ນັກ​ວິ​ຊາ​ການ​ກ່າວ​ວ່າ,ອາ​ເມ​ລິ​ກາ​ແຊກ​ແຊງ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ຈະ​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ໄດ້

(GMT+08:00) 2010-07-27 16:51:20     cri


ວັນ​ທີ 23 ກໍລະກົດ​ນີ້,​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ເວທີ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ແລະ​ຄວາມ​ຫມັ້ນຄົງ​ໃນ​ພາກ​ພື້ນ​ອາ​ຊຽນຫລື ARF ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ຮາ​ໂນ​ຍຂອງ​ຫວຽດນາມ,ນາງ​ຮີ​ວຣາລີ ຄຼິນຕັນ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ແຊກ​ແຊງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໃນ​ທະ​ເລ​ຈີນ​ໃຕ້​ຢ່າງ​ບັງ​ອາດ.ວັນ​ທີ 25 ກໍລະກົດ​ນີ້,​ແວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ລົງພິມ​ບົດ​ຄວາມ​​ໃນ​ຫົວ​ຂໍ້​ວ່າ: ທ່ານ​ຢາງ​ເຈ​ຊື,ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຈີນກ່າວ​ຕີ​ໂຕ້​ທັດສະນະ​ທີ່​ໄຮ້​ເຫດຜົນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້,​ໄດ້​ບັນຍາຍ​ຫລັກ​ຫມັ້ນ​ແລະ​ຄວາມ​ເຫັນ​ຂອງ​ຈີນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້.ທັດສະນະ​ທີ່​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ເຮັດ​ໃຫ້​ທົ່ວ​ໂລກ​ສົນ​ໃຈ​ນຳ.ນັກວິຊາການ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ, ອາ​ເມ​ລິ​ກາ​ແຊກ​ແຊງ​ບັນຫາ​ທະ​ເລ​ຈີນ​ໃຕ້,ມີແຕ່​ຈະ​ເຮັດ​ໃຫ້​ບັນຫາ​ນີ້​ສັບສົນຂຶ້ນ,ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ.

ວັນ​ທີ 23 ກໍລະກົດ​ນີ້,ນາງ​ຮີ​ວລາຣີ ຄຼິນຕັນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາກ່າວ​ໃນ​ເວທີ​ປຶກສາ​ຫາລື​ຫລື ARF ວ່າ, ອາ​ເມ​ລິ​ກາ​ສົນ​ໃຈ​ນຳຄວາມ​ຂັດ​ແຍ່ງ​ໃນ​ຫມູ່​ເກາະ​ນານ​ຊາ​ແລະ​ຫມູ່​ເກາະ​ຊີ​ຊາ,ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດັ່ງກ່າວ​ກຽວ​ພັນ​ກັບ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ສະຫນັບສະຫນູນ​ໃຫ້ປະ​ເທດ​ຕ່າງໆ​ທີ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ດ້ານ​ອະທິປະ​ໄຕ​ນັ້ນຮ່ວມ​ມື​ກັນ​ແລະ​ປຶກສາ​ຫາລື​ກັນ,ຄັດຄ້ານ​ປະ​ເທດ​ໃດກໍ່ຕາມນຳ​ໃຊ້​ຫລື​ຂົ່ມ​ຂູ່​ດ້ວຍ​ກຳ​ລັງ​ອາວຸດ.ນາງ​ຮີ​ວລະຣີສະ​ເຫ​ນີ​ໃຫ້​ສ້າງ​ກົນ​ໄກ​ສາກົນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ ຫາ​ທະ​ເລ​ຈີນ​ໃຕ້.

ທ່ານ​ນິວຊິ່ນ​ຊຸນ,ຮອງ​ຫົວຫນ້າ​ສະ​ຖາ​ບັນ​ອາ​ເມ​ລິ​ກາ​ຂອງ​ສະພາ​ບັນດິດ​ຄົ້ນຄວ້າ​ການ​ພົວພັນ​ລະຫວ່າງ​ຊາດ​ສະ​ໄຫມ​ໃຫມ່​ຂອງ​ຈີນ​ເຫັນ​ວ່າ, ​ແຕ່​ຕົ້ນ​ປີ​ນີ້​ມາ,ການ​ພົວພັນ​ທາງ​ການ​ທະຫານ​ແລະ​ຄວາມ​ຫມັ້ນຄົງ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ໄດ້​ຂະຫຍາຍ​ໄປ​ສູ່​ທາງ​ທີ່​ບໍ່​ດີ​ເລື້ອຍໆ, ສ່ວນ​ການສະ​ແດງ​ທ່າ​ທີ​ຂອງ​ນາງຄຼິນຕັນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ເທື່ອ​ນີ້​ກໍ່​​ເຮັດ​ໃຫ້ການ​ພົວພັນ​ດ້ານ​ນີ້​ລົງສູ່​ລະດັບ​ຕ່ຳ​ສຸດ.ທ່ານ​ກ່າວ​ວ່າ:

ການສະ​ເຫ​ນີບັນຫາ​ທະ​ເລ​ຈີນ​ໃຕ້​ອອກມາ,ອາ​ເມ​ລິ​ກາ​ແມ່ນ​ຖື​ເອົາ​ການ​ຂົ່ມ​ຂູ່​ໃນ​ອະນາຄົດ​​ໃນ​ຄວາມ​ຄາດ​ຄິດ​ຂອງ​ຕົນ​ເອງ​ນັ້ນ​ເປັນ​ການ​ຂົ່ມ​ຂູ່​ໃນ​ສະພາບ​ຕົວ​ຈິງ,ນາງ​ຮີ​ວລາຣີກ່າວ​ວ່າ,ອາ​ເມ​ລິ​ກາ​ຈະ​ປົກ​ປັກ​ຮັກສາ​ເສລີພາບ​ຂອງ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຈີນ​ໃຕ້,ຄັດຄ້ານ​ປະ​ເທດ​ໃດກໍ່ຕາມ​ໃຊ້​ຫລື​ຂົ່ມ​ຂູ່​ດ້ວຍກຳລັງ​ອາວຸດ​ມາ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້,ທີ່​ຈິງ​ແລ້ວ​ບັນຫາ​ເຫລົ່າ​ນີ້​ບໍ່​ມີ​ເລີຍ,ດຽວ​ນີ້,​ເສລີພາບ​ຂອງ​ທະ​ເລ​ຈີນ​ໃຕ້​ບໍ່​ໄດ້​ຖືກ​ຂົ່ມ​ຂູ່​ຫຍັງ,​ແລະ​ກໍ່​ບໍ່​ມີ​ປະ​ເທດ​ໃດ​ກ່າວ​ວ່າ​ຈະ​ແກ້​ໄຂ​ບັນຫາ​ດ້ວຍ​ກຳລັງ​ອາວຸດ,ອາ​ເມ​ລິ​ກາ​ພຽງ​ແຕ່​​ເປັນ​ຫ່ວງ​ວ່າ​ຈີນ​ນັບ​ມື້​ນັບ​​ເຂັ້ມ​ແຂງ​ຂຶ້ນ, ການ​ພັດທະນາ​ການ​ທະຫານ​ໄປ​ສູ່​ທັນ​ສະ​ໄຫມ​ຂອງ​ຈີນ​ນັບ​ມື້​ນັບ​ໄວຂຶ້ນ, ອາ​ເມ​ລິ​ກາ​ເປັນ​ຫ່ວງ​ວ່າ​ຈະ​ເກີດ​ບັນຫາ​ເຫລົ່າ​ນີ້​ໃນ​ຕໍ່ຫນ້າ.

ທີ່​ຈິງ​ແລ້ວ,ຫຼັກ​ການ​ຕະ​ຫຼອດ​ມາ​ຂອງ​ລັດຖະບານຈີນ​ທີ່"​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ສາກົນ​ດ້ວຍ​ການ​ເຈ​ລະ​ຈາ​ແບບ​ສັນ​ຕິ"​ແມ່ນ​ສອດ​ຄ່ອງ​ກັບ​ໝູ່​ເກາະ​ນານ​ຊ່າ​ເຊັ່ນ​ດຽວ​ກັນ.ກ່ຽວ​ກັບ​ບັນ ຫາ​ທະ​ເລ​ຈີນ​ໃຕ້,​ລັດ​ຖະ​ບານ​ຈີນ​ມີ​ຈຸດ​ຢືນ​ທີ່​ວ່າ​"ວາງ​ຄວາມ​ຂັດ​​ແຍ່ງ​ກ່ອນ​ເພື່ອ​ຮ່ວມ​ກັນ​ພັດ​ທະ​ນາ".​ຫຼາຍ​ປີ​ມາ​ນີ້,ຈີນ​ກັບປະ​ເທດ​ທີ່​ກ່ຽວ​ຂ້ອງ​ໄດ້​ປຶກ​ສາ​ຫາ​ລື​ກັນ​ຫຼາຍ​ເທື່ອ,​ແລະ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້,​ເຊິ່ງ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ຢ່າງ​ກວ້າງ​ຂວາງ.​ກົນ​ໄກ​ປຶກ​ສາ​ຫາ​ລື​ກັນ​ລະ​ຫວ່າງ​ຈີນ-​ຟິລິບ​ປິນ,​ຈີນ​-​ຫວຽດ​ນາມ​ແລະ​ຈີນ​-ມະ​ເລ​ເຊຍ​ພວມ​ໝູນ​ເດີນ​ຢ່າງ​ບັງ​ເກີດ​ຜົນ,ການ​ເຈ​ລະ​ຈາ​ເຫຼົ່າ​ນີ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ລະ​ດັບ​ຕ່າງ​ກັນ.​ໃນ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ຂອງ​ຈີນ​​-​ອາ​ຊຽນ​ແລະ​ການ​ເຈ​ລະ​ຈາ​ຈີນ​-​ອາ​ຊຽນ,​ສອງ​ຝ່າຍ​ໄດ້​​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ຈິງ​ໃຈ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້,​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ອັນ​ເໝາະ​ສົມ​ດ້ວຍ​ສັນຕິ​ວິທີ​ແລະ​ການ​ປຶກ​ສາ​ຫາ​ລື​​ແບບ​ໄມ​ຕີ​ຈິດ​ມິດ​ຕະ​ພາບ.

ທ່ານ​ນິວຊິ່ນ​ຊຸ່ນກ່າວ​ວ່າ,ບັນຫາ​ທະ​ເລ​ຈີນ​ໃຕ້​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບປະ​ເທດທີ່​ກ່ຽວ ຂ້ອງ.​ການ​ແຊກ​ແຊງ​ຈາກ​ກຳ​ລັງ​ພາຍ​ນອກ​ແມ່ນ​ຮັບ​ເອົາ​ບໍ່​ໄດ້,​ມີ​​ແຕ່​ຈະ​ເຮັດ​ໃຫ້​ສະ​ພາບ​ການ​ແຮ່ງ​ສັບ​ສົນ​ຂຶ້ນ​ຕື່ມ​ເທົ່າ​ນັ້ນ.

"ອາ​ເມ​ລິ​ກາ​ຢາກ​​ເຮັດ​ໃຫ້​ບັນຫາ​ເລ​ຈີນ​ໃຕ້ຫັນ​ເປັນ​ບັນຫາສາກົນ, ຄື​ພະຍາຍາມ​ເຮັດ​ໃຫ້​ຂໍ້​ຂັດ​ແຍ່ງ​ລະຫວ່າງ​ຈີນ​ກັບ​ບາງ​ປະ​ເທດ​ອາ​ຊຽນກາຍ​ເປັນ​ຂໍ້​ຂັດ​ແຍ່ງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ແລ້​ວ​ຫັນ​ເປັນຂໍ້​ຂັດ​ແຍ່ງ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ. ຖ້າ​ເຮັດ​ແບບ​ນີ້​​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ເລີຍ. ​ເທື່ອ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ອວດອົ່ງ​ທະ​ນົງ​ຕົວ​ແລະ​ທ່າ​ທີ​​ທີ່ເປັນ​ປະ​ເທດ​ຈັກກະພັດ​ຂອງ​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ເຫັນ​ວ່າ​ມີ​ແຕ່​ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ແລະ​ວາງ​ມາດຕະຖານຕໍ່​ບັນຫາ​ເຫຼົ່າ​ນີ້​ຈິ່ງ​ຈະບໍ່​ຢູ່ນອກ​ການ​ຄວບຄຸມ. ​ແຕ່​ວ່າ​ປະຈຸ​ບັນ​​ອາ​ເມ​ລິ​ກາ​ໄດ້​ເຂົ້າ​ຮ່ວມ​ຫຼາຍ​ບັນຫາ​ແລ້ວ, ​ແຕ່​ບັນຫາ​ເຫຼົ່າ​ນີ້​ກໍ່​ບໍ່​ໄດ້​ຮັບ​ການ​ແກ້​ໄຂຄື​ເກົ່າ".

​ຫວ່າງ​ມໍ່ໆ​ມານີ້, ນອກຈາກ​ເຂົ້າ​ແຊກ​ບັນຫາ​ທະ​ເລ​ຈີນໃຕ້​​ໂດຍ​ກົງ​ຢູ່​ອາຊີ​ແລ້ວ, ອາ​ເມ​ລິ​ກາ​ຍັງ​ຈັດການ​ຊ້ອມ​ຮົບປະສົມ​ກັບສ.​ເກົາຫຼີ​ຢູ່​ທະ​ເລ​ຍີ່ປຸ່ນ, ​ໃນ​ອະນາຄົດ​ຍັງ​ຈະ​ຈັດການ​ຊ້ອມ​ຮົມ​ຢູ່​ທະ​ເລ​ຫວງ​ໄຫ​ທີ່ຢູ່​ໃກ້​ນ່ານທະ​ເລ​ຂອງ​ຈີນ. ນັກວິ​ເຄາະ​ເຫັນ​ວ່າ, ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ທ່າ​ທີ​ທີ່​ສະກັດ​ກັ້ນ​ຈີນ​ໂດຍ​ຜ່ານ​ການ​ຊ້ອມ​ຮົບ​ແລະ​ນະ​ໂຍບາຍ​ໃໝ່​ຕໍ່​ບັນຫາ​ທະ​ເລ​​ຈີນໃຕ້​ນີ້, ສະ​ແດງ​ໃຫ້​ເຫັນ​ວ່າ​​ໃຈ​ກາງ ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ​ພວມ​ຍ້າຍ​ໄປ​ສູ່​ມະຫາ​ສະໝຸດ​ປາຊີ​ຟິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ