ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ນິວ​ເຄຼຍ​ຂອງ​ຈີນ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ

(GMT+08:00) 2010-05-04 16:49:31     cri
ໄຟຟ້າ​ນິວ​ເຄຼຍ​ແມ່ນ​ທິດຂະຫຍາຍຕົວ​ທີ່​ສຳຄັນ​ຂອງ​ການ​ພັດທະນາ​ຂະ​ແຫນງ​ການ​ພະລັງງານ​ໃນ​ອະນາຄົດ​ຍ້ອນ​ຈຸດ​ດີຕ່າງໆ​ເຊັ່ນ:ສະອາດ, ປະຢັດ​ເງິນ​ແລະ​ປອດ​ໄພ. ມາ​ຮອດ​ທ້າຍ​ປີ 2009, ​ໂຄງການ​ຜະລິດ​ໄຟຟ້າ​ດ້ວຍ​ນິວ​ເຄຼຍຂອງ​ຈີນ​ທີ່​ກຳລັງ​ກໍ່ສ້າງ​ຢູ່​ນັ້ນກໍ່​ມີ​​ເຄື່ອງຈັກ 20 ຫນ່ວຍ​ທີ່​ສາມາດ​ຜະລິດ​ໄຟຟ້າ 21 ລ້ານ 9 ​ແສນ 2 ຫມື່ນ​ກິ​ໂລ​ວັດ,ຈີນ​ໄດ້​ກາຍ​ເປັນ​ປະ​ເທດທີ່​ມີ​ຂະຫນາດ​ການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ນິວ​ເຄຼຍ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ປີ​ນີ້, ຈີນ​ຈະ​ຄົ້ນຄວ້າ​ແລະ​ປັບປຸງ​ແຜນການ​ພັດທະນາ​ໄລຍະ​ກາງ​ແລະ​​ໄລຍະ​ຍາວ​ຂອງ​ການ​ຜະລິດ​ໄຟຟ້ານິວ​​ເຄຼຍ,​ເລັ່ງລັດ​ການ​ພັດທະນາ​ຜະລິດ​ໄຟຟ້າ​ນິວ​ເຄຼຍຢູ່​ແຄມ​ທະ​ເລ,​ແລະ​ຕັ້ງຫນ້າ​ຊຸກ​ຍູ້​ການ​ສ້າງ​ໂຄງການ​​ໄຟຟ້າ​​ນິວ​ເຄຼຍຢູ່​​ເຂດ​ໃນ​ຂອງຈີນ.​ໂຮງ​ໄຟຟ້າ​ນິວ​ເຄຼຍຕ້າ​ຢ້າວານ​ທີ່​ເລີ່​ມຜະລິດມາ​ແຕ່​ປີ 1994 ​ແມ່ນ​ໂຮງ​ໄຟຟ້າ​ນິວ​ເຄຼຍ​ຂະຫນາດ​ໃຫຍ່​ແຫ່ງ​ທຳ​ອິດ​ຂອງ​ຈີນ,ຕັ້ງ​ຢູ່​ໃກ້​ກັບ​ນະຄອນ​ເຊິ່ນ​ເຈິ້ນ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ,​ໄຟຟ້າ​ທີ່​ຜະລິດ​ຢູ່​ໂຮງ​ໄຟຟ້າ​ແຫ່ງ​ນີ້​ມີ 70% ​ແມ່ນ​ສົ່ງ​ໄປ​ໃຫ້​ຮົງ​ກົງ, ກວມປະມານ 1\4 ຂອງປະລິມານໄຟຟ້າ​ທີ່​ຮົງ​ກົງ​ໃຊ້.ປີ 2002,​ໂຄງການ​ໄລຍະ​ທີ​ຫນຶ່ງ​ຂອງ​ໂຮງ​ໄຟຟ້າ​ນິວ​ເຄຼຍຫລິ້ງ​ອ້າວ​ທີ່​ໃກ້​ກັບ​ໂຮງ​ໄຟຟ້າ​ນິວ​ເຄຼຍຕ້າ​ຢ້າວານ​ໄດ້​ເລີ່​ມ ຜະລິດ,​ໄຟຟ້າ​ທີ່​ໂຮງ​ໄຟຟ້າ​ແຫ່ງ​ນີ້​ຜະລິດ​ນັ້ນ​ໄດ້​ສົ່ງ​ໄປ​ໃຫ້​ຕາຫນ່າງ​ໄຟຟ້າພາກ​ໃຕ້​ທີ່​ປົກ​ຄຸມ 5 ​ແຂວງພາກ​​​ໃຕ້​ຈີນ.

ທ່ານ​ຊູ້​ກົວ​ກ່າງ, ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ບໍລິສັດ​ໂຄງການ​ນິວ​ເຄຼຍຈົ່ງ​ກວາງຈຳກັດ​ກ່າວ​ວ່າ:ໂຮງ​ໄຟຟ້າ​ນິວ​ເຄຼຍຕ້າ​ຢ້າວານ​ແລະ​​ໂຮງ​ໄຟຟ້າ​ນິວ​ເຄຼຍຫລິ້ງ​ອ້າວ​ມີ​​ເຄື່ອງຈັກ​ຜະລິດ​ໄຟຟ້າ 4 ຫນ່ວຍ​ທີ່​ສາມາດ​ຜະລິດ​ໄຟຟ້າ​ໄດ້ 1 ລ້ານ​ກິ​ໂລ​ວັດ,​ເມື່ອ​ທຽບ​ກັບ​ໂຮງ​ໄຟຟ້າ​ຖ່ານ​ຫີນ​ຂະຫນາດ ​ດຽວ​ກັນ​ແລ້ວ, ​ການ​ສິ້ນ​ເປືອງ​ຖ່ານ​ຫີນໄດ້​ຫລຸດ​ຫນ້ອຍ​ລົງປະມານ 12 ລ້ານ​ໂຕນ​ຕໍ່​ປີ, ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດຫນ້ອຍ​ລົງ 27 ລ້ານ​ໂຕນ​ຕໍ່​ປີ.ຕົວ​ເລກ​ນີ້​ແມ່ນ​ຫນ້າ​ເຊື່ອຖືທີ່​ສຸດ.ທ່ານ​ຊູ້​ກົວ​ກ່າງ​ກ່າວ​ວ່າ, ​ເມື່ອ​ທຽບ​ກັບ​ໂຮງ​ໄຟຟ້າ​ຖ່ານ​ຫີນ​ທີ່​ມີ​ຂະຫນາດ​ເຊັ່ນ​ດຽວ​ກັນ​ແລ້ວ, ຕັ້ງ​ແຕ່​ເລີ່​ມຕົ້ນຜະລິດ​ໄຟຟ້າເປັນ​ຕົ້ນ​ມາ, ​ລວມແລ້ວ,ໂຮງ​ໄຟຟ້າ​ນິວ​ເຄຼຍສອງ​ແຫ່ງ​ດັ່ງກ່າວ​ໄດ້​ຫລຸດ​ການ​ລະບາຍ​ກາກ​ບອນ​ດີ​ອອກ​ຊິດ​ປະມານ 320 ລ້ານ​ກວ່າ​ໂຕນ.​

ໃນ​ຖານະທີ່​ເປັນ​ບໍລິສັດ​ກໍ່ສ້າງ​ແລະ​ຄຸ້ມ​ຄອງ​ໂຄງການ​ຜະລິດ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຂອງ​ຈີນ, ບໍລິສັດ​ໂຄງການ​ນິວ​ເຄຼຍຈົ່ງ​ກວງ​ຈຳກັດມີ​ອຸປະກອນ​ຜະລິດ​ໄຟຟ້າ​ດ້ວຍ​ນິວ​ເຄຼຍທີ່​ຜະລິດ​ໂດຍ​ຕົນ​ເອງ​ນັ້ນນັບ​ມື້​ນັບ​ຫລາຍ​ຂຶ້ນ.ປັດຈຸບັນ, ​ເຂົາ​ເຈົ້າ​ໄດ້​ມີ​ເຕັກນິກ​ຜະລິດ​ໄຟຟ້າ​ນິ​ເຄຼຍທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນ​ເອງ, ຈຳນວນ​ຫນ່ວຍ​ຈັກ​ແລະ​ປະລິມານ​ຜະລິດ​ໄຟຟ້າ​ທີ່​ພວມ​ກໍ່ສ້າງ​ນັ້ນກໍ່​ເພີ່ມ​ຂຶ້ນ​ເລື້ອຍໆ.ປັດຈຸບັນ, ບໍລິສັດ​ດ່ງກ່າວ​ໄດ້​ມີ​ຫນ່ວຍ​ຈັກ​ຜະລິດ​ໄຟຟ້າ​ນິວ​ເຄຼຍທີ່​ພວມ​ກໍ່ສ້າງ​ຢູ່ນັ້ນ 13 ຫນ່ວຍ, ກວມ​ຫລາຍ​ກວ່າເຄິ່ງຫນຶ່ງ​ ​ຂອງ​ຫນ່ວຍ​ຈັກຜະລິດ​ໄຟຟ້າ​ນິວ​ເຄຼຍ​ທັງ​ຫມົດ​ທີ່​ພວມກໍ່ສ້າງ​ຢູ່​ໃນ​ປະ​ເທດ​ຈີນ,​ເຊິ່ງມີ​ຂະຫນາດ​ເຖິງ 15 ລ້ານ 5 ​ແສນ​ກິ​ໂລ​ວັດ,​ເປັນ​ທີ​ຫນຶ່ງ​ໃນ​ໂລກ​ທາງ​ດ້ານ​ຈຳນວນ​​ເຄື່ອງ​ໄຟຟ້າແລະ​ປະລິມານ​ການ​ຜະລິດ.ທ່ານ​ຊູ້​​ກົວ​ກ່າງ​ກ່າວ​ວ່າ, ​ເຕັກນິກ​ຜະລິດ​ໄຟຟ້າ​ນິວ​ເຄຼຍ​ແບບ​ດັດ​​ແປງ ຂອງ​ຈີນ​ມີຕົ້ນ​ທຶນ​ປະມານ 1500 ຫາ 1800 ​ໂດ​ລາ​ຕໍ່​ກິ​ໂລ​ວັດ,ຕ່ຳ​ກວ່າ​ໂຄງການ​ລະດັບ​ດຽວ​ກັນ​ໃນ​ສາກົນ, ສະນັ້ນ, ຈິ່ງມີ​ກຳລັງ​ການ​ແຂ່ງຂັນ​ທີ່​ເຂັ້ມ​ແຂງຫລາຍ​ໃນ​ສາກົນ.
 
 "ປະຈຸ​ບັນ,ບໍລິສັດ​ໂຄງການ​ໄຟຟ້າ​ນິວ​ເຄຼຍກວາງຕຸ້ງ​ຈີນ​ຈຳກັດ ໄດ້ຕັ້ງຫນ້າ​ປະຕິບັດຍຸດ​ທະ​ສາດ​ພັດທະນາຢູ່​ຕ່າງປະ​ເທດ, ພະຍາຍາມ​ເຊັນັນຍາ​ກໍ່ສ້າງ​ໂຄງ ການ​ໄຟຟ້າພະລັງນິວ​ເຄຼຍ​ຂອງ​ຕ່າງປະ​ເທດ,​ແລະ​ສ້າງ​ຕັ້ງການ​ພົວພັນ​ກັບປະ​ເທດ​ຕ່າງໆ ​ເຊັ່ນ:ອາ​ຟຼິກາ​ໃຕ້​ແລະ​ປະ​ເທດ​ອື່ນໆ, ປະ​ເທດ​ຕ່າງໆ​​ໄດ້ສະ​ແດງ​ຄວາມ​ສົນ​ໃຈ​ຫຼາຍຕໍ່​ຄວາມ​ສາມາດ​ດ້ານ​ການ​ຈັດ​ຕັ້ງ​​ແລະຄຸ້ມ​ຄອງຂອງ​ກຸ່ມ​ບໍລິສັດ​​ໄຟຟ້າ​ນິວ​ເຄຼຍກວາງ​ຕຸ້ງຂອງຈີນ​ພ້ອມ​ດ້ວຍ​ຄວາມ​ປອດ​ໄພ,​ເສດຖະກິດ,ຄວາມ​ກ້າວຫນ້າ,​ໄລຍະ​ເວລາ​ສຳ​ເລັດ​ການກໍ່ສ້າງ​ແລະ​ທ່າ​ແຮງ​ກໍ່ສ້າງຂະຫນາດ​ໃຫຍ່ຂອງເຕັກນິກ​ໂຄງການ CPR ​1000, ປະຈຸ​ບັນ, ການ​ຮ່ວມ​ມື​ໄດ້​ຮັບ​ຄວາມ​ຄືບຫນ້າ​​ເປັນ​ກ້າວໆ.

"ມາ​ຮອ​ດປີ​ກາຍ​ນີ້, ​​ໂຮງໄຟຟ້າ​ນິວ​ເຄຼຍທີ່​​ໄດ້​ສ້າງ​ຕັ້ງຂຶ້ນ​ຢູ່​ເຂດ​ແຄມ​ທະ​ເລ​ຂອງ​ຈີນມີ 6 ​ແຫ່ງ​ແລ້ວ,ນອກ​ນີ້​ຍັງ​ມີອີກ10 ​ແຫ່ງ​ພວມກໍ່ສ້າງ​ຢູ່.  ຄຽງ​ຄູ່​ກັບຄວາມ​ຕ້ອງການ​ພະລັງງານຂອງ​ຕົວ​ເມືອງ​​ເຂດ​ໃນ​ທີ່ມີ​ຕໍ່​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ແລະ​ການ ປະ​ຢັດ​ພະລັງງານ​ແລະຫຼຸດການ​ລະບາຍ​ມົນ​ລະ​ພິດເພີ່ມ​ແຮງ​ກົດ​ດັນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໂຄງການ​ໄຟຟ້າ​ນິວ​ເຄຼຍທີ່ຢູ່​​ເຂດ​ໃນຂອງ​ຈີນ​ ກໍ່​ຈະມີ​ບາດກ້າວ​ໃຫມ່.

ໂດຍ​ອີງຕາມ​ແຜນການທີ່ລັດຖະບານ​ຈີນວາງອອກ, ​ເມື່ອ​ຮອດ​ປີ 2020, ຍອດປະລິມານມາດ​ຜະລິດ​ໄຟຟ້ານິວ​ເຄຼຍ ຈະ​ເພີ່ມຈາກ​ບໍ່​ຮອດ10 ລ້ານກິ​ໂລ​ວັດ​ໃນ​ປະຈຸ​ບັນ​ ຂຶ້ນ​ເປັນ 75 ລ້ານກິ​ໂລ​ວັດ. ​ເມື່ອຮອດ​ເວລາ​ນັ້ນ,ອັດຕາ​ສ່ວນ​ຂອງ​ໄຟຟ້ານິວ​ເຄຼຍ ທີ່ກວມ​ຍອດປະລິມານ​​ຜະລິດ​ພະລັງງານ​ໄຟຟ້າທັງ​ຫມົດ ຈະເພີ່ມ​ຈາກ2%​ໃນ​ປະຈຸ​ບັນ ຂຶ້ນ​ເປັນປະມານ 5%.

 

 
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ