ເຫດ​ການ​ຈີ້​ນັກ​ທ່ອງ​ທ່ຽວຮົງ​ກົງ​ຢູ່​ຟິລິບ​ປິນສິ້ນ​ສຸດ​ລົງ​ດ້ວຍ​ການ​ເສຍ​ເລືອດ​ເນື້ອ

(GMT+08:00) 2010-08-24 14:24:53     cri

ຕອນ​ກາງຄືນວັນ​ທີ23ສິງຫາ​ນີ້,​ເຫດການ​ຈີ້​ນັກ​ທ່ອງ​ທ່ຽວຮົງ​ກົງ​ຢູ່​ນະຄອນ​ຫຼວງ​ມາ​ນີລາ​ຂອງ​ຟິ​ລິບປິນ​ໄດ້​ສິ້ນ​ສຸດລົງ​ດ້ວຍ​ຜົນ​ທີ່​ຜູ້​ຈີ້​ຖືກ​ຕຳ​ຫຼວດ​ຍິງ​ຕາຍ, ຕົວ​ປະກັນ​ຢູ່​ເທິງ​ລົດ​ໂດຍ​ສານ​ມີ8ຄົນ​ເສຍ​ຊີວິດ, 2ຄົນ​ບາດ​ເຈັບ​ສາຫັດ.

ເວລາ9​ໂມງ​ຂອງ​ວັນ​ທີ23​ສິງຫາ​ນີ້, ລົດ​ນຳ​ທ່ຽວ​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ຄ່າງ​ໄທ້​ຮົງ​ກົງ​ຖືກ​​ຈີ້​ຢູ່​ນະ​ຄອນ​ຫຼວງ​ມາ​ນີລາຂອງ​ຟິລິບ​ປິນ, ຢູ່​​ເທິງ​ລົດ​ມີ​ຜູ້​ໂດຍ​ສານ25​ຄົນ, ​ໃນ​ນັ້ນ​21ຄົນ​ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ​ຮົງ​ກົງ​ຈີນ. ຜູ້​​ຈີ້​ເຄີຍ​ເປັນ​ຕຳຫຼວດ​ຂອງ​ຟິລິບ​ປິນ, ​ໃນ​ເດືອນ​ມັງກອນ​ປີ​ນີ້​ໄດ້​ຖືກ​ປົດອອກ​ຈາກ​ຕຳ​ແໜ່​ງຍ້ອນ​ຂໍ້​ຫາ​ຂົ່ມ​ຂູ່​ເອົາ​​ເງິນ​. ​ເຂົາ​ຈີ້​​ລົດ​ນຳ​ທ່ຽວ​ເທື່ອ​ນີ້​ແມ່ນ​ເພື່ອ​ຕໍ່​ລອງ​ກັບ​ລັດຖະບານ​ຟິລິບ​ປິນ. ຕອນ​ບ່າຍ​ມື້​ດຽວັນ, ຜູ້​​ຈີ້​ໄດ້​ປ່ອຍ​ຕົວ​ປະ​ກັນ​9ຄົນ. ຈາກ​ນັ້ນ​ຜູ້​ຂັບ​ລົດກໍ່​ໄດ້​ລັກໜີ​ໄປ, ຢູ່​​ເທິງລົດ​ເຫຼືອ​ແຕ່​ຕົວ​ປະກັນ15ຄົນ.

ຫຼັງ​ຈາກ​ເຫດການ​ດັ່ງກ່າວ​ເກີ​ດຂຶ້ນ​ແລ້ວ, ທ່ານ​ເບ​ນິກ​ໂນ ອາ​ຄີ​ໂນ​ທີ​ສາມ, ປະທາ​ນາທິ​ບໍດີ​ຟິ​ລິບ​ປິນຮຽກຮ້ອ​ງ​ໃຫ້​ຜູ້​​ຈີ້​ເຄົາລົບ​ຊີວິດ​ຂອງ​ຕົວ​ປະກັນ.

ວັນ​ທີ23ສິງຫາ​ນີ້, ນາງ​ຈ່ຽງອີ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ເຫດການ​ທີ່​ນັກ​ທ່ອງ​ທ່ຽວຮົງ​ກົງ​ຖືກ​ຈີ້​ຢູ່​ຟິລິບ​ປິນ, ​ໄດ້​ຮຽກ​ຮ້ອງ​​ໃຫ້​ຟິລິບ​ປິນກອບ​ກູ້​ຊ່ວຍ​ເຫຼືອ​ຢ່າງ​ຕັ້ງໜ້າ​ບົນ​ພື້ນຖານ​ທີ່​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຕົວ​ປະກັນ. ນາງ​ຈ່ຽງອີ​ກ່າວ​ວ່າ, ​ເມື່ອ​​ເບິ່ງຈາກ​ຂໍ້​ມູນ​ໃນ​ປະຈຸ​ບັນ​ແລ້ວ​ເຫັນ​ວ່າ, ນີ້​ແມ່ນ​ເຫດ​ການ​ຈີ້​​ແບບ​ບັງ​ເອີນ, ບໍ່​ແມ່ນຕັ້ງ​ແນ​ໃສ່ທຳຮ້າຍ​ຄົນ​ຈີນ. ນາງ​ຈ່ຽງອີ​ກ່າວ​ວ່າ, ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ສະຖານທູດ​ຈີນ​ປະຈຳ​ຟິລິບ​ປິນຕ່າງ​ກໍ່ໄດ້​ຕໍ່​ວ່າທັກ​ທ້ວງ​ຢ່າງ​ຮີບ​ດ່ວນ​ຕໍ່ສະ​ຖານ​ທູດ​ຟິລິບ​ປິນປະຈຳ​ຈີນ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຟິລິບ​ປິນ, ພະຍາຍາມ​ກອບ​ກູ້​ຊ່ວຍ​ເຫຼືອ​ນັກ​ທ່ອງ​ທ່ຽວ​ຮົງ​ກົງ​ທີ່​ຖືກ​ຈີ້​ນັ້ນ​ໃຫ້ປອດ​ໄພ. ສະຖານທູ​ດຟິລິ​ບປິນ​ແລະ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ເຂດ​ບໍລິຫານ​ພິ​ເສ​ດຮົງ​ກົງກໍ່​ໄດ້​ຕິດ​ຕໍ່​ປະສານ​ງານຢ່າງ​ໃກ້ຊິດ​ແລະ​ໄດ້​ສົ່ງ​ໜ່ວຍ​ງານ​ໄປ​ສະຖານ​ທີ່​ເກີດ​ເຫດ​ເພື່ອປະສານ​ງານ. ​ໃນ​ເວລາ​ລົມ​ໂທລະສັບ, ທ່ານ​ເຈີ່​ງຢິ່ນຊວນ, ຜູ້​ວ່າ​ການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໄດ້​ຕາງໜ້າ​ອົງການ​ປົກຄອງ​ເຂດ​ຮົງ​ກົງ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຄວາມ​ພະຍາ​ຍາມ​ຂອງ​ສະຖານທູດ​ຈີນ​ປະຈຳ​ຟິລິບ​ປິນ, ຫວັງ​ວ່າ​ເຫດການ​​ຈະໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ.

ວັນ​ທີ 23 ສິງຫາ​ນີ້, ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ໄດ້​ຍົກ​ສູງ​ລະດັບ​ເຕືອນ​ໄປ​ທ່ອງ​ທ່ຽວ​ຟີ​ລິບ​ປີນ​ຂຶ້ນ​ເປັນສີດຳ, ​ໂຄສົກ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ເຕືອນ​ປະຊາຊົນ​ຮົງ​ກົງ​ບໍ່​ຄວນ​ໄປ​ທ່ຽວ​ຟີ​ລິບ​ປີນ, ​ແລະ​ນັກ​ທ່ອງ​ທ່ຽວ​ຮົງ​ກົງ​ທີ່​ພວມ​ຢູ່​ຟີ​ລິບ​ປີນ​ກໍ​ຄວນ​ມີ​ສະຕິລະວັງ​ຕົວ. ​ໂຄສົກ​ຜູ້​ນີ້​ກ່າວ​ວ່າ, ອົງການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​ໄດ້​ຜ່ານ​ ​ຂະ​ແໜງ​ການທ່ອງທ່ຽວ​ຮຽກຮ້ອງ​ໃຫ້​ຄະນະ​ທ່ອງ​ທ່ຽວ​ທີ່​ພວມ​ທ່ຽວ​ຟີ​ລິບ​ປີນ​ກັບ​ຄືນ​ຮົງ​ກົງ​ໂດຍ​ໄວ, ສ່ວນຄະນະ​ທ່ອງ​ທ່ຽວ​ທີ່​ຍັງ​ບໍ່​ໄດ້​ເດີນທາງ​ໄປ​ນັ້ນ​ກໍ​ຄວນຍົກ​ເລີກ​ແຜນການ​ທ່ອງ​ທ່ຽວ.

"ຄະນະ​ທ່ອງ​ທ່ຽວ​ທີ່​ທ່ຽວ​ມາ​ນີລາ 4 ວັນ"ຂອງ​ບໍລິສັດ​ທ່ອງ​ທ່ຽວ​ຄັ່ງ​ໄທ້ແມ່ນ​ບິນ​ໄປ​ມະນີລາ​ໃນ​ວັນ​ທີ 20 ສິງຫາ​ນີ້, ​ແລະ​ຈະ​ຂີ່​ຍົນ​ກັບ​ຮົງ​ກົງ​ໃນ​ຕອນ​ການ​ຄືນວັນ​ທີ 23 ສິງຫາ​ນີ້. ​ແຕ່​ມາ​ໃນ​ຕອນ​ເຊົ້າ​ວັນ​ທີ 23, ຄະນະ​ທ່ອງ​ທ່ຽວດັ່ງກ່າວ​ກໍ່​ຖືກ​ຈີ້​ຢູ່​ມະນີລາ. ຕອນ​ຄ່ຳ​ວັນ​ທີ 23 ສິງຫາ​ນີ້, ບໍລິສັດ​ທ່ອງ​ທ່ຽວ​ຄັ່ງໄທ້​ໄດ້​ຖະ​ແຫຼ​ງຂ່າວ​ດ່ວນ​ເພື່ອ​ແຈ້ງ​ສະພາບ​​ຫຼ້າ​ສຸດ. ນາງ​ຫຼິວ​ເໝ້ຊື່, ຜູ້ຈັດການ​ໃຫຍ່​ກ່າວ​ວ່າ, ບໍລິສັດ​ທ່ອງ​ທ່ຽວຄັ່ງ​ໄທ້​ຈະ​ຈັດ​ສົ່ງນັກ​ທ່ອງ​ທ່ຽວ 53 ຄົນ​ຂອງ 3 ຄະນະ​ທ່ອງ​ທ່ຽວ​ທີ່​ຍັງ​ຢູ່​ຟີ​ລິບ​ປີນ​ນັ້ນ​ກັບ​ຄືນ​ຮົງ​ກົງ​ໂດຍ​​ໄວ, ພ້ອມ​ກັນ​ນັ້ນ​ກໍຍົກ​ເລີກ 3 ຄະນະ​ທ່ອງ​ທ່ຽວ​ທີ່​ຈະ​ໄປ​ຟີ​ລິບ​ປີນ​ໃນວັນ​ທີ 24 ຫາ​ວັນ​ທີ 28 ​ເດືອນ​ນີ້, ​ແລະ​ຕິດ​ຕໍ່​ນັກ​ທ່ອງ​ທ່ຽວອີກ 68 ຄົນ​​ໂດຍ​ໄວ. ທ່ານ​ຕົງຢ້າວ​ຈົ່ງ, ຫົວໜ້າ​ພະ​ແນ​ກທ່ອງທ່ຽວ​ຮົງ​ກົງ​ກ່າວ​ວ່າ, ຄະນະ​ທ່ອງ​ທ່ຽວ 9 ຄະນະ​ທີ່​ຈະ​ໄປ​ທ່ຽວ​ຟີ​ລິບ​ປີນ​ແຕ່​ວັນ​ທີ 24 ສິງຫາ​ເຖິງ​ວັນ​ທີ 8 ກັນຍາ​ຈະ​ຖືກຍົກ​ເລີກ​ໝົດ.
ຍົນ​ພິ​ເສດ​ທີ່​ອົງການ​ປົກຄອງ​ຮົງ​ກົງ​ຈັດ​ວາງ​ນັ້ນ​ໄດ້​​ເດີ​ນທາງ​ອອກ​ຈາກ​ສະໜາ​ບບິນ​ສາກົນ​ຮົງກົງ​ໃນ​ຕອນ​ຂ້ອນ​ແຈ້ງ​ວັນ​ທີ 24 ສິງຫາ​ນີ້, ​ເພື່ອ​ພາ​ພີ່ນ້ອງ​ຄອບຄົວ​ຂອງ​ຜູ້​ຖືກ​ຈີ້​, ​ແພດ​ແລະ​ພະນັກ​ງານ​ຂອງ​ອົງການ​ປົກຄອງ​ເຂດ​ພິ​ເສດຮົງ​ກົງ​ໄປ​ນະຄອນຫຼວງ​ມະ​ນີລາ​ຂອງ​ຟີ​ລິບ​ປີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ