ຈີນ​ຊົມ​ເຊີຍ​ນາງ​ຈູ​ເລຍ ຈິລາດທີ່​ໄດ້ຮັບ​ຕຳ​ແໜ່ງນາ​ຍົກ​ອົສຕຼາລີ

(GMT+08:00) 2010-06-24 17:43:48     cri
ຕາມ​ຂ່າວCRI: ວັນ​ທີ24​ມິຖຸນາ​ນີ້, ຢູ່​ປັກ​ກິ່ງ, ທ່ານ​ສິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຊົມ​ເຊີຍ​ນາງ​ຈູ​ເລຍ ຈິລາ​ດທີ່​​ໄດ້ຮັບ​ຕຳ​ແໜ່​ງ​ນາຍົກລັດ​ຖະມົນ​ຕີຜູ້​ໃໝ່​ຂອງ​ອົສຕຼາລີ.

ວັນ​ທີ24​ມິຖຸນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ພັກ​ແຮງ​ງານ​ ເຊິ່ງ​ເປັນ​ພັກ​ກຳ​ອຳນາດ​ອົສຕຼາລີ​ໄດ້​ຈັດການ​​ເລືອກ​ຕັ້ງ​ພາຍ​ໃນ​ພັກ, ນາງ​ຈູ​ເລຍ ຈິລາ​ດ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນຫົວ​ໜ້າພັກ​ແຮງ​ງານ. ມື້​ດຽວ​ກັນ, ຢູ່​ແຄັມ​ເບີຣາ, ນາງ​ຈິລາ​ດ​ໄດ້ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ​​​ນາຍົກລັດ​ຖະມົນ​ຕີ​ຜູ້​ໃໝ່​ຂອງ​ອົສຕຼາລີ.

ທ່ານ​ສິນ​ກ່າງ​ກ່າວ​ວ່າ, ປະຈຸ​ບັນ, ການ​ພົວພັນ​ຈີນ​ອົສຕຼາລີ​ມີ​ທ່ວງທ່ຽງ​ທີ່ຂະຫຍາ​ຍ​ເປັນ​ຢ່າງ​ດີ, ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ກັບ​ລັດຖະ​ບານແລະ​ວົງ​ການ​ຕ່າງໆຂອງ​ອົສຕຼາລີ​ທຳ​ຄວາ​ມພະ​ຍາຍາມ ​​ເພື່ອຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ຮອບດ້ານ​ຈີນ​ອົສຕຼາລີ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາ​ຊົນ​ທັງ​ສອງ​ປະເທດ​.

ພ້ອມ​ກັນ​ນັ້ນ, ທ່ານ​ສິນ​ກ່າງ​ຍັງ​​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ເຄວິນ ​ໂຣດທີ່​ໄດ້​ອອກ​ແຮງ​ຂະ​ຫຍາ​ຍການ​ພົວພັນ​ຄູ່ຮ່ວມ​ມື​ມິດ​ຕະພາບ​ກັບ​ຈີນ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງນາຍົກ​ລັດຖະມົນ​ຕີ​ອົສຕຼາລີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ