​ຫໍ​ວາງສະ​ແດງໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ບຸກຄົນ​ສຳຄັນ​ທາງ​ການ​ເມືອງ​ຂອງ​ປະ​ເທດ​ຕ່າງໆ.​ໃນ​ວັນ​ເປີດ​ຫໍ​ອາ​ເມ​ລິ​ກາ,ນາງ​ຮີ​ລາຣິ ຄຼິນຕັນ ລັດຖະ​ມົນຕີ​ວ່າການ​ກະຊວງ​ກາ​ນຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ກ່າວ​ໃນ​ງານຕ້ອນຮັບ​ທີ່​ຈັດ​ໂດຍກະຊວງ​ການ​ຕ່າງປະ​ເທດ​ວ່າ,ຈະ​ໄປ​ຊົມ​ຫໍ​ວາງສະ​ແດງ​ຂອງ​ງານ​ວາງສະ​ແດງ​ໂລກ​​ໃນ​ໄລຍະ​ເຂົ້າຮ່ວມ​ການ​ສົນທະນາ​ທາງ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ຈີນ​ອາ​ເມ​ລິ​ກາ​ຄັ້ງທີ2ຢູ່​ຈີນ.ນາງ​ຫວັງ​ວ່າກະ​ແສ​ລົມ​ລະດູບານ​ໃໝ່​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຈະ​ຊຸກຍູ້​​ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາຂະ​ຫຍາຍ​ຕົວ​ອອກ.

​ໃນພິທີ​​ເປີດ​ຫໍ​ວາງສະ​ແດງ​​ເຟນຊິກ-ສະຫະ​ພາບ​ເອີ​ລົບ,​ບຸກຄົນ​ສຳຄັນ​ທາງ​ການ​ເມືອງຂອງ​ປະ​ເທດ​ເອີ​ລົບ​ຫຼາຍ​ທ່ານ​ເຊັ່ນ​ທ່ານ​ຈົສ ​ເມ​ນົວ ດູຣາວ ບາ​ໂຣ​ໂຊ ປະທານ​ຄະນະ​ກຳມາ​ທິການ​ສະຫະ​ພາບ​ເອີ​ລົບ​ໄດ້​ຕັດ​ແຖບ​ຜ້າ​ໃນ​ພິທີ​ເປີດ​ຫໍ​ວາງສະ​ແດງ.ຖັດມາ ທ່ານ​ບາ​ໂຣ​ໂຊ​ກ່າວ​ຄຳ​ປາ​ໄສ​ວ່າ, ນີ້​ແມ່ນ​ສະຫະ​ພາບ​ເອີ​ລົບ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ໂລກທີ່​ຈັດ​ຂຶ້ນ​ຢູ່​ນອກ​ສະຫະພາບ​ເອີ​ລົບ​ເປັນ​ເທື່ອ​ທຳ​ອິດ.ສະຫະ​ພາບ​ເອີ​ລົບ​ຫວັງຖື​​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຄັ້ງນີ້​ເປັນ​ໂອກາດ,​ເພີ່ມຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ກັບ​ຈີນ​ໃຫ້​ດີກ​ວ່າ​ເກົ່າ.

ທ່ານ​ອິດສະຫຼະ ສົມ​ໄຊ ລັດຖະມົນຕີ​ວ່າການ​ກະຊວງ​ພັດທະນາ​ສັງຄົມ​ແລະ​ຄວາມ​ໝັ້ນຄົງຂອງມະນຸດ​ຂອງ​ໄທ​ໄດ້​ຍ້ອງຍໍ​ແລະ​​ອວຍພອນ​ຕໍ່​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ. ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ເຫັນ​ວ່າ,ວຽກ​ງານ​ກະກຽມ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮດີ​ທີ່​ສຸດ,ບໍ່​ພຽງ​ແຕ່ການ​ກໍ່ສ້າງ​ໄວ​ຂະໜາດ,​ເສັ້ນທາງ​ແລະ​ສິ່ງ​ກໍ່ສ້າງ​ຕ່າງໆ​ກໍ່​ໄດ້​ກໍ່ສ້າງ​ຢ່າງ​ທັນ​ການ.ຈີນ​ມີ​ກຳລັງ​ຕົວ​ຈິງ​ທີ່​ແຂງ​ແຮງ​ໃນ​ການຈັດ​ງານ​ວາງສະ​ແດງ​ສາກົນ​ຂະໜາດ​ໃຫຍ່​ປານ​ນີ້,​​ເປັນ​ໜ້າ​ສັນລະ​ເສີ​ນທີ່​ສຸດ.​ເລີ່​ມຈາກ​ງານ​ໂອ​ລິ​ມປິກ2008 ຮອດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ ​ແລະ​ງານ​​ເອຊຽນ​ເກ​ມທີ່​ຈະ​ຈັດ​ໄວໆ​ນີ້,ລ້ວນ​ແຕ່​ໄດ້​ສະ​ແດງ​ກຳລັງ​ບົ່ມ​ຊ້ອນ​ຂອງ​ຈີນ​ໃນ​ການ​ຈັດກິດຈະກຳ​ສາກົນ​ຂະໜາດ​ໃຫຍ່.ຂ້າພະ​ເຈົ້າອວຍ​ພອນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ2010 ຈະ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ເຕັມ​ເມັດ​ເຕັມ​ໜ່ວຍ."

​​ໃນ​ຫຼາຍ​ມື້​ຜ່ານ​ມາ​ນີ້,ສື່​ມວນ​ຊົນ​ຕ່າງປະ​ເທດ​ກໍ່​ພາກັນ​ແຈ້​ງຂ່າວ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮຢ່າງ​ຫຼວງ​ຫຼາຍ. ວັນ​ທີ1ພຶດສະພາ​ນີ້,​ເວັບ​ໄຊ​ຂອງ​ໜັງສືພິມ​ຈົງອາງລາຍ​ວັນຂອງ​ສ.​​ເກົາຫຼີ​ພິມ​ບົດ​ຄວາມ​ກ່າວ​ວ່າ,ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຈີນ​ຖື​ຕົວ​ເມືອງ​ເປັນ​ຫົວ​ຂໍ້​ຫຼັກ​ເປັນ​ເທື່ອ​ທຳ​ອິດ,ທົ່ວ​ໂລກ​ຈະ​ໄດ້​ເຫັນ​ສະພາບ​ການພັດທະນາຂອງ​ຕົວ​ເມືອງ​ໃນ​ອະນາຄົດ​ໂດຍຜ່ານ​ງານ​ວາງສະ​ແດງ​ໂລກ.

ໜັງສືພິມ​ອາຊາ​ຮີ ຊິ​ມບູນຂອງ​ຍິ່ປຸ່ນພິມ​ບົດ​ນຳ​ກ່າວ​ວ່າ,ອະນາຄົດ​ຂອງ​ໂລກ​ກ່ຽວພັນ​ກັບ​ອະນາຄົດ​ຂອງ​ຄົນ​ຈີນ​ຢ່າງ​ສະໜິດ​ແໜ້ນ. ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮຄວນ​ກາຍ​ເປັນ​ເວທີ​ໃຫ້​ປະ​ເທດ​ຕ່າງໆ​ຮ່ຳຮຽນ​ເຊິ່ງກັນ​ແລະ​ກັນ​ແລະ​ເພື່ອ​ຄວາມ​ເຂົ້າ​ໃຈ​ກັນ​ຕື່ມ​ອີກ,ນີ້​ຈຶ່ງ​ແມ່ນ​ຄວາມ​ໝາຍ​ຂອງ​ຈີນ​ທີ່​ຈັດ​ງານ​ວາງສະ​ແດງ​ໂລກ.​ໜັງ​ສືພິມNCR​ຂອງ​ໂຮນຣັງພິມ​ບົດວິ​ຈານທີ່​ມີ​ຫົວ​ຂໍ້ "​ໂລກ​ໃໝ່​ທີ່​ນະຄອນ​ຊຽງ​ໄຮ​ສະ​ແດງ​ໃຫ້​ເຫັນ"​​ໂດຍ​ຂຽນ​ວ່າ,ຖ້າວ່າ​ງານ​ວາງສະ​ແດງ​ໂລກ​ລອນ​ດອນ1851​ໄດ້​ເປີດ"ຍຸກ​ອັງກິດ"​ແລ້ວ,ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ2010ກໍ່​ໄດ້​ສະ​ແດງ​ຄວາມ​ຊີວິດ​ຊີວາ​ຂອງ​ຈີນ​ແລະ​ຄວາມ​ໝັ້ນ​ໃຈ​ອັນ​ໝັ້ນໜຽວ​ຂອງ​ປະຊາຊົນ​ຈີນ​ທີ່​ສະ​ແຫວ​ງຫາ​ການ​ພັດທະນາ.ບົດວິຈານຍັງ​ຂຽນ​ວ່າ,ສະຕະວັດ​ທີ19​ແມ່ນ​ສະຕະວັດ​ຂອງ​ອັງກິດ,​ສະຕະວັດ​ທີ20​ແມ່ນສະຕະວັດ​ຂອງ​ອາ​ເມ​ລິ​ກາ,ສ່ວນ​ສະຕະວັດ​ທີ21ຈະ​ແມ່ນ​ສະຕະວັດ​ຂອງ​ອາຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ