ສອງ​ຝັ່ງ​ລົງ​ນາມ​ໃນ​ສັນ​ຍາ​ຂອບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ

(GMT+08:00) 2010-06-30 17:03:54     cri
ວັນ​ທີ 29 ມິຖຸນາ​ນີ້,ການ​ເຈລະຈາ​ລະຫວ່າງ​ຜູ່​ນຳ​ຂອງສະມາຄົມ​ການ​ພົວພັນ​​ສອງ​ຝັ່ງ​ຊ່ອງບ​ແຄບ​ຂອງ​ແຜ່ນດິນ​ໃຫຍ່ກັບສະມາຄົມມູນ​ນິທິ​ແລກປ່ຽນ​ສອງ​ຝັ່ງຊ່ອງ​ແຄບ​ໄຕ້​ຫວັນ​ເທື່ອ​ທີ 5 ໄດ້​ຈັດ​ຂຶ້ນຢູ່​ທີ່​ນະຄອນ​ຈຸ່ງກິ່ງ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​"ສັນຍາ​ຂອບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າ​ງສອງ​ຝັ່ງ​ຊ່ອງ​ແຄບ"ຫຼືECFA ​ແລະ​"ສັນຍາ​ຮ່ວມມື​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ລະຫວ່າງ​ສອງ​ຝັ່ງ​ຊອບ​ແຄບ". ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ການ​ລົງ​ນາມ​ໃນ​ສັນຍາ​ສອງສະບັບ​ນີ້​ຈະ​ສ້າງ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງ​ໃຫ້​​ແກ່​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ,​ແລະ​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ປຶກສາ​ຫາລື​ກັນ​ທີ່​ລົງ​ເລິກ​ດ້ານ​​ເສດຖະກິດລະຫວ່າງ​ສອງ​ສະມາຄົມ​ດັ່ງກ່າວ​​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃຫມ່.

 "ສັນຍາ​ຂອບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າ​ງສອງ​ຝັ່ງ​ຊ່ອງ​ແຄບ"ມີ​ເນື້ອ​ໃນ ວ່າ,​ເພື່ອສົ່ງ​ເສີມແລະ​ເປີດ​ກວ້າງ​ປະສິດທິ​ຜົນ​ຂອງ​ສັນຍາ,ສອງ​ຝ່າຍຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ສະມາຄົມ​ການ​ພົວພັນ​​ສອງ​ຝັ່ງ​ຊ່ອງ​ແຄບ​ຂອງ​ແຜ່ນດິນ​ໃຫຍ່​ແລະສະມາຄົມມູນ​ນິທິ​ແລກປ່ຽນ​ສອງ​ຝັ່ງຊ່ອງ​ແຄບຈະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ແຜນການ​​ແລະ​ເນື້ອ​ໃນ​ລະອຽດ​ທີ່​ກ່ຽວຂ້ອງ​​ໂດຍ​ໄວ. ຂົງ​ເຂດທີ່ຮ່ວມ​ມື​ມີ​ທັງ​ການ​ປົກ​ປ້ອງ​ແລະ​ຮ່ວມ​ມື​ດ້ານ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະການ​ຮ່ວມ​ມືດ້ານ​ການ​ທະນາຄານ, ຊຸກຍູ້​ການ​ຄ້າ​ແລ​ະສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ,ຮ່ວມ​ມື​ດ່ານ​ພາສີ​​,ການ​ຄ້າ​ດ້ານ​​​ເອ​ເລັກ​ໂຕຼນິກ​ແລະ​ອື່ນໆ.ໂດຍ​ອີງ​ຕາມ​ແຜນການຜົນ​ເບື້ອງ​ຕົ້ນ​ຂອງ​ສັນ​ຍາ​,ພາຍ​​ໃນ​ 6 ​ເດືອນ​ຫຼັງ​ຈາກສັນຍາສະບັບ​ນີ້​ໄດ້​ມີ​ຜົນ​ບັງຄັບ​ໃຊ້​ແລ້ວ,​ແຜ່ນດິນ​ໃຫຍ່​ຈະຫຼຸດ​ພາສີ​ຜະລິດ​ຕະພັນ​ຂອງໄຕ້​ຫວັນ 539 ປະ​ເພດ, ​ໄຕ້​ຫວັນກໍ່​ຈະ​ຫຼຸດ​ພາສີ​ຕໍ່ຜະລິດ​ຕະພັນ​ຂອງ​ແຜ່ນດິນ​ໃຫຍ່ 267 ປະ​ເພດ. ນອກ​ນີ້,ຫຼັງຈາກ​ສັນຍາ​ມີ​ຜົນ​ບັງຄັບ​​ໃຊ້​ແລ້ວ ​ແຜ່ນດິນ​ໃຫຍ່​ຍັງ​ຈະເປີດ​ປະຕູ​ຕໍ່​​ 11 ຂະ​ແຫນງ​ການ​ບໍລິການ​ຂອງໄຕ້​ຫວັນ​ໃຫ້​ກວ້າງ​ກວ່າ​​ເກົ່າ,​​ສ່ວນໄຕ້​ຫວັນ​ຈະ​ເປີດ​ປະຕູ​ຕໍ່ 9 ​ຂະ​ແຫນງການ​ບໍລິການ​ຂອງ​ແຜ່ນດິນ​ໃຫຍ່​ຕື່ມ​ອີກ.

ທ່ານ​ເສີນ​ຢຸນຫຼິນ, ປະທານ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ແຜ່ນດິນ​ໃຫຍ່​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ສັນຍາ​ດັ່ງກ່າວວ່າ: "ການ​ເຊັນ​ສັນຍາ​ດັ່ງກ່າວ​ຈະ​ຫຼຸດ​​ແລະ​ກຳຈັດສິ່ງ​ກີດຂວາງດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ສອງ​ຝັ່ງ​ເທື່ອ​ລະ​ກ້າວ, ສ້າງ​ສະພາບ​ແວດ​ລ້ອມ​ການ​ຄ້າ​ແລະ​ການ​ລົງທຶນ​ທີ່​ຍຸຕິທຳ; ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ, ​ແລະ​ສ້າງ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຜົນ​ດີ​ຕໍ່​ຄວາມ​ຈະ​ເລີ​ນ​ແລະ​ການ​ພັດທະນາ​ເສດຖະກິດ​ຂອງ​ສອງ​ຝັ່ງ; ປະຕິບັດ​ພາສີ​ບູລິ​ມະ​ສິດ​ຕໍ່​ສິນຄ້າ​ຈຳນວນ​ໜຶ່ງ​ຂອງ​ສອງ​ຝ່າຍ, ​ເປີດ​ຕະຫຼາດ​ບໍລິການ​ຈຳນວນ​ໜຶ່ງ, ​ເຮັດ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ສອງ​ຝັ່ງ​​ໄດ້ຮັບຜົນ​ປະ​ໂຫຍດຈາກ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ສອງ​ຝັ່ງ​​ໂດຍ​ໄວ. ນີ້​ຈະ​ຊຸກຍູ້​ໃຫ້​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ​ພັດທະນາ​ແລະ​ຈະ​ເລີ​ນຮ່ວມ​ກັນ, ​ແລະ​ສາມາດສ້າງ​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ທັງ​ສອງ​ຝັ່ງ."ທ່ານ​ຈ່ຽງປີງ​ຄຸນ, ປະທານ​ມູນ​ນິທິ​ແລກປ່ຽນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ເຫັນ​ວ່າ, ຄຽງ​ຄູ່​ກັບ​ການ​ເຊັນ​ສັນຍາ​ດັ່ງກ່າວ​ແລະ​ມີ​ຜົນ​ບັງຄັບ​ໃຊ້, ກາ​ນເຄື່ອນ​ໄຫວ​ເສດຖະກິດ​ການ​ຄ້າ​ຂອງ​ສອງ​ຝັ່ງ​ຈະ​ມີ​ສະພາບ​ແວດ​ລ້ອມ​ທີ່​ດີກ​ວ່າ​ເກົ່າ​ແລະ​ມີ​ລະບຽບ​ການ, ​ເຮັດ​ໃຫ້ສອງ​ຝັ່ງສາມາດ​ໃຊ້​ທ່າ​ແຮງ​ຂອງ​ຕົນ, ​ເພື່ອ​ຍົກ​ສູງ​ກຳລັງ​ເສດຖະກິດ​ແລະ​ວາງ​ແຜນ​ໃນ​ຕະຫຼາດ​ສາກົນ.
 
ໃນ​ມື້​ດຽວ​ກັນ,ສອງ​ສະມາຄົມ​ຍັງ​ໄດ້​ເຊັນ"ສັນຍາຮ່ວມ​ມື​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ສອງ​ຝັ່ງ​ຊ່ອງ​ແຄບ".​ນັບແຕ່ສອງ​ສະມາຄົມ​ຟື້ນ​ຟູ​ການ​ປຶກສາ​ຫາລື​ທີ່​ເປັນ​ປົກກະຕິເປັນ ຕົ້ນມາ,ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ12​ສະບັບ,ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ທີ່​ສຳຄັນ 2ຂໍ້.ທ່ານ​ເຊິ​ນຢຸນລີ​ນ,ປະທານ​ສະມາຄົມ​ການພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ຂອງ​ແຜ່ນດິນ ​ໃຫຍ່​ກ່າວ​ວ່າ,ຫົວ​ຂໍ້​ທີ່​ສອງ​ສະມາ​ຄົມ​ປຶກສາ​ຫາລື​ນັ້ນຈາກ​ຕື້ນ​ຮອດ​ເລິກ,ຂົງ​ເຂດ​ຈາກ​ແຄບ​ຮອດ​ກວ້າງ,​ເນື້ອ​ໃນ​ຈາກ​ງ່າຍ​ຮອດສັບ​ສົ​ນ,​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດ​ນັບ​ມື້​ນັບ​ຫຼາຍ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ ຊາດ​ສອງ​ຝັ່ງ,​ເສດຖະກິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນັບ​ມື້ນັບ​ກວ້າງຂວາງ​ກວ່າ​ເກົ່າ.

ທ່ານ​ຈ່ຽງປີງ​ຄຸ່ນ,ປະທານ​ຂອງ​ສະມາຄົມ​ມູນ​ນິທິ​ແລກປ່ຽນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ກ່າວ​ວ່າ,ສອງ​ຝັ່ງ​ໃຊ້​ການ​ປຶກສາ​ຫາລື​ທີ່​ເປັນ​ລະບຽບ​ການ​ເຮັດ​ໃຫ້ການ​ຂະຫຍາຍຕົວ​ຂອງການ​ພົວພັນ​ສອງ​ຝັ່ງ​ໝັ້ນຄົງກວ່າ​ເກົ່າ,ສະພາບ​ການ​ທີ່​ມີ​ສັນຕິພາບ​ແລະ​ສະຖຽນລະ​ພາບ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​​ໄຕ້​ຫວັນນັ້ນ​ແມ່ນດີ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.

"ດຽວ​ນີ້​ແມ່ນ​ໂອກາດທີ່ເປັນຂໍ​ກະ​ແຈ​ໃນ​ການ​ຂະຫຍາຍຕົວ​ຍາວ​ໄກ​ຂອງ​ການ​ພົວພັນ​ສອງ​ຝັ່ງ,ພວກ​ເຮົາ​ຕ້ອງ​ກຳ​ໂອກາດ​​​ໃຫ້ດີ,​ປະຕິບັດ​ການ​ຮ່ວມ​ມື,ພ້ອມ​ກັນ​ທຳ​ຄວາມ ພະຍາຍາມຮ່ວມ​ກັນ,ສະ​ສົມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃນ​ກັນ,ສ້າງ​ພື້ນຖານ​ອັນ​ໝັ້ນໜຽວ​ກວ່າ​ເກົ່າ​ເພື່ອ​ເຮັດ​ໃຫ້​ສອງ​ຝັ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ແລະ​ມີ​ສັນຕິພາບ​ສະຖຽນ​ລະ​ພາບ,​ເຮັດ​ໃຫ້​ຊ່ອງ​ແຄບ​​ໄຕ້​ຫວັນ​ສາມາດ​ຮັກສາສັນຕິພາບ​ໄດ້​ຢ່າງ​ຖາວອນ."
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ