ການ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ​ຢ່າງ​ຂະ​ຫນາດ​ໃຫຍ່​ເຮັດ​ໃຫ້​​ເຂດ​ພາກ​ຕາ​ເວັນ​ຕົກ​ພັດ​ທະ​ນາ​ວ່ອງ​ໄວ​ຫລາຍ

(GMT+08:00) 2010-07-13 16:20:50     cri

ຕາມ​ຂ່າວ cri:​ເມື່ອ 10 ປີ​ກ່ອນ, ລັດຖະບານ​ຈີນ​ໄດ້ພິຈາລະນາ​ເຖິງ​ສະພາບ​ຕົວ​ຈິງ​ແຫ່ງ​ຊາດ, ​ແລ້ວ​ໄດ້​ທຳ​ການ​ຕົກລົງ​ດ້ານ​ຍຸດ​ທະ​ສາດ​ທີ່​ສຳຄັນ​ຄື:ສຸມ​ໃສ່ພັດທະນາ​ພາກ​ຕ​າ​ເວັນ​ຕົກ​ຢ່າງຂະຫນາດ​ໃຫຍ່.ຫລັງ​ຈາກ​ນັ້ນ, ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ໄດ້​ຫັນປ່ຽນ​ສະພາບ​​ເສດຖະກິດ​​ເຕີບ​ໂຕຊັກ​ຊ້າ,​ແລ້ວ​ໄດ້​ບັນລຸ​ການ​ເຕີບ​ໂຕສູງ​ເຖິງ 11,9% ຕໍ່​ປີ, ​ໃນ​ໄລຍະ 10 ປີ​ມານີ້,ຕົວ​ເລກ​ຄາດຫມາຍ​ເສດຖະກິດ​ມະຫາ​ພາທີ່ກ​ສຳຄັນ​ຕ່າງໆ​ໄດ້​ເພີ່ມ​ຂຶ້ນ​ຫນຶ່ງ​ເທົ່າກວ່າ.ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຢ່າງຂະຫນາດ​ໃຫຍ່​ເຮັດ​ໃຫ້​ແຫ່ງ​ຕ່າງໆ​ຂອງ​ພາກ​ຕ​າ​ເວັນ​ຕົກ​ຂອງ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ,​ໃນ10 ປີ​ດັ່ງກ່າວ​ໄດ້​ກາຍ​ເປັນ 10 ປີ​ທີ່​ເສດຖະກິດ​ສັງຄົມ​ຂອງ​ພາກ​ຕ​າ​ເວັນ​ຕົກ​ພັດທະນາ​ໄວ​ທີ່​ສຸດ, ຕົວ​ເມືອງ​ແລະ​ຊົນນະບົດ​ມີ​ການ​ປ່ຽນ​ແປງ​ຫລາຍ​ທີ່​ສຸດ,ປະຊາຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ທີ່​ສຸດ.

​ເພື່ອ​ບັນລຸ​ການ​ຫລຸດ​ຊ່ອງ​ຫວ່າງ​ຂອງການ​ພັດທະນາ​ລະຫວ່າງ​​ເຂດ​ແຄວ້ນ, ປີ 1999, ລັດຖະບານ​ຈີນ​ໄດ້​ຕົກລົງ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຢ່າງ​ຂະຫນາດໃຫຍ່​, ​ໂດຍ​ໃຊ້ວິທີ​ຕ່າງໆ​ເຊັ່ນ:ຊີ້​ນຳ​ການວາງ​ແຜນ, ລັດຖະບານ​ໃຫ້ການ​ຊ່ວຍ​ເຫລືອ​,​​ເພີ່ມງົບປະມານ​ແລະ​ອື່ນໆ​ສຸມ​ກຳລັງພັດທະນາພາກຕາເວັນຕົກ.

ທ່ານ​ຕູ້​ອິ່ງ, ຮອງ​ຫົວຫນ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູ​ບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ:

ໃນ 10 ປີ​ມາ​ນີ້, ການ​ເງິນ​ສູນ​ກາງ​ໄດ້​ໃຊ້ງົບປະມານເຂົ້າໃຈ​ພາກ​ຕາ​ເວັນ​ຕົກ​ທັງຫມົດ 4 ພັນ​ຕື້​ກວ່າ​ຢວນ,ງົບປະມານ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ຢູ່​ໃນ​ແຜນການ​ຂອງ​ສູນ​ກາງ​ນັ້ນ​ໄດ້​ໄປ​ຈັດ​ສ້າງ​ປະຕິບັດ​ຢູ່​ພາກ​ຕາ​ເວັນ​ຕົກ​ບັນລຸ 890 ຕື້​ຢວນ.
​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ອູ​ຍ​ເກີ​ຊິນ​ຈ່ຽງຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ຈີນ, ຕັ້ງ​ແຕ່​ໄດ້​ດຳ​ເນີນ​ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຢ່າງ​ຂະຫນາດໃຫຍ່​ເປັນ​ຕົ້ນ​ມາ,ໃນ 10 ປີ, ລັດຖະບານ​ຈີນ​ໄດ້​ໃຊ້​ງົບປະມານ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແບບອຸດຫນູນ​ທັງ​ຫມົດ 110 ຕື້​ກວ່າ​ຢວນ​, ​ໄດ້​ສະຫນັບສະຫນູນ​ການ​ກໍ່ສ້າງ​ໂຄງການ 2 ຫມື່ນ 5 ພັນ​ກວ່າ​ໂຄງການ, ​ເຊິ່ງກ່ຽວ​ພັນ​ເຖິງ​ຫມົດ​ທຸກ​ຂົງ​ເຂດ​ຄື:ການ​ສ້າງສາ​ເສດຖະກິດ, ການ​ສຶກສາ, ວິທະຍາສາດ​ເຕັກນິກ,ສາທາລະ​ນະສຸກ​ແລະ​ອື່ນໆ,​ໄດ້​ສ້າງ​ໂຄງການ​ສຳຄັນ​ຈຳນວນຫນຶ່ງເພື່ອເຮັດ​ໃຫ້​ເສດຖະກິດ​ສັງຄົມ​ຊິ່ນ​ຈ່ຽງພັດທະນາ​ຢ່າງ​ຍາວ​ນານ​.

ປີ​ກາຍ​ນີ້,ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ​ເຂດ​ຊິນ​ຈ່ຽງ​ໄດ້​ບັນລຸ​ເກືອບ 430 ຕື້​ຢວນ,​ແມ່ນ 1,6 ​ເທົ່າເມື່ອທຽບກັບປີ 1999, ທ່ານ​ນູຣ ​ເບ​ຄຼີ, ປະທນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ອູ​ຍ​ເກີ​ຊິນຈ່ຽງກ່າວ​ວ່າ:

ໃນ 10 ປີ​ມາ​ນີ້, ​ກຳລັງແຮງ​ຕົວ​ຈິງ​ຂອງ​ຊິນ​ຈ່ຽງ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ, ​ໂດຍ​ສະ​ເພາະ​ແມ່ນ GDP ຂອງ​ພວກ​ເຮົາໄດ້ຈາກ 100 ຕື້​ຢວນ​ເພີ່ມ​ຂຶ້ນ​ເປັນ 200 ຕື້​ຢວນ​ໃຊ້​ເວລາ 7 ປີ, ​ຈາກ 200 ຕື້​ຢວ​ມ​ເພີ່ມ​ຂຶ້ນ​ຮອດ 300 ຕື້​ຢວນ,​ແລະ​ຈາກ 300 ຕື້​ຢວນ​ເພີ່ມ​ຂຶ້ນ​ເປັນ 400 ຕື້​ຢ້ວນກໍ່​ລ້ວນ​ແຕ່​ໃຊ້​ເວລາພຽງ​ສອງ​ປີ​ເທົ່າ​ນັ້ນ,ນີ້​ສະ​ແດງ​ໃຫ້ເຫັນວ່າການ​ພັດທະນາຂອງ​ພາກ​ຕາ​ເວັນ​ຕົກປະສົບຜົນສຳເລັດສູງຫລາຍ,ພິສູດ​ວ່າ​ນະ​ໂຍບາຍ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ແມ່ນ​ຖືກຕ້ອງ​ທັງ​ຫມົດ, ​ໄດ້​ເພີ່ມ​ຄວາມ​ມີຊີວິດ​ຊີວາ​ອັນ​ແຂງ​ແຮງ​ໄປ​ໃຫ້ການ​ພັດທະນາ​ຂອງ​​ເຂດ​ຊິນ​ຈ່ຽງ.

​ແຂວງ​ເສ​ຊວນ​ແມ່ນ​ແຂວງ​ໃຫຍ່​ຢູ່​ພາກຕາ​ເວັນ​ຕົກຂອງ​ຈີນ, ປັດຈຸບັນ, ​ໃນ​ດ້ານ​ການ​ກໍ່ສ້າງລະບົບຄົມມະນາຄົມ, ​ແຂວງ​ເສຊວນ​ໄດ້​ສ້າງ​ທາງຍາວ 2 ​ແສນ 3 ຫມື່ນ​ກິ​ໂລ​ແມັດ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ 10 ປີ​ກ່ອນ 1 ​ແສນ 3 ຫມື່ນ​ກິ​ໂລ​ແມັດ,ຍອດ​ບໍລິ​ມາດ​ຜະລິດ​ໄຟຟ້າ​ບັນລຸ 39 ລ້ານ​ກິ​ໂລ​ວັດ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ 10 ປີ​ກ່ອນ 23 ລ້ານ​ກິ​ໂລ​ວັດ​.

ຄຽງ​ຄູ່​ກັບ​ເສດຖະກິດ​ຂອງ​ພາກ​ຕ​າ​ເວັນ​ຕົກ​ພັດທະນາ​ຢ່າງ​ວ່ອງ​ໄວ, ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ພາກ​ຕາ​ເວັນ​ຕົກກໍ່​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ຕາມ​ຂໍ້​ມູນຫຼ້າ​ສຸດ, ປະຊາຊົນ​ທີ່​ທຸກ​ຍາກ​ຂອງ​​ພາກ​ຕາ​ເວັນ​ຕົກ​ໄດ້​ຫຼຸດຈາກ 57 ລ້ານ​ຄົນ​​ເຫຼືອ​ແຕ່ 23 ລ້ານ 7 ​ແສນ​ຄົນ. ຫຼຸດ​ລົງ​ປະມານ 60%; ລາຍ​ໄດ້​ຂອງ​ປະຊາຊົນ​ຢູ່​ຕົວ​ເມືອງ​ແລະ​ຊົນນະບົດ​ ​ແມ່ນ​ເພີ່ມ​ຂຶ້ນ2,7​ເທົ່າ​ແລະ2,3​ເທົ່າ​ເມື່ອ​ທຽບ​ກັບ 10 ປີ​ກ່ອນ​ນີ້.

ຕາມ​ແຜນການ​ຂອງ​ລັດຖະບານ​ຈີນ, ​ຈະ​ພະຍາຍາມ​ເຮັດ​ໃຫ້ກຳລັງ​ແຮງ​ດ້ານເສດຖະກິດ​ຂອງ​ພາກ​ຕາ​ເວັນ​ຕົກກ້າ​ວຂຶ້ນສູ່​ລະດັບ​ໃໝ່, ຕາມ​ແຜນການ​ເບື້ອງ​ຕົ້ນ​ຮອດ​ປີ 2015, :GDPຂອງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ຈະ​ເພີ່ມ​ຂຶ້ນ​ໜຶ່ງ​ເທົ່າ​ທຽບ​ກັບ​ປີ 2008, ​ໃນ​ຫຼາຍ​ປີ​ຕໍ່ໜ້າ, ຄວາມ​ໄວ​​ໃນ​ການເຕີບ​ໂຕ​​ໃນ​​ແຕ່ລະ​ປີ​ຂອງ​ພາກ​ຕາ​ເວັນ​ຕົກ​ຈະ​ຫຼາຍ​ກວ່າ 10%. ລັດຖະບານ​ຈີນ​ຈະ​​ເພີ່ມ​ທະວີ​ການ​ສະໜັບສະໜູນ​ທາງ​ງົບປະມານ​ຕໍ່​ພາກ​ຕາ​ເວັນ​ຕົກ​ຕື່ມ​ອີກ, ​ເພື່ອ​ສ້າງ​ລະບົບ​ບໍລິ​ການ​ສາທາລະນະ​ທີ່​ປົກ​ຄຸມ​ຕົວ​ເມືອງ​ແລະ​ຊົນນະບົດ, ​ເຮັດ​ໃຫ້ຜົນ​ສຳ​ເລັດ​ຂອງການ​ພັດທະນາ​ເສດຖະກິດ​ສົ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ຫຼາຍ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ