ສ.ປ.ປ.​ເກົາຫຼີກ່າວ​ປະນາມ​ສ.​ເກົາຫຼີ ກັບ ອາ​ເມ​ລິ​ກາ​ຈັດການ​ຊ້ອມ​ຮົບ​ຮ່ວມ

(GMT+08:00) 2010-07-17 16:53:01     cri

ຕາມ​ຂ່າວສານ​ຊິ​ນຮວາ: ວັນ​ທີ 16 ກໍລະກົດ​ນີ້, ​ໂຄສົກ​ຄະນະ​ກຳມະການສະໜັບສະໜູນ​ສັນຕິພາບ​ແຫ່ງ​ຊາດສ.ປ.ປ.​ເກົາຫຼີ​ໄດ້​ກ່າວ​ປະນາມຕໍ່​ການ​ຊ້ອມ​ຮົບ​ຮ່ວມ​ທີ່​ຈະ​ຈັດ​ຂຶ້ນ​ທີ່ສ.​​ເກົາຫຼີ ກັບ ອາ​ເມ​ລິ​ກາ​ຖື​ເຫດການ​ກຳ​ປັ່ນ"ຊົນ​ນານ"ຫຼົ້ມ​ເປັນຂໍ້​ອ້າງ​ນັ້ນຢ່າງ​ຮຸນ​ແຮງ, ​ເຫັນ​ວ່າ ນີ້​ແມ່ນ​ການ​ກະທຳ​ອັນຕະລາຍ​ທີ່​ສຸດ​ທີ່​ທຳລາຍ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ ​ແລະ ​ເຂດ​ອາຊີ​ຕ​າ​ເວັນ​ອອກ​​​ສຽງເໜືອ,​ເພິ່ມທະວີ​ຄວາມ​ດຸ​ເດືອດ​ຂອງ​ສະຖານະ​ການອັນ​ເຄັ່ງ​ຕຶງ.

ມື້​ດຽວ​ກັນ, ສຳ​ນັກ​ຂ່າວ​ຢົນຮັບ​ຂອງ​ສ.ປ.ປ.​ເກົາຫຼີ​ໄດ້ອ້າງ​ຕາມ​ຄຳ​ເວົ້າ​ຂອງ​ໂຄສົກ​ຜູ່​ນີ້ ​ໂດຍ​ກ່າວ​ວ່າ, ການ​ຊ້ອມ​ຮົບ​ຮ່ວມ​​ເທິງ​ທະ​ເລ​ຂະໜາດ​ໃຫຍ່​ທີ່​ສ.​ເກົາຫຼີ ກັບ ອາ​ເມ​ລິ​ກາ​ຈະ​ຈັດ​ຂຶ້ນ​ບໍ່ພ​ຽງ​ແຕ່​ແມ່ນ"ການ​ທ້າ​ທາຍ​ເກາະ​ຜິດ​ທາງ​ທະຫານອັນ​ຮ້າຍ​ແຮງ"ຕໍ່ສ.ປ.ປ.​ເກົາຫຼີ​ເທົ່າ​ນັ້ນ,ກໍ່​ແມ່ນ"ສິ່ງ​ທ້າ​ທາຍ​ຕາມ​ລຳພັງ​ໃຈ"ຕໍ່​ປະຊາ​ຄົມ​ໂລກ​ທີ່ຮຽກຮ້ອງ​ໃຫ້​ປ້ອງ​ກັນ​ການ​ປະ​ທະ​ກັນ​ທາງ​ທະຫານ​ຢູ່​ແຫຼມ​ເກົາຫຼີ, ​ແລະຜ່ານ​ຈາກການ​ສົນທະນາມາ​ແກ້​ໄຂ​ບັນຫາ​ທັງ​ໝົດ​ໂດຍ​ສັນຕິ. ຖ້າວ່າ​ສ.​ເກົາຫຼີ ກັບ ອາ​ເມ​ລິ​ກາຈັດການ​ຊ້ອມ​ຮົບ​ຕາມ​ລຳພັງ​ໃຈ, ສ.ປ.ປ.​ເກົາຫຼີຈະ​ຖື​ມັນ​ເປັນ​ການ​ກະທຳ​ທີ່​ລະ​ເມີດສິດ​ເປັນ​ເຈົ້າ​ຕົນ​ເອງ,​ແລະ​ຈະ​ໃຊ້​ມາດ​ຕະການ​ແຂງ​ກະດ້າງ​ຕໍ່​ເລື່ອງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ