ຄວາມ​ນິຍົມ​ສະຫຼອງ"ວັນ​ແຫ່ງ​ຄວາມ​ຮັກ" ຄຸນຄ່າ​ວັດທະນະທຳ​​ຂອງ​ຈີນ​ໄດ້​ກັບ​ຄືນມາ​

(GMT+08:00) 2010-08-16 17:22:42     cri

ວັນ​ທີ 16 ສິງຫາ​ນີ້​ແມ່ນ​​ມື້ບຸນ"ຊິ​ຊີ"​ແປ​ວ່າ​ເຈັດໆ​ຂິ່ງ​ເລກ​ເຈັດ​ສອງ​ໂຕ​ນີ້​ໝາຍ​ເຖິງ​ເຈັດ​ຄ່ຳ​ເດືອນ​ເຈັດ​ຈັດ​ທະ​ຄະ​ຕີ​ທີ່​ເປັນ​ບຸນ​ປະ​ເພນີ​ຂອງ​ຈີນ, ​ເອີ້ນ​ວ່າ"ວັນ​ແຫ່ງ​ຄວາມ​ຮັກຂອງຈີນ". ລັດຖະບານ​ຈີນກໍ່​ໄດ້​ຈັດເຂົ້າ​ໃນ​ລາຍ​ຊື່​ມໍລະດົກ​ວັດທະ ນະທຳທີ່​ບໍ່​​ແມ່ນວັດຖຸ​ງວດ​ທຳ​ອິດ​ໃນ​ເດືອນ​ພຶດສະພາ​ປີ 2006. ຜູ້​ຊ່ຽວຊານ​ທີ່​ຄົ້ນຄວ້າ​ວັດທະນະທຳ​ປະ​ເພນີ​ຂອງ​ຈີນ​ເຫັນ​ວ່າ, ຊາວ​ໜຸ່ມ​ຈີນ​ພວມ​​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ຕໍ່​ເນື້ອ​ໃນ​ຂອງ​ບຸນ​ຊິ​ຊີ​ເທື່ອ​ລະ​ກ້າວ, ວິທີ​ຫຼິ້ນ​ບຸນ​ແບບ​ຈີນ​ນັບ​ມື້​ນັບ​ນິຍົມຫຼາຍ​ຂຶ້ນ, ນີ້​​ໄດ້​ສະ​ແດງ​ໃຫ້​ເຫັນວ່າ​ຄຸນຄ່າ​ວັດທະນະທຳ​ປະ​ເພນີ​ຂອງ​ຈີນ​ພວມ​ກັບ​ຄືນມາ.

ຢູ່​ຈີນ, ບຸນ​ຊິ​ຊີ​​ແມ່ນ​ກ່ຽວ​ກັບ​ເທບ​ນິຍາຍທີ່​ໜ້າ​ສົງສານ​ແລະ​ງົດ​ງາມ. ທ້າວ​ນີວລາງ​ໄດ້​ແຕ່ງງານ​ກັບ​ນາງ​ຟ້າ​ຈື່​ນູມີລູກ​ຊາຍ​ແລະ​ລູກ​ສາວ​ສອງ​ຄົນ, ​ໄດ້​ດຳລົງ​ຊີວິດ​ຢ່າງ​ມີ​ຄວາມສຸກ, ​ແຕ່​ຄວາມ​ຮັກຂອງ​ເຂົາ​ເຈົ້າຖືກ​ແບ່ງ​ແຍກ, ນາງ​ຟ້າ​ຈື່​ນູຖືກນຳ​ຕົວ​ກັບ​ຄືນ​ເມືອງ​ສະຫວັນ, ສອງ​ຄົນ​ສາມາດພົບ​ກັນ​ໄດ້​ຢູ່​ຂົວ​​ນົກ​ແຊວ​ໃນ​​​ມື້​ຂຶ້ນ7 ຄ່ຳ​ເດືອນ 7 ໃນ​ທຸກ​ປີ​ເທົ່າ​ນັ້ນ.ທ່ານ​ຈ້າວ​ຊູ່​, ນັກ​ຄົ້ນຄວ້າ​ວັດທະນະທຳ​ປະຫວັດສາດປັກ​ກິ່ງ, ຜູ້​ຊ່ຽວຊານ​ປະ​ເພນີ​ບູຮານ​ກ່າວ​ວ່າ, "ບຸນ​ຊິ​ຊີ"​ແມ່ນ​ມີມູນ​ເຊື້ອ​ອັນ​ຍາວ​ນານ​ຢູ່​ຈີນ, ​ແມ່ນ​ເກີດ​ຂຶ້ນ​ຈາກ​ຄວາມ​ເຄົາລົບ​ຂອງ​ຊາວ​ບູຮານ​ຕໍ່​ດວງດາວ​; ຄຽງ​ຄູ່​ກັບ​ການ​​ເລົ່າເລື່ອງ​ສືບ​ຕໍ່​ກັນ​ມານ​ແລະ​ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ, ບຸນ​ດັ່ງ​ກ່າວ​ໄດ້​ມີ​ສີສັນ​ວັດທະນະທຳ​ຫຼາຍ​ກວ່າ​ເກົ່າ, ​ໄດ້​ຕາງໜ້າ​ທັດ​ສະ​ນະ​​ແຫ່ງຄວາມ​ຮັກ​ແລະທັດສະນະ​ຄຸນຄ່າ​ຂອງ​ຄົນ​ຈີນ. "ບຸນ​ດັ່ງກ່າວສະທ້ອນ​ໃຫ້​ເຫັນ​ຄວາມ​ຮັກ​ລະຫວ່າງ​ຜົວ​ເມຍ, ຢູ່​ຮ່ວມ​ກັນ​ຕະຫຼອດ​​ຊີວິດ, ​ແລະ​ບໍ່​ມີ​ການ​ປ່ຽນ​ແປງ, ສະ​ແດງ​ໃຫ້​ເຫັນ​ນັບ​ແຕ່​ຜົວ​ເມຍ​ຮູ້ຈັກ​ກັນ, ຮັກ​ກັນ, ແຕ່ງງານ​ແລະ​ເກີດ​ລູກ; ອັນ​ທີ​ສອງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບນັບຖື​ກັນ, ສະ​ນັ້ນໃນມື້ບຸນນີ້​ຄົນ​ທັງ​ຫຼາຍ​ຈື່ງ​ຈະ​ແຂ່ງ​ຂັນ​ສີ​ມື​ກັນ​ວ່າ ໃຜ​ຈະ​ເກັ່ງ​ກວ່າ​ກັນ, ນີ້​ແມ່ນ​ການສ່ອງ​ແສງ​ຂອງ​ຊີວິດ​​ໃນ​ສັງຄົມ​ກະສິກຳ..


ມື້ບຸນ"ຊິ​ຊີ"ຍັງຖື​​ເອີ້ນ​ເປັນ​ບູນທີ່​ຜູ່​ຍິງຖັກແສ່ວອີກ. ​​ໂດຍ​ອີງ​ຕາມ​ປະ​ເພນີ​ອັນ​ເກົ່າ​ແກ່,​ໃນ​ມື້​ນີ້,ຜູ່​ຍິງ​ຄວນ​ຫຍິບ​ເຄື່ອງ​ແລະ​ຖັກແສ່ວ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ການ​ຫຍິບ​ປັກ​ຖັກ​ແສ່ວກຳມະ​ວິທີ​ດ້ານ​ກນຕັດຫຍິບທີ່​ປານີດ​ຂອງ​ຕົນ​,​ແຕ່​ປະຈຸ​ບັນ,​ການ​ດຳລົງ​ຊີວິດ​ທີ່​​ແລ່ນນຳ​ເວລາ ​ກໍ່​ໄດ້​ປ່ຽນ​ແປງ​ຄວາມຊີນ​ເຄີຍ​ຂອງ​ຄົນ​​ໄປ​ແລ້ວ,​​ຄວາມ​ທັນ​ສະ​ໄຫມໄດ້​ເຮັດ​ໃຫ້​ຄົນ​ຈີນ​ຊອກຫາ​ຮູບ​​ແບບ​ທີ່​ສະ​ແດງ​ຄວາມ​ໂລ​ແມນ​ຕິກ​ແລະ​​ແລກປ່ຽນ​ມິດຕະພາບ​ຕໍ່​ກັນ.

ເວັບ​ໄຊຈຳນວນ​ຫນຶ່ງ​ຂອງ​ຈີນ​ໄດ້​ເປີດ​ຄໍ​ລຳ​ພິ​ເສດ,​​ເຕົ້າ​ໂຮມເລື່ອງ​ຄວາມ​ຮັກ​ທີ່​ເຮັດ​ໃຫ້​ປະ​ທັບ​ໃຈທີ່​ສຸດ,​​ແລະເຊື້ອ​ເຊີນ​ບັນດາ​ຄູ່​ຮັກ​ຮ່ວມ​ກັນ​ຮ້ອງ​ເພງ​ຄວາມ​ຮັກ,​ ຜູ່​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເທື່ອ​ນີ້ ຍັງຈະ​ມີ​ໂອກາດ​ກິນ​ອາຫານ​ຄູ່​ໃນ​ຕອນຄ່ຳຄືນທີ່​ເຕັມ​ໄປ​ດ້ວຍ​ບັນຍາກາດ​ໂລ​ແມນ​ຕິກ. ​ໃນ​ຫຼາຍ​ມື້​ມໍ່ໆ​ມາ​ນີ້,ຕົວ​ເມືອງ​ໃຫຍ່​ຈຳນວນ​ຫນຶ່ງ​ກໍ່​ໄດ້​ຈັດງານ​ຈັດ​ຫາ​ຄູ່,​ເພື່ອ​ສ້າງ​ໂອກາ​ໃຫ້​ຄົນ​ໂສດ​ທີ່​ຫຍູ້​ງວຽກ​ຫຼາຍ​ໄດ້ມີ​ໂອກາດ​ພົບ​ພໍ້​ກັນ​ເພື່ອ​ຊອກ​ຄູ່.ກິດຈະກຳທີ່ຈັດ​ຫາ​ຄູ່​ແບບ​ນີ້​​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ​ຈາກ​ຊາວ​ຫນຸ່ມ​ຫຼາຍໆ​ຄົນ. ຖ້າ​ບຸນ​"ຊິ​ຊີ"ມີ​ແຕ່ຊື່​ວ່າ "ວັນ​ແຫ່ງ​ຄວາມ​ຮັກຈີນ"​​ເທົ່າ​ນັ້ນ,​ຈະ​ເຮັດ​ໃຫ້​​ມື້ບຸນ​ນີ້ມີ​ເ​ນື້ອ​ງ່າຍ​ເກີດ​ນ​ໄປ. ທ່ານ​ເຫັນ​ວ່າ,ຄົນ​ຈີນ​ໃນ​ຍຸກ​ປະຈຸ​ບັນ​ຄວນ​ສ້າງ​ກິດຈະກຳ​ທີ່​ມີ​ຈຸດ​ພິ​ເສດ​ທັນ​ສະ​ໄຫມ​ແລະ​ມີ​​​ແນວ​ຄິດກ່ຽວ​ກັບ​ຄວາມສວຍງາມ,​ເພື່ອ​ພັດທະນາ​ແລະ​ສືບ​ທອດ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ທີ່​ບັນພະ​ບູລຸດສືບ​ທອດ​ກັນມາ​. "ພວກ​ເຮົາ​ຄວນ​ປະດິດ​ສ້າງ​ປະ​ເພນີ​ໃຫມ່,​ເຮັດ​ໃຫ້​​ປະ​ເພນີ​​ເຫຼົ່ານີ້​ມີ​ເນື້ອ​ໃນ​ທີ່ຫຼາກ​ຫຼາຍ,​ເນື້ອ​ໃນ​ວັດທະ ນະທຳ​ຂອງ​​ມື້ບຸນ​ປະ​ເພນີ​ກໍ່​ຈະ​ໄດ້​ຮັບ​ການ​ເສີມ​ຂະຫຍາຍກວ່າ​ເກົ່າ​. ນີ້​ຄວນ​ປະສານ​ກັນ​ກັບ​ຈິດ​ໃຈ​ທີ່​ໂຄລົບ​ນັບຖື​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ.ການ​ທີ່​ນຳ​ໃຊ້​ຄວາມ​ທັນ​ສະ​ໄຫມ​ຂອງ​ຍຸກ​ປະຈຸ​ບັນ​ແລະ​ສອດ​ຄ່ອງ​ກັບ​ຈິດ​ໃຈ​ຂອງ​ຄົນ​ທັງຫຼາຍ​ໃນ​ຍຸກ​ປະຈຸ​ບັນ,​​ແລ້ວ​ຈະ​ເຮັດ​ໃຫ້​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ມີ​ການ​ພັດທະນາ​ເປັນ​ຢ່າງ​ດີກ​ວ່າ​ເກົ່າ,ຈຸດປະສົງ​ທີ່ພວກ​ເຮົາ​ສະ​ເຫຼີ​ມສະຫຼອງ​ມື້​ບູນກໍ່​ແມ່ນ​ເພື່ອຊົມ​ໃຊ້​ມໍລະດົກ​ທີ່​ບັນ​ພະ​ບູລຸດສືບທອດ​ກັນ​ໃຫ້​ພວກ​ເຮົາ,ສືບ​ທອດ​ມໍລະ​ດົກ​ຈະ​ເຮັດ​ໃຫ້​ຊີວິດ​ດີງາມກ​ວ່າ​ເກົ່າ,​ເຮັດ​ໃຫ້​ຄູ່​ທັງ​ຫມົດ​ໃນ​ໂລກ​ລ້ວນ​ແຕ່​ສ້າງ​ຄອບຄົວ,ຄູ່ຜົວ​ເມຍມີ​ຄວາມ​ຮັກ​ຄວາມ​ແພງ,

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ