ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ເປີດ​ບໍລິການ3​ມື້​ປະຕິບັດ​ການ​ຢ່າງ​ເປັນ​ປົກະຕິແລະ​​ມີ​ລະບຽບ​ຮຽບຮ້ອຍ

(GMT+08:00) 2010-05-03 19:09:37     cri
ນັບ​ຕັ້ງ​ແຕ່​ງານ​ວາງສະ​ແດງ​ໂລກ​ຊຽ​ງ​ໄຮ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ1​ພຶດສະພາ​ເປັນ​ຕົ້ນ​ມາ,ຮອດ​ເວລາ12​ໂມງ​ຂອງ​ວັນ​ທີ3​ພຶດສະພາ​ນີ້ຕາມ​ເວລາ​ວຽງ​ຈັນ,​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ5​ແສນ5​ໝື່ນ​ເທື່ອ​ຄົນ.ປັດຈຸບັນ,ວຽກ​ງານ​ດ້ານ​ຕ່າງໆ​ໃນ​ເຂດ​ງານ​ວາງ​ສະ​ແດງ​ດຳ​ເນີນ​ໄປ​ຢ່າງ​ປົກກະຕິແລະມີ​ລະບຽບ​ຮຽບຮ້ອຍ.ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ລະອຽດ.

ຄະນະ​ກຳມະການຈັດ​ຕັ້ງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ໄດ້​ດຳ​ເນີນ​ການ​ທົດ​ລອງ​ດຳ​ເນີນ​ວຽກ​ງານ​ບໍລິການ6​ເທື່ອ​ໃນ​ທ້າຍ​ເດືອນ​ເມສາ​ແລ້ວ​ນີ້,​ໄດ້​ປັບປຸງ​ແກ້​ໄຂ​ບັນຫາ​ຄົມມະນາຄົມ​ຂົນ​ສົ່ງ​,ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ແລະ​ການລ​ຽນ​ແຖ​ວ​ລໍ​ຖ້າ​ເຂົ້າ​ຊົມ​ໃຫ້​ສົມ​ບູນ​ຂຶ້ນ.​ພາຍ​ຫຼັງ​ເຂດ​ງານ​ວາງສະ​ແດງ​ເປີດ​ໃຫ້​ເຂົ້າ​ຊົມ​ແລ້ວ,ນັກ​ທ່ອງ​ທ່ຽວ​ສ່ວນ​ຫຼາຍ​ຮູ້ສຶກ​​ເພິ​ງພໍ​ໃຈ​ນຳ​ການ​ບໍລິການ​ໃນ​ເຂດ​ງານ​ວາງສະ​ແດງ.ນາງ​ຢາ​ວ ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຂວງ​ຈ່ຽງຊູ່ ບອກ​ວ່າ:

"ຮູ້ສຶກ​ວ່າດີ​ຢູ່,​ເພາະ​ ​ສື່​ມວນ​ຊົນລາຍ​ງານ​ວ່າ,ຫໍ​ວາງສະ​ແດງ​ແຕ່​ລະ​ແຫ່ງຕ້ອງ​ລໍຖ້າ​ປະມານ2​ຊົ່ວ​ໂມງຈິ່ງ​ເຂົ້າ​ຊົມ​ໄດ້,ມື້​ນີ້,ພວກ​​ເຮົາ​ໄດ້​ຊົມ​ຫໍ​ອົສຕຼາລີ,ລຽນ​ແຖວ​ລໍຖ້າ​ປະມານ​ເຄິ່ງຊົ່ວ​ໂມງທໍ່​ນັ້ນ,ນອກ​ນີ້,ຝ່າຍ​ຈັດ​ຕັ້ງ​ກໍ​ພິຈາລະນາລະອຽດ​ຮອບ​ຄອບ​ຫຼາຍ,ຍັງ​ພິ​ຈາ​ລະ​ນາ​ເຖິງ ​ອາ​ກາດ​ຮ້ອນ​ອົບ​ເອົ້າອີກ."

ປັດຈຸບັນ,ຫໍ​ວາງສະ​ແດງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ​ທີ່​ສຸດ​ແມ່ນ​ຫໍ​ວາງສະ​ແດງ​ແຫ່ງ​ຊາດ​ຈີນ,ຫໍ​ເຂດ​ແຂວງ​ຕ່າງໆ​ຂອງ​ຈີນ,ຫໍ​ອັງກິດ,ຫໍ​ຍີ່​ປຸ່ນ,ຫໍ​ແອັສປາຍ​,ຫໍ​ຝະຣັ່ງ​ເປັນ​ຕົ້ນ.​ເວລາ​ລຽນ​ແຖວ​ລໍ​ຖ້າ​ເຂົ້າ​ຊົມ​ຫໍ​ວາງສະ​ແດງ​ເຫຼົ່າ​ນີ້​ດົນ​ທີ່​ສຸດ​ໄດ້​ຫຼາຍ​ກວ່າ3​ຊົ່ວ​ໂມງ.ວັນ​ທີ3,ນາງ​ລີ​ອັນ​ໂດນ ຊາ​ຊີ​ສ ຫົວໜ້າຜູ່​ຕາງໜ້າຫໍ​ອົສຕຼາລີ​ທີ່​ເປັນ​ຫໍ​ວາງສະ​ແດງ​ທີ່​ຄົນ​ເຂົ້າ​ຊົມ​ຫຼາຍ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRIວ່າ

"ສະພາບ​​ ຂອງ​ຫໍ​ພວກ​ເຮົາ​ໃນ3​ມື້​ທີ່​ຜ່ານ​ມາ​ແມ່ນ​ໜ້າ​ຕື່ນ​ເຕັ້ນ​ຫຼາຍ,ຈຳນວນ​ຄົນ​ເຂົ້າ​ຊົມ​ແຕ່​ລະ​ມື້​ລ້ວນ​ແຕ່​ແມ່ນ3​ໝື່ນ5000​ຄົນ,​ໃນ​ເວລາ​ລຽນ​ແຖວ​ລໍ້​ຖ້າ​ເຂົ້າ​ຊົມ,ຜູ່​ຊົມ​ທັງຫຼາຍ​ເຕັ້ມ​ໄປ​ດ້ວຍ​ຄວາມ​ກະຕືລື​ລົ້ນ​ແລະ​ຄວາມ​ຄ່ອງ​ຄອຍ,​ໃນ​ຖານ​ເປັນ​ຜູ່​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ,​ພວກ​ເຮົາ​ກໍ່​ຮູ້ສຶກ​ດີ​ໃຈຫຼາຍ.ຕາມ​ການ​ອອກ​ແບບຂອງ​ຫໍ​ວາງສະ​ແດງ​ພວກ​ເຮົາ,​ແຕ່ລະ​ມື້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ4​ໝື່ນ​ຄົນ,ພວກ​ເຮົາ​ກໍ່​ໄດ້​ໃຊ້​ມາດ​ຕະການ​ເພື່ອ​ຮັບປະກັນ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້ສຶກ​ສະບາຍ​ໃຈ​ແລະ​ສະດວກ​ສະບາຍ​ໃນ​ເວລາ​ທ່ຽວ​ຊົມ."

2,3ມື້​ຜ່ານ​ມາ​ນີ້,ອຸນຫະພູມ​ຊຽງ​ໄຮ້​ຄ່ອຍໆ​ສູງ​ຂຶ້ນ,ວັນ​ທີ3ມີເກືອບ30​ອົງສາ.ທ່ານ​ຫົງ​ຮ້າວ ຫົວໜ້າ​ພະ​ແນ​ກປະສານ​ງານ​ວຽກ​ງານ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ແນະນຳ​ວ່າ,​ສິ່ງ​ກໍ່ສ້າງ​ກັນ​ຄວາມ​ຮ້ອນ​ຕ່າງໆ​ໃນ​ເຂດ​ງານ​ວາງສະ​ແດງ​​ໄດ້​ເລີ່​ມ​ເຮັດ​ວຽກ​ແລ້ວ.ທ່ານ​ບອກວ່າ

"ຕົວຢ່າງ​ວ່າ​ຢູ່​ຂົວຂ້າມ​ທາງ​ແລະ​ເຂດ​ພັກຜ່ອນ​ຂອງ​ນັກ​ທ່ອງ​ທ່ຽວ,​ເຄື່ອງ​ພົ່ນ​ອາຍ​​ນ້ຳ​ເລີ່​ມ​ເຮັດ​ວຽກ​ແລ້ວ,​ໃນ​ຫຼາຍ​ມື້​ຂ້າງ​ໜ້າ​ນີ້​ຍັງ​ຈະ​ຕິດ​ຕັ້ງ​ຄັນ​ຫົ່ມ​ກັນ​ແດດ​ຈຳນວນ​ຫຼວງ​ຫຼາຍ,​ໂດຍ​ສະ​ເພາະ​ຢູ່​ເຂດນັກ​ທ່ອງ​ທ່ຽວ​ລຽນ​ແຖວລໍຖ້າ​ເຂົ້າ​ເຂດ​ງານ​ວາງ​ສະ​ແດງ​ຈຳ​ນວນ​ໜຶ່ງ,​ພວກ​ເຮົາ​ຍັງ​ໄດ້​ກະກຽມ​ເຄື່ອງ​ດື່ມ​ຫຼາຍ​ກວ່າ​ເກົ່າ,​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດື່ມ​ນ້ຳ​ແລະ​ເຄື່ອງ​ດື່ມ​ຂອງ​ນັກ​ທ່ອງ​ທ່ຽວ​ໃນ​ເວລາ​ອຸນຫະພູມ​ສູງ.ນອກ​ນີ້,ພວກ​ເຮົາ​ຍັງ​ໄດ້​ເພີ່ມ​ຈຳ​ນວນ​ພະນັກງານ​ການ​ແພດ,​ເພື່ອ​ຮັບປະກັນ​ການ​ບໍລິການ​ຢ່າງ​ທັນ​ການ​ໃນ​ເວລານັກ​ທ່ອງ​ທ່ຽວ​ເກີດ​ສະພາບ​ສຸກ​ເສີນ​ໃນ​ການທ່​ຽວຊົມ."

ທ່ານ​ຫົງ​ຮ້າວ​ແນະນຳ​ວ່າ,​ເລີ່​ມ​ແຕ່​ວັນ​ທີ3​ພຶດສະພາ​ນີ້​ເປັນ​ຕົ້ນ​ໄປ,​ເຂດ​ງາ​ນວາງສະ​ແດງ​ໂຊກ​ໄດ້​​ໃຊ້ມາດ​ຕະການ​ຕ່າງໆ​ເພື່ອ​ສ້າງ​ຄວາ​ມສະດວກ​ໃຫ້​ປະ​ຊາຊົນ​ເຊັ່ນ​ຈັດ​ວາງ​ພະນັກງານ​ຢາຍ​ບັດ​ຈອງ​ປີ້​ເຂົ້າ​ຊົມ​ຫໍ​ຈີນ​ຢູ່​ທຸກໆ​ບ່ອນ​ຈອງ​ປີ້,​ແລະ​ເປີດ​ທາງ​ຜ່ານ​ບໍ່​ມີ​ອຸ​ປະ​ສັກ​ຂອງ​ປະຕູ​ເຂົ້າ​ອອກ​ເຂດ​ງານ​ວາງສະ​ແດງ​ໃຫ້​ຜູ່​ເຖົ້າ​ອາຍຸສູງ​ກວ່າ70​ປີ​ແລະ​ອື່ນໆ.ນອກ​ນີ້,​ເພື່ອ​ດຶງດູດ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ໃນ​ຍາມ​ກາ​ງຄືນ,​ຫຼັງ19​ໂມງ, ​ເຂດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຈະ​ຈັດການ​ສະ​ແດງ​ແສງ​ໄຟຟ້າ,ນ້ຳພຸ​ແລະ​ດົນຕີ​ເທື່ອ​ໜຶ່ງ​ໃນ​ທຸກໆ​ຊົ່ວ​ໂມງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ