ຈີນ​ຊຸກຍູ້​ການ​ປະຕິ​ຮູບກົນ​ໄກ​ອັດຕາ​ແລກປ່ຽນ​ແມ່ນ​​ຄວາມ​ຕ້ອງການ​ຂອງ​ຕົນ​ເອງ, ມີ​ຜົນ​ດີ​ຫຼາຍ​ກວ່າ​ຜົນ​ຮ້າຍ​ຕໍ່​ການ​ພັດທະນາ​ເສດຖະກິດ

(GMT+08:00) 2010-06-22 15:55:09     cri

ວັນ​ທີ 19 ມິຖຸນາ​ນີ້​, ​ໂຄສົກ​ທະນາຄານ​ປະຊາຊົນ​ຈີນ​ເຊິ່ງ​ເປັນ​ທະນາຄານ​ກາງ​ຈີນ​ປະກາດ​ວ່າ, ​​ຕາມ​ສະຖານະ​ການ​​ເສດຖະກິດ​ການ​ເງິນ​ຈີນ​ແລະ​ຕ່າງປະ​ເທດ​ແລະ​ສະພາບ​ລາຍ​ຮັບ​ລາຍ​ຈ່າຍ​ຂອງ​ຈີນ​ແລະ​ສາກົນ, ທະນາຄານ​ກາງ​ຈີນ​ຕົກລົງ​ຊຸກຍູ້​ການປະຕິຮູບ​ກົນ​ໄກ​ອັດຕາ​ແລກປ່ຽນ​​ເງິນ​ຢວນຕື່ມ​ອີກ, ​ເພີ່ມ​ຄວາມອ່ອນ​ໂນ້​ມຂອງ​ເງິນ​ຢວນ.

ຜູ້​ຊ່ຽວຊານ​ເສດຖະກິດ​ເຫັນ​ວ່າ, ຈີນ​ຊຸກຍູ້​ການ​ປະຕິ​ຮູບ​ກົນ​ໄກ​ອັດຕາ​ແລກປ່ຽນ​ແມ່ນ​ການ​ເລືອກຢ່າງ​ເປັນ​ເຈົ້າ​ການ​ຍ້ອນ​ຄວາມ​ຕ້ອງການ​ຂອງ​ຕົນ, ການ​ປະຕິ​ຮູບ​ກົນ​ໄກ​ອັດຕາ​ແລກປ່ຽນ​ມີ​ຜົນ​ດີ​ຫຼາຍ​ກວ່າ​ຜົນ​ຮ້າຍ​ຕໍ່​ການ​ພັດທະນາ​ຂອງ​ເສດຖະກິດ. ຕໍ່​ໄປ​ເຊິ່ງຟັງ​ການລາຍ​ງານ​ລະອຽດ:ພາຍ​ໃຕ້​ສະພາບ​ການ​ທີ່​ຜົນ​ສະທ້ອນ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນຄ່ອຍໆ​ຫຼຸດ​ລົງ, ທະນາຄານ​ກາງ​ຈີນ​ປະກາດ​ຊຸກຍູ້​ການ​ປະຕິ​ຮູບ​ກົນ​ໄກ​ອັດຕາ​ແລກປ່ຽນ​ເງິນ​ຢວນ​​ໄດ້​ຢູ່​ໃນ​ຄວາມ​ສົນ​ໃຈ​ຂອງ​ຄົນ​ທັງຫຼາຍ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI​ແລະ​ວິ​ເຄາະ​ເລື່ອງ​ນີ້, ທ່ານ​ລູ​ເຈີ້​ງ​ເວ, ນັກ​ເສດຖະສາດ​ທີ​ໜຶ່ງ​ຂອງ​ທະນາຄານ​ຊິງ​ເຢ້ຍກ່າວ​ວ່າ, ຈີນ​ຊຸກຍູ້​ການ​ປະ​ຕິ​ຮູບ​ອັດຕາ​ແລກປ່ຽນ, ​ແມ່ນ​ເພື່ອ​ຄວາມ​ຕ້ອງການ​​ພັດທະນາ​ເສດຖະກິດ​ຂອງ​ຕົນ​ເອງ, ບໍ່​ກ່ຽວພັນ​ກັບ​ແຮງ​ກົດ​ດັນ​ຂອງພາຍ​ນອກ.
 
ບັນຫາ​ກ່ຽວ​ກັບ​ອັດຕາ​ແລກປ່ຽນ​ເງິນຕາ​ແມ່ນ​ບັນຫາ​ອະທິປະ​ໄຕ​ຂອງ​ຈີນ,​ໃນ​ຂະ​ບວນການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ,ຈີນ​ໄດ້ຖື​ການ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ເປັນ​ເບົ້າ​ແບບ​ສຳຄັນ.​ເທື່ອ​ນີ້, ທະນາຄານ​ກາງ​ກໍ່​ໄດ້ພິຈາລະນາ​​ເຖິງ​ການ​ປ່ຽນ​ແປງ​ຂອງ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ແລ້ວ​ຈິ່ງ​ທຳ​ການ​ປັບປຸງ​ຄື​ແນວ​ນີ້.ສາ​ເຫດ​ສຳຄັນ​ແມ່ນ​ຍ້ອນ​ວ່າ: ອັນ​ທີ​ຫນຶ່ງ​ເສດຖະກິດ​ຈີນ​ມີ​ທ່າ​ອຽງ​ພື້ນ​ຕົວຄືນ​ນັບ​ມື້​ນັບ​ແຂງ​ແຮງ​ຂຶ້ນ,ອັນ​ທີ​ສອງ​ແມ່ນ​ອົງ​ກອນ​ເ​ສດຖະກິດ​ທີ່​ພວມ​ພັດທະນາ​ທີ່​ມີ​ຈີນ​ເປັນ​ຕົວ​ແທນ​ນັ້ນ​ຟື້ນ​ຕົວ​ໄວ​ກວ່າ​ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວ​ທີ່​ມີ​ອາ​ເມ​ລິ​ກາ​ເປັນ​ຕົວ​ແທນ,ນີ້​ຫມາຍຄວາມ​ວ່າ​ຖ້າ​ອັດຕາ​ແລກປ່ຽນ​ເງິນ​ຢວນ ຂອງ​ຈີນ​ຂາດ​ຄວາມ​ອ່ອນ​ໂນ້ມ​ແລ້ວ,ກໍ່​ຈະ​ຈຳກັດ​ລັກສະນະ​ເປັນ​ອິສະຫລະ​ແລະ​ເສລີ​ພາບ​ຂອງ​ນະ​ໂຍບາຍ​ເງິນຕາ​ຂອງ​ຈີນ, ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ຄວບ​ຄຸມ​ແລະ ປັບປຸງ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຈີນ.ອັນ​ທີ​ສາມ, ວິ​ກິດ​ການ​ການ​ເງິນ​ເທື່ອ​ນີ້​ທີ່​ຈິງ​ແລ້ວ​​ໄດ້​ກະທົບ​ເຖິງ​ຮູບ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ, ສະນັ້ນ, ຄວນ​ເລັ່ງລັດ​ບາດກ້າວ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ, ສ່ວນການ​ປັບ​ປຸງ​ອັດຕາ​ແລກປ່ຽນ​ເງິນຕາທີ່​ເປັນ​​ເຄື່ອງມື​ປັບປຸງ​ລາຄາ​ທີ່​ບັງ​ເກີດ​ຜົນກໍ່​ແມ່ນ​ເລື່ອງ​ທຳ​ມະ​ດາ​ທີ່​ສຸດ.

ທ່ານ​ຕິ່ງ​ຈື້​ເຈຍະ,ຫົວຫນ້າ​ສະ​ຖາ​ບັນ​ການ​ເງິນ​ຂອງ​ມະຫາວິທະຍາ​ໄລ​ເສດຖະກິດ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ກໍ່​ເຫັນ​ດີ​ນຳ​ເລື່ອງ​ນີ້​ຄື​ກັນ.ທ່ານ​ຊີ້​ອອກ​ຕື່ອີກ​ວ່າ, ​ເນື້ອ​ໃນ​ຂອງ​ການ​ປັບປຸງ​ເທື່ອ​ນີ້​ຕົ້ນຕໍ​ແມ່ນ​​ເຊົາ​ປະຕິບັດ​ນະ​ໂຍບາຍ​ອັດຕາ​ແລກປ່ຽນ​ເງິນຕາ​ທີ່​ປະຕິບັດ​ຊົ່ວຄາວ​ໃນ​ໄລຍະ​ຮັບ​ມື​ກັບ​ວິ​ກິດ​ການ​ກາ​ນ​ເງິນ,ການ​ກັບ​ຄືນ​ມາ​ຖື​ຄວາມ​ຕ້ອງການ​ແລະ​ການ​ສະຫນອງ​ຂອງ​ຕະຫລາດ​ເປັນ​ພື້ນຖານ​,​ແລະ​ປັບປຸງ​ອັດຕາ​ແລກປ່ຽນ​ເງິນ​ຢວນ​ຕາມ​ເງິນຕາ​ສະ​ກູນສຳຄັນຕ່າງໆ​ນັ້ນຈະ​ບໍ່​ເຮັດ​ໃຫ້​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ປັ່ນ​ປ່ວນ​​ແຮງ.ທ່ານ​ກ່າວ​ວ່າ:
 
 "ການ​ປະຕິ​ຮູບ​ອັດຕາ​ແລກປ່ຽນ​ເງິນຕາບໍ່​ຫມາຍ​ຄວາມ​ວ່າ​ອັດຕາ​ແລກປ່ຽນ​ເງິນຕາ​ຈະ​ສູງ​ຂຶ້ນ​ຢ່າງ​ແນ່ນອນ, ອັດຕາ​ແລກປ່ຽນ​ເງິນຕາ​ໃນ​ອະນາຄົດ​ຈະ​​ເຫນັງ​ຕີງ​ໄປ​ທັງ​ສອງ​ທິດ. ລັດຖະບານ​ຈີນ​ກໍ່​ພິຈາລະນາ​ເຖິງ​ເງິນ​ຢວນທີ່​ແຂງ​ຄ່າຂື້ນ​ຈະ​ເກີດ ຜົນສະທ້ອນ​ຕໍ່​ຂະ​ແຫນງ​ການຜະລິດທີ່​ໃຊ້ແຮງ​ງານ​ຫຼາຍ, ຈະ​ຄວບ​ຄຸມ​ຈັງຫວະ​ປັບປຸງ​ອັດຕາ​​ແລກປ່ຽນ​ເງິນຕາ​​ເປັນຢ່າງ​ດີ, ສະ​ນັ້ນ,ຜົນ​ສະທ້ອນ​ທີ່​ເກີດ​ຂຶ້ນນັ້ນ​ກໍ່​ສາມາດ ແມ່ນຮັບ​​ເອົາ​ໄດ້​ແນ່ນອນ."

​ແຕ່ທ່ານ​ຕີ່​ງຈີ້​ເຈຍະຍັງ​ກ່າວ​ວ່າ, ພາຍ​ໃຕ້​ສະພາບ​ທີ່​ເສດຖະກິດ​ໂລກາ​ວິວັດ​ມັບ​ມື້​ນັບ​ລົງ​ເລິກນັ້ນ, ການ​ທີ່ຈີນ​ສືບ​ຕໍ່​ຊຸກຍູ້​ການ​ປະຕິ​ຮູບ​ອັດຕາ​ແລກປ່ຽນ​ເງິນຕາຈະມີ​ຜົນ​ດີ​ຕໍ່​ການ​ເຮັດໃຫ້ຕ່າງ​ຝ່າຍ​ຕ່າງ​​ໄດ້​ຜົນ​ປະ​ໂຫຍ​ດນຳ​ກັນ,​ແລະ​ມີ​ຜົນ​ດີ​ຕໍ່​ການ​​ຮັກສາສະ ພາບ​ແວດ​ລ້ອມ​ດ້ານ​ເສດຖະກິດ​ການ​ຄ້າ​ທາງສາກົນ​ຂອງ​ຈີນ.

"ປະຈຸ​ບັນ,​ໃນ​ຂະ​ບວນການ​ທີ່​ເສດຖະກິດ​ໂລກ​ຟື້ນ​ຕົວ​ຄືນ, ອັດຕາ​ແລກປ່ຽນ​ເງິນ​ຕາ​ຂອງ​ຈີນ​ມີ​ຄວາມອ່ອນ​ໂນ້ມຄືນ​ອີກ​ນັ້ນ​ມີ​ຜົນ​ດີ​ຕໍ່​ການ​ເພີ່​ມທະວີ​ການ​ປະສານ​ງານດ້ານນະ​ໂຍບາຍ​ໃນ​ວຽກ​ງານ​ເສດຖະກິດ​ສາກົນ,​ແລະ​ຍັງສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບຜິດຊອບ, ​ມີ​ບົດບາດ​ທີ່​ດີ​ຕໍ່ການ​ປັບປຸງ​ສະພາບ​ແວດ​ລ້ອມ​ໃນ​ການ​ພັດທະ ນາ​ເສດຖະກິ​ດພາຍ​ນອກ​ຂອງ​ຈີນ​ໃຫ້ດີ​ຂຶ້ນ.
 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ