ການ​ຢ້ຽມຢາມ​ກາ​​ນາດາຂອງ​ທ່ານ​ຫູ​ຈີນ​ທາວ​ໄດ້​ເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ແລະ​ເປີ​ດກວ້າງ​ການ​ຮ່ວມ​ມື

(GMT+08:00) 2010-06-29 14:58:42     cri

ຕາມ​ຂ່າວ cri:​ເລີ່​ມ​ແຕ່​ວັນ​ທີ 23 ຫາ​ວັນ​ທີ 27 ມິຖຸນ​ານີ້, ທ່ານ​ຫູ​ຈີນ​ທາວ, ປະທານ​ປະ​ເທດ​ຈີນ​ໄດ້​ຢ້ຽມຢາມ​ກາ​ນາ​ດາ​ທາງ​ລັດຖະກິດ ​ແລະ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ ​4 ຂອງ​ກຸ່ມ 20 ປະ​ເທດ​ຫລື G20 ທີ່​ຈັດ​ຂຶ້ນ​ຢູ່​ໂຕຣອນ​ໂຕ.​​ໃນ​ເວລາ​ສິ້ນ​ສຸດ​ການ​ຢ້ຽມຢາມ, ທ່ານ​ຢາງ​ເຈ​ຊື,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ຕິດຕາມ​ການ​ຢ້ຽມຢາມ​ນັ້ນ​ເຫັນ​ວ່າ, ການ​ຢ້ຽມ​ຢາມ​ເທື່ອ​ນີ້​ໄດ້​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ,​ແລະ​ໄດ້​ເປີດ​ກວ້າງ​ການ​ຮ່ວມ​ມື,ການ​ຢ້ຽມຢາມ​​ໄດ້​ຮັບ​ຫມາກຜົນ​ຢ່າງ​ສູງແລະ​ ​ຈົບງາມ.

​ໃນ​ໄລຍະ​ຢູ່​ກາ​ນາ​ດາ, ທ່ານ​ຫູ​ຈີນ​ທາວ​ໄດ້​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຫລາຍ​ຝ່າຍ​ແລະ​ສອງ​ຝ່າຍ 30 ກວ່າ​ເທື່ອ.​ໃນ​ເວລາ​ຢ້ຽມຢາມ​ກາ​ນາ​ດາ​ທາງ​ລັດຖະກິດ,ທ່ານ​ຫູ​ຈີນ​ທາວ​ໄດ້​ເລີ່​ມຈາກການ​ຂະຫຍາຍ​ກາ​ນພົວພັນ​ລະຫວ່າງ​ຈີນ​ກັບ​ກາ​ນາ​ດາ,ກວ່າ​ວ​ເຖິງ​ຈຸດປະສົງ​ອັນ​ສຳຄັນ​​ເພື່ອ​ຊຸກ​ຍູ້​ຈີນ​ແລະ​ກາ​ນາ​ດາ​ຮ່ວມ​ມື​ກັນ​ຢ່າງ​ແທ້​ຈິງ​ໃນຂົງ​ເຂດ​ຕ່າງໆ​ແລະຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ກ້າວ​ໄປ​ຫນ້າ​​ໃນ​ສະພາບການ​ໃຫມ່.ສອງ​ຝ່າຍ​ໄດ້​ກ່າວ​ຢ້ຳຈະ​ທຸ່ມ​ເຫື່ອ​ເທ​ແຮງ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​,​ເພື່ອ​ສ້າງ​ອະນາຄົດ​ທີ່​ກວ້າງ​ໄກ​ໃຫ້​ແກ່​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ຈີນ​ກາ​ນາ​ດາ.​ຜູ່​ນຳ​ສອງ​ປະ​ເທດ​ເປັນ​ເອກະ ສັນ​ກັນ​ເຫັນ​ດີ​ໃຫ້​ຍົກ​​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍຂຶ້ນ​ເປັນ 60 ຕື້​ໂດ​ລາ​ພາຍ​ໃນ​ປີ 2015.ພາກສ່ວນ​ລັດຖະບານ​ແລະ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ຍັງ​ໄດ້​ເຊັນ​​ເອກະສານ​ຮ່ວມ​ມື 10 ສະບັບ​ທີ່​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ການທ່ອງທ່ຽວ, ການ​ກວດກາ​ຄຸນ​ນະພາ​ບ,ການ​ປະຕິບັດ​ກົດຫມາຍ​,ບໍ່​ແຮ່​ແລະ​ພະລັງງານ.ນອກ​ນີ້,ຍັງ​ໄດ້​ເຊັນ​ສັນຍາ​​ປາຍທາງ​ຂອງ​ການທ່ອງ ທ່ຽວ​ຈີນ​ກາ​ນາ​ດາ​ຢ່າງ​ເປັນ​ທາງ​ການ,​ເຊິ່ງ​ຖື​ເປັນ​ຫນ້າ​ໃຫມ່​ແຫ່ງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ.

ຫນ້າ​ທີ່​ສຳຄັນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​​ໂຕຣອນ​ໂຕ​ເທື່ອ​ນີ້​ແມ່ນ​ຫາລື​ສະຖານະ​ການ​​ເສດຖະກິດ​ການ​ເງິນ​ຂອງ​ໂລກ, ການ​ເຕີບ​ໂຕຢ່າງແຂງ​ແຮງ, ຕໍ່​ເນື່ອງ​ແລະ​ສະ​ຫມ່ຳສະ​ເຫມີ,ການ​ປະຕິ​ຮູບ​ອົງການ​ການ​ເງິນ​ສາກົນ, ການ​ຕິດຕາມ​ຄຸ້ມ​ຄອງກາ​ນ​ເງິນ​ສາກົນ​ແລະ​ບັນຫາ​ທົ່ວ​ໂລກ​ທີ່​ສຳຄັນ.ຝ່າຍ​ຕ່າງໆ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງແລະ​ມີ​ຄວາມ​ຫວັງ​ສູງ​ຕໍ່​ຜູ່​ນຳ​ຈີນ​ແລະ​ຫລັກ​ຫມັ້ນຂອງ​ຈີນ​ໃນ​ກອງ​ປະຊຸມ.

​ໃນ​ກອງ​ປະຊຸມ​ສຸດ​ຍອດ,ທ່ານ​ຫູ​ຈີນ​ທາວ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳຄັນ​​ໃນ​ຫົວ​ຂໍ້: ​ຮ່ວມ​ແຮງຮ່ວມ​ໃຈ​ກັນ,ສ້າງ​ອະນາຄົດ​ຮ່ວມ​ກັນ,ທ່ານ​ໄດ້​ກ່າວ​ເຖິງ​ທັດສະນະ​ຂອງ​ຈີນ​ທີ່​ມີ​ຕໍ່​ສະຖານະ​ການ​ເສດຖະກິດ​ໂລກ​ປັດຈຸບັນ​ຢ່າງຮອບດ້ານ, ​ແລະ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ສືບ​ຕໍ່​ເສີມ​ຂະຫຍາຍ​ການປະ ສານ​ງານ​ກັນ, ຊຸກ​ຍູ້​​ໃຫ້ເສດຖະກິດ​ໂລກ​ເຂົ້າສູ່​ໄລຍະ​​ເຕີບ​ໂຕ​ທີ່​ແຂງ​ແຮງ,ຕໍ່​ເນື່ອງ​ແລະ​ສະ​ຫມ່ຳສະ​ເຫມີ​ໂດຍ​ໄວ.ທ່ານ​ຍັງ​ໄດ້​ສະ​ເຫ​ນີ 3 ຂໍ້ອອກ.​ໂດຍ​ແນ​ໃສ່​ແກ້​ໄຂ​ທິດ​ຂະຫຍາຍ​ຂອງ​ກົນ​ໄກ​ກຸ່ມ 20 ປະ​ເທດ​ຫລັງ​ວິ​ກິດ​ການ​ການ​ເງິນ, ທ່ານ​ຫູ​ຈີນ​ທາວ​ກ່າວ​ເນັ້ນວ່າ,ຄວນ​​ເບີ່​ງ​ໄປ​​ໄລຍະຍາວ​,ຊຸກ​ຍູ້​ກຸ່ມ 20 ປະ​ເທດ​ຈາກ​ການ​ຮ່ວມມືກັນ​ກະ​ຕຸ້ນ​ເສດຖະກິດ​ຫັນ​ໄປ​ສູ່​ການ​ປະສານ​ງານ​ກັນ​ໃຫ້​ເຕີບ​ໂຕ, ຈາກ​ການ​ຮັບ​ມື​ກັບ​ສະພາວະສຸກ​ເສີນ​ໃນ​ໄລຍະ​ສັ້ນຫັນ​​ໄປ​ສູ່​ການ​ຄຸ້ມ​ຄອງ​ໄລຍະ​​ຍາວ,ຈາກ​ການ​ແກ້​ໄຂ​​ໃນ​ທ່າ​ຮັບ​ຫັນ​ເປັນ​ການວາງ​ແຜນຢ່າງ​ເປັນ​ເຈົ້າການ.ຕໍ່​ບັນຫາ​ເຮັດ​ແນວ​ໃດ​ຈິ່ງ​ຈະບັນລຸ​ຂອບ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ,ຕໍ່​ເນື່ອງ​ແລະ​ສະ​ຫມ່ຳສະ​ເຫ​ມີ​ກັນນັ້ນ, ທ່ານ​ຫູ​ຈີນ​ທາວ​ກ່າວ​ເນັ້ນວ່າ​ຕ້ອງ​ໃຫ້​ສາມ​ຂໍ້​ນີ້​ເປັນ​ເອກະ​ພາບ​ກັນ​ຢ່າງຕິດ​ແທດ.ສ່ວນ​ໃນ​ບັນຫາການ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ເງິນ​ສາກົນທີ່​ຝ່າຍ​ຕ່າງໆ​ເອົາ​ໃຈ​ໃສ່​ໂດຍ​ທົ່ວ​ໄປ​ນັ້ນ, ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ຄວນ​ເລັ່ງລັດ​ສຳ​ເລັດ​ການ​ປັບປຸງອັດຕາ​ສ່ວນຂອງ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ, ​ຍົກ​ລັກສະນະ​ຕົວ​ແທນ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ​​ໃຫ້​ສູງຂຶ້ນ​ແລະ​ເພີ່​ມສິດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ເຂົາ​ເຈົ້າ​ໃຫ້​ຫລາຍ​ຂຶ້ນ.

ທ່ານ​ຢາງ​ເຈ​ຊືກ່າວ​ວ່າ, ຄຳ​ປາ​​ໄສ​ຂອງ​ທ່ານ​ຫູ​ຈີນ​ທາວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທັດສະນະ​ແລະ​ບັນຫາ​ທີ່​ຈີນ​ສົນ​ໃຈ​ນຳ,ທັງ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ໃນ​​ໄລຍະ​ຍາວ​ນານ​ຂອງ​ປະຊາ​ຄົມ​ໂລກ,​ໄດ້​ເຮັດ​ໃຫ້​ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະຊຸມ, ປະຊາ​ຄົມ​ໂລກ​ແລະ​ຫາງ​ສຽງ​ມີ​ການ​ຕອບ​ສະຫນອງ​​ເປັນ​ຢ່າງ​ດີ, ​ເຂົາ​ເຈົ້າ​ເຫັນ​ໂດຍ​ທົ່​ວ​ໄປ​ວ່າ,ຈີນ​ມີ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ວຽກ​ງານ​ການ​ເມືອງ​ແລະ​ເສດຖະກິດ​ສາກົນ.ຄວາມ​ເຫັນ​ແລະ​ຈຸດ​ຢືນຂອງ​ທ່ານ​ຫູ​ຈີນ​ທາວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ແລະ​ຕອບ​ສະຫນອງ​ໂດຍ​ທົ່ວ​ໄປ​ຜູ່​ນຳ​ປະ​ເທດ​ຕ່າງໆ​ທີ່​ຮ່ວມ​ປະຊຸມ, ​ປະ​ເທດ​ທີ່​ພວມ​ພັດທະນາກໍ່​ຍິ່ງ​ສະຫນັບສະຫນູນຢ່າງ​ແຂງ​ແຮງ, ​ເຂົາ​ເຈົ້າ​ເຫັນ​ວ່າ​ຄຳ​ປາ​ໄສ​ຂອງ​ທ່ານ​ຫູ​ຈີນ​ທາວ​ໄດ້​ນຳພາ​ເສດຖະກິດ​ໂລກ​ຂະຫຍາຍ​ໄປ​ສູ່​ທິດ​ທີ່​ຖືກຕ້ອງ.

ທ່ານ​ຢາງ​ເຈ​ຊື​ໄດ້​ສະຫລຸບ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈີນ​ທາວ​ເທື່ອ​ນີ້​ໄດ້ບັນລຸ​ເປົ້າ​ຫມາຍ​ທີ່ຍົກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ກາ​ນາ​ດາ​ໃຫ້​ສູງ​ຂຶ້ນ,​ແລະ​ໄດ້​ຊຸກ​ຍູ້​ໃຫ້​ກຸ່ມ 20 ປະ​ເທດ​ຂະຫຍາຍຕົວ​ຢ່າງ​ປອດ​ໃສ,ທັງ​ຊຸກ​ຍູ້​​ໃຫ້ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ຮອບດ້ານ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ