ກິດຈະກຳຜູ້​ຟັງCRI​ໄປ​ຊິ່ນ​ຈ່ຽງສຳ​ເລັດລົງ​ຢ່າງ​ງົດ​ງາມ

(GMT+08:00) 2010-08-10 16:02:05     cri

ຫວ່າງ​ມໍ່​ໆ​ມານີ້, ກິດຈະກຳ​ຜູ້ຟັງ​ໄດ້​ຮັບ​ລາງວັນ​ທີ​ໜຶ່ງ​​ຂອງ​ການ​ແຂ່ງຂັນ​ເສັງ​ຄວາມ​ຮູ້"ກ້າວ​ເຂົ້າ​ສູ່​ເຂດ​ຊິນ​ຈ່ຽງ"ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຫຼືCRI​ໄປ​ທ່ຽວ​ເຂດ​ຊິນ​ຈ່ຽງ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ນະຄອນ​ອູ​ລູມູຊີ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊິນ​ຈ່ຽງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ຢ່າງ​ງົດ​ງາມ. ຜູ້​ຟັງ​ຕ່າງປະ​ເທດ 8 ຄົນ​ຂອງCRIທີ່​ໄດ້​ຮັບ​ລາງວັນ​ທີ​ໜຶ່ງ​ໄດ້​​ໄປ​ແຫ່ງ​ຕ່າງໆ​ຂອງ​ເຂດ​ຊິນ​ຈ່ຽງ, ທັດສະນາ​ຈອນ​ເຂດ​ຊິນ​ຈ່ຽງ​ເປັນ​ເວລາ​ໜຶ່ງ​ອາທິດ, ​ແລະ​ໄດ້​ຮູ້ຈັກ​ເຂດ​ຊິນ​ຈ່ຽງທີ່​ແທ້​ຈິງ, ງົດ​ງາມ​ແລະ​ກົມກຽວ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ງານ​ລະອຽດ:​

ເພື່ອ​​ແນະນຳຄວາມ​ອຸດົມ​ຮັ່ງມີ​ຂອງ​ທຳ​ມະ​ຊາດ​ແລະວັດທະນະທຳ​ຂອງ​ເຂດ​ຊິນ​ຈ່ຽງຕໍ່​ຜູ້​ຟັງ​ຕ່າງປະ​ເທດ, ສະ​​ເໜີ​ສະພາບ​ການ​ພັດທະນາ​ດ້ານ​ເສດຖະກິດ​ສັງຄົມ​ຂອງ​ເຂດ​ຊິນ​ຈ່ຽງ​ໃນ​ປະຈຸ​ບັນ, CRI​ແລະ​ເຂດ​ຊິນ​ຈ່ຽງ​ໄດ້​ຮ່ວມ​ກັນ​ຈັດການ​ແຂ່ງຂັນ​ເສັງຄວາມ​ຮູ້"ກ້າວ​ເຂົ້າ​ສູ່​ເຂດ​ຊິນ​ຈ່ຽງ"​ໃນ​ປີ​ກາຍ​ນີ້. ​ການ​ແຂ່ງຂັນ​ເທື່ອ​ນີ້​​ໄດ້ຮັບ​ຕອບ​ຄຳ​ຖາມ​ທີ່​ສົ່ງ​ຈາກ​ຜູ້​ຟັງ​ຕ່າງປະ​ເທດ 2 ​ແສນ 8 ໝື່ນ​ກວ່າ​ສະບັບ, ​ໃນ​ທີ່​ສຸດ, ຜູ້​ຟັງ 8 ຄົນ​ທີ່​ມາ​ຈາກ​ອາ​ເມ​ລິ​ກາ, ຕວກກີ, ​ເອຢິບ​​ເຢຍລະ​ມັນ​​ແລະ​ອີກ​ບາງ​ປະ​ເທດ​ໄດ້ຣັບລາງ​ວັນ​ທີ​ໜຶ່ງ, ​​ແລະ​ໄດ້ມີ​ໂອກາດ​​ໄປ​ທັດສະນາຈອນ​ເຂດ​ຊິນ​ຈ່ຽງ. ​

ໃນ​ໄລຍະ​ຢູ່​ເຂດ​ຊິນ​ຈ່ຽງ, ​ເຂົາ​ເຈົ້າ​ໄດ້​ໄປ​ຊົມ​ສະ​ຖາ​ບັນ​ສອນ​ສາສະໜາ​ອິສລາມ, ຕະຫຼາດ​ໃຫຍ່​ສາກົນ, ໜອງ​ຄາ​ນັສ, ວິ​ສາ​ຫະກິດ​ແລະ​ເຂດ​ຊຸມ​ຊົນ​ຂອງ​ເຂດ​ຊິນ​ຈ່ຽງ, ​ໄດ້​ຮູ້ຈັກ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຫ່ງ​ຕ່າງໆ​ຂອງ​ເຂດ​ຊິນ​ຈ່ຽງຢ່າງຮອບດ້ານ.ພາຍ​ຫຼັງ​ເກີດ​ເຫດການ​ຈະລາຈົນ"ວັນ​ທີ 5 ກໍລະກົດ"ອູ​ລູມກີ​ໃນ​ປີ​ກາຍ​ນີ້, ຫາງ​ສຽງ​ສາກົນ​ຈຳນວນ​ໜຶ່ງ​​ເຂົ້າ​ໃຈ​ຜິດ​ວ່າ, ຊາວ​ມຸສລິ​ມຂອງ​ເຂດ​ຊິນ​ຈ່ຽງບໍ່​ມີ​​ເສລີພາບ​ທາງ​ການ​ເຊື່ອ​ຖືສາສະໜາ. ​ເລີ່​ມ​ແຕ່​ມື້​ທຳ​ອິດ​ຂອງ​ກິດຈະກຳ​ເທື່ອ​ນີ້, ຜູ້​ຟັງ​ຕ່າງປະ​ເທດ​ທີ່​ໄດ້​ຮັບ​ລາງວັນ​ກໍ​ໄດ້​ໄປ​ຊົມ​ສະ​ຖາ​ບັນ​ສອນ​ສາສະໜາອິສລາມ​ທີ່​ຕັ້ງ​ຢູ່​ນະຄອນ​ອູ​ລຸ​ມກີ. ​ໃນ​ສະຖາ​ບັນ​ສາສະໜາ​ອິດສະ​ລາມທີ່​ສອນ​ດ້ວຍ​ພາສາ​ອຸຍ​​ເກີ​ພຽງ​ແຫ່ງ​ດຽວ​ຂອງ​ຈີນ, ຜູ້​ຟັງ​ຕ່າງປະ​ເທດ​ໄດ້​ຮູ້ຈັກ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ເພື່ອ​ຮັບປະກັນ​ເສລິ​ພາບຂອງ​ການ​ເຊື່ອ​ຖື​ສາສະໜາ. ຕໍ່​ເລື່ອງ​ນີ້, ທ່ານ​ລາ​ຮາຣິ ​ເດຍດາ ອາ​ເມັດ, ຜູ້​ຟັງ​ປາ​ກີ​ສະຖານ​ກ່າວ​ຕໍ່​ນັກ​ຂ່າວCRIວ່າ:
 
"​ເມື່ອຜ່ານ​ຈາກ​ຄຳອະທິ​ຍາຍຂອງອາ​ຮົງທີ່​ຫມາຍ​ເຖິງ​ຜູ່​ສອນ​ສາສະຫນາ​ອິສຣາມ​ແລະສິ່ງ​ທີ່​ໄດ້​ຮູ້​ໄດ້​ເຫັນກັບ​ຕາ,ກໍ່​ຮູ້​ແລ້ວ​ວ່າ ຢູ່​ເຂດ​ຊິນ​ຈ່ຽງ,ຊົນ​ເຜົ່າ​ທີ່​ຕ່າງ​ກັນ​ລ້ວນ​ແຕ່​ຮ່ວມ​ກັນຊົມ​ໃຊ້​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ,​ເຂົາ​ເຈົ້າ​ສາມາດ​ເລືອກ​ເອົາ​ຄວາມ​ເຊື່ອ​ຖື​ສາສະຫນາ​ຂອງ​ຕົນ​ຢ່າງ​ເສລີ. ຄົນ​ເຜົ່າ​ມຸສລິ​ມດຳລົງຊີວິດ ຢູ່​ແຫ່ງ​ນີ້ຢ່າງ​ປິ​ຕິ​ຊົມ​ຊື່ນທີ່​ສຸດ,ອົງການ​ປົກ​ຄອງ​ເຂດ​ຊິນ​ຈ່ຽງ​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ດີ​ຫຼາຍ​ກວ່າ​ເກົ່າ​ແກ່​ເຂົາ​ເຈົ້າ."
   ​ໃນ​ໄລຍະ​ເອົາ​ຂ່າວ​ຢູ່​ເຂດ​ຊິນ​ຈ່ຽງ, ຄະນະ​ຜູ່​ແທນ​ຂອງວິທະຍຸ​CRI​ໄດ້​​ໄປ​ຢາມຫຼາຍ​ຕົວ​ເມືອງ​ທີ່​ມີ​ຈຸດພິ​ເສດ​ຢູ່​ເຂດ​ຊິນ​ຈ່ຽງ.​ໃນ​ໂອ​ກາດ​ທີ່​ກິດຈະກຈະສິ້ນສຸດ​ລົງ, ຜູ່​ຟັງ​ຕ່າງປະ​ເທດ 8 ຄົນ​ເຫຼົ່າ​ນີ້​ກໍ່​ກ່າວ​ວ່າ, ຈະ​ເລົ່າ​ສິ່ງ​ທີ່​ໄດ້​ຮູ້​ໄດ້​ເຫັນ​ຂອງ​ການ​ຢ້ຽມຢາມ​ເທື່ອ​ນີ້​​ໃຫ້​ຄົນ​ບ້ານ​ຕົນ​ເອງ​ຟັງ. ທ່ານ​ຊາ​ລິ​ເຣິ ຊິ​ນານ ​ໂອ​ນາສ໌,ຜູ່​ຟັງຕວກກີບ​ອກນັກ​ຂ່າວ​ວ່າ:

 "​ແຫ່ງນີ້ທີ່​ມີ​ວັດທະນະທຳ​ປະຫວັດສາດມາ​ເປັນ​ເວລາ​ດົນ​ນານ​ຈະ​ມີອະນາຄົດ​ທີ່ສະຫງ່າ​ລາສີ​ກວ່າ​ເກົ່າ. ນະຄອນ​ອູ​ລຸ​ມກີ,ຫຼົ້ງ​ທູ​ລູຝານ,ຫນອງ​ຄາ​ນາສ໌​ແລະ​​ແຫ່ງ​ອື່ນໆ​ລ້ວນ​ແຕ່​ແມ່ນ​ສັນ​ຍາ​ລັກ​ຂອງ​ພູມປັນຍາ​ອາ​ລິ​ຍະ​ທຳຂອງ​ມວນ​ມະນຸດ,ພີ່ນ້ອງ​ຂອງ​ບັນດາ​ຊົນ​ເຜົ່າ​ທີ່​ຕ່າງ​ກັນ​ແລະ​ຄົນ​ທີ່​ມີ​ວັດທະນະທຳ​ຕ່າງ​ກັນ​ລ້ວນ​​ແຕ່​ສາມາດ​ດຳ​ລົງ​ຊີວິດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ​ກັນ, ນີ້​ກໍ່​ແມ່ນ​ສາ​ເຫດ​ທີ່​ເຂດ​ຊິນ​ຈ່ຽງສາມາດ​ຈະ​ເລີ​ນຮຸ່ງ​​ເຮື​ອງ​ແລະ​ມີ​ການ​ພັດທະນາ.ຈີນກໍ່​ບໍ່​ແມ່ນ​ປະ​ເທດ​ທີ່​ກວງ​ໄກສຳລັບ​ຄົນ​ຕ່າງປະ​ເທດ,ຢູ່​ແຫ່ງ​ນີ້ ຂ້ອຍ​ກໍ່​ໄດ້​ມີ​ເພື່ອນ​ສະຫນິດສະຫນົມທີ່​ສຸດ​​ແລະ​ຍາດຕິ​ພີ່ນ້ອງ​.ທ່ານ​ອາ​ເມຍ​ ອາ​ຮາ​ແມັດ,ຜູ່​ຟັງຂອງ​ວິທະຍຸ​ພວກ​ເຮົາທີ່​ແມ່ນນັກ​ຂ່າວ​ສື່ສານ​ຂອງ​ອິນ​ເດຍ.ທ່ານ​ກ່າວ​ວ່າ,ຫຼັງ​ຈາກ​ກັບ​ຄືນ​ປະ​ເທດ​ແລ້ວ,ທ່ານ​ຈະ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຊິນ​ເຈ່ຍ​ທີ່ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ​ຕໍ່​ຜູ່​ຟັງ​ອິນ​ເດຍ. ທ່ານ​ກ່າວ​ວ່າ:

  "ທິວ​ທັດ​ທີ່​ສວຍ​ງາມ​ແລະ​ອາຫານ​ທັງ​ຫມົດ​ຂອງ​ເຂດ​ຊິ​ນ​ຈ່ຽງລ້ວນ​ແຕ່​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດໃຫ້​ແກ່​​ຄວາມ ຊົງ​ຈຳ​ຂອງ​ຂ້ອຍຕະຫຼອດ​ໄປ.ຂ້ອຍ​ແມ່ນ​ນັກ​ຂ່າວ​ຂອງ​ຫນັງສືພິມ​ແຫ່ງ​ຫນຶ່ງ,ຫຼັງ​ຈາກ​ກັບ​ຄືນ​ຮອດ​ອິນ​ເດຍ​ແລ້ວ,ຂ້ອຍ​ຈະ​ລາຍ​ງານ​ຂ່າວ ເຂດ​ຊິນ​ຈ່ຽງ​ໃຫ້​ປ​ະຊາ​ຊົນ​ອິນ​ເດຍຊາບ,​ເພື່ອ​​ບອກ​ຄວາມ​ຈິງກ່ຽວ​ກັບ​ເຂດ​ຊິນ​ຈ່ຽງທີ່​ຖືກຕ້ອງ​​ໃຫ້​ເຂົາ​ເຈົ້າ​ຊາບ,​ເພື່ອປ່ຽນ​ແປງ​ທັດສະນະ​ທີ່​ຜິດພາດ​ຈຳນວນ​ຫນຶ່ງ,​ແລະ​ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າ​ມາ​ທ່ຽວແຫ່ງ​ນີ້."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ