ຈີນ​ອາ​ເມ​ລິ​ກາ​ສົ່ງ​ສັນຍາ​ໃຫ້ທົ່ວ​ໂລກ​ວ່າມີ​ຄວາມ​ໝັ້ນ​ໃຈ​​ໃນ​ການ​ຊຸກຍູ້​ສ້າງ​ການ​ພົວພັນ​ການ​ຮ່ວມ​ມື​ຢ່າງຮອບດ້ານທີ່​ດີ​ໃນ​ສະຕະວັດທີ 21

(GMT+08:00) 2010-05-26 16:58:08     cri

ການ​ເຈລະຈາ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຮອບ​ທີ 2 ທີ່​ດຳ​ເນີນ​ຢູ່​ປັກ​ກິ່ງ​ເປັນ​ເວລາ 2 ວັນ​ໄດ້​ສິ້ນ​ສຸດ​ລົງໃນ​ຕອນ​ກາງຄືນ​ວັນ​ທີ 25 ພຶດສະພາ​ນີ້ດ້ວຍ​ຜົນສຳ​ເລັດອັນ​ຈົດ​ງາມ. ສອງ​ຝ່າຍ​​ໄດ້ດຳ​ເນີນ​ການປຶກສາ​ຫາລືຢ່າງ​ຈິງ​ໃຈ​ແລະ​ຖືກ​ກັບ​ຕົວ​ຈິງ​ກ່ຽວ​ກັບ​ບັນຫາ​ທີ່​ມີ​ລັກສະນະ​ຮອບດ້ານ, ຍຸດ​ທະ​ສາດ​ແລະ​ໄລຍະ​ຍາວ​ທີ່ ​ສົນ​ໃຈ​ຮ່ວມ​ກັນ, ​ໄດ້ລົງ​ນາມ​ໃນເອ​ກະສາ​ນຮ່ວມ​ມື​ຫຼາຍ​ສະບັບ, ​ແລ​ະ​ໄດ້​ຮັບຜົນ​​ໃນ​ການຮ່ວມ​ມື​ຈຳນວນ​ໜຶ່ງ.

ຈີນ​ອາ​ເມ​ລິ​ກາ​ກ່າວ​ວ່າ, ຫວັງ​ຢາກ​ສົ່ງ​ສັນຍາ​ນ​ໃຫ້​ໂລກ​ເຫັນ​ວ່າ​ສອງ​ປະ​ເທດ​ມີ​ຄວາມໝັ້ນ​ໃຈ​ອັນ​ເດັດດ່ຽວ​ໃນ​ການ​ຮ່ວມ​ມື​ກັນ​ຮັບ​ມື​ສິ່ງທ້າ​ທາຍ​ແລະ​ຊຸກຍູ້​ສ້າງ​ສາ​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ທີ່​ດີ​ໃນ​ສະຕະວັດທີ 21. ຕໍ່​ໄປ​ເຊີນ​ຟັງ​ລາຍ​ງານ​ລະອຽດ:ຕອນ​ກາງຄືນ​ວັນ​ທີ 25 ພຶດສະພາ​ນີ້, ຈີນ​ອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 7 ສະບັບ​ທີ່​ສະ​ແດງ​ໃຫ້​ເຫັນ​ໝາກຜົນທີ່​ດີ​ຂອງ​ການ​ເຈລະຈາ. ທ່ານ​ຫວາງ​ສີ​ຊ່ານ, ຮອງ​ນາຍົກລັດຖະມົນຕີຈີນ ແລະ​ເປັນຜູ້ຕາງໜ້າ​ພິ​ເສດ​ຂອງ​ທ່ານ​ຫູ​ຈີນ​ທ່າວ, ປະທານ​ປະ​ເທດ​ຈີນ, ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ການ​ເຈລະຈາ​ເທື່ອ​ນີ້​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ກາງຄືນ​ວັນ​ທີ 25 ພຶດສະພາ​ນີ້.ໃຕ້​ສະ​ຖາ​ນະ​ການ​ທີ່​ສັບສົນ​ໃນ​ປັດ​ຈຸ​ບັນ, ສອງ​ຝ່າຍ​ໄດ້​ລົງ​ເລິກ​ຫາລື​ກັນ​ກ່ຽວ​ກັບ​ສະຖານະ​ການ​ເສດຖະກິດ​ໂລກ, ການ​ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ເງິນ​ແລະ​ການ​ທະ​ນາ​ຄານ, ປະ​ຕິ​ຮູບ​ໂຄງ​ປະ​ກອບ​ປັບປຸງ​ເສດຖະກິດ​ທົ່ວ​ໂລກ​ແລະ​ບັນຫາ​ອື່ນໆທີ່​ສົນ​ໃຈຮ່ວມ​ກັນ, ​ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​​ເປັນ​ເອ​ກະ​ສັນ​ກັນ​ນັ້ນ​ເພີ່ມ​ຂຶ້ນ, ຈະ​ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ການ​​ໃຫ້​ສອງ​ປະ​ເທດ​ປັບປຸງ​ທ່າ​ອຽງ​ທີ່​ດີ​ໃນ​ດ້ານ​ເສດຖະກິດ,ຊຸກ​ຍູ້​ໃຫ້​ເສດຖະກິດ​ທົ່ວ​ໂລກ​​ເຕີບ​ໂຕ​ແບບ​ຍືນ​ຍົງ​ແລະ​ດຸ່ນດ່ຽງ​ກັນຢ່າງ​ແຂງ​ແຮງ.​

ໃນ​ຖາ​ນະ​ທີ່​ເປັນ​ຫມາກ​ຜົນ​ຂອງ​ການ​ເຈລະຈາ​ເສດ​ຖະ​ກິດ, ສອງ​ຝ່າຍ​ໄດ້​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ຈະ​​ເລັ່ງ​ລັດ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ປັບປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ;ຮັບປາກ​ວ່າ​ຈະ​ສຸມ​ໃສ່​ການ​ສ້າງ​ລະບົບ​ການ​ຄ້າ​ແລະ​ການ​ລົງທຶນ​ທົ່ວ​ໂລກ​ທີ່​ເປີດ​ປະ​ຕູ​ກວ້າງ​ກວ່າ​ເກົ່າ,ຄັດ​ຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ;​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ທະ​ນາ​ຄານ, ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ອົງການ​ທະ​ນາ​ຄານ​ໃນ​ການ​ສະ​ຫນັບ​ສະ​ຫນູນ​ອົງ​ກອນ​ເສດ​ຖະ​ກິດ​ຕົວ​ຈິງ;​ເຫັນ​ດີ​ເພີ່ມ​ທະ​ວີ​ບົດບາດ​ໃນ​ດ້ານ​ປະຕິ​ຮູບ​ລະບົບ​ການ​ທະ​ນາ​ຄານ​ສາ​ກົນ;ສົ່ງ​ເສີມ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ດ້ານ​ເສດຖະກິດ​ສອງ​ຝ່າຍໂດຍ​ຜ່ານ​ກົນ​ໄກ​ເຈລະຈາ​ເສດຖະກິດ​ລະຫວ່າງ​ພາກ​ສ່ວນ​ຕ່າງໆ​ຂອງ​ສອງ​ປະ​ເທດ.

ໃນ​ການ​ເຈລະຈາ​ຍຸດ​ທະ​ສາດ,ສອງ​ຝ່າຍ​​ໄດ້​ລົງ​ເລິກເຈລະຈາ​​ແລະ​ທຳ​ຄວາມ​ເຈົ້າ​ໃຈ​ກັນຢ່າງ​ເປີດ​ໃຈ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ພົວພັນ​ຈີນ​-ອາ​ເມ​ລິ​ກາ​ໃນ​ໄລຍະ​ໃຫມ່,​ໂຄລົບ​ຜົນ​ປະ​ໂຫຍ​ດ​ໃຈກາງ​ຂອງ​ກັນ​ແລະ​ກັນ​​ແລະ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຳຄັນ ​,​ເພີ່ມ​ທະວີ​ການ​ຕິດ​ຕໍ່ປະສານ​ງານ​ກັນ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ,ຮ່ວມ​ກັນ​ຊຸກ ຍູ້​ການ​ປະຕິ​ຮູບ​ລະບົບ​ສາກົນ​ແລະ​ສ້າງກົນ​ໄກ​ຮ່ວມ​ມື​ໃນ​ເຂດ​ອາຊີ​ປາ​ຊິ​ຟິກ​ແລະ​ອື່ນໆ. ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຮ່ວມ​ກັນຈັດ​ຂຶ້ນ​ໃນ​ວັນ​ທີ25ພຶດສະພາ​ນີ້,ທ່ານ​ນາງ​ຮິວລາ​ຣີ ຄຼິນຕັນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຜູ່​ຕາງຫນ້າ​ພິ​ເສດ​ຂອງ​ທ່ານ​ບາຣັກ ​ໂອ​ບາ​ມາ,ປະທານາທິບໍດີ​ ​ທັງ​ ຊີ້​ອອກ​ວ່າ, ການ​ສ້າງ​ແລະ​ສົ່ງ​ເສີມ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແມ່ນ​ສຳຄັນ​ທີ່​ສຸດຕໍ່​ການ​ຂະ​ຫຍາ​ຍການ​ພົວພັນ​ຈີນ-​ອາ​ເມ​ລິ​ກາ​ຢ່າງ​ປອດ​ໃສ​ແລະຫມັ້ນ​ທ່ຽງ.ນາງກ່າວ​ວ່າ:
"ການ​ເຈລະຈາ​ເທື່ອ​ນີ້​ຈະ​ສະ​ແດ​ງ​ໃຫ້​ເຫັນຄຸນ​ຄ່າ​ຂອງປະ​ເທດ​ຕົນ​ເອງ,ສ່ອງ​ແສງ​ໃຫ້​ເຫັນຄວາມ​ພ້ອມ,ຄວາມ​ຕໍ່​ເນື່ອງ​ແລະ​ຄວາມ​ສາມາດ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,​ໃນ​ສອງ​ມື້ມໍ່ໆ​ມາ​ນີ້, ພວກ​​ເຮົາ​ໄດ້​ປຶກ​ສາ​ຫາລື​ກັນ​ກ່ຽວ​ກັບການ​ທ້າທາຍທີ່​ສັບສົນຢ່າງຫຼວງ​ຫຼາຍ​ລະຫວ່າງສອງ​ຝ່າຍ​​​ແລະພາກ​ພື້ນ​ກໍ​ຄື​ຂອງ​ໂລກ. ໃນການ​ເຈລະຈາ​ເທື່ອ​ນີ້​, ພວກ​ເຮົາ​ກໍ່​ໄດ້​ປຶກສາ​ຫາລືທຸກ​ບັນຫາ​ແລະ​ມີ​ຄວາມ​ເຂົ້າ​ໃຈກັນ​ທີ່​ດີ​ແລະມີ​ການ​ຮ່ວມ​ມື​ຮອບດ້ານ.ແລະ​ຄວາມ​ເຂົ້າ​ໃຈ​ນີ້​ກໍ່​ເຮັດ​ໃຫ້​ພວກ​ເຮົາ​ກ້າວ​ສູ່​ສະຕະ ວັດ​ທີ 21. "

 ສອງ​ຝ່າຍຍັງ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ຂອງ​ແຫຼມ​ເກົາຫຼີ​ໃນ​ປະ​ຈຸ​ບັນ, ​ສະ​ແດງ​ຄວາມ​​ເປັນຫ່ວງ​ນຳ​ການ​ຂະຫຍາຍ​ສະຖານະ​ການ​ຂອງ​ແຫຼມ​​ເກົາຫຼີທີ່​ເຄັງ​ຕຶງ​ຂຶ້ນ,​ແລະ​ເປັນ​ເອກະສັນ​ກັນວ່າ ການ​ຮັບປະກັນ​ໃຫ້​ແຫຼມ​ເກົາຫຼີມີ​ຄວາມຫມັ້ນ​ຄົງແມ່ນ​ສຳຄັນ​ທີ່​ສຸດ.
 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ