ລັດ​ຖະ​ບານ​ຊົ່ວ​ຄາວ​ກຽກ​ກິດ​ສະ​ຖານ​ກ່າວ​ວ່າ​ຈະ​ຈັດ​ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ໂດຍ​ໄວ

(GMT+08:00) 2010-06-17 16:29:57     cri

ຕາມ​ຂ່າວCRI: ກຽກກິດ​ສະຖານ​ເກີດ​ຄວາມ​ວຸ້ນວາຍ​ຮອດ​ປະຈຸ​ບັນ​ໄດ້​ເກືອບ​ໜຶ່ງ​ອາທິດ​ແລ້ວ. ຕາມ​ຕົວ​ເລກ​ຫຼ້າ​ສຸດ​ຂອງ​ກະຊວງ​ສາທາລະນະ​ສຸກ​ຂອງ​ກຽກກິດ​ສະຖານ​ໃນ​ວັນ​ທີ 16 ມິຖຸນາ​ນີ້, ຈຳນວນ​ຄົນ​​ເສຍ​ຊີວິດ​ໃນ​ເຫດການ​ຈາລະ​ຈົນທີ່​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້​ກຽກກິດ​ສະຖານ​ໄດ້​ເພີ່ມ​ຂຶ້ນ​ເປັນ 190 ຄົນ​ແລ້ວ, ມີ 1918 ຄົນ​ບາດ​ເຈັບ. ລັດຖະບານ​ຊົ່ວ​ຄາວ​ກຽກກິດ​ສະຖານ​ກ່າວ​ວ່າ, ຜູ້ສະໜັບສະໜູນ​ຂອງ​ທ່ານ​ຄູ​ມັນ​ເບັກ ບັກ​ເຢັຟ, ອະດີດ​ປະທາ ນາທິບໍດີກຽກກິດ​ສະຖານ​ໄດ້ຍອມຮັບ​ວ່າ​ໄດ້​ວາງ​ແຜນ​ແລະ​ເຂົ້າ​ຮ່ວມກໍ່​ຄວາມ​ວຸ້ນວາຍ​ຂະໜາດ​ໃຫຍ່​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້.

ພ້ອມ​ກັນ​ນັ້ນ, ນາງ​ໂຣຈາ ​ໂອ​ທຸນ​ເບ​ເຢວາ, ປະທາ ນາທິບໍດີ​ຊົ່ວຄາວ​ກຽກກິດ​ສະຖານ​ຮຽກຮ້ອງ​​ໃຫ້​ຈັດການ​ຢັ່ງ​ຫາງ​ສຍງປະຊາຊົນ​ຂຶ້ນ​ຕາມ​ເວລາ​ກຳນົດ.ລັດຖະບານ​ຊົ່ວຄາວ​ກຽກກິດ​ສະຖານ​ປະກາດ​ວ່າ, ​ເລີ່​ມ​ແຕ່​ວັນ​ທີ 16 ມິຖຸນາ​ນີ້, ທົ່ວ​ປະ​ເທດ​ກຽກກິດ​ສະຖານ​ໄດ້​ປະກາດ​ເປັນ​ວັນ​ໄວ້ອາ​ໄລ 3 ວັນ, ​ເພື່ອ​ລະ​ລຶກ​ເຖິງຜູ້​ເສຍ​ຊີວິດ​ໃນ​ເຫດການ​ຈາລະ​ຈົນ​ທີ່​ເກີດ​ຂຶ້ນຢູ່​ພາກ​ໃຕ້​ກຽກກິດ​ສະຖານ. ​ໃນ​ 3 ວັນ​ດັ່ງກ່າວ, ທຸກ​ສຳນັກງານ​ອົງການ​ທົ່ວ​ປະ​ເທດ​ຫຼຸດ​ທຸງ​ລົງເຄິ່ງ​ເສົາ, ງົດລາຍການບັນ​ເທີ​ງທັງ​ໝົດ​ຂອງ​ສະຖານີ​ໂທລະພາບ​ແລະ​ວິ​ທະ​ຍຸ​. ວັນ​ທີ 16 ມິຖຸນາ​ນີ້, ກະຊວງ​ພາວະ​ສຸກ​ເສີນ​ຂອງຣັດ​ເຊຍ​ໄດ້​ສົ່ງຍົນ​ຂົນ​ສົ່ງ 3 ລຳ​ໄປ​ກຽກກິດ​ສະຖານ, ທີ່ດ້​ບັນທຸກ​ເຄື່ອງ​ເຊື່ອ​ເຫຼືອ​ມະນຸດສະທຳປະມານ 130 ​ໂຕນ, ​ໃນ​ນັ້ນ​ລວມທັງ​ນ້ຳຕານ 30 ​ໂຕນ, ກະປ໋ອງຊີ້ນ 69 ​ໂຕນ​ແລະ​ຜ້າຫົ່ມ​ໝື່ນ​ກວ່າ​ຜືນ.


 ວັນ​ທີ 16 ມິຖຸນາ​ນີ້, ທ່ານ​ອິສ​ມາ​ເອວ ອີ​ຊາ​ຄົຟ,ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດຖະບານ​ຊົ່ວ​ຄາວ​ກຽກ​ກິດ​ສະ​ຖານກ່າວ​ວ່າ,ລັດຖະບານ​ຂອງ​ກຽກກິດ​ສະຖານ​ສາມາດຟື້ນ​ຟູຄວາມ​ຫມັ້ນຄົງດຢູ່​ເຂດ​ພາກ​ໃຕ້ດ້ວຍ​ຕົນ​ເອງ,ປະຈຸ​ບັນ,ບໍ່​ຕ້ອງການ​​ກອງ​ທະຫານ​ຮັກສາສັນຕິພາບ ສາກົນ . ທ່ານ​ຍັງ​ແຈ້ງ​ຕື່ມ​ອີກ​ວ່າ,ນັບ​​ແຕ່​ວັນ​ທີ15 ມິ​ຖຸນາ​ເປັນ​ຕົ້ນ​ມາ,ຢູ່ເມືອງ​ໂອສ໌​ແລະ​ເຂດ​ຈາລາ ລາບັດ, ການຟື້ນ​ຟູ​ຄືນ​ໃຫມ່​ໄດ້​​ເລີ່​ມດຳ​ເນີນ​​ແລ້ວ​ເປັນ​ຕົ້ນ​ວ່າສ້ອມ​ແປງ​ເສັ້ນທາງ​ແລະສິ່ງ​ອຳ​ນວຍ​ຄວາມ​ສະດວກ​ໃນ​ຊີວິດ​ປະຈຳ​ວັນ ໂທລະ​ຄົມ​ແລະຮ້ານ​ ຄ້າ​ຈຳນວນ​ຫນຶ່ງ​ກໍ່​ໄດ້​ເລີ່​ມ​ເປີດ​ການບໍລິການ.

ມື້​ດຽວ​ກັນ, ນາງ​ໂຣຈາ ​ໂອ​ທູນ​ບາ​ເຢວາ,ປະທານາທິບໍດີ ລັດຖະບານ​ຊົ່ວ​ຄາວຂອງ​ກຽດ​ກິດ​ສະຖານ​ກໍ່ກ່າວ​ວ່າ,​​ປະຈຸ​ບັນ,ເມືອງ​ໂອສ໌ ແລ​ະ​ແຫ່ງ​ອື່ນໆບໍ່​ຕ້ອງການ​ໃຫ້​ກອງ​ທະຫານ​ຮັກສາ​ສັນຕິພາບສາກົນ​ເຂົ້າ​ມາ​ຮັກສາ​ຄວາມ​​ເປັນລະບຽບ​ຮຽບຮ້ອຍ, ​ແຕ່​ທ່ານ​ນາງ​ຍັງ​ເຕືອນ​ໃຫ້​ກອງທັບ​ຕ້ອງມີ​ສະຕິ​ລະວັງ​ຕົວ​ໃນ​ການ​ປ້ອງ​ກັນ,​ເພື່ອ​ປ້​ອງກັນ​ບໍ່​ໃຫ້ຄວາມ​ວຸ້ນ ວາຍ​​​ເທື່ອ​ນີ້ແຜ່​ລາມ​ໄປ​ຮອດ​ເຂດ​ພາກ​ເຫນືອຂອງ​ປະ​ເທດ​.

ວັນ​ທີ16ມິຖຸນາ​ນີ້,ຕຳຫຼວດ​ຂອງ​ນະຄອນຫຼວງບິ​ສ​ເຄັກຂອງ​ກຽກກິດ​ສະ ຖານ​ແຈ້ງວ່າ, ​ເຂົາ​ເຈົ້າ​ໄດ້​ຈັບ​ຕົວ​ຜູ່​ຖືກສົງ​ໄສກໍ່​ເຫດ​ຈະລາຈົນ 100 ກວ່າ​ຄົນຢູ່​​ເມືອງ​ນີ້. ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,​ເຈົ້າ​ຫນ້າ​ທີ່ຂອງ​ພະ​ແນ​ກ​ວຽກ​ງານພາຍ​ໃນບິ​ສ​ເຄັກກ່າວ​ວ່າ,ປະຈຸ​ບັນ, ມີ​ມື​ທີສາມພະຍາຍາມ​ໃຊ້ເງິນຊີ້​ແຈ້ງປະຊາຊົນ​​ໃຫ້ກໍ່​ເຫດ.ທ່ານກ່າວ​ເນັ້ນ​ວ່າ,ປະຊາຊົນ​ກຽກກິດ​ສະຖານ​ແມ່ນມິ​ຄວາມສາມັກ​ຄີ​ກັນ, ຕຳຫຼວດຂອງນະຄອນຫຼວງ​ມີ​ຄວາມ​ສາມາດ​ອັນ​ພຽງພໍ​​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ແລະຄວາມ​ເປັນລະບຽບ ຮຽບຮອຍ. ມື້​ດຽວ​ກັນ,​ເຈົ້າ​ຫນ້າ​ທີ່​ຕຳຫຼວດ​ຂອງ​ລັດ​ຈາ​ລາ ລາບັດ​ກ່າວ​ວ່າ, ຜູ່​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ຄຸຣມັນ​ເບັກ ຄາ​ຄີ​ເອັຟ,​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີທີ່​ເຂົາ​ເຈົ້າ​ໄດ້​ຈັບ​ຕົວ​ນັ້ນ​ໄດ້​ຍອມຮັບ​ວ່າ​ມີ​ສ່ວນ​ຮ່ວມ​ໃນ​ການ​ວາງ​ແຜນ​ກໍ່​ຄວາມ​ວຸ້ນ​ວາຍ​ຂະ​ໜາດ​ໃຫຍ່​​ເທື່ອ​ນີ້ທີ່​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້.

 ພາຍຫັຼງ​ເກີດ​ເຫດ​ການ​ຈະ​ລາ​ຈົນ​ແລ້ວ,​ມີ​ນັກ​ວິ​ເຄາະ​ຊີ້​ອອກ​ວ່າ,​ເຫດ​ການ​ຈະ​ລາ​ຈົນ​ເທື່ອ​ນີ້​ແມ່ນ​ແນ​ໃສ່​ລົບ​ກວນ​ການ​ຢັ່ງ​ປະ​ຊາ​ມະ​ຕິ​ແລະ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ພາ​ຂອງ​ກຽກ​ກິດ​ສະ​ຖານ,​ອີງ​ຕາມ​ແຜນ​ການ​ເດີມ,​ການ​ເລືອກ​ຕັ້ງ​ສະ​ພາ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ​10​ຕຸ​ລາ​ປີ​ນີ້,​ສ່ວນ​ການ​ຢັ່ງ​ປະ​ຊາ​ມະ​ຕິ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ​27​ມິ​ຖຸ​ນາ​ນີ້.​ພາຍ ຫຼັງ​ເກີດ​ເຫດ​ການ​ຈະ​ລາ​ຈົນ​ແລ້ວ,​ມີ​ບຸກ​ຄົນ​ພັກ​ຝ່າຍ​ການ​ເມືອງ​ກ່າວ​ວ່າ,​ຕ້ອງ​ເລື່ອນ​ເວ​ລາ​ຈັດ ການ​ຢັ່ງ​ປະ​ຊາ​​ມະ​ຕິ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ໃໝ່.​ກ່ຽວ​ກັບ​ເລື່ອງ​ນີ້,​ໃນ​ວັນ​ທີ​15​ມິ​ຖຸ​ນາ​ນີ້,​ນາງ​ໂຣ ຊາ ​ໂອ​ທຸນ​ບາ​ເອ​ວາ,​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ຖະ​ບານ​ຊົ່ວ​ຄາວ​ກຽກ​ກິດ​ສະ​ຖານ​ຕອບ​ໂຕ້​ຄືນ​ວ່າ,​ການ​ຢັ່ງ​ປະ​ຊາ​ມະ​ຕິ​ຕ້ອງ​ດຳ​ເນີນ​ຕາມ​ກຳ​ນົດ​ເວລາ​ເດີມ,​ຖ້າ​ບໍ່​ດັ່ງ​ນັ້ນ,​ຂະ​ບວນ​ການ​ສ້າງ​ສາ​ປະ​ເທດ​ຄືນ​ໃໝ່​ທີ່​ກຳ​ລັງ​ປະ​ຕິ​ບັດ​ຢ່າງ​ຫຍຸ້ງ​ຍາກ​ນັ້ນ​ຈະ​ຖືກ​ກະ​ທົບ​ຢ່າງ​ຮ້າຍ​ແຮງ.​

ລັດ​ຖະ​ບານ​ຊົ່ວ​ຄາວ​ກຽກ​ກິດ​ສະ​ຖານ​ກໍ​ກ່າວ​ວ່າ,​ການ​ເຄື່ອນ​ໄຫວ​ໃດໆ​ທີ່​ເຈດ​ຕະ​ນາ​ຢາກ​ໃຊ້​ກຳ​ລັງ​ຮຸນ​ແຮງ​ໂຄ່ນ​ລົ້ມ​ອຳ​ນາດ​ການ​ປົກ​ຄອງ​ປະຈຸ​ບັນ​ນັ້ນ​ລ້ວນ​ແຕ່​ຈະ​ທຳ​ລາຍ​ປະ​ເທດ.​ການ​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ​ໂດຍ​ໄວ​ແມ່ນ​ຊ່ອງ​ທາງ​ພຽງ​ອັນ​ດຽວ​ທີ່​ເຮັດ​ໃຫ້​ປະ​ເທດ​ບັນ​ລຸ​ສະ​ຖຽນ​ລະ​ພາບ​ແລະ​ຢຸດ​ຕິ​ການ​ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ.​ວັນ​ທີ​16​ມິ​ຖຸ​ນາ​ນີ້,​ລັດ​ຖະ​ບານ​ຊົ່ວ​ຄາວ​ກຽກ​ກິດ​ສະ​ຖານ​ສົ່ງ​ສານ​ໄປ​ຍັງ​ປະ​ຊາ​ຊົນ​ໂດ​ຍກ່າວ​ວ່າ​ຈະ​ຈັດການ​ເລືອກ​ຕັ້ງ​ສະ​ພາ​ກ່ອນ​ເວລາ​ກຳ​ນົດ.​ລັດ​ຖະ​ບານ​ຊົ່ວ​ຄາວ​ກຽກ​ກິດ​ສະ​ຖານ​ກ່າວ​ເນັ້ນວ່າ,​ມີ​ແຕ່​ແກ້​ໄຂ​ບັນ​ຫາ​ການ​ເມືອງ​ໃຫ້​ຕົກ​ເທົ່າ​ນັ້ນ,​ຈຶ່ງ​ຈະ​ສາ​ມາດ​ເຮັດ​ໃຫ້​ປະ​ເທດມີ​ສະ​ຖຽນ​ລະ​ພາບ.​ລັດ​ຖະ​ບານ​ຊົ່ວ​ຄາວ​ກຽກ​ກິດ​ສະ​ຖານ​ກຽມ​ລົງ​ມື​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ​ໃນ​ທັນ​ທີ​ພາຍ​ຫຼັງ​ການ​ຢັ່ງ​ປະ​ຊາ​ມະ​ຕິ​ສິ້ນ​ສຸດ​ລົງ​ແລ້ວ,​ວັນ​ເວ​ລາ​ທີ່​ຈະ​ແຈ້ງ​ຈະ​ແມ່ນ​ເວລາ​ທີ່​ໄວ​ທີ່​ສຸດ​ທີ່ບົ່ງ​ໄວ້​ໃນ​ກົດ​ໝາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ