ບໍ​ລິ​ເວນ​ອ່າວ​​ເປີຍ​ປູ້​ຕັ້ງ​ຫນ້າ​ຊຸກ​ຍູ້​ການ​ສ້າງ​ສາ​ແລວ​ທາງ​ເສດ​ຖະ​ກິດ​​ນານ​ນິງ-ສິງ​ກະ​ໂປ

(GMT+08:00) 2010-08-13 18:15:30     cri
ວັນ​ທີ 13 ສິງຫາ​ນີ້,​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມືເສດຖະກິດບໍລິ​ເວນ​ອ່າວ​​ເປີ​ຍປູ້ຄັ້ງ​ທີ 5ທີ່​ຈຳ​ດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ​​ໄດ້​ອັດ​ລົງ​ຢູ່​ເທດສະບານ​ນານ​ນິງຂອງ​ເຂ​ດປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ຈີນ.​ໃນ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້,​ເຈົ້າ​ຫນ້າ​ທີ່​ ,ຜູ່​ຊ່ຽວຊານ​ແລະນັກວິຊາ​ການ​ຂອງ​ຈີນ​ກັບ​ອາຊຽນ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ຕ່າງໆ​ເພື່ອ​ເລັ່ງລັດ​ໃຫ້​ສ້າງ​ຕັ້ງ​ທາງ​ຜ່ານ​ເສດຖະກິດ​ນານ​ນິງ-ສິງກະ​ໂປ .ບັນດາ​ແຂກ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຫັນ​ເອກະສັນ​ກັນ​ເຫັນ​ວ່າ,​ ​ແລວ​ທາງ​ເສດຖະກິດ​​ນານ​ນິງ-ສິງກະ​ໂປຈະ​ກາຍ​ເປັນສາຍ​ໂລຫິດ​ໃຫຍ່​ຂອງ​ເສດຖະກິດ​​ໃນ​ພາກ​ພື້ນ,ຊຸກຍູ້​ໃຫ້​ຄົມມະນາຄົມ​ໃນ​ພາກ​ພື້ນ​ນີ້​ພັດທະນາ​ແລະສະ​ດວກ​ກວ່​າ​ເກົ່າ,​ເພື່ອ​ສ້າງ​ໂອກາດ​​ໃຫ້​ແກ່​ການ​ພັດທະນາ​ຂອງປະ​ເທດ​ຕາມ​​ແລວ​ທາງດັ່ງກ່າວ.

ການສ້າງ​ສຳ​ເລັດ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນກັບ​ການ​ສ້າງສາ​ທາງ​ຜ່ານ​ນານ​ນິງສິງ​ກະ​ໂປ​ແມ່ນ​ຫນຶ່ງ​ໃນ 3 ຫົວ​ຂໍ້​ໃຫຍ່​ຂອງ​ເວທີ​ປືກສາ​ຫາລື​ເທື່ອ​ນີ້. ​ແລວ​ທາງ​ເສດຖະກິດ​​ນານ​ນິງ-ສິງກະ​ໂປມີ​ຊື່​ຫຍໍ້​ວ່າ: ​"ແລວ​ທາງ​ນານ​ສິງ". ​ໂຄງ​ຄວາມ​ຄິດ​ນີ້​ໄດ້​ເລີ່​ມສະ​ເຫ​ນີ​ໃນ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມືເສດຖະກິດບໍລິ​ເວນ​ອ່າວ​​ເປີ​ຍປູ້ຄັ້ງ​ທຳ​ອິດ​ໃນ​ເດືອນ​ກໍລະກົດປີ2006. ​ແລວ​ທາງ​ນານ​ສິງ​ແມ່ນ​ຖື​ນະຄອນ​ນານ​ນິງຂອງ​ເຂດ​ກວາງຊີ​ເປັນ​ຈຸດ​ເລີ່​ມຕົ້ນ,ຜ່ານ​ຈາກ​ນະຄອນ​ຫຼາງ​ຮ່າ​ໂນ້ຍຂອງ​ຫວຽດ ນາມ, ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​ຫຼື​ພະນົມ​ເປັນ​ຂອງ​ກຳປູ​ເຈຍ,ບາງກອກ​ຂອງ​ໄທ ,ກົວ​ລາ​ລຳ​ເປີ​ຂອງ​ມະ​ເລ​ເຊຍ,​ແລ້ວ​​ຮອດ​​ແລວ​ທາງ​ເສດຖະກິດຂອງ​ສິງກະ​ໂປ​ທີ່ຢູ່​ທາງ​ໃຕ້​ສຸດ​ຂອງ​​​ແຫຼມ​ມະ​ເລທີ່​ຖື​ທາງ​ລົດ​ໄຟ​ບໍລິ​ເວນອ່າວ​ເປີ​ຍປູ້​ແລ​ະທາງ​ດ່ວນ​ເປັນ​ພາຫະນະ​ສຳຄັນ,​ແລະ​ຂະຫຍາຍ​ໄປ​ສູ່​ມຽນມາໂດຍ​ກົງ​.

ການ​ສ້າງສາ​ທາງ​ຜ່ານ​ເສດຖະກິດນານ​ນິງສິງກະ​ໂປ​ແມ່ນ​ພາກສ່ວນປະກອບທີ່ສຳຄັນ​ຂອງ​ການ​ຮ່ວມ​ມື​ລະຫວ່າງພາກ​ພື້ນ​ຈີນ​ກັບ​​ອາ​ຊຽນ, ໃນ​​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມືເສດຖະກິດບໍລິ​ເວນ​ອ່າວ​​ເປີ​ຍປູ້ຄັ້ງ​ທີ 5ທີ່​ຈັດ​ຂຶ້ນ​ໃນວັນ​ທີ 12 ສິງຫາ​ນີ້,​ ທ່ານ​ຫມ້າ​ປ່ຽວ,ປະທານເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີກ່າວຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ຫຼັກ​ໂດຍ​ກ່າວວ່າ, ​ເຂດ​​ການ​ຄ້າເສລີ​​ຈີນ​ອາຊຽນ​ໄດ້​ສ້າງ​ສຳ​ເລັດ​ຕາມ​ເວລາ​ກຳນົດ,ການຮ່ວມ​ມື​ດ້ານການ​ຄ້າ​ແລະການລົງທຶນລະຫວ່າງ​ປະ​ເທດ​ຕ່າງໆ​ຕາມ​​ທາງ​ໄດ້ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ,ເພື່ອ​ເພີ່ມພະລັງ​ແຮງ​ໃຫມ່​ແລະ​ກຳລັງ​ແຮງ​ອັນ​ມະຫາສານໃຫ້​ແກ່​ການ​ສ້າງສາ​ທາງ​ຜ່ານ​ເສດຖະກິດ​ນານ​ນິງສິງກະ​ໂປ,ທາງ​ຜ່ານ​ນີ້​ຈະ​ກາຍ​ເປັນ​ເຂດ​ເສດຖະກິດ​ທີ່​ເຕີບ​ໂຕ​ໃຫມ່​ລະຫວ່າງ​ຈີນ​ກັບ​ອາ​ຊຽນ,ຊຸກຍູ້​ໃຫ້​ເສດຖະກິດ​ຂອງ​ພາກ​ພື້ນ​ເລັ່ງລັດ​ພັດທະນາ​​ໃຫ້​ໄວ​ຂຶ້ນ.ທ່ານ​ຫມ້າ​ປ່ຽວ​ກ່າວ​ວ່າ
 
 
"ລະບຽງ​ເສດຖະກິດ​ນານ​ນິງສີ​ງກະ​ໂປ​ຈະ​ກາຍ​ເປັນ​ສາຍ​ໂລຫິດ​ໃຫຍ່ທາງເສດຖະກິດ​​ທີ່​ຕິດ​ຕໍ່​ກັບ​ພາກ​ໃຕ້​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນຢູ່​ແຫຼມ​ອິນ​ໂດ-ຈີນ. ​ເຮັດ​ໃຫ້ການ​ຕິດ​ຕໍ່​ກັນທາງ​ທະ​ເລ​ແລະ​ທາງບົກ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນປະກົດ​ຜົນ​ເປັນ​ຈິງ, ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ຍົກ​ສູງປະສິດທິພາບ​ການ​ຂົນ​ສົ່ງ​ສິນຄ້າ​ຊິ່ງກັນ​ແລະ​ກັນ​ໃຫ້​ສູງ​ຂຶ້ນ, ຍັງ​ຈະ​ຊຸກຍູ້​ການ​ແລກປ່ຽນ​ແລະຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ຈີນຢ່າງ​​ແຂງແຮງ. ພ້ອມ​ກັນ​ນັ້ນ, ຍັງ​ສາມ​າດ​ເຊື່ອມ​ຕໍ່​ກັບ​ທ່າ​ກ່ຳປັ່ນ​ໃຫຍ່ 10 ກວ່າ​ແຫ່ງ​ທີ່ຢູ່​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ອ່າວ​ເປ​ປູ້, ຊຸກຍູ້​​ໃຫ້​ເສດຖະກິດ​ຂອງ​ພາກ​ພື້ນນີ້​ພັດທະນາ​ໄວ​ກວ່າ​ເກົ່າ."​ເມື່ອ​ໄດ້​ສະ​ເໜີ​​ໂຄງຄວາມ​ຄິດ​​ສ້າງ"ລະບຽງ​ເສດຖະກິດ​ນານ​ນິງສີ​ງ​ກະ​ໂປ"​ແລ້ວ, ປະ​ເທດ​ຕ່າງໆ​ກໍ​ເລີ່​ມລົງມື​ວາງ​ແຜນ​ແລະ​ລົງທຶນ​ກໍ່ສ້າງ. ​ເຈົ້າ​ໜ້າ​ທີ່​ແລະ​ນັກປາດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຫັນ​ວ່າ, ຝ່າຍ​ຕ່າງໆ​ຂອງ​ບໍລິ​ເວນ​ອ່າວ​ເປ​ປູ້​ໄດ້​ກ້າວ​ບາດກ້າວ​ທາດ​ແທ້​ກ່ຽວ​ກັບ​ການ​ສ້າງ"ລະບຽງ​ເສດຖະກິດ​ນານ​ນິງສີ​ງກະ​ໂປ​ແລ້ວ", ລະບຽງ​ເສດຖະກິດ​ດັ່ງກ່າວ​ໄດ້​ສະ​ແດງເບື້ອງ​ຕົ້ນ​ແລ້ວ. ​ເວົ້າ​ຈາກ​ທາງ​ຄົມມະນາຄົມ​ແລ້ວ, "ລະບຽງ​ເສດຖະກິດ​ນານ​ນິງສີ​ງກະ​ໂປ"​ແມ່ນ​ມີ​ຢູ່​ແລ້ວ​ໃນ​ຂັ້ນ​ພື້ນຖານ, ​ເຖິງ​ວ່າ​ຢູ່​ລາວ, ກຳປູ​ເຈຍ​ເປັນ​ຕົ້ນ​ເຊິ່ງ​ເປັນທາງ​ຫຼວງ​ທີ່​ລະດັບ​ອ່າວ​ຕ່ຳ​ກໍ​ຕາມ, ​ພຽງ​​ແຕ່​ດັດ​ສ້າງ​ແລະ​ເລື່ອນ​ຂັ້ນ​ທໍ່​ນັ້ນ, ກໍ​ສາມາດ​ບຸ​ໃຊ້​ໄດ້​ໝົດ​ສາຍ​ແລ້ວ.ທ່ານ​ເລ​ມັນ​ຮຸງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຄົມມະນາຄົມ​ຫວຽດນາມ​ກ່າວ​ເນັ້ນ​ວາ, ​ເພື່ອ​ເຣັດ​ໃຫ້​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນສາມາດ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ມາໃຫ້​ປະຊາຊົນ​ປະ​ເທດ​ຕ່າງໆ​ຢ່າງ​ແທ້​ຈິງ, ບັນດາ​ປະ​ເທດ​ອາ​ຊຽນ​ແລະ​ຈີນຕ້ອງການ​ວາງແຜນການ​ດຳ​ເນີນ​ງານຕ່າງໆ, ຊຸກຍູ້​ພາຍ​ໃນໃຫ້​ພາກ​ພື້ນ​ມີ​ການແລກປ່ຽນ​ກັນ, ສ້າງ​ຄວາມ​ສະດວກ​​ໃຫ້​ແກ່​ການ​ແລ​ກປ່ຽນ​ເສດຖະກິດ​ແມ່ນ​ສິ່ງ​ສຳຄັນ​ເປັນ​ພິ​ເສດ, ຕໍ່​ເລື່ອງ​ນີ້​ທ່ານ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ 4 ຂໍ້​ຄື:"ອັນ​ທີ​ໜຶ່ງ, ບົນ​ພື້ນຖານ​ທີ່​ເພີ່ມ​ທະວີ​ການ​ຮ່ວມ​ມືຢູ່ທ່າ​ກ່ຳ​ປັ່ນປະ​ເທດ​ຕ່າງໆ, ບັນດາ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ກໍ່ສ້າງ​ດ້ານ​ທາງ​ຫຼວງ​ແລະ​ທາງ​ລົດ​ໄຟ​ຂອງ​ພາກ​ພື້ນ; ອັນ​ທີ​ສອງ, ບັນດາ​ປະ​ເທດ​ຄວນ​ເພີ່ມ​ທະວີ​ທຳນຽມ​ທີ່​ກ່ຽວຂ້ອງ​ໃຫ້​​ເປັນລະບຽບ​ແບບ​ແຜນ, ​ໂດຍ​ສະ​ເພາະ​ແມ່ນ​ທຳນຽມ​ການ​ກວດກາ​ພະຍາດ​ຕໍ່​ພືດ​ແລະ​ສັດ​ໃນ​ເວລາ​ຜ່ານ​ດ່ານ​ພາສີ​ເປັນ​ຕົ້ນ​, ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ຄ້າ​ລະຫວ່າງ​ຊາຍ​ແດນ​ຂອງ​ບໍ​ລິ​ເວນ​ອ່າວ​ເປ​ປູ້​ແລະ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ. ອັນ​ທີ​ສາມ, ປະ​ເທດ​ຕ່າງໆ​ຄວນ​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ເຮັດ​​ແນວ​ໃດ້​ເຮັດ​ໃຫ້ການ​ລົງທຶນ​ພົນລະ​ເຮືອນ​ລົງທຶນຝ່າຍ​​ໃນໂຄງການ​ໃຫຍ່​ຕ່າງໆ​ຂອງ"ລະບຽງ​ເສດຖະກິດ​ນານ​ນິງສີ​ງກະ​ໂປ​"​ໃຫ້​ດີກ​ວ່າ​ເກົ່າ. ອັນ​ທີ​ສີ່, ຍ້ອນ​ວ່າຄວາມ​ໄວ​ໃນການ​ພັດທະນາ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ບໍ່​ທໍ່​ກັນ, ຄວນ​​ໃຫ້ການ​ຊ່ອຍ​ເຫຼືອ​​ແກ່​ປະ​ເທດ​ທີ່​ພັດທະນາ​ອ່າວ​ຊ້າ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ