ທົ່ວ​ປະ​ເທດ​ຈີນ​ໄວ້ອາ​ໄລ​ຜູ້​ເສຍ​ຊີວິດ​ໃນ​ໄພ​ດິນ​ຕົມ​ເຈື່ອນ​ຢູ່​ເມືອງ​ໂຈ່​ວສີ​ແຂວງ​ກ່ານ​ຊູ້

(GMT+08:00) 2010-08-15 18:06:49     cri
ມາ​ຮອດ16​ໂມງວັນ​ທີ14ສິງຫາ​ນີ້,​ໄພ​ດິນ​ຕົມ​ເຈື່ອນ​ທີ່​ຮ້າຍ​ແຮງ​ພິລຶກທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ໂຈ່​ວສີ​ແຂວງ​ກ່ານ​ຊູ້​ຈີນ​ໃນຕອນ​ຂ້ອນ​ແຈ້ງ​ວັນ​ທີ8ສິງຫາ,ໄດ້​ເຮັດ​ໃຫ້1239ຄົນ​ເສຍ​ຊີວິດ,505ຄົນ​ຫາຍ​ສາບ​ສູນ.ຫຼັງ​ຈາກ​ເກີດ​​ໄພ​ໜຶ່ງ​ອາທິດ​​ແລ້ວ,​ເພື່ອ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ອັນ​ເລິກ​ເຊິ່ງຂອງ​ປະຊາຊົນ​ເຜົ່າ​ຕ່າງໆ​ທົ່ວ​ປະ​ເທດຕໍ່ພີ່ນ້ອງ​ຮ່ວມ​ຊາດ​ຜູ້​ເສຍ​ຊີວິດ,ວັນ​ທີ15,ຈີນ​ຈັດກິດຈະກຳ​ໄວ້ອາ​ໄລ​ໃນ​ທົ່ວ​ປະ​ເທດ.​ແຫ່ງ​ຕ່າງໆຂອງ​ຈີນ,ສະຖານທູດ​ແລະສະຖານ​ກົງ​ສຸນ​ຂອງຈີນປະຈຳ​ຕ່າງປະ​ເທດ​ຊັກ​ທຸງຊາດລົງ​ເຄິ່ງ​ເສົາ,​ແລະ​ຢຸດ​ເຊົາການບັນ​ເທີ​ງລື່ນ​ເລີງ​ທຸກ​ຢ່າງ.ນີ້​ແມ່ນ​ກິດຈະກຳ​ທົ່ວ​ປະ​ເທດຈີນ​ເພື່ອໄວ້ອາ​ໄລ​ຜູ້​ເສຍຊີວິດ​ໃນ​ໄພ​ທຳ​ມະ​ຊາດ​ຄັ້ງທີ3ຫຼັງ​ຈາກ​ແຜ່ນດິນ​ໄຫວ​ເວີ້ນ​ຊວນ​ປີ2008​ແລະ​ແຜ່ນດິນ​ໄຫວ​ອີ້​ຊູ້​ແຂວງ​ຊິງ​ໄຫ​ປີ2010.

ເວລາ5​ໂມງ25ນາທີ​ວັນ​ທີ15,ຢູ່​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເມີນ​ປັກ​ກິ່ງ​ໄດ້ຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາ,​ເພື່ອ​ໄວ້ອາ​ໄລ​ຜູ້​ເສຍ​ຊີວິດ​ໃນ​ໄພ​ດິນ​ຕົມ​ເຈື່ອນ​ໂຈ່​ວສີ,ຢູ່​ທີ່​ນີ້​ໄດ້​ເຕົ້າ​ໂຮມ​ປະຊາຊົນໝື່ນຄົນຢ່າງ​ເປັນ​ເຈົ້າການ.ຕອນ​ເຊົ້າມື້​ດຽວ​ກັນ,ຜູ້ນຳ​ຈີນ​ເຊັ່ນທ່ານ​ຫູ​ຈິນທາວ,ທ່ານ​ຈ່ຽງ​ເຈີ​ມິນ,ທ່ານ​ອູປາງ​ໂກ,ທ່ານ​ເວີນ​ເຈຍ​ປາວ​ແລະທ່ານ​ອື່ນໆ​ຮ່ວມກັບປະຊາຊົນ​ທົ່ວປະ​ເທດ​ໄວ້ອາ​ໄລ​ຜູ້​ເສຍ​ຊີວິດ.

​ເວລາ10​ໂມງ​​ເຊົ້າ,ກິດຈະກຳ​ໄວ້ອາ​ໄລ​ຈັດ​ຂຶ້ນ​ຢູ່​ບ່ອນເກີດ​​ໄພ​ດິນ​ຕົມ​ເຈື່ອນບ້ານ​ຕົ່ງ​ເຈ່ຕາ​ແສງ​ເສີງ​ກວນ​ເມືອງ​​ໂຈ່​ວສີ​ແຂວງ​ກ່ານ​ຊູ້.ນັກ​ຂ່າວCRI​ໄດ້​ລາຍ​ງານຂ່າວ​ວ່າ:

"​ຫາ​ກໍ່​ໄດ້​ຖາກ​ຖາງ​ບ່ອນ​ເປົ່າ​ຫວ່າງ​ຈາກຊາກ​ເຮືອນ​ທີ່​ຖືກ​ດິນ​ຕົມ​ເຈື່ອນ,ກິດຈະກຳ​​ໄວ້ອາ​ໄລ​ພວມ​ຈັດ​ຂຶ້ນ​ຢູ່​ແຫ່ງ​ນີ້.ຢູ່​ເທີ​ງ​ເຮືອນ​ແລະ​ຈັກຂຸ​ດດິນຢູ່​ອ້ອມ​ຂ້າງ​ໄດ້​​​ແຂວນຜ້າ​ສີດຳ​ທີ່​ຂຽນຄຳ​ຂວັນວ່າ"​ໄວ້ອາ​ໄລ​ຢ່າງ​ສຸດ​ຊື້ງຕໍ່​ຜູ້​ເສຍ​ຊີ ວິດ​ໃນ​ໄພ​ດິນ​ຕົມ​ເຈື່​ອມອັນ​ໜັກໜ່ວງ​ຢູ່​ເມືອງ​ໂຈ່​ວສີ","ນາຍ​ແລະພົນ​ທະຫານກັບປະຊາຊົນ​ເຂດ​ປະສົບ​ໄພ​​ເປັນ​ຈິດ​ໜຶ່ງ​ໃຈ​ດຽວກັນ","​ໂຈ່​ວສີ​ບໍ່​ອ່ອນ​ຍອມ,​ໂຈ່​ວສີມີ​ຊີວິດ​ໃໝ່".ຢູ່​ບ່ອນ​ໄວ້ອາ​ໄລມີ4ພັນ​ກວ່າ​ຄົນ.​ເມື່ອ​ກີ້ນີ້ຂ້ອຍ​ໄດ້​ສຳພາດ​ມວນຊົນຫຼາຍຄົນ,ມີ​ນັກ​ສຶກສາ​ຜູ້​ໜຶ່ງ,ລາວ​ມີ​ພີ່ນ້ອງ3ຄົນ​ເສຍ​ຊີວິດ.ລາວ​ເວົ້າວ່າ,​ເຖິງ​ວ່າ​ໂຈ່​ວສີ​ຢູ່​ບ່ອນສອກ​ຫຼີກ​ກວງ​ໄກ​ກໍ່ຕາມ,​ແຕ່​ພາຍຫຼັງ​​ເກີດ​ໄພ​ແລ້ວ,ປະຊາຊົນ​ທົ່ວ​ປະ​ເທດ​ໄດ້​ໄປ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ.ລາວ​ຮູ້ສຶກ​ວ່າ​ໂຈ່​ວສີ​ບໍ່​ໄກ,​ໂຈ່​ວສີກັບທົ່ວ​ປະ​ເທດ​ແມ່ນຮ່ວມ​ສາຍ​ເລືອດ​​​ດຽວ​ກັນ​ແລະ​ຫາຍ​ໃຈ​ຮ່ວມ​ກັນ.

​ເວລາ10​ໂມງ​ວັນ​ທີ15,​ເມືອງ​ລານ​ໂຈ່​ວ​ເທດສະບານ​ແຂວງ​ກ່ານ​ຊູ້​ກໍ​ຈັດ​ກິດຈະ ກຳ​ໄວ້ອາ​ໄລ.ປະຊາຊົນ​ວົງ​ການ​ຕ່າງໆໜຶ່ງ​ໝື່ນ​ຄົນ​ເຕົ້າ​ໂຮມກັນ​ຢູ່​ສະໜາມ​ຕົ່ງ​ຟັ່ງ​ຫົງ,​ຜ່ານ​ຈາກ​ຈໍ​ໃຫຍ່​ທີ່​ຕັ້ງຢູ່​ສະໜາມຫຼວງ,ສາມາດ​ເບິ່ງ​ເຫັນ​ສະພາບ​ພິທີ​ໄວ້ອາ​ໄລຢູ່​ເມືອງ​ໂຈ່​ວສີ,ຄົນ​ທົງ​ຫຼາຍສີ​ໜ້າ​​ໂສກ​ເສົ້າ​,ນ້ຳຕາ​​ໄຫຼຄໍ​ໃນ​ເບົ້າ,ຢືນຢ່າງ​ມິດໆ,​ໄວ້ອາ​ໄລ​ພີ່ນ້ອງ​ຮ່ວມ​ຊາດ​ຜູ້​ເສຍ​ຊີວິດ​ໃນ​ໄພພິບັດ​ຄັ້ງນີ້.

ວັນ​ທີ15ສິງ​ຫາ​ນີ້, ໜັງສື​ພິມ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ປ່ຽນ​ຕົວ​ໜັງສື​ເປັນສີດຳ, ​ແຕ່​ຕອນ​ຄ່ຳ​ວັນ​ທີ14ສິງຫາ​ນີ້​ເປັນ​ຕົ້ນ​ມາ, ​ເວັບ​ໄຊ​ສຳຄັນ​ຕ່າງໆ​ຂອງ​ວຈີນ​ກໍ່​ໄດ້​ປ່ຽນ​ເປັນ​ສີຂາວດຳ​. ຊາວ​ເນັດ​ພາກັນ​ໃຊ້​ຮູບ​ການ​ບຼອກ, ຝາກ​ຄວາມ​ຮູ້ສຶກ, ມອບ​ດອກ​ໄມ້ທາງ​ອິນ​ເຕີ​ເນັດ, ​ເພື່ອ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເສຍ​ຊີວິດ​ໃນ​ໄພ​ພິບັດ​ເທື່ອ​ນີ້, ​ແລະ​ຂໍ​ໃຫ້​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ຈົ່ງ​ສ້າງສາ​ບ້ານ​ເກີດ​ຄືນ​ໃໝ່.

ໃນ​ມື້​ດຽວ​ກັນ​ທີ່​ຈັດກິດຈະກຳ​ໄວ້ອາ​ໄລ​ທົ່ວ​ປະ​ເທດ, ຢູ່​ເຂດ​ງານ​ວາງ​ສະ​ແດງ​ໂລ​ກຊຽງ​ໄຮ, ກໍ່​ໄດ້​ຢຸດ​ເຊົາ​ກິດຈະກຳ​ບັນ​ເທີ​ງທັງ​ໝົດ, ຢຸດ​ການ​ເປີດ​ດົນຕີ​ເປີດ​ສວນ​ແລະ​ດົນຕີ​ປະກອບ​ໃນ​ສວນ​ວາງສະ​ແດງ, ​ແລະ​ຊັກ​ທຸງ​ຊາດ​ລົງ​ເຄິ່ງ​ເສົາ​ເພື່ອ​ສະ​ແດງ​ຄວາມ​ໄວ້ອາ​ໄລ. ນັກ​ຂ່າວCRI​ໄດ້​ລາຍ​ງານ​ຈາກ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ວ່າ,

ວັນ​ທີ15ສິງຫາ​ນີ້, ​ໄດ້​ຊັກ​ທຸງ​ຊາດ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ, ທຸງ​ອົງການ​ວາງສະ​ແດງ​ສາກົນ, ທຸງ​ປະຈຳ​ງານ​ວາ​ງສ​ະ​ແດງ​ໂລກ​ຊຽງ​ໄຮ​ລົງ​ເຄິ່ງ​ເສົາ​ເພື່ອ​ສະ​ແດງ​ຄວາມ​ໄວ້ອາ​ໄລ. ການສະ​ແດງສິ​ລະ​ປະວັດ​ທະນະ​ທຳ​100ກວ່າ​ເທື່ອ​ຢູ່32ບ່ອນ​ຂອງ​ງານ​ວາງສະ​ແດງຈະ​ຢຸດ​ເຊົາ​ທັງ​ໝົດ. ​ເວ​ລາ10​ໂມງ​ມື້​ດຽວ​ກັນ, ຫໍ​ແຂວງ​ກ່ານ​ຊູ້​ໃນ​ງານ​ວາງສະ​ແດງ​ໂລກ​ໄດ້​ຈັດ​ກິດຈະກຳ​ໄວ້ອາ​ໄລ​ຢ່າງ​ເຄັ່ງຂຶມ.

ວັນ​ທີ15ສິງຫາ​ນີ້, ອົງການ​ປົກຄອງ, ສິ່ງ​ກໍ່ສ້າງ​ທີ່​ສຳຄັນ, ​ໂຮງຮຽນ​ທັງ​ໝົດ​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ລ້ວນ​ແຕ່​ໄດ້​ຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາ. ຕອນ​ເຊົ້າ​ມື້​ດຽວ​ກັນ, ຢູ່​ສະໜາມ​ຫຼວງ​ຈິ່ນຈືຈິ່ງ​ຮົງ​ກົງ, ຊາວ​ເມືອງ​ຮົງ​ກົງ​ທີ່​ມາ​ເບິ່ງ​ພິທີ​ຊັກ​ທຸງຊາດ​ໄດ້​ກົ້ມ​ຫົວຢູ່​ຕໍ່ໜ້າ​ທຸງຊາດ​ແລະ​ທຸງ​ປະຈຳ​ເຂດ​ບໍລິ​ຫານ​ພິ​ເສດ​ຮົງ​ກົງ, ​ເພື່ອສະ​ແດງຄວາມ​ໄວ້ອາ​ໄລຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເສຍ​ຊີວິດ​ໃນ​ໄພ​ດິນ​ຕົມ​ເຈື່ອນຂອງ​ເມືອງ​​ໂຈ່​ວສີ​ແຂວງ​ກ່ານ​ຊູ້. ມີ​ປະຊາຊົນ​ກ່າວ​ວ່າ, ລັດຖະບານ​ຈັດ​ພິທີ​ໄວ້ອາ​ໄລ​ທົ່ວ​ປະ​ເທດ​ຢ່າງ​ເຄັ່ງຂຶມ, ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ປະສົບ​ເຄາະ​ຮ້າຍ, ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ປະ​ຊາ​ຊົນ​ຢູ່​ເຂດ​ປະສົບ​ໄພ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ທັດສະ​ນະ​ຂອງ​ລັດຖະ​ບານ​ທີ່​ເຄົາລົບ​ຊີວິດ, ຖື​ປະຊາຊົນ​ເປັນ​ພື້ນຖານ​ຢ່າງ​ຈະ​ແຈ້ງ. ສະຖານ​ທູດ​ແລະ​ສະຖານ​ກົງ​ສູນ​ຈີນ​ປະຈຳ​ຕ່າງປະ​ເທດ​ກໍ່​ໄດ້​ຈັດ​ກິດຈະກຳ​ໄວ້ອາ​ໄລ. ພະນັກງານ​ທັງ​ໝົດ​ຂອງ​ສະ​ຖານ​ກົງ​ສູນ​ໃຫຍ່​ຈີນ​ປະຈຳ​ຊິດ​ນີ​ແລະ​ຜູ້ຕາງ​ໜ້າ​ອົງການ​ບໍລິສັດ​ຈີນ80ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ໄວ້​ອາ​ໄລ. ທ່ານ​ຫູ​ສ່າ​ນ, ກົງສູນ​ໃຫຍ່ຈີນ​ປະຈຳ​ຊິດ​ນີກ່າວ​ວ່າ, ​ເຖິງ​ວ່າປະຈຳ​ຢູ່ຕ່າງປະ​ເທດກໍ່ຕາມ, ​ແຕ່​ເອົາ​ໃຈ​ໃສ່​ນຳ​ປະ​ເທດ​ຊາດ​ໃນ​ທຸກ​ເວລາ, ​ເອົາ​ໃຈ​ໃສ່​ປະຊາຊົນ​ຢູ່​ເຂດ​ປະສົບ​​ໄພ. ທ່ານ​ຫູ​ສ່ານກ່າວ​ວ່າ,

ໄພ​ແຜ່ນ​ດິນ​ໄຫວ​ຢູ່​ເມືອງ​ເວິ້ນ​ຊ່ວນບໍ່​ໄດ້​ທຳລາຍ​ຈິດ​ໃຈອັນ​ໜຽວແໜ້ນ​ຂອງ​ພວກ​ເຮົາ​ທີ່​ສະ​ແຫວ​ງຫາ​ຊີວິດ​ການ​ເປັນ​ຢູ່​ທີ່​ດີງາມ, ​ໄພ​ແຜ່ນດິນ​ໄຫວ​ອີ້​ຊູ້​ເຮັດ​ໃຫ້​ພວກ​ເຮົາ​​ເຂັ້ມ​ແຂງ​ກ​ວ່າ​ເກົ່າ​, ​ໄພ​ດິນ​ຕົມ​ເຈື່ອນ​ໜັກໜ່ວງ​ຢູ່​ເມືອງ​ໂຈ່​ວສີ​ກໍ່​ຈະ​ພິສູດ​ກຳລັງ​ອັນ​ໝັ້ນ​ແກ່ນ​ຂອງ​ປະຊາ​ຊາດ​ຈີນ​ທີ່​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈດຽວ, ​ເອົາ​ຊະນະ​ໄພ​ທຳ​ມະ​ຊາດ. ນະ​ທີ່​ນີ້​ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ທີ່​​ເສຍ​ຊີວິດ​ໃນ​ໄພພິບັດ, ສະ​ແດງຄວາມ​ເຄົາ​ລົບ​ຕໍ່​ວິ​ລະ​ຊົນ​ທີ່​ເຮັດ​ວຽກ​ຢ່າງ​ຫ້າວຫັນ​ໃນ​ແນວ​ໜ້າການ​ກູ້​ໄພ, ປະຊາຊົນ​ໂຈ່​ວສີ​ຈະ​ບໍ່ອ່ອນ​ຍອມ​ຕໍ່​ໄພ​ທຳ​ມະ​ຊາດ, ປະຊາ​ຊົນ​ທົ່ວ​ປະ​ເທດ​ກໍ​ຮ່ວມ​​ໄມ້​ຮ່ວມ​ມື​ກັນເພື່ອ​ຮັບ​ມື​ກັບ​ຄວາມ​ຫຍຸ້ງ​ຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ