ປະ​ເທດ​ອາ​ຊຽນ​ຫວັງ​ຜ່ານ​ງານ​ວາງ​ສະ​ແດງ​ໂລກ​​ຊຽງ​ໄຮ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຈີນ​ເພີ່ມ​ຂຶ້ນ

(GMT+08:00) 2010-05-06 16:20:39     cri

ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ໃນ​ເວລາ​ເອົາ​ຂ່າວ​ຢູ່​​ໃນ​ງານວາງ​ສະ​ແດງ​ໂລກ​ຊຽງ​​ໄຮ​ໃນຫຼາຍ​​ມື້​ມໍ່ໆ​ມາ​ນີ້, ນັກ​ຂ່າວ​ກໍ່​ໄດ້​ພົບ​ວ່າ, ​ໃນ​ເວລາເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໂລກ​ຊຽງ​​ໄຮ, ຫຼາຍ​ປະ​ເທດ​ຂອງ​ອາ​ຊຽນບໍ່​ພຽງ​ແຕ່​ໂຄສະນາ​ເຜີ​ຍ​ແຜ່​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ປະ​ເທດຕົນ​ເທົ່າ​ນັ້ນ,ຍັງ​ຫວັງ​​​ຖື​ເອົາ ​ໂອກາດງານ​ວາງສະ​ແດງ​ໂລກ​ເທື່ອ​ນີ້ເພື່ອ​ດຶງ​ດູດ​ໃຫ້​ນັກທຸລະ​ກິດຈີນ​​ໄປລົງທຶນ​ເພີ່ມ​ຂຶ້ນ.


ອິນ​ໂດ​ເນ​ເຊ​ຍທີ່​ມີນາມມະຍົດວ່າ​"ປະ​ເທດ​ພັນ​ເກາະ"​ ແມ່ນ​ປະ​ເທດ​ທີ່​ມີ​ເນື້ອ​ທີ່​​ແລະ​ມີປະຊາກອນຫຼາຍ​ທີ່​ສຸດໃນ​ອາຊີ​ອາຄະ​ເນ, ​ແລະກໍ່​ແມ່​ນອົງ​ກອນ​​ເສດຖະກິດ​ໃຫຍ່​ອັນ​ດັບ​ຫນຶ່ງ​ໃນອາ​ຊຽນ. ​ໃນ​ເວລາ​ເປີດຫໍ​ວາງສະ​ແດງ​ຂອງອິນ​ໂດ​ເນ​ເຊ​ຍ, ​ນາງ​ມາ​ຣີ ​​ເອວກາ ປັ່ນ​ເກສ໌ຕູ,ລັດຖະມົນຕີ​ວ່າການ​ກະຊວງການ​ຄ້າ​ຂອງ​ອິນ​ໂດ​ເນ​ເຊຍ ​ກ່າວ​ວ່າ: "ຕະຫຼາດ​ພາຍ​ໃນ​ປະ​ເທດຂອງ​ອິນ​ໂດ​ເນ​ເຊຍ​ ນັບ​ມື້​ນັບກວ້າງຂວາງຂຶ້ນ​ແລະຫມັ້ນ​ທ່ຽງກວ່າ​ເກົ່າ, ສະພາບ​ແວດ​ລ້ອມດ້ານ​ເສດຖະກິດ​ແລະ​ການ​ລົງທຶນ​ກໍ່​ໄດ້ຮັບ​ການ​ປັບປຸງ​ໃຫ້ສົມບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະຫວັງນຳ​ໃຊ້ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ເທື່ອ​ນີ້,​​ເພື່ອສາມາດ​ຊຸກຍູ້​ໃຫ້​ຈີນ​ກັບປະ​ເທດ​ອື່ນໆ​ພ້ອມ​ດ້ວຍ​ອິນ​ໂດ​ເນ​ເຊຍ ແລ​ກປ່ຽນ​ແລະ​ຮ່ວມ​ມື​ກັນ​ດ້ານ​ເສດຖະກິດ​. ​ ​"  


ຂໍ້​ມູນ​ແນະນຳ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ທີ່​ຫໍ​ວາງສະ​ແດງ​ອິນ​ໂດ​ເນ​ເຊຍສະ​ຫນອງ​ນັ້ນ​ກໍ່ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ໄດ້​ຊ່ອຍ​ຊູ​ຍູ້​ຫນູ​ນກັນ​ໃນ​ດ້ານ​ເສດຖະ ກິດ​ການ​ຄ້າຢ່າງ​ແຂງ​ແຮງ​ກວ່າ​ເກົ່າ. ຊັບພະຍາກອນ​ບໍ່​ແຮ່​ແລະ​ຜະລິດ​ຕະພັນກະສິກຳ​​ເຂດ​ຮ້ອນຈາກ​ອິນ​ໂດ​ເນ​ເຊຍ​ ລ້ວນ​ແຕ່​ແມ່ນ​ຜະລິດ​ຕະພັນ​ທີ່​ອຸດົມສົມບູນ​ທີ່ຈີນ​ຕ້ອງ ການ​ຊື້​ໃນ​ໄລຍະນານ. ສ່ວນ​ຜະລິດ​ຕະພັນຂອງຈີນ​ເຊັ່ນ: ກົນຈັກ​​ແລະ​ເຄື່ອງ​ໄຟຟ້າ​ຕ່າງໆ, ຢາ​ຫຼວງ ຢາ​ພື້ນ​ເມື​ອງຈີນ ດອກຝ້າຍ​ແລະ​ອື່ນໆ​ກໍ່​ໄດ້​ມີ​ຕະຫຼາດ​ຢ່າງ​ກວ້າງຂວາງກວ່າ​ເກົ່າ​ຢູ່​ອິນ​ໂດ​ເນ​ເຊຍ.

ປະຈຸ​ບັນ​ຈີນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່ອັນ​ດັບ 4 ຂອງ​ອິນ​ໂດ​ເນ​ເຊຍ​ແລ້ວ, ນອກ​ນີ້​ຍັງ​ມີ​ວິ​ສາ​ຫະກິດ​ຈີນ​ປະມານ 700 ​ແຫ່ງ​ລົງທຶນ​ຢູ່​ອິນ​​ໂດ​ເນ​ເຊຍ. ​ໃນ​ຖານະ​ເປັນ​ວິ​ສາ​ຫະກິດ​ໜຶ່ງ​ທີ່​ອຸດ​ໜູນ​ຫໍ​ວາງສະ​ແດງ​ອິນ​ໂດ​ເນ​ເຊຍ, ກຸ່ມ​ບໍລິສັດ​ອາ​​ດາ​ກຼາຮາຂອງ​ນະຄອນຫຼວງ​ຈາ​ກາ​ຕາ​ຂອງ​ອິນ​​ໂດ​ເນ​ເຊຍ​ໄດ້​ຕັ້ງ​​ເວທີ​ວາງສະ​ແດງ​ພິ​ເສດ​ໃນ​ຫໍ​ວາງສະ​ແດງ​ອິນ​ໂດ​ເນ​ເຊຍ. ທ່ານ​ກົ່ວ​ຫຼີ້​ເຈ, ຜູ້​ຈັດການ​ການ​ຄ້າ​ຂອງ​ກຸ່ມ​ບໍລິສັດນີ້​ບອກ​ນັກ​ຂ່າວ​ວ່າ, ກຸ່ມ​ບໍລິສັດ​ດັ່ງກ່າວ​ໄດ້​ຮ່ວມ​ມື​ກັບ​ບໍລິສັດ​ແນວ​ພັນ​​ເສ​ສວນ​ຂອງ​ຈີນ​ໃນ​ປີ 2004, ​ເພື່ອ​ເຜີນ​ແຜ່​ເຕັກນິກ​ເຂົ້າ​ພັນ ປະສົມ​​ຂອງ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ.


ທ່ານ​ກົ່ວ​ຫຼີ້​ເຈ​ກ່າວ​ວ່າ, ລະດັບ​ຄວາມ​ໜາ​ແໜ້ນ​ດ້ານ​ປະຊາ​ກອນ​ຂອງ​ອິນ​ໂດ​ເນ​ເຊຍ​ຄ້າຍຄື​ກັບ​ຈີນ, ​ແຕ່​ລະດັບ​ພັດທະ ນາກະສິກຳ​ຕ່ຳ​ກວ່າ​ຈີນ, ​ໂດຍ​ສະ​ເພາະ​ໃນ​ການ​ປູກ​ເຂົ້າ​ເຊິ່ງ​ເປັນ​ອາຫາ​ນຫຼັກ, ອັດຕາ​ທົ່ວ​ເຖິງ​ຂອງ​ເຕັກນິກ​ປະສົມ​ພັນ​ເຂົ້າ​ຕ່ຳ​ຫຼາຍ, ​ເຮັດ​ໃຫ້​​ບໍ່​ສາມາດ​ກຸ້ມຕົນ​ເອງດ້ານ​ເຂົ້າ​ກິນ. ທ່ານ​ເຫັນ​ວ່າ, ​ໃນ​ຂົງ​ເຂດ​ກະສິກຳ​ປ່າ​ໄມ້​ແລະ​ບໍ່​ແຮ່, ວິ​ສາ​ຫະກິດ​ຂອງ​ຈີນ​ແລະ​ອິນ​​ໂດ​ເນ​​ເຊຍ​ມີ​ຊ່ອງ​ທາງ​ຮ່ວມ​ມື​​ກັນ​ຢ່າງ​ຫຼວງ​ຫຼາຍ.ນາງດາ​ຕຸກເຢັນ​ເຢັນ, ລັດຖະມົນຕີ​ວ່າການ​ກະຊວງ​ທ່ອງ​ທ່ຽວ​ຂອງ​ມາ​ເລ​ເຊຍ​ກ່າວ​ວ່າ,"ງານ​ວາງສະ​ແດງ​ໂລກ​ແມ່ນ​ຮູບ​ການ​ໂຄສະນາ​ທີ່​ຮອບດ້ານ. ພວກ​ເຮົາ​ຢາກ​ໃຫ້​ປະຊາຊົນ​ຈີນ​ຮູ້ຈັກ​ວ່າ, ມາ​ເລ​ເຊຍ​ບໍ່​ພຽງ​ແຕ່​ແມ່ນຈຸດໝາຍ​ປາຍທາງ​ທ່ອງ​ທ່ຽວ​ທີ່​ດີ, ຍັງ​ແມ່ນ​ບ່ອນ​ລົງທຶນ​ແລະ​ການ​ຄ້າ​ທີ່​ດີ​ອີກ.

"ທ່ານ​ໄຕ້​ເຕີ​ຊິ່ງ,ກຳມະການ​ສະມາ​ຄົມ​ມິດຕະພາບ​ມະ​ເລ​ເຊຍ​ຈີນ,​ເລ​ຂາ​ທິ​ການ​​ກົມ​ການ​ທະ ນາຄານ​​ແລະ​ການ​ລົງທຶນ​ຂອງ​ມະ​ເລ​ເຊຍ​ບອກ​ນັກ​ຂ່າວ​ວ່າ:"ອີງ​ຕາມ​ສັນຍາ​ທີ່​ລົງ​ນາມ​ໃນ​ເວ​ລາ​ທ່ານ​ປະທານ​ຫູ​ຈິນທ່າວ​ຢ້ຽມຢາມ​ມ​ະ​ເລ​ເຊຍ​ໃນ​ປີ​2009,​ຕໍ່​ໄປ​ພວກ​ເຮົາ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທະ​ນາ​ຄານ​ລະ​ຫວ່າງ​ວິ​ສາ​ຫະ​ກິດ​ຈີນ​ກັບ​ມະ​ເລ​ເຊຍ.​ຕົວ​ຢ່າງ​ຄື:​ຊຸກ​ຍູ້​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຈຳໜ່າຍ​ຫຸ້ນ​ສ່ວນ​ຢູ່​ຕະ​ຫຼາດ​ຫຸ້ນ​ສ່ວນ​ຂອງ​ອີກ​ຝ່າຍ​ໜຶ່ງ."​ໃນ​ຫໍ​ວາງສະ​ແດງ​ຂອງກຳ​ປູ​ເຈຍ​ໃນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້,​ເມື່ອນັກ​ທ່ອງ​ທ່ຽວ​ເຂົ້າ ຊົມ​​ຮູບ​ຈຳ​ລອງ​ຂອງ​ອັງ​ກໍ​ວັດ​ແລະ​ລາຍການ​ສະ​ແດງ​ສິ​ລະ​ປະ"​ຮອຍ​ຍີ້ມ​ຂອງ​ຂະ​ແມ​"ແລ້ວ, ຍັງ​ຈະໄດ້​​​ແຜ່ນ​ພັບ​ອັນ​ໜຶ່ງ​ທີ່​ຊື່ວ່າ​"ນະ​ໂຍ​ບາຍ​ລົງ​ທຶນ​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ອ່າວ​ສີ​ຫະ​ນຸ".ມີ​ນັກ​ທ່ອງ​ທ່ຽວ​ຜູ່​ໜຶ່ງ​ທີ່​ມາ​ຈາກ​ກຸ່ມ​ບໍ​ລິ​ສັດ​ເຫຼັກ​ກ້າ​ຫວູ​ຮ້ານ​ຈີນ​ບອກ ນັກ​ຂ່າວ​ວ່າ:"​ໃນ​ສະ​ໝອງ​ຂອງ​ຄົນ​ຈີນ,​ກຳ​ປູ​ເຈຍ​​ແມ່ນ​ປະ​ເທດ​ທີ່​ບູ​ຮານ​ເກົ່າ​ແກ່,​ບໍ່​ຄິດ​ເລີຍ​ວ່າ,​ກຳ​ປູ​ເຈຍ ກໍ​ມີ​ການ​ໂຄ​ສະ​ນາ​ດຶງ​ດູດ​ນັກ​ທຸ​ລະ​ກິດ​ຫຼາຍ​ປານ​ນີ້,​​ແຜ່ນ​ພັບ​ນີ້​ອາດ​ຈະ​ແມ່ນ​ເຄື່ອງ​ວາງ​ສະ​ແດງ​ທີ່​ມີ​ເອ​ກະ​ລັກ​ພິ​ເສດທີ່​ສຸດ​ໃນ​ຫໍ​ວາງ​ສະ​ແດງ​ນີ້."ທ່ານ​ໄຕ້​ເຕີ​ຊິ່ງກ່າວ​ວ່າ,​ໃນ​ວິ​ກິດ​ການ​ການ​ເງິນ​ເທື່ອ​ນີ້,​ວິ​ສາ​ຫະ​ກິດ​ຈີນ​ໄດ້​ມີ​ຄວາມ​ປາຖະ ໜາ​ຢ່າງ​ແຂງ​ແຮງ​ທີ່​ຢາກ​ໄປ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ.​ໃນ​ໄລຍະ​ທີ່​ເສດ​ຖະ​ກິດ​ທົ່ວ​ໂລກ​ຟື້ນ​ຕົວ,​ສິ່ງ​ທີ່​ບັນດາ​ປະ​ເທດ​ອາ​ຊຽນ​ຢາກ​ດຶງ​ດູດ​ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ນັກ​ທ່ອງ​ທ່ຽວ​ຂອງ​ຈີນ​ທໍ່​ນັ້ນ,​ຍັງ​ມີ​ກ້ອນ​ທຶນ​ຈາກ​ຈີນ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ