ຄວນ​ວິ​ໄຈ​ບັນ​ຫາ​ທີ່​ຈີນ​ໄດ້​ປຽບ​ດຸນ​ການ​ຄ້າ​ຢ່າງ​ສົມ​ເຫດ​ສົມ​ຜົນ

(GMT+08:00) 2010-08-18 17:13:22     cri

ຕາມ​ຂ່າວCRI:ໃນ​ເດືອນ​ກໍລະກົດ​ປີ​ນີ້,ຈີນ​ໄດ້​ປຽບ​ດຸນ​ການ​ຄ້າ28ຕື້700​ລ້ານ​ໂດ​ລາ,ນີ້​ແມ່ນ​ລະດັບ​ສູງ​ສຸດ​ນັບແຕ່​ເດືອນ​ກຸມພາ​ປີ2009​ເປັນຕົ້ນມາ​.ຄຽງ​ຄູ່​ກັບ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ​ຫຼາຍກວ່າ​ຂາ​ເຂົ້າເພີ່ມ​ຂຶ້ນ,ມີ​ປະ​ເທດ​ແລະ​ກຸ່ມ​ຫາກຳ​ໄລ​ຈຳນວນ​ໜຶ່ງ​ຊີ້​ອອກ​ວ່າ,ຈີນ​ຄວນ​ຮັບ​ພາລະອັນ​ທີ່​ວ່າ"ໜ້າ​ທີ່​ຂອງປະ​ເທດ​ທີ່​​ໄດ້​ປຽບ​ດຸນ

ໃນ​ເດືອນ​ມີນາ​ປີ​ນີ້,ຈີນຍັງ​ໄດ້​ເກີດ​ກໍລະນີ​ທີ່​ເສຍ​ປຽບ​ດຸນ​ການ​ຄ້າ7ຕື້ 240​ລ້ານ​ໂດ​ລາ.ສະນັ້ນ,ກ່ຽວກັບ​ບັນຫາ​ທີ່​​ຈີນ​ໄດ້​ປຽບ​ດຸນ​ການ​ຄ້າ,ຄວນ​ວິ​ຈາ​ນຢ່າງຮອບ​ດ້ານ​ແລະ​ພາວະ​ວິ​ໄສ.ໃນ​ວົງ​ການ​ເສດຖະສາດ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,ຖ້າວ່າ​ມູນ​ຄ່າຜິດ​ໂຕນ​ກັນ​ລະ​ຫວ່າງ ​ລາຍ​ໄດ້​ກັບ​ລາຍ​ຈ່າຍ​ຂອງ​ການ​ໝູນ​ວຽນ​ກິດ​ຈະ​ການ​ປົກ​ກະ​ຕິ​ແມ່ນ​ຢູ່​ລະ​ຫວ່າ​ງບວກ​ລົບ​5%​ຂອງ​GDP,​ກໍ່​ເວົ້າ​ໄດ້​ວ່າ​ແມ່ນ​ການ​ຄ້າ​ດຸ່ນ​ດ່ຽງ​ກັນ​ໃນ​ຂັ້ນ​ພື້ນ​ຖານ.​ຈີນ​ແມ່ນ​​ໄດ້​ປຽບ​ດຸນ ການ​ຄ້າ​ມາ​ແຕ່​ປີ​1994,​ແຕ່​ມູນ​ຄ່າ​ຜິດ​ໂຕນ​ກັນ​ມີ​ແຕ່​ກວມບໍ່​ຮອດ​3%​ຂອງ​GDP​ໃນ​ຫຼາຍ​ປີ.​ແຕ່​ວ່າ​ໃນ​ປີ2008,​ຕົວ​ເລກ​ນີ້​ໄດ້​ບັນ​ລຸ​ເຖິງ​6,9%.ທ່ານ​ຈ່າງ​ອ້ຽນ​ເຊິ່ງ,ຫົວໜ້າ​ສະ​ຖາ​ບັ​ບຄົ້ນຄວ້​າ​ເສດຖະກິດ​ກັບ​ຕ່າງປະ​ເທດ​ຂອງ​ຄະ ນະ​ກຳມະການ​ພັດທະນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ເຫັນ​ວ່າ,​ສັງ​ເກດ​ຈາກ​ດ້ານລວມ​ແລ້ວ, ການ​ຄ້າ​ຈີນ​ດຸ່ນ​ດ່ຽງ​ກັນ​ໃນ​ຂັ້ນພື້ນ​ຖານ,​ແຕ່​ກໍ​ລະ​ນີ​ໃນ​ປີ​2008​ແມ່ນ​ມີ​ສາ​ເຫດ​ພິ​ເສດ:"ປີ2008​ແມ່ນ​ຈຸດ​ຍອດ​ຂອງ​ເສ​ດຖະກິດຟອງ​ສະ​ບູ່,​ເກີດ​ກໍລະນີ​ທີ່​ໄດ້​ປຽບ​ດຸນ​ການ​ຄ້າໃນ​ໄລຍະ​ນີ້,​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ບໍ່​ໝາຍ​ຄວາມ​ວ່າ​ມີ​ບັນ​ຫາ​ຫຍັງ.​ການ​ທະ​ນາ​ຄານ​​ແລະ​ຕະ ຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຂອງ​ອາ​ເມ​ລິ​ກາ​ມີ​ຟອງ​ສະ​ບູ່​ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ໃນ​ທົ່ວ​ໂລກ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ບໍ່​ສົມ​ເຫດ​ສົມ​ຜົນ,​ສະ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ການ​ຄ້າ​ຂາ​ອອກ​ຂອງ​ຈີນ​ຮຸ່ງ​ເຮືອງ​ໄປ​ນຳ,​ແລະ​ໄດ້​ປຽບ​ດຸນ​ການ​ຄ້າ​ຫຼາຍ​ໃນ​ໄລຍະ​ນີ້.​ເມື່ອ​ເສດ​ຖະ​ກິດ​ຟອງ​ສະ​ບູ່​​ແຕກ​ແລ້ວ,​ມູນ​ຄ້າ​ທີ່​ໄດ້​ປຽບ​ກໍ່​ຈະ​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ."
 
   ສິ່ງ​ທີ່​ຜູ່ຮຽກຮ້ອງ​ໃຫ້​ຈີນ​ຮັບ​ພາລະ​ໃນ​ຖານະ​ທີ່​ເປັນປະ​ເທດ​ໄດ້​ປຽບ​ດຸນ​ການ​ຄ້າ​ເບິ່ງ​ຂ້າມນັ້ນ​ແມ່ນ ນັກທຸລະກິດ​ຕ່າງປະ​ເທດ​ຢູ່​ຈີນ​ແມ່ນໄດ້​ຮັບ​ຜົນ​ປະ​ໂຫຍ​ດອັນ​ສຳຄັນ​​ໃນ​ການ​​ໄດ້ປຽບ​ດຸນ​ການ​ຄ້າ​ຂອງ​ຈີນ. ຕົວ​ເລກ​ສະ​ແດ​ໃຫ້​ເຫັນ​ວ່າ, ປີ 2009, ການ​ໄດ້​ປຽບ​ດຸນ​ການ​ຄ້າ​ຂອງນັກທຸລະກິດ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ສູງ​ເຖິງ 127 ຕື້​ໂດ​ລາ, ກວມ​ມູນ​ຄ່າໄດ້​ປຽບດຸນ​ການ​ຄ້າ​ຂອງ​ຈີນ​ໃນ​ປີ​ນັ້ນ 65%, ​ໃນ​ນັ້ນ,ຄວາມ​ໄດ້​ປຽບ​ດຸນ​ການ​ຄ້າ​ຂອງ​ນັກ​ທຸລະ​ກິດ​ຕ່າງປະ​ເທດ​ໃນ​ດ້ານ​ການ​ຄ້າ​ປຸງ​ແຕ່ງ​ໄດ້​ສູງ​ເຖິງ 222 ຕື້ 800 ລ້ານ​ໂດ​ລາ, ​​ເທົ່າກັບມູນ​ຄ່າ​ໄດ້​ປຽບ​ດຸນການ​ຄ້າ​1,1%. ນີ້​ໄດ້​ເຮັດ​ໃຫ້​ການ​ໄດ້​ປຽບ​ດຸນ​ການ​ຄ້າ​ຈຳນວນ​ຫຼວງ​ຫຼາຍ​ຂອງ​ປະ​ເທດ​​ແລະ​ເຂດ​ແຄວ້ນທີ່​ອ້ອມ​ຂ້າງ​ຂອງ​ຈີນ ຍ້າຍ​ໄປສູ່​ຈີນ.ທ່ານ​ຈັ່ງ​ຢັ້ນ​ເສີ່​ງຊີ້​ອອກ​ວ່າ:

"ການ​ຄ້າປຸງ​ແຕ່ງ​ແມ່ນ​ຜົນຂອງໂລກາ​ວິວັດ. ຕ່ອງໂສ້​ມູນຄ່າ​ຂອງ​ຜະລິດ​ຕະພັນ​ຂອງ​ບໍລິສັດ​ຂ້າມ​ຊາດ ​ຈະ​​ໄດ້​ຮັບ​ການຈັດ​ສັນ​ໃນ​ທົ່ວ​ໂລກ, ​ແລະ​​ຈັດ​ສັນວຽກ​ງານ​ຂອງ​ແຮງ​ງານ​ລາຄາ​ຖືກຢູ່​ຈີນ, ທົ່ວຕ້ອງ​ໂສ້ມູນ​ຄ່າ 80% ລ້ວນ​ແຕ່​ຢູ່​ອາ​ເມ​ລິ​ກາ,ຍີ່​ປຸ່ນ, ສາທາລະນະ​ລັ​ດ​ເກົາຫຼີ, ​ເອີ​ລົບ​​ແລະ​ປະ​ເທດອື່ນໆ, ມີ​ປະມານ 20% ຜະລິດ​ຢູ່​ຈີນ, ​ແຕ່​​ປະ​ເທດ​ທີ່​ເປັນ​ແຫ່ງ​ຜະລິດ ​ແມ່ນ​ຈີນ,ສະ​ນັ້ນ​ຈຶ່ງ​ຖືກກໍ່​​ຖືກ​ຖື​ວ່າ ຈີນ​ຜະລິດ"

ຖ້າ​ຢາກ​ປ່ຽນ​ແປງ​ສະພາບ​ການ​ໄດ້​ປຽບ​ດຸນ​ການ​ຄ້າ​ຂອງ​ຈີນ​ຢ່າງ​ຫຼວງຫຼາຍ​ກວ່າ​ເກົ່າ, ນະ​ໂຍບາຍ​ຂອງ​ຈີນ​ກໍ່​ຄວນມຸ້ງ​ຫນ້າ​ໄປ​ສູ່​ການ​ຫຼຸດ​ຄວາມ​ໄດ້​ປຽນ​ດຸນ​ການ​ຄ້າ​ປຸງ​ແຕ່ງ​ຂອງນັກ​ທຸລະ​ກິດ​ຕ່າງ​ປະ​ເທດ​ຢູ່​ຈີນ. ​ວັນ​ທີ 6 ​ເມສາ​ປີ​ນີ້, ລັດຖະບານ​ຈີນ​ໄດ້​​ປະກາດ​ໃຊ້​ມາດ​ຕະການ​ໂດຍ​ຊີ້​ອອກ​ວ່າ, ຈະ​​ປັບປຸງ​​ໂຄງ​ປະກອບນຳ​ໃຊ້​ທຶນ​ຕ່າງປະ​ເທດ​ໃຫ້​ດີ​ຂຶ້ນ,​ໂດຍ​ສະ​ເພາະ​ແມ່ນ​ສົ່ງ​ເສີມ​ໃຫ້ທຶນ​ຕ່າງປະ​ເທດ​​ໄປລົງທຶນ​​​ໃນ​ດ້ານອຸດສາຫະກຳ​ຕ່າງໆ​ເຊັ່ນ: ອຸດສາຫະກຳ​ປຸງ​ແຕ່ງທີ່​ມີຜະລິດ​ຕະພັນ​ລາຄາ​ແພງ,ອຸດສາຫະກຳ​ເຕັກນິກ ສູງ​ແລະ​ໃຫມ່,ພະລັງງານ​ໃຫມ່​, ການປະຢັດ​ພະລັງງານ​ແລະ​ອະ​ນຸລັກ​ສິ່ງ​ແວດ​ລ້ອມ​ແລະອື່ນໆ, ຂໍ້​ກຳນົດ​ເຫຼົ່າ​ນີ້​ໄດ້​ຊັກ​ນຳໃຫ້​ທຶນ​ຕ່າງປະ​ເທດ​ຄ່ອຍໆຖອນ​ອອກ​ຈາກ​ຂະ​ແຫນງ​ການປຸງ​ແຕ່ງ​ລະດັບ​ຕ່ຳ​ທີ່​​ໄດ້​ປຽບດຸນ​ອ່າວ​ຫຼາຍ​ໃນ​ປະຈຸ​ບັນ ​,ມີ​ຜົນ​ດີ​ຕໍ່​ການ​ຫຼຸດ​ອັດຕາ​ສ່ວນ​ຂອງ​ຄວາມ​ໄດ້​ປຽບ​ດຸນ​ການ​ຄ້າປຸງ​ແຕ່ງ​ເທື່ອ​ລະ​ກ້າວ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ