ຈີນ-​ອາ​ຊຽນ​ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ປະ​ຊຸມ​ແລະ​ວາງ​ສະ​ແດງ​​ເພື່ອ​ຊຸກ​ຍູ້​ການ​ຄ້າ​ເສ​ລີ

(GMT+08:00) 2010-08-06 16:57:02     cri
ຕາມ​ຂ່າວCRI:ວັນ​ທີ5​ສິງຫາ​ນີ້,​ເວທີ​ປຶກສາ​ຫາລື​ການ​ຮ່ວມມື​ດ້ານ​ເສດຖະກິດ​ການ​ປະຊຸມ​ແລະ​ວາງສະ​ແດງ​ຂອງ​ຈີນ-​ອາ​ຊຽນ​ຈັດ​ຂຶ້ນຢູ່​ເມືອງ​ເຈີ້​ງ​ໂຈ່​ວ,ຕົວ​ເມືອງ​ພາກ​ກາງຂອງ​ຈີນ.​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ,​ຫົວ​ໜ້າ​ສະ​ພາ​ການ​ຄ້າ​ແລະ​ນັກ​ທຸ​ລະ​ກິດ​ທີ່​ມາ​ຈາກ​ຈີນ​ແລະ10​ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ເພື່ອ​ປຶກ​ສາ​ຫາ​ລື​ວ່າ​​ພາຍ​ໃນ​​ຂອບ​ເຂດ​ການ​ຄ້າ​ເສ​ລີ​ຈີນ​-​ອາ​ຊຽນ,​ຈະ​ນຳ​ໃຊ້​ການ​ຈັດ​ກອງ​ປະຊຸມ​ແລະ​ການ​ວາງ​ສະ​ແດງ​ແນວ​ໃດ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ,​ແລະ​ຊຸກ​ຍູ້​ການ​ຄ້າ​ເສ​ລີ​ໃນ​ພາກ​ພື້ນ​ແຫ່ງ​ນີ້.

​ໃນ​ເວທີ​ປຶກສາ​ຫາລື,ທ່ານ​​ເດ​ວິດ ຊົວ,​ເລຂາທິການ​ສະພາ​ມົນຕີ​ການ​ຄ້າ​ມະ​ເລ​ເຊຍ-ຈີນ​ຊີ້​ອອກ​ວ່າ,​ໃນ​ຂະ​ບວນການ​ຂະ​ຫຍາຍ​ຕົວ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​-​ອາ​ຊຽນ,​ຂະ​ແໜງ​ການ ຈັດ​ກອງ​ປະ​ຊຸມ​ແລະ​ວາງ​ສະ​ແດງ​ມີ​ບົດ​ບາດ​ອັນ​ພິ​ເສດ.​ມັນ​ບໍ່​ພຽງ​ແຕ່​ສາ​ມາດ​ຊ່ວຍ​ເຫຼືອ​ໃຫ້​ວິ​ສາ​ຫະ​ກິດ​ສອງ​ຝ່າຍ​ເປີດ​ກວ້າງ​ຕະ​ຫຼາດ​ໄດ້​ເທົ່າ​ນັ້ນ,​ຍັງ​ຈະ​ຊັກ​ນຳ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ອື່ນໆ​ຂອງ​ພາກ​ພື້ນ​ແຫ່ງ​ນີ້,​ແລະ​ສະ​ໜອງ​ໂອ​ກາດ​ປະ​ກອບ​ອາ​ຊີບ​ຫຼາຍ​ກວ່າ​ເກົ່າ​ອີກ​ດ້ວຍ.​ທ່ານ​​ເດ​ວິດ ຊົວ​ກ່າວ​ວ່າ:

ທ່ານ​ກ່າວ​ວ່າ   "​ໃນ​ຖານະທີ່​ເປັນ​ຂະ​ແຫນງ​ການ​ບໍລິການ​ພິ​ເສດ,ການ​ພັດທະນາຂະ​ແຫນງ​ການ​ຈັດ​ກອງ​ປະຊຸມ​ແລະ​ງານ​ວາງ​ສະ​ແດງ​ຕ້ອງ​ການ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ດ້ານ​ຕ່າງໆ​ເຊັ່ນ:​ພື້ນ​ຖານ​ໂຄງ​ລ່າງ,ຂະ​ແຫນງ​ການ​ໂຮງ​ແຮມ,ການ​ກິນ​ດື່ມ,​ການ​ຂົນ​ສົ່ງ​ແລະ​ອື່ນໆ, ​ນີ້​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຂະ​ແຫນງ​ການ​ທີ່​ກ່ຽວ​ຂ້ອງ.​ພ້ອມ​ກັນ​ນັ້ນ,​ເມື່ອ​​ໄດ້​ຜ່ານ​ການ​ຈັດ​ງານ​ໂຄສະ​ນາ​ເຜີຍ​ແຜ່​ການ​ຈັດ​ກອງ​ປະຊຸມ​ແລະ​ງານ​ວາງ​ສະ​ແດງ,​ວິ​ສາ​ຫະ​ກິດ​ສາ​ມາດ​ສະ​ເຫນີ​ຜະ​ລິດ​ຕະ​ພັນ​ແລະ​ຜົນ​ສຳ​ເລັດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ໃຫມ່​ຂອງ​ຕົນ​ຕໍ່​ຜູ່​ບໍ​ລິ​ໂພກ,​​ແລະ​ພາ​ໃຫ້​ຕົນ​ໄດ້​ມີຕະຫຼາດ."

   ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ວິ​ສາ​ຫະກິດ​ຂອງຈີນ​​ແລະປະ​ເທດ​ຕ່າງໆ​​​ອາ​ຊຽນ​ໄດ້​ທະ ຍອຍ​ກັນ​ພັດ​ທະ​ນາ​ຢູ່​ຕ່າງ​ປະ​ເທດ,​​ເພື່ອ​ຈັດ​ກິດຈະກຳ​ໂຄສະນາ​ເຜີ​ຍ​ແຜ່​ຕ່າງໆ.​ໃນ​ຂະນະ​ທີ່​ຍົກ​ຄວາມ​ຊື່​ສຽງ​ຂອງ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ເອງ,ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕ່າງໆ​ຍັງ​ຫວັງ​ຢາກ​ໃຫ້​ຊອກ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ນີ້,ນຳ​ໃຊ້​ຄວາມ​ສະ​ດວກ​ທີ່​ບໍ່​ເກັບ​ພາສີຕໍ່ວັດ​ຖຸດິບ​​ໃນ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ,​ຮ່ວມ​ມື​ກັນ​ໃນ​ການ​ຜະລິດ​ແບ່ງ​ງານ,​ເພື່ອ​ຫຼຸດ​ຕົ້ນ​ທຶນ​ຂອງ​ຜະລິດ​ຕະພັນ​ໃຫ້​ຫນ້ອຍ​ລົງ,​ເພື່ອ​ຍົກ​ກຳ​ລັງ​ແຂ່ງ​ຂັນ​ໃນ​ຕະ​ຫຼາດ​ສາ​ກົນ​ໃຫ້​ສູງ​ຂຶ້ນ.  ​ເພື່ອ​ຊ່ອຍ​ເຫຼືອ​ໃຫ້​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ພັດ​ທະ​ນາ​ຕະ​ຫຼາດ​ຢູ່ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນເປັນ​ຢ່າງ​ດີ​,ຊອກ​ຫາ​ຄູ່​ຮ່ວມ​ມື,​ຕະ​ຫຼາດ​ນັດ​ຊື້​ຂາຍ​ສິນ​ຄ້າ​ທົ່ວ​ປະ​ເທດ​ຂອງ​ນະ​ຄອນ​​ເຈິ້ງ​ໂຈ່​ວຄັ້ງ​ທີ 16​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພະ​ຈິກ​ປີ​ນີ້​ກໍ່​ຈະ​ຕັ້ງ​ຫໍ​ວາງ​ສະ​ແດງ​ສິນ​ຄ້າ​ໃຫ້​ອາ​ຊຽນ​ເປັນ​ພິ​ເສດ. ສິນ​ຄ້າ​ທີ່​ເຂົ້າ​ຮ່ວມ​ການ​ວາງ ສະ​ແດງ​ລວມ​ມີ​ສິນ​ຄ້າ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ,​ຜະ​ລິດ​ຕະພັນ​ກະ​ສິ​ກຳ,​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ,​ເຄື່ອງ​ປະ​ດັບ​​ເພັດ​ນິນ​ຈິນ​ດາ​ພ້ອມ​ດ້ວຍ​ຜະ​ລິດ​ຕະ​ພັນ​ຂອງ​ຂະ​ແຫນງ​ການ​ບໍ​ລິ​ການ​ ​ເຊັ່ນ:​ການ​ສຶກ​ສາ,​ການ​ບໍ​ລິ​ການ​ດ້ານ​ການ​ທະ​ນາ​ຄານ,​ອະ​ສັງ​ຫະ​ລິ​ມະ​ຊັບ,​ການ​ທ່ອງ​ທ່ຽວ​ແລະ​ອື່ນໆ.​ໃນ​ເວ​ລາ​ທ່ານ​​ເຊ່ຍ​ຢຸນ​ເຫວ,​ຮອງ​ເຈົ້າ​ຄອງ​ນະ​ຄອນ​ເຈິ້ງ​ໂຈ່ວ​ປະ​ກອບ​ຄຳ​ເຫັນ​ໃນ​ເວ​ທີ​ປຶກ​ສາ​ຫາລື,​ທ່ານ​ກ່າວ​ວ່າ

"ພາ​ກກາງຂອງ​ຈີນ​ແລະ​ອາ​ຊຽນສາມາດຊ່ວຍ​ຊູ​ຍູ້​ໜູນ​ກັນ​ຫຼາຍ​ໃນ​ດ້ານ​ອຸດ​ສາ​ຫະ​ກຳ. ອາ​ຊຽນສາມາດ​ເລືອກ​ນະ​ຄອນ​ເຈີ້ງ​ໂຈວ​ເປັນ​ເວ​ທີ​ທີ່​ເຂົ້າ​ສູ່​ຕະ​ຫຼາດ​ຈີນ. ​ໃນ​ໄລຍະ​ງານ​ຕະ​ຫຼາດ​ນັດ​ເຈີ້​ງ​ໂຈ່​ວທີ່​ຈັດ​ຂຶ້ນ​ໃນ​ປີ​ນີ້,​ພວກ​ເຮົາ​ຈະ​ຕັ້ງ​ຫໍ​ວາງ​ສະ​ແດງ​ສິນ​ຄ້າ​ໃຫ້​ແກ່​ປະ​ເທດ​ອາ​ຊຽນ, ​ແລະ​ຈິງ​ໃຈ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈາກ​ປະ​ເທດ​ອາ​ຊຽນມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ,​ພາກ​ເຮົາ​ຈະ​ໃຫ້​ບູລິ​ມະ​ສິດ​ແລະ​ການ​ບໍ​ລິ​ການ​ທີ່​ດີ​ທີ່​ສຸດ  ​ເພື່ອ​ຊ່ອຍ​ເຫຼືອ​ປະ​ເທດ​ອາ​ຊຽນ​ເປີດ​ຕະຫຼາດ​ຈີນ."

​ໃນ​ໄລຍະ​ຈັດ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້, ສະມາຄົມອຸດສາຫະກຳ​ການ​ຄ້າ​ບຼູ​ໄນ​ແລະ​ສະມາຄົມ​ຊຸກ​ຍູ້​ການ​ຄ້າ​ນະຄອນ​ເຈີ້​ງ​ໂຈ່​ວຍັງ​ໄດ້​ເຊັ່ນ​ສັນ​ຍາ​ຮ່ວມ​ມື​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ການ​ຄ້າ,​ການ​ຮ່ວມ​ທຶນ​ສ້າງ​ໂຮງ​ງານ,​ແລະ​ແນະ​ນຳ​ການ​ປະ​ຊຸມ​ແລະ​ງານ​ວາງ​ສະ​ແດງ​ເປັນ​ຕົ້ນ.​ທ່ານ​ຣາ​ຈາ​ລິ ​ໂຈ​ຮາ​ຣີ,​ປະ​ທານ​ສະ​ມາ​ຄົມ​ການ​ຄ້າ​ແຫ່ງ​ຊາດ​ບຼູ​ໄນ​ກ່າວ​ວ່າ, ​ແຂວງ​ເຫີ​ນານ​ຂອງ​ຈີນ​ມີ​ຊາວ​ມຸສ​ລິມ​ເກືອບ 1 ລ້ານ​ຄົນ,​ສອງ​ຝ່າຍ​ມີ​ກຳ​ລັງ​ແຮງ​ບົ່ມ​ຊ້ອນ​ໃຫ້​ການ​ຮ່ວມ​ມື​ຢ່າງ​ຫຼວງ​ຫຼາຍ​ໃນ​ຂົງ​ເຂດ​ການ​ປຸງ​ແຕ່ງ​ແລະ​ຂາຍ​ອາ​ຫານ​ມຸສ​ລິມ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ