ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ໄທ​ສະ​ແດງ​ຄຳ​ເຫັນ​ຕໍ່​ການ​ພົວ​ພັນ​ໄທ-ຈີນ​

(GMT+08:00) 2010-07-02 17:05:08     cri
 ວັນ​ທີ 1 ​ກໍລະ ກົດ​ນີ້​ແມ່ນ​ວັນ​ລະ​ລຶກຈີນ​-ໄທ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ ​35 ​ປີ.​ ວັນ​ທີ 30 ມິຖຸນາ​ແລ້ວ​ນີ້,ທ່ານ​ກະ​ສິດ ພິ​ລົມ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທທີ່​ມາ​ເຂົ້າ​ຮ່ວມ​ກິດຈະກຳ​ລະ​ລຶກທີ່​ກ່ຽວຂ້ອງ​ຢູ່​ຈີນ​​ນັ້ນ ໄດ້​ໃຫ້​ສຳພາດ​ສະ​ເພາະ​ຕໍ່​ນັກ​ຂ່າວ ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື​ CRI , ​ເພື່ອ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ດີ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ:ການ​ພົວພັນ​ໄທ​-ຈີນ,ການ​ຮ່ວມ​ມືກັນ​ລະຫວ່າງ​ສອງ​ຝ່າຍ ພ້ອມ​ດ້ວຍ​ເຂດ​ການ​ຄ້າ​​ເສລີ​ຈີນ​-ອາ​ຊຽນ​ແລະ​ອື່ນໆ:

ທ່ານ​ກະ​ສິດ ພິ​ລົມ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດກ່າວ​ວ່າ,​ໄມ ຕີ​ຈິດມິດຕະພາບ​ລະຫວ່າງໄທກັບ​ຈີນມີ​ມູນ​ເຊື້ອມາ​ແຕ່​ບູຮານ​ນະ​ການ,​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 35 ປີ​ເປັນ​ຕົ້ນ​ມາ,ສອງ​ປະ​ເທດ​ໄດ້​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ​​ກວ່​າ​ເກົ່າ​ໃນ​ຂົງ​ເຂດ​ການ​ເມືອງ,​ເສດຖະກິດ​,​ວັດທະ​ນະ​ທຳ​ແລະ​ອື່ນໆ, ​ແລ້ວ​ໄດ້​ຮັບ​ຜົນ​ສຳ​ເລັດ​ສູງ, ການ​ພົວພັນ​ລະຫວ່າງ​ໄທ​ກັບ​ຈີນ​ຖືກ​ຖື​ເປັນ​ການ​ພົວພັນ​ທີ່​ດີງາມ. ​ໃນ​ເວລາ​ກ່າວ​ເຖິງ​ສາ​ເຫດ​ທີ່​ການ​ພົວພັນ​​ໄທ​-ຈີນ​ໄດ້​ຮັບ​ການ​ພັດທະນາ​ຢ່າງຮອບດ້ານ​ແລະ​ວ່ອງ​ໄວ,ທ່ານກະ​ສິດ ພິ​ລົມ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​​ໄດ້​ສະຫຼຸບ 2 ຈຸດ​,ຄື:

"ກ່ອນ​ອື່ນ, ການ​​ແລກປ່ຽນໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ໄດ້ມີ​ປະຫວັດ​ຍາວ​ນານ​ມາ​ແຕ່​ບູຮານ​ນະ​ການ, ພວກ​ເຮົາ​ແມ່ນ​​​ອ້າຍ​ນ້ອງ​ຄອບຄົວດຽວ​ກັນ, ຄົນ​ຈີນ​ຫຼາຍ​ພັນຫຼາຍຫມື່ນ​ໄດ້​ຍົກຍ້າຍ​ໄປຢູ່​ໄທ,ພ້ອມ​ກັນ​ນັ້ນ​ກໍ່​ມີ​ຄົນ​ໄທ​ຈຳນວນ​ຫຼວງ​ຫຼາຍ​ກໍ່​ດຳລົງ​ຊີວິດ​ຢູ່​ຈີນ, ສອງ​ຊາດ​ມີຊີ​ວີ​ດ​ແບບ​ເຊື່ອມ​ໂຍງ​ກັນ.ອັນ​ທີ​ສອງ​ແມ່ນ​ຜູ່​ນຳ​ທັງ​ສອງ​ປະ​ເທດ​ໄທ​-ຈີນ​ລ້ວນ​ແຕ່​ສົນ​ໃຈ​ນຳ​ການ​ຂະ ຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຊາດ.ບໍ່​ວ່າ​ແມ່ນ​ຜູ່​ນຳທັງ​​ສອງ​ປະ​ເທດ​ໄດ້ມີ​ການ​​ປ່ຽນ​ແປງ​ແນວ​ໃດ,ກໍ່​ຍັງຮັກສາ​ຄວາມ​ຕໍ່​ເນື່ອງ​ດ້ານ​ນະ​ໂຍບາຍ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,​ໃນ​ເວລາ​ໄທຕໍ່ສູ້​ກັບວິ​ກິດ​ການ​ການ​ເງິນ​​ແລະຂາດ​ເຂີນ​ນ້ຳມັນ​ເຊື້ອ​ໄຟ​ແລະຜະລິດ​ຜະ​ຕະພັນ​ເຫຼືອ,ກໍ່​ແມ່ນ​ຈີນ​​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ພວກ​ຂ້າພະ​ເຈົ້າ​ຜ່ານ​ຜ່າ​ສະພາບຫຍຸ້ງ ຍາກ​ເທື່ອ​ແລ້ວ​ເທື່ອ​ອີກ. ສິ່ງ​ທີ່​ສຳຄັນ​ກວ່​ານັ້ນ​​ແມ່ນ​ບໍ່​ວ່າ​ໃນ​ສະພາບ​ໃດ,ສອງ​ປະ​ເທດ​ກໍ່ລ້ວນ​ແຕ່​ຍຶດຫມັ້ນ​ຫຼັກການ​ທີ່​ບໍ່ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ຕະຫຼອດ​ມາ. ​ເຖິງ​ວ່າ​ການ​ເມືອງ​ຂອງ​ໄທ​ມີ​ການ​ປ່ຽນ​ແປງແລະ​ມີລັດຖະບານ​ໃຫມ່ ເລື້ອຍໆ ກໍ່ຕາມ,​ແຕ່ລັດຖະບານ​ຈີນ​ຍັງ​ປະຕິບັດ​ຕໍ່​ລັດຖະບານ​ໄທ​​ແຕ່​ລະ​ຊຸດ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ."

ທ່ານ​ກະ​ສິດ ພິລົມກ່າວ​ວ່າ, ​ແຕ່​ໄທ​ຈີນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ມາ​ນີ້, ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ການ​ລົງທຶນ, ການ​ຄ້າ​ແລະ​ການທ່ອງທ່ຽວ​ເປັນ​ຕົ້ນ, ຫວັງ​ວ່າ​ສອງ​ຝ່າຍ​ຈະເປີດ​ກວ້າງ​ຂົງ​ເຂດ​ຮ່ວມ​ມື​ຕື່ມ​ອີກ​ບົນ​ພື້ນຖານ​ດັ່ງກ່າວ, ຕົວຢ່າງ​ວ່າ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົ້ນຄວ້າ​ວິທະຍາສາດ, ພະລັງງານ​ໃໝ່, ​ເຕັກນິກ​ການບິນ​ອະວະກາດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ເປັນ​ຕົ້ນ.​ໃນ​ເວລາ​ເວົ້າ​ເຖິງ​ບົດ​ບາດ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນທີ່​​ເລີ່​ມປະຕິບັດ​ຢ່າງ​ຮອບດ້ານ​ໃນ​ວັນ​ທີ 1 ມັງກອນ​ນີ້​ຕໍ່​ການ​ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ລະ​ຫວ່າງ​ໄທ​ກັບ​ຈີນ, ທ່ານ​ກະ​ສິດ​ກ່າວ​ວ່າ, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ດ້ານ​ການ​ກຳ​ຈັດ​ກຳ​ແພງ​ການ​ຄ້າ, ຊຸກຍູ້​ໃຫ້ການ​ຄ້າ​ແລະ​ການ​ລົງທຶນ​ສະດວກ​ກວ່າ​ເກົ່າ​ແລະ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນທີ່​ສຸດໍ. ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ເຫັນ​ວ່າ, ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ແມ່ນ​ກຳຈັດ​ກຳ​ແພງ​ການ​ຄ້າ, ​ໃນ​ນັ້ນ​ລວມທັງ​ກຳ​ແພງ​ພາສີ​ແລະກຳ​ແພງ​ເຕັກນິກ. ນອກ​ນີ້, ​ເຂດ​ການ​ຄ້າ​ເສລີ​ຍັງ​ເຮັດ​ໃຫ້​ປະຊາຊົນ​ຂອງ​ປະ​ເທດ​ຕ່າງໆ​​ໃນ​ເຂດ​ການ​ຄ້າ​ເສລີ​ມີ​ໂອກາດ​ໃຊ້​ຜະລິດ​ຕະພັນ​ທີ່​ລາຄາ​ຖືກ​ແລະ​ຄຸນ​ນະພາ​ບດີ. ອີກ​ຢ່າງ​ໜຶ່ງ, ສຳລັບ​ປະ​ເທດ​ຕ່າງໆ​ໃນ​ເຂດ​ການ​ຄ້າ​ເສລີ, ມີແຕ່​ອີງ​ໃສ່​ທ່າ​ແຮງ​ແລະ​ຈຸ​ດອ່ອນ​ຂອງ​ຕົນ, ​ໂດຍ​ຜ່ານ​ການ​ຮ່ວມ​ມືກັນ​ເທົ່າ​ນັ້ນ​ຈິ່ງ​ຈະສາມາດຊ່ວຍ​ຊູ້​ຍູ້​ໜູນ​ກັນ​ໄດ້."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ