ຫາງ​ສຽງ​ໃນ​ອາ​ເມ​ລິ​ກາກ່ຽວ​ກັບ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ກ່ອນ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ແລະ​ເສດ​ຖະ​ກິດ​ຈີນ​ອາ​ເມ​ລິ​ກາ

(GMT+08:00) 2010-05-19 16:53:22     cri

ຕາມ​ຂ່າວCRI:ການ​ເຈລະ​ຈາ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ຈີນ​ອາ​ເມ​ລິ​ກາ​ຮອບທີ2​ຈະ​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ແຕ່​ວັນ​ທີ​24​ຫາ​25​ພຶດ​ສະ​ພາ​ນີ້,​ຜູ່​ຊ່ຽວ​ຊານ​ວົງ​ການ​ຕ່າງໆ​ເຫັນ​ວ່າ,​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຈະ​ແມ່ນ​ຫົວ​ຂໍ້​ສຳ​ຄັນ​ອັນ​ໜຶ່ງ​ຂອງ​ການ​ເຈ​ລະ​ຈາ​ຮອບ​ນີ້.​ຫວ່າງ​ມໍ່​ໆ​ມາ​ນີ້,ອາ​ເມ​ລິ​ກາ​ດຳ​ເນີນ​ການ​ສຳ​ຫຼວດ​ຕ້ານ​ການ​ຂາຍ​ເລ​ຕ້ານ​ການ​ອຸດ​ໜູນ​ນັບ​ມື້​ນັບ​​ແຮງ​ຂຶ້ນ​ຕໍ່​ສິນ​ຄ້າ​ທີ່​ຈີນ​ສົ່ງ​ອອກ,​ຈຳ​ນວນ​ມາດ​ຕະ​ການ​ອຸດ​ໜູນ​ການ​ຄ້າ​ທີ່​ໃຊ້​ສຳ​ລັບ​ຈີນ​ມີ​ຫຼາຍ​ຈົນ​ເຮັດ​ໃຫ້​ຫຼາຍ ​ຝ່າຍ​ສົນ​ໃຈ​ຢ່າງ​ສູງ.​

ເຈົ້າ​ໜ້າ​ທີ່​ແລະ​ຜູ່​ຊ່ຽວ​ຊານ​ຂອງ​ອາ​ເມ​ລິ​ກາ​ເຫັນ​ວ່າ,​ການ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ການ​ຄ້າ​ພາຍ​ໃຕ້​ຂອບ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ແລະ​ເສດ​ຖະ​ກິດ​ຮອບ​ນີ້​ອາດ ຈະ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ບໍ່​ແມ່ນ​ຂອງ​ຄ່ອຍ,​ແຕ່​ວ່າ​ການ​ຮ່ວມ​ມື​ຍັງ​ແມ່ນ​ເລື່ອງ​ຕົ້ນ​ຕໍ.​ໃນ​ການ​ເຈລະຈາ​ຍຸດ​ທະ​ສາດ​ແລະ​ເສ​ດຖະກິດ​ຈີນ​ອາ​ເມ​ລິ​ກາ​ຮອບ​ທີ​ສອງ​ທີ່​ຈະ​ຈັດ​ຂຶ້ນ​ຢູ່ ປັກ​ກິ່ງ​ໃນ​ຫຼາຍ​ມື້​ຂ້າງ​ໜ້າ​ນີ້,​ຈີນ​ເຫັນ​ວ່າ​ສອງ​ຝ່າຍ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ກັນ​ຢ່າງ​ກວ້າງ​ຂວາງ​ແລະ​ເລິກ ​ເຊິ່ງ​ກ່ຽວ​ກັບ​ບັນ​ຫາ​ລັກ​ສະ​ນະ​ຍຸດ​ທະ​ສາດ,​ຍາວ​ນານ​ແລະ​ຮອບ​ດ້ານ​ທີ່​ກ່ຽວ​ພັນ​ເຖິງ​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ.ມີ​ຜູ່​ຊ່ຽວ​ຊານ​ອາ​ເມ​ລິ​ກາ​ຈຳ​ນວນ​ບໍ່​ໜ້ອຍ​ເຫັນ​ວ່າ,​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ແລະ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຈະ​ແມ່ນ​ຫົວ​ຂໍ້​ຕົ້ນ​ຕໍ​ອັນ​ໜຶ່ງ​ຂອງ​ການ​ເຈ​ລະ​ຈາ​ຮອບ​ນີ້.ວັນ​ທີ18​ພຶດສະພາ​ນີ້,ຢູ່​ວໍ​ຊິງ​ຕັນ,​ທ່ານ​ຣອນ ​ເຄີກ,​ຜູ່​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ການ ຄ້າ​ສອງ​ຝ່າຍ​ແມ່ນ​ການ​ທ້າ​ທາຍ​ບັ້ນ​ໃຫຍ່​ຕໍ່​ການ​ພົວພັນ​​ອາ​ເມ​ລິ​ກາຈີນ.


"ພວກ​ເຮົາ​ພວມ​ປະ​ເຊີບ​ກັບ​ການ​ທ້າ​ທາຍ​ຈຳນວນ​ຫນຶ່ງ​,ການ​ເຂົ້າ​ຮ່ວມ​ການ​ສົນທະ ນາ​ເທື່ອ​ນີ້​​ໄດ້​ເຮັດ​ໃຫ້ພວກ​ເຮົາມີ​ໂອກາດ​ຮ່ວມກັບ​ຈີນສົນທະນາກັນ​ກ່ຽວ​ກັບ​ຫົວ​ຂໍ້​​ສຳຄັນ​ທີ່​ສຸດ​ແລະ​ການ​ທ້າ​ທາຍ​ທີ່​ພວມ​ປະ​ເຊີນ​ຢູ່​ ໃນ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ. ພ້ອມ​ກັນ​ນັ້ນ,​ນີ້​ຍັງແມ່ນ​​ຊ່ອງ​ທາງປຶກສາ​ຫາລື​ບັນຫາລະອຽດກວ່າ​ເກົ່າ​ທີ່​ພວກ​ເຮົາ​ສົນ​ໃຈນຳ​ກັນ ​. "


"ບັນຫາ​ລະອຽດກວ່າ​ເກົ່າ​"ທີ່​ທ່ານ​ຣອນ ​ເຄີກ ​ຊີ້​ອອກນັ້ນ​ກໍ່​ແມ່ນ​ການ​ຄ້າ​ຈີນ​-ອາ​ເມລິ​ກາ.​ ມໍ່ໆ​ນີ້,ສະມາຊິກບາງ​ຄົນ​ໃນວຸດ​ທິສະພາ​ອາ​ເມ​ລິ​ກາ​ ພະຍາຍ​າມສ້າງເລື່ອງ​ກ່ຽວ​ກັບການ​ຄ້າ​ຈີນ​-ອາ​ເມ​ລິ​ກາຢ່າງ​ໃຫຍ່.ວັນ​ທີ30ມີນາປີ​ນີ້, ສຳນັກງານ​ຕົວ​ແທນ​​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ໄດ້​ເຜີຍ​ແຜ່​ສະພາບ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​​ແຫ່ງ​ຊາດ​ຂອງ 77 ປະ​ເທດ​ຄູ່ການ​ຄ້າ, ​ແລະ​ຈັດ11 ປະ​ເທດ​ເຊັ່ນ:ຈີນ,ຣັດ​ເຊຍ​ແລະ​ປະ​ເທດອື່ນໆ​​​ເຂົ້າໃນ​ບັນຊີ​ລາຍ​ຊື່​ທີ່ຕ້ອງສຳ​ຫຼວດຢ່າງ​ຈິງ​ຈັງ.ນັບ​ແຕ່​ເດືອນ​ກຸມພາ​ປີ​ນີ້​ເປັນ​ຕົ້ນ​ມາ, ສະມາຊິກບາງ​ຄົນ​ຂອງ​ອຸດ​ທິສະພາ​ແລະ​ນັກ​ເສດຖະສາດ​ຈຳນວນ​ຫນຶ່ງອາ​ເມ​ລິ​ກາ​​ໄດ້​ພະຍາຍາມ​ກໍ່​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ການ​ຄ້າ​ອາ​ເມ​ລິ​ກາ​ຈີນ​ຮອບ​ໃຫມ່​ດ້ວຍ​ຂໍ້​ອ້າງ​ທີ່​ຈີນ​ໄດ້​ປຽບ​ດຸນ​ການ​ຄ້າ​ຕໍ່​ອາ​ເມ​ລິ​ກາ.ກ່ຽວ​ກັບ​​ເລື່ອງ​ນີ້, ທ່ານ​ໄມ​ໂຄ ​ເພັດ​ທິສ,ນັກ​ຄົ້ນຄວ້າ​ລະດັບ​ສູງ​ຂອງ​ມູນ​ນິທິ​ສັນຕິພາບ​ສາກົນ​ຄາ​​ເນ​ຈຣ ​ເອັນ​ດໍ​ເມິ​ນຄາດ​ວ່າ, ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ການ​ຄ້າ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ຍັງ​ຈະ​ສືບ​ຕໍ່​ຮຸນ​ແຮງ​ຂຶ້ນໃນອີກ​ບໍ່​ດົນ.

ເຖິງ​ວ່າຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ຄ້ານ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ອາດ​ຈະ​ຮຸນ​ແຮງ​ຂຶ້ນ​ຕື່ມ​ອີກ​ກໍ່ຕາມ,​ແຕ່​ນັກວິ​ເຄາະ​ຊີ້​ອອກ​ວ່າ,ການ​ຮ່ວມ​ມື​ຍັງ​ແມ່ນ​ທ່າ​ອຽງສຳຄັນ. ກ່ອນ ທ່ານ​ແກຣີ ​ລ໋ອກ​ເກ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ທີ່​ຈະ​ນຳພາ​ຄະນະ​ຜູ່​ແທນ​ມາ​ຢ້ຽມຢາມ​ແລະ​ເຂົ້າ​ຮ່ວມ​ການ​ສົນທະນາ​ຍຸດ​ທະ​ສາ​ແລະ​ເສດຖະກິດ​ລະຫວ່າງຈີນ​ກັບ​​ອາ​ເມ​ລິ​ກາ​ຮອບ​ທີ​ສອງຈະ​ມາ​ຢ້ຽມຢາມ​ຈີນ,ທ່ານ​ກ່າວ​ວ່າ,ການ​ສຳ​ຫຼວດຜະລິດ​ຕະພັນ​ທີ່​ຈີ​ນສົ່ງ​ອອກ​ບໍ່​ແມ່ນ​ກະ​ແສ​ຫຼັກ​​ໃນ​ການ​ຄ້າ​ອາ​ເມ​ລິ​ກາ-ຈີນ.

 
"ພວກ​ເຮົາ​ໄດ້​ແລກປ່ຽນ​ກັບ​ເຈົ້າ​ໜ້າ​ທີ່​ຈີນ​ກ່ຽວ​ກັບ​ເລື່ອງນີ້, ພວກ​ເຮົາ​ໄດ້​ສະ​ແດງ​​ໃຫ້​ເຫັນວ່າ​ບໍ່​ແມ່ນລັດຖະບານ​ອາ​ເມ​ລິ​ກາສະ​ເໜີ​ວ່າຈະ​ສຳ​ຫຼວດຄະດີ​ການ​ຄ້າ​ເຫຼົ່າ​ນີ້. ນີ້​ບໍ່​ແມ່ນ​ນະ​ໂຍບາຍ​ຂອງ​ອາ​ເມ​ລິ​ກາ, ຫາກ​ແມ່ນ​ບໍລິສັດ​ອາ​ເມ​ລິ​ກາ​ຈຳນວນ​ໜຶ່ງ​ສະ​ເໜີ​ອອກມາ, ມັນບໍ່​ພຽງ​ແຕ່​​​ແນ​ໃສ່​ຈີນ​ເທົ່າ​ນັ້ນ, ຂໍ້​ຂັດ​ແຍ່ງ​ປະ​ເພດ​ນີ້​ຍັງ​ກ່ຽວ​ພັນ​ເຖິງ​ຫຼາຍປະ​ເທດ. ສິ່ງ​ທີ່​ຂ້າ​ພ​ະ​ເຈົ້າ​ຢາກ​ກ່າວ​ຢ້ຳຄື, ​ໃນສິນ​ຄ້າ​ຈີນ​ທີ່​ອາ​ເມ​ລິ​ກາ​ນຳ​ເຂົ້າ​ນັ້ນ​ມີບໍ່​ຮອດ 3% ກ່ຽວ​ພັນ​ເຖິງ​ຂໍ້​ຂັດ​ແຍ່ງ."
ທ່ານ​ອານ​ເບີດ ​ເກ​ເດ​ວ, ຜູ້​ຊ່ຽວຊານ​ຊົງ​ຄຸນ​ວຸດ​ທິຂອງ​ສະພາ​ອັດ​ລັງ​ຕິກ​ເຫັນ​ວ່າ, ການ​ໂຍນ​ໜ້າ​ທີ່​ຮັບຜິດຊອບ​ທີ່​ການ​ຄ້າ​ອາ​ເມ​ລິ​ກາ​ຂາດ​ດຸນ​ມາ​ໃສ່​ຈີນ​ແມ່ນ​ບໍ່​ເໝາະ​ສົມ​ແລະ​ບໍ່​ສະຫຼາດ​ເລີຍ, ທ່ານ​ເກ​ເດ​ວ​ເຫັນ​ວ່າ, ອາ​ເມ​ລິ​ກາ​ຈີນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່ອັນ​ດັບທີ 2 ​ຂອງກັນ​ແລະ​ກັນ, ຖ້າວ່າ​ເກີດ​ສົງຄາມ​ການ​ຄ້າ​​ເຮັດ​ໃຫ້​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ​ແລະອາດ​ຈະພາ​ໃຫ້​​ເສດຖະກິດ​ໂລກ​ຊຸດ​ໂຊມອີກ​ຮອບ​ໃໝ່. ​ເຈົ້າ​ໜ້າ​ທີ່​ສອງ​ປະ​ເທດ​ໄດ້​ສົ່ງ​ສັນຍານທີ່​ດີ​ຈຳນວນ​ໜຶ່ງ​ກ່ອນການ​ສົນທະນາ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຮອບ​ທີ​ສອງ, ສະ​ນັ້ນ, ອ​າ​ເມ​ລິ​ກາ​ຈີນ​ຫຼຸດ​ຂໍ້​ຂັດ​ແຍ່ງກັນ, ຊອກ​ຫາຮູບ​ແບບ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຈິ່ງ​ແມ່ນ​ວິທີ​ແກ້​ໄຂທີ່​ດີ​ທີ່ຈະ​ຊຸກຍູ້​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ