ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​​ໃຫ້ການ​ບໍລິການ​ຮອບດ້ານ​ແກ່​ນັກ​ທ່ອງ​ທ່ຽວ

(GMT+08:00) 2010-05-13 15:51:56     cri

ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຈີນ 2010 ​ໄດ້​​ໄຂ​ມາ​ເປັນ​ເວລາ 13 ມື້​​ແລ້ວ, ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ໄດ້​ສະ​ຫລຸບ​ບົດ​ຮຽນ​ຢ່າງ​ທັນ​ການ, ແລະ ປັບປຸງແຜນການ​ບໍລິການ​ຢ່າງຮອບດ້ານ​ແກ່​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ຊົມ​ງານ​ວາງສະ​ແດງ.​ໃນ​ໄລຍະ​ຈັດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ, ​ອາກາດ​ຈະ​ອ່າວ​ຮ້ອນ, ຝົນຕົກ​​ເລື້ອຍໆ​​ແລະ​ອາກາດບໍ່​ຄ່ອຍ​ດີ, ​ເຊິ່ງລ້ວນ​ແຕ່​ຈະ​ກະທົບ​ເຖິງ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ແລະ​ການ​ດຳ​ເນີນ​ງານ​ຂອງ​ງານ​ວາງສະ​ແດງ​ໂລກ.ສະນັ້ນ, ທ່ານ​ເຈິ້ງ​ໂກກ​ວງ,ຫົວຫນ້າ​ກົມ​ອຸຕຸນິຍົມ​ຈີນ​ກ່າວ​ວ່າ, ​ເພື່ອບໍລິການ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ງານໃຫ້​ດີກ​ວ່າ​ເກົ່າ, ພາກສ່ວນ​ອຸຕຸນິຍົມ​ຈີນ​ຈະ​ໃຫ້ການ​ພະຍາກອນ​ອາກາດ​ທີ່​ຊັດ​ເຈນ​ທີ່​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ດ້ວຍ​ຫລາຍໆ​ວິທີ.

ທ່ານ​ເວົ້າວ່າ:ພວກ​ເຮົາ​ໄດ້​ສ້າງ​ຕາຫນ່າງ​ຕິດຕາມ​ວັດ​ແທກ​ອາກາດດ້ວຍສາມ​ມິ​ຕິ​ຕໍ່​ເຂດ​ຈັດ​ງານ​ແລະ​ເຂດ​ອ້ອມ​ແອ້ມ,ທຸກໆ 15 ນາທີ​ກໍ່ປ່ຽນ​ຮູບ​​ກ້ອນ​ເມກ​ທີ່​ຖ່າຍ​ຈາກ​ດາວ​ທຽມ​ອຸຕຸນິຍົມ​ໃຫມ່,ທຸກໆ 5 ນາທີກໍ່​ປ່ຽນ​ຂໍ້​ມູນ​ສັງ​ເກດ​ຂອງ​ສະຖານີ​ອຸຕຸນິຍົມ​ອັດຕະ​ໂນ​ມັດ 2200 ​ແຫ່ງ​ທີ່​ຕັ້ງ​ຢູ່​ເຂດ​ສາມຫລ່ຽມ​ປາກ​ແມ່​ນ້ຳ​ຢາງ​ຊີ​ກຽງ,​ແລະທຸກໆ 6 ນາທີ ​ປ່ຽນ​ຂໍ້​ມູນ​ ​ອາກາດ​ດ້ວຍລາ​ດາ 14 ຫນ່ວຍ​ທີ່​ຕິດ​ຕັ້ງ​ຢູ່​ນະ​ຄອນ​ຊຽງ​ໄຮ​ແລະ​ເຂດ​ອ້ອມ​ແອ້ມ.​ແຕ່ລະ​ມື້​ກໍ່​ພະຍາກອນ​ອາກາດ​ໃຫ້ງານ​ວາງສະ​ແດງ​ທຸກໆ​ຊົ່ວ​ໂມງ, ຈະ​ສົ່ງ​ຄຳ​ເຕືອນ​ແລະ​ໃຫ້ການ​ບໍລິການ​​ແນະນຳ​ແກ່​ນັກ​ທ່ອງ​ທ່ຽວ​​ໃນງານດ້ວຍ 6 ວິທີ​ພາຍ​ໃນ 15 ນາທີ.

 ນອກ​ຈາກ​ພາກສ່ວນ​ອຸ​ຕິ​ນິຍົມ​ແລ້ວ,ພາກສ່ວນ​ຄົມມະນາຄົມ​ຂອງ​ນະຄອນ​ຊຽງ​ໄຮ​ກໍ່​ໄດ້​ວາງ​ແຜນການ​ຮັບ​ມື​ກັບສະພາບ​ຄົມມະ ນາຄົມ​ແລະການ​ຂົນ​ສົ່ງ​ຢ່າງຮອບ​ຄອບ, ນັກ​ທ່ອງ​ທ່ຽວ​ສາມາດ​ເດີນທາງ​ໄປ ​ງານ​ວາງສະ​ແດງ​ດ້ວຍຊ່ອງ​ທາງຕ່າງໆ​ເຊັ່ນ: ລົດ​ໄຟ​ໃຕ້​ດິນ​ຫຼື​ລົດ​ໄຟ​​ໃນ​ຕົວ​ເມືອງ  ,ລົດ​ເມ,ລົດ​ແທັກ​ຊີ​ທາງ​ເຮືອນ​ແລະ​ອື່ນໆ. ຕາມ​ການຕິດຕາມຂອງຄະນະຈັດ​ຕັ້ງ​ງານ,ນັບ​ແຕ່​ມື້ເປີດ​ງານ​ວາງສະ​ແດງມາຮອດ​ຄືນວັນ​ທີ 11 ພຶດສະພາ​ນີ້, ຈຳນວນ​ຄົນ​ທີ່​ເຂົ້າຊົມທັງ​ຫມົດ​ມີຫຼາຍ​ກວ່າ 1 ລ້ານ 7 ​ແສນ 4 ຫມື່ນ​ຄົນ. ທ່ານ​ຊູ່​ນຈ້ຽນຜິ​ງ, ຫົວຫນ້າ​ຫ້ອງການທ່າ​​ເຮືອ​ໂດຍສານຂອງນະຄອນ​ຊຽງ​ໄຮບອກ​ວ່າ,ພາກສ່ວນ​ຄົມມະນາຄົມ​ຈະ​ຄຳ​ນຶງຖິງ​ການ​ທ້າ​ທາຍ​ຕ່າງໆ​ທີ່ອາດ​ຈະ​ເກີດ​ຂຶ້ນ​ຢ່າງຮອບດ້ານ, ສືບ​ຕໍ່​ປັບປຸງ​ແຜນການ ຄົມມະນາຄົມ​ແລະ​ຂົນ​ສົ່ງ​ໃຫ້​ດີ​ຂຶ້ນ. ​​

ໃນ​ເວລາ​ນັກ​ທ່ອງ​ທ່ຽວຈະ​ເຂົ້າ​ຊົມ​​ງານກໍ່ສາມາດ​ ​ຮູ້ຜ່ານຂໍ້​ມູນ​ຂ່າວສານ​ດ້ວຍ​ສື່​ມວນ​ຊົນ​ຕ່າງໆ​ເຊັ່ນ: ລະບົບ​ເຄືອຂ່າ​ຍຄົມມະນາຄົມ​ຂອງງານ​, ​ວິທະຍຸ​ກະຈາຍສຽງ​ ໂທລະພາບ,​ໂທລະສັບ​ສາຍ​ດ່ວນ​ທີ່​​ໃຫ້​ຄຳ​ປຶກສາ​ແນະນຳ,ມື​ຖື​ແລະ​ແຜ່ນ​ທີ່ເສັ້ນທາງ​ລະບົບGPS​ແລະ​ອື່ນໆ,ເພື່ອ​ປ່ຽນ​ເສັ້ນທາງ​ເດີນທາງ​​ໄດ້​ຢ່າງ​ທັນ​ການ.

ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ຊົມ​ງານ​ວາງສະ​ແດງ​ໂລກ, ​ສ່ວນ​ຫຼາຍ​ຢາກ​ຊິ​ມອາຫານ​​ແຊບໆ​ທີ່​ມາ​ຈາກ​ທົ່ວໂລກ​ໃນ​ສວນ​ນີ້. ຕາມ​ຂໍ້​ມູນ​ຂອງ​ພາກສ່ວນ​ການ​ບໍລິການ​ແລະ​ຄຸ້ມ​ຄອງ​ດ້ານ​ການ​ຄ້າ​ຂອງ​ຄະນະ​ກຳມະການ​ຈັດງານ​ວາງສະ​ແດງ​ໂລກ​ຊຽງ​ໄຮບອກ​ວ່າ, ມາ​ຮອດ​ວັນ​ທີ 8 ພຶດສະພາ​ນີ້, ງານ​ວາງສະ​ແດງ​ໂລກ​ ​​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວທີ່​ມາກິນ​ອາຫານ​ຕ່າງໆ 1 ລ້ານ 7 ​ແສນ​ເທື່ອ​ຄົນ, ມີ​ນັກ​ທ່ອງ​ທ່ຽວ​​ປະມານ 70% ​ເລືອກ​ມາກິນ​ເຂົ້າ​ຢູ່​ໃນ​ງານນີ້.

ທ່ານ​ຫຼິນ​ເຊີງ​ຢົງ, ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ບໍລິການ​ການ​ຄ້າ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ກ່າວ​ວ່າ, ​ງານ​ວາງສະ​ແດງ​ໂລກ​ທັງ​ໝົດ​ມີ​ຮ້ານ​ກິນ​ດື່ມ 100 ​ແຫ່ງ, ​ໄດ້​ຕັ້ງ​ຮ້ານ​ອາຫານ 130 ​ຮ້ານ, ສາມາດ​ສະໜອງ​ອາຫານ 3 ​ແສນ​ຫາ 4 ​ແສນ​ຊຸດຕໍ່​ມື້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ສະໜອງ​ອາຫານ​ໃນ​ງານ​ວາງສະ​ແດງກໍຍັງ​ບໍ່​ພຽງພໍ, ຮ້ານ​ອາຫານກໍ່​ແຈກ​ຢາຍກັນ​ຢູ່​ບໍ່​ທົ່ວ​ເຖິງ, ອາຫານ​ກໍ່​ບໍ່​ພຽງພໍ​ແລະ​ລາຄາກໍ​ອ່າວ​ແພງ​​ແດ່. ທ່ານ​ຫຼິນ​ເຊີງ​ຢົງກ່າວ​ວ່າ, ​ ​ມໍ່ໆມາ​ນີ້​ງານ​ວາງສະ​ແດງ​ໂລກ​ໄດ້​ໃຊ້​ມາດ​ຕະການ​ຫຼາຍ​ຢ່າງ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິຫານ​ດ້ານ​ການ​ກິນ​ດື່ມ, ​ແລະ​ໄດ້​ເພີ່ມ​ບ່ອນ​ຂາຍ​ອາຫານ​ຊົ່ວຄາວ, ຄ່າ​ໃຊ້​ຈ່າຍ​ສະ​ເລ່ຍຕໍ່ຫົວ​ຄົນ​ກໍ່​ຫຼຸດລົງ​ຮອດ 40 ຢວນ.

"ພວກ​ເຮົາ​ຮຽກຮ້ອງ​ໃຫ້​ວິຮ້ານ​ອາຫານ​ດ່ວນ​ເພີ່ມ​ຄວາມ​ສາມາດ​ດ້ານ​ການ​ສະໜອງ, ​ເພີ່ມ​ບ່ອນ​ນັ່ງ​ແລະ​ຈຳນວນ​ການນຳ​ໃຊ້​​ບ່ອນ​ນັ່ງ​, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ກິນ​ດື່ມ​ໃຫ້​ນັກ​ທ່ອງ​ທ່ຽວ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ