ການ​ຊ່ວຍ​ເຫຼືອພາກ​ຕາ​ເວັນ​ຕົກ​ໃຫ້​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ໃນ​10​ປີ​​ຕໍ່ໜ້າ

(GMT+08:00) 2010-07-23 16:50:30     cri
ຕາມ​ຂ່າວCRI:ຫວ່າງ​ມໍ່ໆ​ມາ​ນີ້,ກອງ​ປະຊຸມ​ວຽກ​ງານ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຂອງ​ສູນ​ກາງ​ພັກ​ຄອມ​ມູດ​ນິດ​ຈີນ​ແລະ​ລັດ​ຖະ​ບານ​ຈີນ​ໄດ້​ວາງ​ເປົ້າໝາຍ​ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ສຳ​ລັບ​10​ປີ​ຕໍ່​ໜ້າ,​ເຊິ່ງ​ກ່ຽວ​ພັນ​ເຖິງ​ເນື້ອ​ໃນ​ຫຼາຍ​ດ້ານ,​ເຊັ່ນ:​ກຳ​ລັງ​​ແຮງ ເສດ​ຖະ​ກິດ​ສັງ​ລວມ​ຕົວ​ຈິງ,​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,​ລະ​ດັບ​ແລະ​ຄຸນ​ນະ​ພາບ​ຂອງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ,​ການ​ອະ​ນຸ​ລັກ​ທຳ​ມະ​ຊາດ​ແລະ​ອື່ນໆ.​

ໃນ​ເວລາ​ໃຫ້​ສຳ ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​CRI,​ທ່ານ​ເຊິນ​ຢ້າວ,​ຮອງ​ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ພາ​ບັນດິດ​ວິ​ທະ​ຍາ​ສາດ​ສັງຄົມ​ຈີນ​ກ່າວ​ວ່າ,​ຖ້າ​ຢາກ​ບັນລຸ​ເປົ້າ​ໝາຍ​ເຫຼົ່າ​ນີ້,​ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ການ​ຊ່ວຍ​ເຫຼືອ​ພາກ​ຕາ​ເວັນ​ຕົກ​ໃຫ້​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ.​ນັບ​ແຕ່​ຈີນ​ດຳ​ເນີນ​ການ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ​ຢ່າງ​ຂະ​ໜາດ​ໃຫຍ່​10​ປີ​ມາ​ນີ້,​ເຂດພາກ​ຕາ​ເວັນ​ຕົກ​ຍຶດ​ໝັ້ນ​ໃຊ້​ການ​ປະຕິ​ຮູບ​ຊຸກຍູ້​ການ​​ໄຂ​ປະ​ຕູ,​ໃຊ້​ການ​ໄຂ​ປະ​ຕູ​ຊຸກ​ຍູ້​ການ​ພັດ​ທະ​ນາ,​ການ​ປະຕິ​ຮູບ​ໃນ​​ເຂດ​ຈຸດ​ສຸມ​ແລະ​ຂົງ​ເຂດ​ຈຸດ​ສຸມ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເຊິ່ງ​ໄດ້​ກາຍ​ເປັນ10​ປີ​ທີ່​ການ​ຄ້າ​ຊາຍ​ແດນ​ຂອງ​ພາກ​ຕາ​ເວັນ​ຕົກ​ຈີນ​ນັບ​ມື້​ນັບ​ຈະ​ເລີ​ນຮຸ່ງ​ເຮືອງ,​ແລະ​ເສດ​ຖະ​ກິດ​ສັງ​ຄົມ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຂະ​ໜາດ​ໃຫຍ່.​ທ່ານ​ເຊິນ​ຢ້າວ​ເຫັນ​ວ່າ,​ຕໍ່​ໄປ,​ຖ້າ​ວ່າ​ພາກ​ຕາ​ເວັນ​ຕົກ​ຢາກ​ບັນລຸ​ເປົ້າ​ໝາຍ​ທີ່​ລັດ​ຖະ​ບານ​ຈີນ​ວາງ​ອອກ,​ຄື"​ເລັ່ງ​ລັດ​ປັບ​ປຸງ​ລະ​ບົບ​ເສດ​ຖະ​ກິດ​ແບບ​ໄຂ​ປະ​ຕູ​ໃຫ້​ດີ​ຂຶ້ນ,​ເພື່ອ​ກາຍ​ເປັນ​ທ່າ​ແຮງ​ໃໝ່​​ໃນ​ການ​ຮ່ວມ​ມື​ແລະ​ແຂ່ງ​ຂັນ​ດ້ານ​ເສດ​ຖະ​ກິດ​ກັບ​ປະ​ເທດ​ຕ່າງໆ"​ນັ້ນ,​ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ.

"ກອງ​ປະຊຸມ​ວຽກ​ງານ​ສູນ​ກາງ​ເທື່ອ​ນີ້​ກໍ່ສະ​ເຫ​ນີ​ໃຫ້​ຄວນ​ຖື​ການ​ປະຕິ​ຮູບ​ແລະ​​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ຫນ້າ​ທີ່ສຳ​ຄັນ,​ເສີມ​ຂະ​ຫຍາ​ຍບົດບາດ​ໃນ​ສອງ​ດ້ານຄື:​​ການ​ຊຸກຍູ້​ຂອງ​ລັດຖະບານແລະ​ການ​ຊຸກ​ຍູ້​ຂອງຕະຫຼາດ, ຄວນ​ສົ່ງ​ເສີມ​ການ​ຄົ້ນ​ຄວ້າຫາ​​ເສັ້ນທາ​ງພັດທະນາຢ່າງ​ກ້າຫານ,​ເພື່ອ​ສະ​ຫນັບ​ສະ​ຫນູນ​ໃຫ້​​ພາກ​ຕາ​ເວັນ​ຕົກມີ​ບາດກ້າວ​ໃຫມ່​ໃນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່ພາຍ​ນອກ. ລັດ​ຍັງ​ຈະ​ວາງວິທີການ​ໃຫມ່​ຕື່ມ​ອີກ​ໃນ​ດ້ານ​ນີ້,​ໂດຍ​ສະ​ເພາະ​ແມ່ນ​ໂຄງ​ປະກອບຂອງ​ການ​ເປີດ​ປະຕູ,​​​ອະນຸຍາດ​ໃຫ້​ເຂດ​ເຫຼົ່າ​ນີ້​ມີນະ​ໂຍບາຍ​ເປີດ​ປະຕູ​ພິ​ເສດບາງ​ຢ່າງ​ໃນ​ຢູ່​ເຂດ​ນີ້​,ນີ້​​ແມ່ນ​ຈຳ​ເປັນທີ່​ສຸດຕໍ່​​ພາກ​ຕາ​ເວັນ​ຕົກທີ່​ເລັ່ງລັດບາດ ກ້າວ​ເປີດ​ປະຕູ​ໃຫ້​ໄວ​ຂຶ້ນ."

ການ​ຮັບປະກັນ​ແລະ​ປັບປຸງ​ຊີ​ວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ແມ່ນ​​ເປົ້າຫມາຍ​ສຳຄັນ​ອັນ​ດັບ​ຫນຶ່ງ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດພັດທະນາ​ພາກ​​ຕາ​ເວັນ​ຕົກ​ ຢ່າງ​ຂະຫນາດໃຫຍ່, ລັດຖະບານ​ຈີນ​ສະ​ເຫ​ນີວ່າ,​ການ​ຫຼຸດ​ຊ່ອງ​ຫວ່າງຄວາມ​ຫຼຸດ ໂຕນກັນ​ລະຫວ່າງ​ພາກ​ຕາ​ເວັນ​ຕົກ​ກັບ​ພາກ​ຕາ​ເວັນ​ອອກ​​ເທື່ອ​ລະ​ກ້າວ​ແລະບັນລຸ​ການ​ພັດ ທະນາ​ຂອງ​ເສດຖະກິດ​ສັງຄົມ​ໃນ​ທົ່ວ​ປະ​ເທດ​ຢ່າງ​​ກົມກຽວ​ກັນ​ໄດ້ກ່ຽວພັນ​ເຖິງ​ຜົນ​ປະ​ໂຫຍ​ດລວມ​ແຫ່ງ​ການ​ພັດທະນາ​ຂອງ​ປະ​​ເທດ.ທ່ານ​ເສີ້​ນຢ້າວ​ເຫັນ​ວ່າ:

"ຖ້າ​ຢາກເຮັດ​ໃຫ້ພາກ​ພື້ນ​ກົມກຽວ​ກັນ,​ເຮັດ​ໃຫ້ຄວາມ​ຫຼຸດ​ໂຕນ​ກັນລະຫວ່າງ​ພາກ​ພື້ນຕ່າງໆຫຼຸດ​ຫນ້ອຍ​ລົງ​, ,ກ່ອນ​ອື່ນ​ ຕ້ອງນຳ​ຫນ້າ​ເຮັດ​ໃຫ້ການ​ບໍລິການ​ສາທາລະນະ​ພື້ນຖານ​ຢູ່​​ພາກ​ຕາ​ເວັນ​ຕົກສະ​ຫມ່ຳສະ​ເຫມີ​ກັນ. ​ໃນ​ຕໍ່​ຫນ້ານີ້,ຄວາມ​ຫຼຸດ​ໂຕ​ນກັນ​ລະຫວ່າງ​​ພາກ​ຕາ​ເວັນ​ຕົກ​ກັບ​ພາກ​ຕາ​ເວັນ​ອອກ​ທີ່​ພັດທະນາ​ແລ້ວ​ ໂດຍ​ສະ​ເພາະ​​​ແມ່ນໃນ​ດ້ານ​ຕ່າງໆ​ເຊັ່ນ: ​ການ​ສຶກສາ,ສທາ​ລະນະ​ນາ​ສຸກ,ການ​ປະກັນ​ສັງຄົມ​ແລະ​ອື່ນໆ​ຈະ​ຫຼຸດ​ຫນ້ອຍ​ລົງ​ຢ່າງ​ຈະ​ແຈ້ງ,ນີ້​ກໍ່​ສະ​ແດງ​ໃຫ້​ເຫັນພາລະ​ບົດ​ບາດ​​ຂອງ​ລັດຖະ ບານ​ພາຍ​ໃຕ້​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ.

ໃນ 10 ປີຕໍ່ໜ້າ, ພາກຕາເວັນຕົກຕ້ອງ​ສ້າງ​ລະບົບອຸດສາຫະກຳ​ທັນສະ​ໄໝ​​ໃນຂັ້ນ​ພື້ນຖານ, ​ແລະ​ສ້າງ​ແຫຼ່ງພະ​ລັງ​ງານ, ​ແຫຼ່ງ​ປຸງ​ແຕ່ງ​ຊັບ​ພະ​ຍາ​ກອນ​ແບບ​ລົງ​ເລິກ, ​ແຫຼ່ງ​ຜະ​ລິດ​ເຄື່ອງ​ປະກອບ​ແລະ​ແຫຼ່ງ​ອຸດ​ສາ​ຫະ​ກຳ​ໃໝ່​ຍຸດ​ທະ​ສາດ​ສຳ​ຄັນ​ຂອງ​ຈີນ. ​ແຕ່​ພ້ອມ​ກັນ​ນັ້ນ​ທ່ານ​ເສີ​ນຢ້າວ​ຊີ້​ອອກ​ວ່າ, ຢາກ​ບັນ​ລຸ​ເປົ້າ​ໝາຍ​ເຫຼົ່າ​ນີ້, ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ຍັງ​ຕ້ອງ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຕ່າງໆ​ເຊັ່ນ​ເງື່ອນ​ໄຂ​ພື້ນ​ຖານ​ບໍ່​ສົ​ມບູນ​ແລະ​ຍັງຂາດ​ນັກ​ວິ​ຊາ​ການ​ທີ່​​ເກັ່ງ."ອັນ​ທີ​ໜຶ່ງ​​ແມ່ນທຽບ​ກັບເຂດ​ແຄມ​ທະ​ເລ​​ພາກ​ຕາ​ເວັນ​ອອກ, ​ເງື່ອນ​ໄຂ​ພື້ນ​ຖານ​ຂອງ​ພາກ​ຕາ​ເວັນ​ຕົກ​ຍັງ​ບໍ່​ສົມ​ບູນ, ​ໂດຍ​ສະ​ເພາະ​ແມ່ນ​ສິ່ງ​ແວດ​ລ້ອມ​ພື້ນ​ຖານ​ໂຄງ​ລ່າງ​ຍັງ​ບໍ່ດີ​ພໍ. ​ເຮັດ​ແນວ​ໃດ​​ເພື່ອ​ຈະ​ຮັກ​ສາ​ນັກ​ວິ​ຊາ​ການ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ,​ທັງ​ດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ຫຼວງ​ຫຼາຍ​ທີ່​ເໝາະ​ກັບ​ການ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ​ເຂົ້າ​ໄປ, ​ຍັງ​ຕ້ອງ​ທຳ​ຄວາມ​ພະ​ຍາ​ຍາມ​ຫຼາຍ​ຢ່າງ,​ສູນ​ກາງ​ຄວນ​ຊຸກ​ຍູ້​ສົ່ງ​ເສີມ​ດ້ານ​ລາຍ​ໄດ້,​ວຽກ​ງານ​ແລະ​ຈິດ​ໃຈ​ຕໍ່​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃຫ້​ຢາກ​ໄປ​ພາກ​ຕາ​ເວັນ​ຕົກ,​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ​ແລະ​ຫົວ​ໜ່ວຍ​ຕ່າງໆ​ຄວນ​ເຄົາ​ລົບ​ນັບ​ຖື​ນັກ​ວິ​ຊາ​ການ, ຈິ່ງ​ຈະ​ສາມາດ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດຶງ​ໃຈ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ