ໄທ​ກຳປູ​ເຈຍ​ຫວັງ​ຢາກ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ຊາຍ​ແດນ​ໂດຍ​ສັນຕິ

(GMT+08:00) 2010-08-11 19:29:18     cri

ວັນ​ທີ 10 ສິງຫາ​ນີ້,ທ່ານ​ກະສິ​ດ ພິລົມ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດ​ໄທ​​ກ່າວ​ວ່າ,ຫຼັງ​ຈາກ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັບ​ຜູ່​ຊ່ຽວຊານ​ດ້ານ​ກົດຫມາຍ​ສາກົນ​ແລ້ວ, ກະຊວງ​ການ​ຕ່າງປະ​ເທດ​​ໄທ​ໄດ້​ຮ່າງຈົດຫມາຍທີ່​ຈະ​ສະ​ເຫ​ນີຕໍ່ສະຫະ​ປະຊາ​ຊາດ,​ເພື່ອ​​ແກ້​ຄຳ​ຕຳນິ​ຂອງ​ກຳປູ​ເຈຍ​.ທ່ານ​ກະ​ສິດ ພິລົມກ່າວ​ວ່າ,​ໄທ​ບໍ່​ໄດ້​ຝ່າຝືນ​ກົດ​ບັດ​ສະຫະ​ປະຊາ​ຊາດ​ຄື​ດັ່ງຄຳ​ເວົ້າ​​ໃນ​ຈົດ​ຫມາຍຂອງ​ທ່ານຮຸນແຊນ, ນາຍົກລັດຖະມົນຕີ ກຳປູ​ເຈຍ​,​ ໄທ​ເຫັນ​ວ່າ, ດິນ​ແດນ​ຂອງ​ປະ​ເທດ​ຕົນ​ໄດ້​ຖືກ​ລ່ວງ​ລ້ຳ​,ສ່ວນ​ໄທ​ຍັງ​ຍຶດຫມັ້ນຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ແລະຫຼັກ​ມາດຖານ​ຂອງ​ກົດຫມາຍ​ສາກົນ,​ແລະ​ຍິນ​ດີ​ຮ່ວມ​ມື​ກັບປະ​ເທດ​ໃກ້​ຄຽງ​ແລະ​​ແບ່ງປັນ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ

ວັນ​ທີ 9 ສິງຫາ​ນີ້,​ໃນ​ເວລາ​ທ່ານອະພິສິດ ​ເວດ​ຊາ​ຊີວະ,ນາຍົກລັດຖ​ະມົນຕີ​ໄທ​​ໄດ້​ຕອບ​​ໂຕ້​ຄຳ​ເວົ້າ​ຂອງທ່ານ​ຮຸນ​ແຊນ,ນາຍົກລັດຖະມົນຕີກຳປູ​ເຈຍ,ທ່ານ​ກ່າວ​ວ່າ,​ໄທ​ຍຶດຫມັ້ນ​ນຳ​ໃຊ້ສັນຕິ​ວິທີ​ແລະ​ຫຼັກ​ມາດຖານ​ຂອງ​ກົດ​ຫມາຍ​ສາກົນ​ເພື່ອ​​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ກັບປະ​ເທດ​ໃກ້​ຄຽງ. ທ່ານ​ອະ​ພິສິດ​ກ່າວ​ວ່າ,ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ຊາຍ​ແດນ​ລະຫວ່າງ​ໄທ​ກັບ​ກຳປູ​ເຈຍ​ຍັງ​ບໍ່​ໄດ້ຮັບ​ການ​ແກ້​​ໄຂ,​ໄທ​ພວມ​ຄົ້ນຄວ້າ​ມາດ​ຕະການ​ທີ່​ອາດ​ເປັນ​ໄປ​ໄດ້,​ ​ແລະຊອກ​ຫາ​ແຜນການ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ທີ່​ສອງ​ຝ່າຍ​ລ້ວນ​ແຕ່​ຮັບ​​ເອົາ​ໄດ້​ ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ຊາຍ​ແດນ.

ວັນ​ທີ 8 ສິງຫາ​ນີ້,ທ່ານ​ຮຸນ​ແຊນ,ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້ສົ່ງ​ຈົດຫມາຍ​ໄປ​ຍັງ​ທ່ານ​ອາລີ ​ອັບ​ດູ​ຊາຣາມ ເຕຼັກກີ,ປະທານ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາ​ດ​ແລະ ທ່ານ​ວິ​ຕາ​ລີ ອີ​ວາ​ໂນ​ວິສ ຊູ​ກິນ, ​ປະ​ເທດປະທານຫມູນວຽນ​ຂອງ​ສະພາຄວາມຫມັ້ນຄົງ,​ໂດຍ​ຂຽນວ່າ ຄຳ​​ເວົ້າ​ຂອງ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ,ນາຍົກລັດຖ​ະມົນຕີ​ໄທ​ກ່ຽວ​ກັບ​ການ​ແກ້​ໄຂຄວາມ​ຂັດ​ແຍ່ງກັນດ້ານດິນ​ແດນ​ກັບກຳປູ​ເຈ​ຍ​ແມ່ນມີ​ຈຸດປະສົງ​ເພື່ອ​ຂົ່ມຂູ່ ວ່າ​ຈະ​ໃຊ້​ກຳລັງ​ການ​ທະຫານ​ຕໍ່​ກຳປູ​ເຈຍ, ກຳປູ​ເຈ​ຍຈະ​ສະຫງວນ​ສິດ​ທີ່​ຊອບດ້ວຍ ກົດຫມາຍ​​​ເພື່ອຕໍ່ຕ້ານ​ການຮຸກ​ຮານທຸກ​ຮູບ​ແບບ​​ຈາກ​ຕ່າງປະ​ເທດ.ໃນຈົດຫມາຍຂຽນ​ວ່າ,ວັນ​ທີ 7 ສິງຫາ​ນີ້,ທ່ານອະພິສິດ ​ເວດ​ຊາ​ຊີວະ​​ ​ໄດ້​ກ່າວ​ຢ່າງ​ເປີດ​​ແປນ​ວ່າ,ຖ້າ​ຄວາມ​ຂັດ​ແຍ່ງ​ກັນດ້ານ​ດິນ​ແດນລະຫວ່າງ​ໄທ​ກັບກຳ​ປູ​ເຈຍບໍ່​ໄດ້​ຮັບ​ການ​ແກ້​ໄຂ​,​ໄທຈຶ່ງ​ຈະ​ຍົກ​ເລີກບົດ​ບັນທຶກ​ຄວາມ​ເຂົ້າ​ໃຈກັນກ່ຽວ​ກັບ​ບັນຫາ​ຊາຍ​ແດນ​ທີ່​ໄດ້​ລົງ​ນາມ​ກັບ​ກຳປູ​ເຈຍ,​ ​​ໃຊ້ວິທີຕ່າງໆ​ທີ່​ລວມທັງທາງ​ການ​ທູດ​ແລະ​ທາງ​ການ​ທະຫານ​ເພື່ອ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້.

ທ່ານ​ຮຸນ​ແຊ​ນກ່າວ​ເນັ້ນ​ວ່າ, ປີ 1962ສານ​ສາກົນລາ​ໄຮ​ຕັດສິນ​ວ່າ​ຜະ​ສາດ​ພະ​ວິຫານຕັ້ງ​ຢູ່​ດິນ​ແດນ​ທີ່​ຂຶ້ນ​ກັບ​ກຳປູ​ເຈຍ, ​ໄທ​ຕ້ອງ​ຖອນທະຫານ, ຕຳຫຼວດ​​ແລະ​ອື່ນໆ​ເຊິ່ງ​ເປັນ​ກຳລັງ​ອາວຸດ​ທັງ​ໝົດ​ອອກ​ຈາກ​ຜາສາດ​ພະ​ວິຫານ​ແລະ​ເຂ​ດອ້ອມ​ຂ້າງ. ດ້ວຍແນວ​ນີ້​, ການ​ທີ່ນາຍົກລັດຖະມົນຕີ​ໄທ​ຂົ່ມຂູ່​ຈະ​ແກ້​ໄຂ​ຂໍ້​ຂັດ​ແຂ່ງ​ຊາຍ​ແດນ​ລະຫວ່າງ​ໄທ​ກັບ​ກຳປູ​ເຈຍ​ດ້ວຍ​ວິທີ​ທາງການ​ທະຫານນັ້ນ, ​ໄດ້​ລະ​ເມີດມາດຕາ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາ​ດຢ່າງ​ເປີດ​ແປນ. ທ່ານ​ຮຸນ​ແຊນ​ກ່າວ​ເນັ້ນ​ວ່າ, ກຳປູ​ເຈຍ​ກ່າວ​ຢ້ຳວ່າ​ຈະ​ຍຶດໝັ້ນນະ​ໂຍບາຍ​ທີ່​ບໍ່​ໃຊ້​ກຳລັງ​ອາວຸດ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ກ່ຽວ​ກັບປະ​ເທດ​​ໃກ້​ຄຽງ. ​ແຕ່​ກຳປູ​ເຈຍ​ຈະ​ຮັກສາ​ສິດທິ​ຜົນ​ປະ​ໂຫຍດທີ່​ຊອບ​ດ້ວຍກົດໝາຍ​ຂອງ​ຕົນ, ຄັດຄ້ານ​ກາ​ນຮຸກ​ຮານທຸກ​ຮູບ​​ແບບຢ່າງ​ເດັດດ່ຽວ​ເພື່ອປ້ອງ​ກັນ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກຳປູ​ເຈ​ຍ.

ວັນ​ທີ 8 ສິງຫາ​ນີ້, ທ່ານ​ອະພິສິດ​ໄດ້​ເຈລະຈາ​ກັບ​ສະຫະພັນ​ຮັກ​ຊາດ​ຕ່າງໆ​ຂອງ​ໄທ​ທີ່​​ເປັນ​ຫ່ວງນຳ​ຜາສາດ​ພະ​ວິຫານ. ທ່ານ​ກ່າວ​ເນັ້ນ​ວ່າ, ປະຈຸ​ບັນ​ລັດຖະບານ​ໄທ​ບໍ່​ມີ​​ແຜນການ​ຈະ​ໃຊ້​ກຳລັງ​ອາວຸດ​ຕໍ່​ກຳປູ​ເຈຍ, ສົງຄາມ​ບໍ່​ແມ່ນ​ວິທີ​ທີ່​ແກ້​ໄຂ​ບັນຫາ, ຄວນ​ເຈລະຈາ​​ແລະ​ ​ປຶກສາ​ຫາລື. ສຳລັບ​ຂໍ້​ຂັດ​ແຍ່ງ​ທາງ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ, ກຳປູ​ເຈຍ​ກໍ​ໄດ້​ສະ​ແດງ​ທ່າ​ທີຫຼາຍ​ເທື່ອ​ແລ້ວ​ວ່າ​ຄວນ​ໃຊ້​ວິທີ​ສັນຕິພາບ​.

​ໄທ​ແລະ​ກຳປູ​ເຈຍ​ມີ​ຂໍ້​ຂັດ​ແຍ່ງ​ໃນ​ບັນຫາ​ອະທິປະ​ໄຕ​ຂອງ​ຜາສາດ​ພະ​ວິຫານ​ແລະ​​ເຂດ​ອ້ອມ​ຂ້າງ. ຜາສາດ​ພະ​ວິຫານ​ສ້າງ​ຂຶ້ນ​ໃນ​ໄລຍະ​ສະຕະວັດທີ່ 10 ຫາ​ສະຕະວັດທີ່ 12, ສອງ​ປະ​ເທດ​ລ້ວນ​ແຕ່​ກ່າວ​ວ່າ​ມີ​ອະທິ​ປະ​ໄຕ​ຕໍ່​ເຂດ​ອ້ອມ​ຂ້າງຜາສາດດັ່ງ​ກາວ. ປີ 1962, ສານ​ສາກົນ​​ລາ​ໄຮ​ໄດ້ຕັດສິນ​ວ່າ​ຜາສາດ​ພະ​ວິຫານ​ແມ່ນ​ຂຶ້ນ​ກັບ​ກຳປູ​ເຈຍ, ການ​ຕັດສິນ​ດັ່ງກ່າວ​ພາ​ໃຫ້​ເກີດ​ຄວາມ​ບໍ່ພໍ​ໃຈ​ພາຍ​ໃນ​ປະ​ເທດ​ໄທ. ​ເດືອນ​ກໍລະກົດ​ປີ 2008, ອົງການ​ຢູ​ເນັສ​ໂກ​ຂອງ​ສະຫະ​ປະຊາ​ຊາດ​ອະນຸມັດ​​ໃຫ້ຜາສາດ​ພະ​ວິຫານ​ເປັນ​ມໍ​ມະ​ດົກ​ວັດທະນະທຳ​ໂລກ​ຢ່າງ​ເປັນ​ທາງ​ການ, ຂໍ້​ຂັດ​ແຍ່ງ​ລະຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຜາສາດ​ພະ​ວິຫານ​ໄດ້​ຮຸນ​ແຮງ​ຂຶ້ນ, ສອງ​ຝ່າຍ​ເຄີຍ​ໄດ້​ເກີດ​ການ​ປະ​ທະ​ກັນທາງ​ທະຫານຫຼາຍ​ເທື່ອ​ຢູ່​ເຂດ​ດັ່ງກ່າວ, ​ແລະລ້ວນ​ແຕ່​ມີ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ.

ປະຈຸ​ບັນ, ​ໄທ​ແລະ​ກຳປູ​ເຈຍ​ລ້ວນ​ແຕ່​ກ່າວ​ວ່າ​ຫວັງ​ຢາກແກ້​ໄຂ​ຂໍ້​ຂັດ​ແຍ່ງ​ໂດຍ​ສັນຕິ. ​ແຕ່​ໃນ​ວັນ​ທີ 9 ສິງຫາ​ນີ້, ຄວາມ​ເວົ້າ​ຂອງພົນ​ເອກ​ປະ​ວິດ ວົງ​ຊຸ​ວັນ, ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ​ໄທກ່ຽວ​ກັບ​ທະ​ຫານ​ໄທ​ໄດ້​ກຽມພ້ອມ​ແລ້ວ​ຈະ​ຂັບ​ໄລ່​ປະຊາຊົນ​ກຳປູ​ເຈຍ​ທີ່​ອາ​ໃສ​ຢູ່​ເຂດ​ຂັດ​ແຍ່ງ​ກັນ​ນັ້ນ, ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ເຂດ​ດັ່ງກ່າວ​ໜ້າ​ເປັນ​ຫ່ວງ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ