ຜູ່​ນຳ​ຈີນ​-ລາວ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ

(GMT+08:00) 2010-06-16 17:40:53     cri

ວັນ​ທີ 16 ມິຖຸນາ​ນີ້,ຢູ່​ທີ່​ນະຄອນຫຼວງ​ວຽງຈັນ, ທ່ານ​ສິຈິ້ນ​ຜິ​ງ ,ຮອງ​ປະທານ​ປະ​ເທດ​ຈີນ​ທີ່​ມາຢ້ຽມຢາມ​ສ.ປ.ປລາວ​​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ບຸນ​ຍັງ ວໍລະ​ຈິດ, ຮອງ​ປະ​ທານ​ປະ​ເທດລາວ. ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນມີຄວາມ​​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ໂດຍ​ທົ່ວ​ໄປ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.ຕໍ່​ໄປ​​ເຊີນ​ຟັງລາຍ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້:


ຢູ່​ທຳນຽບປະທານປະ​ເທດແຄມ​ແມ່​ນ້ຳຂອງ,ຜູ່​ນຳ​ສອງ​ປະ​ເທດ​ຄື​:ທ່ານ​ສີ​ຈິ້ນ​ຜິ​ງ,ຮອງ​ປະທານປະ​ເທດ​ຈີນ​ແລະ​ທ່ານ​ບຸນ​ຍັງ ວໍລະ​ຈິດ,ຮອງ​ປະ​ທານ​ປະ​ເທດ​​​​ລາວໄດ້ເລີ່​ມພົບ​ປະ​ໂອ້ລົມ​ກັນ​ຢ່າງສະຫນິດສະຫນົມ​. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ,ທ່ານດີ​ໃຈ​ທີ່​ສຸດທີ່​​ໄດ້​ມາຢ້ຽມຢາມ​ສ.ປ.ປລາວ​​ຕາມຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ບຸນຍັງ ວໍລະ​ຈິດ, ,​ແລະ​ຍັງຫວນ​ຄືນ​ຢ່າງ​ອົບ​ອຸ່ນຕໍ່ສະພາບ​ທີ່​ທ່ານ​ມາຢ້ຽມຢາມ​ລາວ​ໃນ 5 ປີ​ກ່ອນ. "​ປີ 2005,ຂ້າພະ​ເຈົ້າ​ເຄີຍ​ມາ​ຢ້ຽມຢາມ​ລາວ​ເທື່ອ​ທຳ​ອິດ, ການ​ຢ້ຽມຢາມ​ເທື່ອ​ນັ້ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ທີ່​ສຸດໃຫ້​ແກ່​​ຄວາມຊົງ​ຈຳຂ້າພ​ະ​ເຈົ້າ​, ​ເທື່ອ​ນີ້​ມາຢ້ຽມຢາມ​ລາວ​ອີກ​ເທື່ອ​ຫນຶ່ງ,ຂ້າພະ​ເຈົ້າ​ກໍ່ຮູ້ສຶກ​ວ່າ​,ປະຈຸ​ບັນ, ຢູ່​ນີ້​ສັງຄົມ​ມີ​ຄວາມ​ສະຫງົບ,ການ​ປົກຄອງ​ສອດຄ່ອງ​ກັມ​ກຽວ​ກັນ. ​ປະຊາຊົນ​ສາ​ມັກ​ຄີ​ປອງ​ດອງ​ກັນ. ການ​ພັດທະນາ​ເສດຖະກິດ​ກໍ່​ໄດ້​ຮັບ​ຜົ​ນສຳ​ເລັດ​ໃຫມ່​,ຂ້າພະ​ເຈົ້າຮູ້ສຶກ​ດີ​ໃຈທີ່​ສຸດ​ແລະ​ສະ​ແດງຄວາມ​ຊົມ​ເຊີຍ​ດ້ວຍ​ຄວາມ​ຈິງ​ໃຈຕໍ່​ຜົນສຳ​ເລັດ​ໃຫມ່​ທີ່ສະຫາຍ​ລາວ​ໄດ້​ຮັບ."


ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ,ນັບ​ແຕ່ຈີນ​ກັບ​ລາວ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເກືອບ​ເຄິ່ງສະຕະວັດ​ເປັນ​ຕົ້ນ​ມາ,ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກໍ່​​ໄດ້​ຂະຫຍາຍຕົວ​ຢ່າງ​ຫມັ້ນ​ຫນຽວ​ບໍ່​ປ່ຽນ​ແປງ. ປະຈຸ​ບັນ,ການ​ພົວພັນ​ລະຫວ່າງ​ ​ຈີນ​ລາວ​ໄດ້​ມີ​ຈຸດ​ພິ​ເສດ​ຈຳນວນ​ຫນຶ່ງທີ່ພົ້ນ​ເດັ່ນ,ຄື​: ຜູ່​ນຳ​ສອງ​ປະ​ເທດ​ແລກປ່ຽນ​ການ​ໄປມາຫາສູ່​ກັນ​ເລື້ອຍໆ​ຄື​ກັບ​ບາດ​ພີ່ນ້ອງ​ຢື້​ຢາມ​ຖາມ​ຂ່າວ​ກັນ. ​ເພື່ອ​ເພີ່ມ​ພະລັງ​ແຮງ​ໃຫມ່​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ;ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັກສາ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ, ​ແລະ​ໄດ້​ຮັບ​ຜົນສຳ​ເລັດສູງ​; ການ​ໄປມາຫາສູ່​ກັນ​ລະຫວ່າງ​ສອງ​ພັກ​​ໄດ້ມີ​​ເລື້ອຍໆ, ບົດຮຽນ​ທີ່​ດີ​ດ້ານ​ກາ​ນປົກຄອງປະ​ເທດ​ແລະ​ຄຸ້ມ​ຄອງ​ການ​ເມືອງ​ໄດ້​ແລກປ່ຽນ​ກັນຢ່າງ​ເລິກ​ເຊິ່ງ; ສອງ​ຝ່າຍ​ຮັກສາ​ການ​ຕິດ​ຕໍ່​ປະສານ​ງານ​ກັນ​ຢ່າງ​ໃກ້ຊິດ​ໃນ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ສົນ​ໃຈ​ຮ່ວມກັນ,​ແລະ​ສະຫນັບສະ​ຫນູນ​ເຊິ່ງກັນ​ແລະ​ກັນ​ໃນ​ການ​ຮ່ວມ​ມື​​ພາກ​ພື້ນ.
 
ທ່ານ​ຊີ​ຈິ້ນ​ຜິ​ງຍັງ​ໄດ້​ມີຂໍ້​ສະ​ເຫ​ນີ 5 ຂໍ້​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ​ຄື:ອັນ​ທີ​ຫນຶ່ງ:​ຮັກສາ​ການ​ໄປມາຫາ​ສູ່​ກັນ​ຂອງ​ເຈົ້າ​ຫນ້າ​ທີ່ລະດັບ​ສູງ,ປັບປຸງ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ,ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະ ຫຍາຍ​ກ້າວ​ສູ່​ລວງ​ເລິກ;ອັນ​ທີ​ສອງ:ເປີດ​ກວ້າງຂົງ​ເຂດ​ແລະ​ຮູບ​ການ​ຂອງ​ການ​ຮ່ວມ​ມື​ອັນ​ໃຫມ່,ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​​ໃຫ້ມີ​ຄວາມ​ຄືບ​ຫນ້າ​ໃຫມ່;ອັນ​ທີ​ສາມ,ຖື​​ໂອກາດ​ທີ່ຈີນ​ແລະ​ລາວ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 50 ປີ​ໃນ​ປີຫນ້າ​ເປັນ​ໂອກາດ,​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ,​ເພີ່ມການ​ໄປມາຫາ​ສູ່​ກັນຂອງ​ປະຊາ​ຊົນ,​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ວາງ​ແຜນ​ຈັດ​ກິດຈະກຳ​ສະຫລອງ​ການ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 50 ປີ​ຮ່ວມ​ກັນ;ອັນ​ທີ​ສີ່:ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ປະສານ​ງານ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ, ​ເພີ່ມ​ທະວີ​ການ​ສະຫນັບ ສະຫນູນ​ແລະ​ປະສານ​ສົມທົບ​ກັນ;ອັນ​ທີ​ຫ້າ ລົງ​ເລິກ​ການ​ແລກປ່ຽນ​ບົດຮຽນ​ກັນ​ທັງ​ວຽກ​ພັກ​ແລະ​ວຽກ​ລັດ.

ທ່ານ​ບຸນ​ຍັງ​ວໍລະ​ຈິດ​ກ່າວ​ວ່າ, ທ່ານ​ຮອງ​ປະທານ​ຊິ​ຈິ້ນ​ຜິ​ງມາ​ຢ້ຽມຢາມ​ລາວ​ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ການ​ສົ່ງ​ເສີມມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ຊາດ, ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ຜັນ​ຂະຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນຂອງ​ຜູ່​ນຳ​ສູງ​ສຸດ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ກາ​ນະຂຫຍາ​ຍກາ​ນພົວພັນ​ສອງ​ຝ່າຍ.​​ໃນ​ສະຖານະ​ການ​ສາກົນ​ໃນ​ປັດຈຸບັນ, ລາວ​ຍິນ​ດີ​ ​ທຳ​ຄວາມ​ພະຍາຍາມຮ່ວມ​ກັບ​ຈີນ, ກຳ​​ແຫນ້ນ​ໂອກາດ, ​ເພີ່ມ​ທະວີ​ການ​ຮ່ວມມື​ກັນ, ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ແລະ​ອື່ນໆ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ໄປ​ສູ່​ລະດັບ​ສູງ​ກວ່າ​ເກົ່າ.

ພາຍຫລັງ​ການ​ພົບ​ປະ​ເຈລະຈາ​ແລ້ວ,ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ເຂົ້າຮ່ວມ​​ເປັນ​ສັກຂີ​ພິຍານ​ໃນພິທີ​ລົງ​ນາມ​​ໃນ​ສັນຍາ​ຮ່ວມ​ມື​ເສດຖະກິດ​ແລະ​ວິທະຍາ ສາດ​ເຕັກນິກ,​ແລະ​ເອກະສານ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ການ​ເງິນ,​ແລະ​ພະລັງງານ​ໄຟຟ້າ​.​ເຈົ້າຫນ້າ​ທີ່​ຂອງ​ລາວ​ທີ່​ເຂົ້າຮ່ວມ​ພິທີ​ລົງ​ນາມ​ນັ້ນກ່າວ​ວ່າ, ​ໂຄງການ​ເຫລົ່າ​ນີ້​ຈະ​ມີ​ສ່ວນ​ປະກອບ​ອັນ​ສຳຄັນ​ໃນ​ການ​ພັດທະ ນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ລາວ.ທ່ານ​ກ່າວ​ວ່າ:

ທັງສອງ​ຝ່າຍ​ໄດ້​ມີ​ໂຄງການ​ຈຳນວນ​ຫນຶ່ງທີ່​ຈະ​ຮ່ວມ​ມື​ກັນ,​ເພື່ອ​ພັດທະ ນາ​ໃນ​ຕໍ່ຫນ້າ​​ໂດຍ​ແມ່ນສປຈີນ​ເປັນ​ຜູ່​ຊ່ວຍ​ເຫລືອ,ອັນ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ​ຍິ່ງຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ສປປລາວ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ