​ເງິນ​ສະ​ຫນັບ​ສະ​ຫນູນ​​ໄດ້​ສ້າງ​ບັນ​ຫາ​ໃຫ້​ພັກ​ປະ​ຊາ​ທິ​ປັດ​, ລັດ​ຖະ​ບານ​ອະ​ພິ​ສິດ​ປະ​ສົບ​ກັບ​ວິ​ກິດ​ການ​​ອີກ

(GMT+08:00) 2010-07-14 15:50:18     cri
ຕາມ​ຂ່າວ cri:ລັດຖະບານ​ໄທ​ທີ່​ນຳ​ໂດຍ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະທີ່​ຫາ​ກໍ່​ຫລຸດ​ພົ້ນ​ອອກ​ຈາກ​ການ​ປະ​ທ້ວງ​ຕ້ານ​ລັດຖະບານ​ຂອງ​ກຸ່ມ​ເສື້ອ​ແດງ​ນັ້ນ​ໄດ້​ປະສົບ​ກັບ​ວິ​ກິດ​ການ​​ໃນ​ດ້ານ​ການ​ປົກຄອງ​ອີກ​ເທື່ອ​ຫນຶ່ງ.ວັນ​ທີ 13 ກໍລະກົດ​ນີ້,ຫນ່ວຍ​ງານ​ອະທິ​ໄອ​ຍະ​ການ​ຂອງ​ໄທ​ໄດ້​ຮ້ອງ​ຂໍ​ຕໍ່​ສານ​ລັດຖະທຳ​ມະນູນ,ຮຽກຮ້ອງ​ໃຫ້​ຍຸບ​ພັກ​ປະຊາທິປັດ​ທີ່ກຳ​ອຳນາດ,​ແລະ​ຫ້າມ​ບໍ່​ໃຫ້​ຫົວຫນ້າ​ແລະ​ກຳມະ ​ຂອງ​ພັກ​ນີ້​ເຂົ້າຮ່ວມ​ການ​ເມືອງ​ພາຍ​ໃນ 5 ປີ​.ຂໍ້ກ່າວຫາ​ກ່ຽວ​ກັບເງິນ​ສະຫນັບສະຫນູນ​ການ​ເມືອງ​ທີ່​ຜິດຕໍ່​ກົດຫມາຍ​ການ​ເລືອກ​ຕັ້ງເທື່ອ​ນີ້​ໄດ້​ເຮັດ​ໃຫ້​ສະຖານະ​ການ​ການ​ເມືອງ​ໄທ​ມີຄວາມບໍ່​ແນ່ນອນ​ອີກ, ລັດຖະບານ​ອະທິ​ສິດ​ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເທື່ອ​ນີ້​ໄດ້​ຫລື​ບໍ່​ແມ່ນ​ເລື່ອງ​ທີ່​ຢູ່​ໃນ​ຄວາມ​ສົນ​ໃຈ​ຂອງ​ຝ່າຍ​ຕ່າງໆ.

ວັນ​ທີ 13 ກໍລະກົດ​ນີ້, ອະທິ​​ໄອ​ຍະ​ການ​ຂອງ​ໄທ​ໄດ້​ເຊັນ​ຄຳ​ສັ່ງ​ສະບັບ​ຫນຶ່ງ,​ແລ້ວ​ຍື່ນ​ຕໍ່​ສານ​ລັດຖະທຳ​ມະນູນ​ດ້ວຍ​ຂໍ້​ຫາທີ່​ວ່າ​ພັກ​ປະຊາທິປັດ​ຮັບ​ເອົາ​ເງິນ​ສະຫນັບສະຫນູນ​ຈາກ​ວິ​ສາ​ຫະກິດ​ຢ່າງ​ຜິດ​ກົດຫມາຍ, ​ເຊິ່ງ​ແມ່ນ​ເຈົ້າ​ຫນ້າ​ທີ່​​ໄອ​ຍະ​ການ​ອາ​ວຸ​ໂສ 5 ທ່ານ​ພ້ອມ​ກັນ​ນຳ​ສະ​ເຫ​ນີ.ອີງ​ຕາມ​ຂໍ້​ກ່າວ​ຫາ, ປີ 2005, ພັກ​ປະຊາທິປັດ​ທີ່​ເປັນ​ພັກ​ຝ່າຍ​ຄ້ານ​ໃນ​ເວລານັ້ນຖືກ​ສົງ​ໃສ​ວ່າຮັບ​ເອົາ​ເງິນ​ສະຫນັບສະຫນູນ​ທີ່​ມີ​ມູນ​ຄ່າ 258 ລ້ານ​ບາດ​,​ເຊິ່ງ​ເທົ່າ​ກັບ 7 ລ້ານ 9 ​ແສນ 7 ຫມື່ນ​ໂດລາຈາກ​ບໍລິສັດ​ທີ່​ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫຸ້ນ​ແຫ່ງ​ຫນຶ່ງ.​ແຕ່​ອີງ​ຕາມ​ກົດຫມາຍ​ຂອງ​ໄທ, ພັກ​ການ​ເມື​ອງທີ່​ຮັບ​ເອົາ​ເງິນ​ສະຫນັບສະຫນູນ​​ໃນ​ແຕ່ລະ​ປີ,​ເທື່ອ​ຫນຶ່ງ​ບໍ່​ໃຫ້ກາຍ 10 ລ້ານ​ບາດ.

ຖ້າ​ສານ​ລັດຖະທຳ​ມະນູ​ນຕັດສິນ​ໃຫ້​ຍຸບ​ພັກ​ປະຊາທິປັດ,ກໍ່​ຫມາຍ​​ເຖິງ​ວ່າ​ລັດຖະບານ​ປະສົມ​ທີ່​ມີ​ 6 ພັກ​ການ​ເມືອງ​ໃນ​ປັດຈຸບັນ​ນັ້ນຕ້ອງຫມົດ​ອຳນາດ. ພ້ອມ​ກັນນັ້ນ, ອີງ​ຕາມ​ກົດຫມາຍ​ວ່າ​ດ້ວຍ​ພັກ​ການ​ເມືອງ​ທີ່​ປະຕິບັດ​ຢູ່​ໄທ​ປັດຈຸບັນ, ຖ້າ​ຫາກ​ວ່າ​ພັກປະຊາທິປັດຖືກ​ຕັດສິນຍຸບ​ພັກ, ຫົວຫນ້າ​ພັກ ແລະກຳມະການ​​ຂອງພັກ​ຈະ​ບໍ່​ໄດ້​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ​ໃດໆ​ພາຍ​ໃນ 5 ປີ​ຂ້າງ​ຫນ້າ​ນີ້,ແລະ​ບໍ່​ໃຫ້​ສ້າງ​ພັກ​ການ​ເມືອງ​ໃຫມ່​ຫລື​ດຳລົງ​ຕຳ​ແຫນ່​ງ​ໃນ​ພັກ​ການ​ເມືອງ​ອື່ນໆ.ຍ້ອນ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ,ນາຍົກລັດ ຖະມົນຕີ​ໄທ​​ໄດ້​ດຳລົງ​ຕຳ​ແຫນ່ງຮອງ​ຫົວຫນ້າພັກ​ປະຊາທິປັດ​ໃນ​ປີ 2004,​ແລະ​ເປັນ​ຫົວຫນ້າ​ພັກ​ໃນ​ເດືອນ​ມີນາ​ປີ 2005,ທ່ານ​ກໍ່​ແມ່ນ​ນັກ​ການ​ເມືອງ​ຜູ່​ຫນຶ່ງ​ທີ່​ອາດ​ຈະ​ຖືກ​ລົງ​ໂທດ​ຫ້າມ​ບໍ່​ໃຫ້​ດຳ​ເນີນ​ວຽກ​ງານ​ການ​ເມືອງ​ໃນ 5 ປີຕໍ່ຫນ້າ.

ພັກ​ກຳ​ອຳນາດ​ທີ່ຖືກສານ​ລັດຖະທຳ​ມະນູນ​ຕັດສິນ​ຍຸບ​ພັກຈົນ​ເຮັດ​ໃຫ້​ລັດຖະບານ​ຫລົ້ມນັ້ນຢູ່​ໄທ​ກໍ່​ບໍ່​ແມ່ນ​ເລື່ອງ​ແປກ​​ຫຍັງ.​ເພາະວ່າ​ໃນ​ເດືອນ​ທັນວາ​ປີ 2008, ສານ​ລັດຖະທຳ​ມະນູນ​ເຄີຍ​ຖື​ການ​​ສໍ້​​ໂກງໃນ​ການ​ເລືອກ​ຕັ້ງ​ເປັນ​ຂໍ້​ອ້າງ​ແລ້ວ​ຕັດສິນ​ໃຫ້ຍຸບ​ສາມ​ພັກ​ການ​ເມືອງ​ຄື ພັກ​ພະລັງ​ປະຊາຊົນ​ທີ່​ກຳ​ອຳນາດ​ໃນ​ເວລານັ້ນ​ແລະ​ພັກ​ອື່ນອີກ​ສອງ​ພັກ, ອັນ​ໄດ້​ປູ​ທາງ​ໃຫ້​ແກ່ລັດຖະບານ​ປະສົມ​ທີ່​ນຳພາ​ໂດຍ​ພັກ​ປະຊາທິປັດ,ພ້ອມ​ກັນນັ້ນ, ນັກ​ການ​ເມືອງຫລາຍຄົນ​ກໍ່​ຈຳ​ເປັນ​ຕ້ອງ​ຖອນ​ຕົວ​ອອກ​ຈາກ​ເວທີ​ການ​ເມືອງ.

ນອກ​ນີ້, ພັກ​ປະຊາທິປັດ​ຍັງ​ຖືກ​ສົງ​ໃສ​ວ່າ​ໄດ້​ໃຊ້​ກອງ​ທຶນ​ພັດທະນາ​ພັກ​ກາ​ເນ​ມື​ອງທີ່​ມີ​ມູນ​ຄ່າ 29 ລ້ານ​ບາດ​ຫລື​ເທົ່າກັບ 9 ​ແສນ​ໂດ​ລາ​ໃນ​ປີ 2005,ອັນ​ໄດ້​ລະ​ເມີດ​ຂໍ້​ກຳນົດທີ່​ກ່ຽວ​ກັບ​ພັກ​ການ​ເມືອງ​ໃນ​ລັດຖະທຳ​ມະນູນ.ຄະດີ​ນີ້​ກໍ່​ຈະ​ເຮັດ​ໃຫ້​ພັກ​ປະຊາທິປັດ​ປະ​ເຊີນ​ກັບການ​ຖືກ​ຍຸບ​ພັກ​ແລະ​ກຳມະການ​ພັກຈະ​ຖືກ​ຫ້າມ​ເຂົ້າຮ່ວມ​ການ​ເມືອງ​ເປັນ​ເວລາ 5 ປີ.

ພັກ​ປະຊາທິປັດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ນັບ​ແຕ່​ປີ 1946  ​ແມ່ນ​ພັກ​ການ​ເມືອງ​​ທີ່ເກົ່າ​ແກ່​ຂອງ​ໄທ,​ເຖິງ​ວ່າ​ແຕ່​ກ່ອນ​ກໍ່​ເຄີຍ​ປະສົບ​ກັບ​ວິ​ກິດ​ການ​ທີ່ຈະ​ຖືກຍຸບ​ພັກ​ກໍ່ຕາມ, ​ແຕ່​ລ້ວນ​ແຕ່ຜ່ານ​ຜ່າ​ມາໄດ້. ພັກ​ປະຊາທິປັດຈະຕັ້ງທະນາຍ ຄວາມ​ຂອງພັກ​ໃຫ້​ເຂັ້ມ​ແຂງ​ກວ່າ​ເກົ່າ​ອີກ, ​ເພື່ອ​ຮັບ​ມື​​ແກ້​ໄຂ​ຄະດີ​ການ​ເມືອງ​ທີ່​ກະທົບ​ເຖິງ​ຄວາມຢູ່​ລອດຂອງ​ພັກ​.ຫວ່າງ​ມໍ່ໆ​ມານີ້,ທ່ານ​ຊວນ​ຫລີກ​ໄພ,ອະດີດ​ນາຍົກລັດຖະມົນຕີ, ທີ​ປຶກສາ​ຂອງ​ພັກ​ປະຊາທິປັດ​ໄດ້​ກ່າວ​ຢ່າງ​ເປີດ​ເຜີຍ​ວ່າ,ຈະ​​​ເຊື່ອ​ຫມັ້ນນຳ​ຄວາມ​ເປັນ​ກາງຂອງ​ສານ,ພັກ​ປະຊາທິປັດຈະ​ຍອມຮັບ​ເອົາ​ການ​ຕັດສິນ​ຂອງ​ສານ.

​ແຕ່​ວ່າ, ຍ້ອນ​ສານ​ລັດຖະທຳ​ມະນູນ​ໄທ​ສືບສວນ​ຄະດີ​ການ​ເມືອງ​ບໍ່​ມີ​ເວລາ​ກຳນົດ,ສອງ​ຄະດີ​ດັ່ງກ່າວ​ທີ່​ແນ​ໃສ່​ພັກ​ປະຊາທິປັດ​ນັ້ນ,ບໍ່​ວ່າ​ແມ່ນ​ຄະດີ​ເງິນ​ສະຫນັບສະຫນູນ​ການ​ເມືອງ​ຢ່າງ​ຜິດ​ກົດມຫາຍ​ຫລື​ຄະດີ​ໃຊ້​ກອງ​ທຶນ​ພັດທະນາ​ພັກ​ການ​ເມືອງ,ຈະ​ຕັດ​ສິນ​ສຸດ​ທ້າຍ​ໃນ​ຍາມ​ໃດ​ນັ້ນຍັງ​ບໍ່​ຮູ້​ເທື່ອ.ນັກວິ​ເຄາະ​ເຫັນ​ວ່າ,ຖ້າ​ຂະ​ບວນການສືບສວນ​ແກ່ຍາວ​ໄປ,ກໍ່​ຈະ​ບໍ່​ກະທົບ​ເຖິງ​ລັດຖະບານ​ອະພິສິດ​ສືບ​ຕໍ່​ກຳ​ອຳນາດ​ໄປຈົນ​ຫມົດ​ວາລະ​ຂອງ​ລັດຖະບານ​ຊຸດ​ນີ້​ໃນ​ທ້າຍ​ປີຫນ້າ.ຖ້າ​ຄະດີ​ດັ່ງກ່າວ​ຈະ​ຖືກ​ຕັດສິນ​ພາຍ​ໃນ​ຫລາຍ​ເດືອນ,​ແຕ່​ຜົນ​ການ​ຕັດສິນ​ພຽງ​ແຕ່​ແມ່ນຍຸບ​ພັກ​ປະຊາທິປັດ, ​ແຕ່​ບໍ່​ລົງ​ໂທດ​ຫົວຫນ້າ​ພັກ​ແລະ​ກຳມະການ​ ​ພັກ​ແລ້ວ, ລັດຖະບານ​ອະພິສິດ​ກໍ່​ອາດ​ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​​ໄປໄດ້.​ແຕ່ຜົນ​ກະທົບທີ່​ຮ້າຍ​ແຮງ​ທີ່​ສຸດ​ແມ່ນ:ສະມາຊິກ​ພັກ​ປະຊາທິປັດ​ຜູ່​ສຳຄັນ​ເຊັ່ນ​ທ່ານ​ອະພິ​ສິດແລະ​ທ່ານ​ອື່ນໆຈະ​ຖຶກຕັດສິນ​ຫ້າມ​ບໍ່​ໃຫ້​ເຂົ້າຮ່ວມ​ການ​ເມືອງ 5 ປີ, ​ເມື່ອ​ເປັນ​ແນວ​ນັ້ນ, ກໍ່​ອາດ​ຈະ​ຈັດການ​ເລືອກ​ຕັ້ງ​ກ່ອນ​ເວລາ​ກຳນົດ​ຫລື​ພັກ​ຝ່າຍ​ຄ້ານ​ຂຶ້ນ​ກຳ​ອຳນາດ​ກໍ່​ອາດ​ມີ​ຄວາມ​ເປັນໄປ​ໄດ້​ເຊັ່ນກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ