ງານ​ໂອ​ລິ​ມປິກຊາວ​ໜຸ່ມ​ລະດູ​ຮ້ອນຄັ້ງທຳ​ອິດຈັດ​ຂຶ້ນ​ຢູ່​ສິງກະ​ໂປ

(GMT+08:00) 2010-08-15 17:16:47     cri
ຕາມ​ຂ່າວCRI: ວັນ​ທີ14ສິງຫາ​ນີ້, ງານ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ລະດູ​ຮ້ອນ​ຄັ້ງທຳ​ອິດ​ໄດ້​ຈັດຂຶ້ນ​ຢ່າງຄຶກຄື້ນ​ຢູ່ອ່າວ​ມາລີ​ນາ​ຂອງ​ສິງກະ​ໂປ.

​ໃນ​ພິທີ​ເປີດ​ສາກ, ທ່ານຈັກກີ ຣົກ​ເກີປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ, ງານ​ໂອ​ລິ​ມປິກ​ຊາວ​ໜຸ່ມ​​​ໄດ້​ເປີດ​ໜ້າ​ໃໝ່​ດ້ານ​ປະຫວັດສາດຂອງກິລາ​ໂອ​ລິ​ມປິກ. ທ່ານ​ກ່າວ​ວ່າ, "ນັບ​ແຕ່​ຂະນະ​ນີ້​ເປັນ​ຕົ້ນ​ໄປ, ຊາວ​ໜຸ່ມ​ທົ່ວ​ໂລກ​ຈະ​ມີ​ໂອກາດ​ເຂົ້າ​ຮ່ວມ​ງານ​ມະຫະກຳທົ່ວ​ໂລກ​ທີ່​ໂຮມ​ສູນ​ການ​ກິລາ, ການ​ສຶກສາ​ແລະ​ວັດທະນະທຳ​​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ".

ທ່ານ​ສ.ຣ.ນາ​ດານ​ປະທາ​ນາ​ທິບໍດີ​ສິງກະ​ໂປ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານໃນ​ມື້​ດຽວ​ກັນ, ​ແລະ​ປະກາດ​ວ່າ​ງານ​ໂອ​ລິ​ມປິກ​ຊາວ​ໜຸ່ມ​​​ເທື່ອນີ້​ໄຂ​ຂຶ້ນ.

ງານ​ໂອ​ລິ​ມປິກ​ຊາວ​ໜຸ່ມ​​ລະດູ​ຮ້ອນ​​ເທື່ອ​ນີ້​ຈະ​ດຳ​ເນີນເປັນ​ເວລາ13ມື້, ຈະ​ອັດ​ລົງ​ໃນ​ວັນ​ທີ26ສິງຫາ​ນີ້. ງານມະຫະກຳ​ຄັ້ງ​ນີ້​ມີ​ລາຍການແຂ່ງຂັນ​ໃຫຍ່26ລາຍການ, ມີ​ນັກ​ກິລາ3000ກວ່າ​ຄົນ​ທີ່​ມາ​ຈາກ205ປະ​ເທ​ດ​ແລະ​​​ເຂດ​ແຄ້ວ​ນ​ມາ​ເຂົ້າ​ຮ່ວມ. ຈີນ​​ໄດ້ສົ່ງ​ນັກ​ກິລາ68ຄົນ​ໄປ​ເຂົ້າ​ຮ່ວມ19ລາຍການ​ແຂ່ງຂັນ​ແລະ​ກິດຈະກຳ​ວັດທະນະ​ທໍາ​ການ​ສຶກສາ​ທີ່ຄະນະ​ກຳມະການ​ອົງການ​ຈັດ​ຕັ້ງ​ໄດ້​ຈັດ​ວາງ.

ງານ​ໂອ​ລິ​ມປິກ​ຊາວ​ໜຸ່ມ​​​ແມ່ນ​ສ້າງ​ຕັ້ງ​ຂຶ້ນ​ໂດຍຄະນະ​ກຳມະການ​ໂອ​ລິ​ມ ປິກສາກົນ​ໃນ​ປີ2007, ​ເປັນ​ງານ​ກິລາ​ແບບ​ສັງ​ລວມທີ່ມີຈຸດປະສົງ​ເພື່ອ​ໃຫ້ການ​ສຶກສາ​ດ້ານ​ຄຸນຄ່າ​ໂອ​ລິ​ມປິກ​ແກ່​ຊາວ​ໜຸ່ມ​, ອາຍຸ​ຂອງ​ນັກ​ກິລາ​ທີ່​ສາມາດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ແມ່ນ14ປີ​ຫາ18ປີ.

​ຖ້າທຽບກັບ​ງານ​ໂອ​ລິ​ມປິກ​ແບບ​ມູນ​ເຊື້​ອ, ງານ​​ໂອ​ລິ​ມປິກ​ຊາວ​ໜຸ່ມ​ເອົາ​ໃຈ​ໃສ່​ສົ່ງ​ເສີມບົດບາດ​ຂອງ​ກິລາ​ໃນດ້ານ​ວັດ​ທະ​ນະ​ທຳ​ການ​ສຶກສາ​ແກ່​ຊາວ​ໜຸ່ມ​​. ​ໃນ​ໄລຍະ​ການ​ແຂ່ງຂັນ, ອົງການ​ຈັດ​ຕັ້ງ​ໄດ້​ຈັດ​ວາງກິດຈະກຳ​ດ້ານ​ວັດທະນະທຳ​ການ​ສຶກສາ​ທີ່​ມີຫ​ຫຼາຍ​ສີຫ​ຫຼາຍ​ສັນ​ຢ່າງ​ຫຼວງ​ຫຼາຍ​ແກ່​ນັກ​ກິລາ​ຊາວ​ໜຸ່ມ​ທີ່​ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ, ນີ້​ກໍ່ຈະ​ກາຍ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ຂອງ​ງານ​ກິລາ​ໃໝ່​ລາຍ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ