ທ່ານ​ຫູ​ຈິນ​ທ່າວ​ສະ​ເໜີ​ໃຫ້​ສ້າງ​ຕັ້ງ​ລະ​ບົບ​ການ​ເງິນ​ສາ​ກົນ​ທີ່​ມີ​ຜົນ​ດີ​ຕໍ່​​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຮູບ​ປະ​ທຳ​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​G20

(GMT+08:00) 2010-06-29 14:58:42     cri
ຕາມ​ຂ່າວCRI:ວັນ​ທີ27​ມິຖຸນາ​ນີ້,ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ4ຂອງ​ຜູ່​ນຳ​ກຸ່ມ20​ປະ​ເທດ​ຫຼື G20​ຈັດ​ຂຶ້ນ​ຢູ່​​ໂຕ​ຣອນ​ໂຕ​ຂອງ​ກາ​ນາ​ດາ.​ໃນ​ກອງ​ປະ​ຊຸມ,​ທ່ານ​ຫູ​ຈິນ​ທ່າວ,​ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວຄຳ​ປາ​ໄສ​ສຳ​ຄັນ​ໃນ​ຫົວ​ຂໍ້ "ຮ່ວມ​ແຮງ​ຮ່ວມ​ໃຈ,​ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ".​ໃນ​ຄຳ​ປາ​ໄສ,​ທ່ານ​ຫູ​ຈິນ​ທ່າວ​​ໄດ້​ສະ​ເໜີ​ຄວາມ​ເຫັນ​ຂອງ​ຈີນ​ທີ່​ມີ​ຕໍ່​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ​ປະ​ຈຸ​ບັນ,​ແລະ​ຄວາມ​ຫວັງ​ທີ່​ມີ​ຕໍ່​ການ​ຂະ​ຫຍາຍ​ກົນ​ໄກ​G20.

​ທ່ານ​ຫູ​ຈິນ​ທ່າວ​ໄດ້​ສະ​ເໜີ​3​ຂໍ້​ເພື່ອ​ຊຸກຍູ້​ເສດ​ຖະ​ກິດ​ໂລກ​ໃຫ້​​ເຂົ້າ​ສູ່​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,​ຕໍ່​ເນື່ອງ​ແລະ​ສະ​ໝ່ຳ​ສະ​ເໝີ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,​ລິ​ເລີ່ມ​ໃຫ້​ສ້າງ​ຕັ້ງ​ລະ​ບົບ​ການ​ເງິນ​ສາ​ກົນ​ທີ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຮູບ​ປະ​ທຳ.​ພ້ອມ​ກັນ​ນັ້ນ,​ທ່ານ​ຫູ​ຈິນ​ທ່າວ​ຍັງ​ໄດ້​ກ່າວ​ເນັ້ນ​ບັນ​ຫາ​ການ​ພັດ​ທະ​ນາ.ກອງ​ປະຊຸມ​ສຸດ​ຍອດ​ໂຕ​ຣອນ​ໂຕ​ແມ່ນ​ຈັດ​ຂຶ້ນໃນ​ສະພາບ​ທີ່​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ອ່ອນ​​ແອ.​ຜູ່​ນຳ​ປະ​ເທດ​ຕ່າງໆ​ໄດ້​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ແລະ​ຈຸດ​ປະ​ສົງ​ຂອງ​ໃຜ​ລາວ​​ກ່ຽວ​ກັບ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ທີ່​ວ່າ"ການ​ຟື້ນ​ຕົວ​ແລະ​ການ​ເລີ່​ມ​ຕົ້ນ​ໃໝ່",​ແລະ​ຫາ​ລື​ກ່ຽວ​ກັບ​ຫຼາຍ​ບັນ​ຫາ,​ເປັນ​ຕົ້ນ​ວ່າ:​ສະພາບ​ເສດ​ຖະ​ກິດ​ໂລກ,​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ຂອງ​ເອີ​ລົບ,​"​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,​ຕໍ່​ເນື່ອງ​ແລະ​ສະ​ໝ່ຳສະ​ເໝີ",​ການ​ປະ​ຕິ​ຮູບ​ອົງ​ການ​ການ​ເງິນ​ສາ​ກົນ,​ການ​ຄ້າ​ສາກົນ​ແລະ​ການ​ຕິດ​ຕາມ​ຄຸ້ມຄ​ອງ​ການ​ເງິນ​.ໃນ​ໄລຍະ​ທີ​ໜຶ່ງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ມິຖຸນາ​ນີ້, ​ເພື່ອ​ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ຕໍ່​ເນື່ອງແລະ​ສະ​ໝ່ຳສະ​ເໝີ​ໂດຍ​ໄວ, ທ່ານ​ຫູ​ຈີນ​ທ່າວ​ໄດ້​ສະ​ເໜີ 3 ຂໍ້​ຄື: ຊຸກຍູ້​ໃຫ້G20ຈາກ​ກົນ​ໄກ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ​ຢ່າງ​ບັງ​ເກີດ​ຜົນຫັນ​ເປັນ​ເວທີ​ຕົ້ນ​ຕໍ່​ທີ່​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ສາກົນ; ​ເລັ່ງລັດ​ສ້າງ​​ລະບຽບ​ການ​ເງິ​ນສາກົນ​ໃໝ່​ທີ່​ຍຸດຕິ​ທຳ ກວມ​ລວມ​ແລະ​ມີ​ລະບຽບ​ການ, ຊຸກຍູ້​ສ້າງ​ລະບົບ​ການ​ເງິນ​ສາກົນ​ທີ່​ເປີດ​ປະຕູ​ແລະ​ເສລີ.

​ເນື້ອ​ໃນ​ລະອຽດຄື: ຄວນ​ກຳ​ໂອກາດ, ຈັງ​ຫວະ​ແລະ​ຄວາມ​ແຮງ​ທີ່​ຈະ​ເຊົາ​ໃຊ້ນະ​ໂຍບາຍ​ກະ​ຕຸ້ນ​ເສດຖະກິດ​ຢ່າງ​ລະມັດລະວັງ​ແລະ​ໝັ້ນ​ທ່ຽງ, ປັບປຸງ​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ; ຄວນ​ສ້າງ​ລະບົບ​ການ​ເງິນ​ສາກົນ​ທີ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຮູບ​ປະ​ທຳ; ຕ້ອງ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ຄັດຄ້ານລັດທິ​ປົກ​ປ້ອງ​ຮູບ​ການ​ຕ່າງໆ, ​ລິ​ເລີ່​ມ​ແລະ​ສະໜັບສະໜູນ​ການ​ຄ້າ​ເສລີ​ຢ່າງ​ເດັດດ່ຽວ; ປະ​ເທດ​ທີ່​ພັດທະນາ​ແລ້ວ​ຄວນ​ຖື​ທ່າ​ທີ​ທີ່​ເປີດກວ້າງ​ກວ່າ​ເກົ່າ​ເພື່ອ​ຊຸກຍູ້​ການພັດທະນາ​ການ​ຄ້າ​ສາກົນ, ຢືນ​ຢູ່​​ໃນຫຼັກ​ການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ພັດທະນາ​ຮ່ວມ​ກັນ, ຍຶດໝັ້ນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ການ​ຄ້າ​ຢ່າງ​​ເໝາະ​ສົມ​ໂດຍ​ຜ່ານ​ການ​ເຈລະຈາກັນ.​ໃນ​ເວລາ​ເວົ້າ​ເຖິງ​ການສືບ​ຕໍ່​ຊຸກຍູ້​ການ​ປະຕິ​ຮູບ​ອົງການ​ການ​ເງິ​ນສາກົນ, ທ່ານ​ຫູ​ຈີນ​ທ່າວກ່າວ​ວ່າ, ຄວນ​ເລັ່ງລັດ​ສຳ​ເລັດ​ການ​ປັບປຸງ​ອັດຕາ​ສ່ວນຂອງ​ກອງ​ທຶນ​ເງິນ​ຕາສາກົນ, ຊຸກຍູ້​ໃຫ້ຜູ້​ຊ່ຽວຊານ​ຂອງ​ປະ​ເທດ​ຕະຫຼາດ​ໃໝ່​ແລະ​ປະ​ເທດ​ພວມ​ພັດທະນາ​ຫຼາຍ​ກວ່າ​ເກົ່າ​​ໄດ້ຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ຜູ້​ຄຸມ​ຄອງ​ລະດັບ​ສູງ​ຂອງ​ອົງການ​ການ​ເງິນ​ສາກົນ, ຍົກ​ສູງ​ລັກສະນະ​ຕົວ​​ແທນ​ແລະ​ສິດ​ປະກອບ​ຄຳ​ເຫັນ​ຂອງ​ປະ​ເທດ​ພວມ​ພັດທະນາ, ຄວນ​ເພີ່ມ​ທະວີ​ຄວາມ​ສາມາດ​ການ​ກໍ່ສ້າງ​ແລະ​ການ​ປະຕິ​ຮູບ​ການ​ຕິດຕາມ​ຂອງກອງ​ທຶນ​ການ​ເງິນ​ສາກົນ, , ​ເພີ່ມ​ທະວີ​ການ​ຕິດຕາມ​ຕໍ່​ນະ​ໂຍບາຍ​ເສດຖະກິດ​​ມະຫາ​ພາກ​ຂອງ​ຝ່າຍ​ຕ່າງໆ​​ໂດ​ຍສະ​ເພາະ​ແມ່ນອົງ​ກອນ​ເສດຖະກິດຈຳໜ່າຍ​ເງິນຕາ​ສຳຮອງ​ຕົ້ນ​ຕໍ.

ທ່ານ​ຫູ​ຈີນ​ທາວ​ຍັງ​ລົງ​ເລິກ​ສະ​ເຫ​ນີບັນຫາ​ການ​ພັດທະນາ.ທ່ານ​ເຫັນ​ວ່າ,ກຸ່ມ20ປະ​ເທດ​ຫຼື​G20 ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສະ​ໜອງ​ພະລັງ​ແຮງດ້ານ​ການ​ເມືອງ​ທີ່​ແຂງ​ແຮງ​ກວ່າ​ເກົ່າ,​ຊັບ​ພະ​ຍາ​ກອນ​ດ້ານ​ເສດ​ຖະ​ດິດ​ຫຼາຍ​ກວ່າ​ເກົ່າ​ແລະ​ການ​ຮັບ​ປະ​ກັນ​ດ້ານ​ລະບຽບ ການ​ດີກວ່າ​ເກົ່າ​ເພື່ອ​ແກ້​ໄຂ​ບັນຫາ​ການ​ພັດ​ທະ​ນາ.​ຊັບ​ພະ​ຍາ​ກອນ​ຂອງ​ອົງ​ການ​ການ​ເງິນ​ສາ​ກົນ,​​ເຊັ່ນ:​ທະ​ນາ​ຄານ​ໂລກ,​ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື​IMF​ແລະ​ອື່ນໆ​ຄວນ​ໃຊ້​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ປະ​ເທດທີ່​ພວມ​ພັດ​ທະ​ນາ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ທີ່​ສຸດ​ກ່ອນ​. ປະ​ເທດທີ່​ພັດ​ທະ​ນາ​ແລ້ວ ​ຄວນ​ປະ​ຕິ​ບັດຕໍ່ຄຳ​ໝັ້ນ​ສັນ​ຍາ​ທີ່ຈະ​ໃຫ້ກາ​ນຊ່ວຍ​ເຫຼືອ​ແກ່​ການ​ພັດ​ທະ​ນາ​ນັ້ນ​ຢ່າງ​ແທ້​ຈິງ,​ເປີດຕະ​ຫຼາດ,​ຫຼຸດ​ຫຼື​ຍົກ​ເວັ້ນ​ໜີ້​ສິນ,​ເພີ່ມ​ການ​ສະໜັບສະ​ໜູນດ້ານ​​​ທຶນຮອນ​ແລະເຕັກ​ນິກ​ໃຫ້​ແກ່​ປະ​ເທດທີ່​ພວມ​ພັດ​ທະ​ນາ​ໃຫ້​ຫຼາຍ​ຂຶ້ນ,​ຍົກ​ສູງ​ຄວາມ​ສາ​ມາດ​ພັດ​ທະ​ນາ​ໂດຍ​ຕົນ​ເອງ​ຂອງ​ປະ​ເທດທີ່​ພວມ​ພັດທະນາ. 

ນັບ​ແຕ່​ເກີດ​ວິ​ກິດ​ການ​ການ​ເງິນ​ສາກົນ​ເປັນ​ຕົ້ນ​ມາ, ຈີນ​ໄດ້​​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ປະ​ເທດ​ທີ່​ພວມ​ພັດທະນາ​ດ້ວຍວິ ທີແລະ​ຊ່ອງ​ທາງ​ຕ່າງໆ,​ເຊິ່ງມີທັງການເພີ່ມງົບປະມານ ຊ່ອຍ​ເຫຼືອອີກ 50 ຕື້​​ໂດ​ລາ​ຕໍ່​IMF​​, ​ແລະຮຽກຮ້ອງ​ຢ່າງ​ຈະ​ແຈ້ງ​ໃຫ້​​​ຄວນໃຊ້​ເງິນ​ທຶນ​​ເຂົ້າ​ໃນ​ການ​ຊ່ອຍ​ເຫຼືອ​ປະ​ເທດ​​ດ້ອຍ​ພັດທະນາ​ທີ່​ສຸດກ່ອນ; ​ໃຫ້​ການ​ສະຫນັບ​ສະ​ຫນູນ​ດ້ານ​ເງິນ​ກູ້​ສິນ​ເຊື່ອ​ 15 ຕື້​ໂດ​ລາ​ແກ່​ປະ​ເທດອາ​ຊຽນ; ​ສະຫນອງ​​ເງິນ​ກູ້​ໃຫ້​ຂໍ້​ສະດວກ​ພິ​ເສດ 10 ຕື້​ໂດ​ລາໃຫ້ແກ່​ປະ​ເທດອາ​ຟຼິກາແລະ​ອື່ນໆ. ທ່ານ​ຫູ​ຈິນທ່າວ​ຍັງ​​ໄດ້ຕາງໜ້າ​ລັດຖະບານ​ຈີນ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ,ຈີນ​ຈະ​ສືບ​ຕໍ່​ສະ​ໜອ​ງການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ປະ​ເທດ​ທີ່ພວມ​ພັດ​ທະ​ນາ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ຂອບການ​ຮ່ວມ​ມື​ໃຕ້​​-ໃຕ້,​​ເພື່ອພະ​ຍາ​ຍາມ​ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫ້​ບັນ​ລຸ​ການ​ພັດ​ທະ​ນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ