ນັກຮຽນ​ປະ​ຖົມ​ແລະ​ມັດທະຍົມ​ຢູ່​ເຂດ​ປະສົບ​​ໄພໂຈ່ວ​ຊູ່​ຂອງແຂວງ​ກັ່ນ​ຊູ່

(GMT+08:00) 2010-08-25 16:07:04     cri
ວັນ​ທີ 25 ສິງຫານີ້,​ໂຮງຮຽນ​ປະຖົມ​ແລະ​ມັດ​ທະຍົມ​ຢູ່​ເຂດ​ປະສົບ​ໄພ​ຂອງ​​ເມືອງ​ໂຈ່ວ​ຊູ່​ແຂວງ​ກັນ​ສູ່​ໄດ້​​​ຕ້ອນຮັບສົກຮຽນ​ໃຫມ່,ນັກຮຽນ​ປະຖົມ​ແລະ​ມັດທະ​ຍົມ 6000 ກວ່າ​ຄົນ​ໃນ​ເຂດ​ປະສົບ​ໄພ​ຈະ​​​ເລີ່​ມສົກຮຽນ​ໃຫມ່ຢູ່​ສະຖານ​ທີ່​ເກົ່າ​ຂອງໂຮງຮຽນ​ມັດທະຍົມ​​ເດີມ, ສ່ວນ​ນັກຮຽນ​ມັດທະຍົມ​ຕອນປາຍ 3000 ກວ່າ​ຄົນ​ຈະ​ເລີ່​ມສົກຽນ​ໃຫມ່​ຢູ່​ແຫ່ງ​ອື່ນ​, ອົງການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ກຽມພ້ອມ​ເປັນ​ຢ່າງ​ດີ​ໃນ​ດ້ານ​ວັດ​ຖຸ​ແລະ​​ອຸປະກອນ​ການ​ສິສອນ,​ເພື່ອ​ຮັບປະກັນ​​ໃຫ້​ເປີດສົກຮຽນ​​​ໃຫມ່ເປັນ​ຢ່າງ​ດີ.
ນັກ​ຂ່າວ​ຂອງCRI​ປະຈຳ​ແຂວງ​ກັ່ນ​ຊູ່​ ​ພວມ​​ເອົາ​ຂ່າວຢູ່​ສະຖານ​ທີ່​ທີ່ເປີດ​ຮຽນລາຍ​ງານວ່າ:

(ປ່ອຍ​ສຽງ 1)    "ປະຈຸ​ບັນ,ຂ້ອຍພວມ​ຢືນຢູ່​ໂຮງຮຽນ​ມັດທະຍົມທີ 1 ຂອງ​​ເມືອງ​​ແຫ່ງນີ້,​​​​ໃນເວລາ 7 ​ໂມງ​ເຄິ່ງ, ນັກຮຽນ​ຂອງໂຮ​ງຮຽນ​ປະຖົມທີ 1 ​ແລະ​ທີ 2 ຂອງຕາ​ແສງ​ເສີງ​ກວ່ນກໍ່ໄດ້​ຈັດ​ພິທີ​ຊັກ​ທຸງຂຶ້ນ​ສູ່​ຍອດ​ເສົາ​ຢູ່​ແຫ່ງ​ນີ້, ຫຼັງ​ຈາກ​ນັ້ນ, ກໍ່​ຢືນ​ກົ້ມ​ຫົວໄ​ວ້​ອາ​ໄລ​ເຖິງ​ຜູ່​​ເສຍ​ຊີວິດ​ໃນ​​ໄພ​​ພິບັດທຳ​ມະ​ຊາດເທື່ອນີ້, ພ້ອມ​ກັນ​ນັ້ນ ນັກ​ຮຽນ​ຂອງ​ໂຮງຮຽນ​ມັດທະຍົມ 3000 ຄົນ​ກໍ່​ໄດ້​ຈັດ​ພິທີ​ເປີດ​ຮຽນ​ຢູ່​ໂຮ​ງຮຽນ​ມັດທະຍົມ​ທີ 3 ​ແລະ​ທີ​ 1 ຂອງ​​ເມືອງ​ນີ້."

ໃນ​ເວລາ​ປະມານ 9 ​ໂມງ 10 ນາທີ, ນັກຮຽນ​ປະຖົມ​ແລະ​ມັດທະ​ຍົມ​​ໃນ​ເຂດ​ປະສົບ​ໄພ​ໂຈ່​ວຊູ່​ໄດ້​ເລີ່​ມ​ເຂົ້າ​ຮຽນ​ຕາມ​ລຳດັບ. ​ຢູ່​​ໃນ​ອາຄານ​ສອນ​ຂອງ​ໂຮງຮຽນ​ມັດທະຍົມ​ເມືອງ​ນີ້, ນັກຮຽນ​ປະ​ຖົມ​ປີ 2 ​ແລະ​ປີ 3 ​ໄດ້​ເລີ່​ມຊົ່ວຄາວ​ຄົ້ນຄວ້າ​ໃນ​ຕອນເຊົ້າ​ແລ້ວ. ຫ້ອງ​ທີ 1 ຂອງ​ປີ 3 ຢູ່​ແຫ່ງ​ນີ້​​ແຕ່​ກ່ອນມີນັກຮຽນ 69 ຄົນ, ປະ​ຈຸບັນ ມີ​ພຽງ​ແຕ່ 58 ຄົນ​ມາສະ​ເຫ​ນີຊື່​ເຂົ້າ​ຮຽນ​. ​ໃນ​ນັ້ນ ນັກຮຽນ​ເຫຼົ່າ​ນີ້​ມີ​ເຜົ່າ​ຮ້ານ,​ເຜົ່າ​ຕິ​ເບ​ດ​ແລະ​ເຜົ່າ​ຮຸຍ. ​ໃນ​ມື້ທຳ​ອິດ​ທີ່​ເປີດ​ຮຽນ, ບັນດາ​ນັກຮຽນ​ ນຸ່ງ​ເຄື່ອງຢ່າງ​ຈົດ​ງາມ,​ແລະ​​​ນຳ​ໃຊ້​ອຸປະ ກອນການ​ຮຽນ,​ເຂົາ​ເຈົ້າລ້ວນ​ແຕ່​ສະ​ແດງ​ຄວາມ​ກະ​ຕືລື​ລົ້ນ​ຫຼາຍ.

ຊົ່ວ​ໂມງຮຽນ​ທີ​ຫນຶ່ງ​ຂອງ​ນັກຮຽນ​ປະຖົມ​ໂຈ່ວ​ຊູ່​ແມ່ນພາສາ​ຈີນ, ​ ​ຫົວ​ຂໍ້​ວ່າ"​ໂຮງຮຽນ​ປະຖົມ​ຊົນ​ເຜົ່າ​ຂອງ​ຂ້ອຍ".​ເພື່ອ​ເຮັດ​ໃຫ້​ນັກຮຽນ​ທັງຫຼາຍ​​ໃນ​ເຂດ​ປະສົບ​ໄພ​ສາມາດ​ປັບ​ຕົວ​ເຂົ້າ​ກັບ​ສົກຮຽນ​ໃຫມ່ສອດຄ່ອງ​ກັບ​ຫຼັກສູດ​ໃຫມ່​ຢ່າງ​​ໄວໆ, ພາກສ່ວນ​ການ​ສຶກສາ​ຂອງ​ທ້ອງ​ຖິ່ນ​ກໍ່​ໄດ້​ຈັດຊົ່ວ​ໂມງ​ດ້ານ​ຄວາມ​ປອດ​ໄພ​ແລະ​ປອບ​ໃຈໃຫ້​ແກ່​​ເຂົາ​ເຈົ້າ​​. ທ່ານ​ຈ່າງ​ສ້ຽວ​ເສີງ​ກ່າວ​ວ່າ
 
 
​"ຕາຕະລາງ​ຮຽນ​ໄດ້​ຈັດ​ວາງ​ໃຫ້​ດີ​ແລ້ວ, ພາຍຫຼັງ​ເຂົ້າຮ​ຽນ​ແລ້ວ, ຊົ່ວ​ໂມງ​ທຳ​ອິດ​ໄດ້​ສອນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ. ຕົ້ນຕໍ​ແມ່ນ​ການ​ສອນປ້ອງ​ກັນ​ຄວາມປອດ​ໄພ​ຄົມ​ມະ​ນາ​ຄົມ​ແລະ​ຄວາມ​ປອດ​ໄພ​ຂອງ​ຊີວິດ​​ຢູ່​ໂຮງຮຽນ​ແລະ​ຢູ່​ນອກ​ໂຮງຮຽນ. ​ໃນ​ຕາຕະລາງ​ຮຽນ​ຍັງມີ​ບົດ​ໃຫ້​ຄຳ​ປຶກສາ​ດ້ານ​ໃຈ, ​ໂຮງຮຽນ​ຈະ​​ເຊີນນັກວິຊາການ​ຫຼື​ອາສາ​ສະໝັກ​ມາແລກປ່ຽນ​ຄວາມ​ເຫັນກັບ​ນັກ​ຮຽນ, ຊ່ອຍ​ເຫຼືອ​ໃຫ້​ນັກຮຽນ​ຂອງ​ເຂດ​ປະສົບ​ໄພ​ກ້າວ​ອອກ​ຈາກ​​ເງົາ​ມືດ​ດ້ານ​ຈິດ​ໃຈ​ໂດຍ​ໄວ.
ເພື່ອ​ຮັບປະກັນ​ໃຫ້​​ໂຮງຮຽນ​ເປີດ​ສົກຮຽນ​ໃໝ່​ຢ່າງ​ສະດວກ, ວົງ​ການ​ຕ່າງໆ​ໃນ​ສັງຄົມ​ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​. ວັນ​ທີ24​ສິງຫາ​ນີ້, ​ເຂດທະຫານ​ແລະ​ກອງ​ຕຳຫຼວດ​ປະກອບ​ອາວຸດ​ຫຼານ​ໂຈ​ວ່​​ໄດ້​ມອບ​ໂຕະ​ແລະ​ຕັ່ງ​ນັກຮຽນ2​ພັນ​ກວ່າ​ຊຸດ​ໃຫ້​ທາງ​ໂຮງຮຽນ, ບວກ​ກັບ​ໂຕະ​ແລະ​ຕັ່ງ​ທີ່​ມີ​ຢູ່​ແລ້ວ, ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ໃນ​ຂັ້ນ​ພື້ນຖານ. ລະບົບ​ການ​ສຶກສາ​ໄດ້​ພິມ​ປຶ້ມ​​ແບບຮຽນ3​ແສນ3​ໝື່ນ​ເຫຼັ້ມ​ຢ່າງ​ຮີ​ບດ່ວນ​ແລ້ວ​ສົ່ງ​ໄປ​​ໃຫ້ເມືອງ​ໂຈ​ວ່ຊູ່, ​ໃນ​ນັ້ນ, ມີ1​ແສນ8​ໝື່ນ​ເຫຼັ້ມ​ໄດ້​ມອບ​ໃຫ້​ນັກຮຽນ​ແລ້ວ. ນອກ​ນີ້, ກະ​ເປົາ​​ໃໝ່5​ພັນ500​ໜ່ວຍ​ທີ່​ກະຊວງ​ສຶກສາ​ທິການ​ຈີນ​ມອບໃຫ້​ນັ້ນ​ກໍ​ມອບ​ໃຫ້​ນັກຮຽນ​ແລ້ວ.ປະຈຸ​ບັນ​ນີ້, ​ໂຮງຮຽນ​ຂອງ​​ເມືອງ​ໂຈ​ວ່ຊູ່ຍັງ​ຂາດ​ຫ້ອງ​ຮຽນ, ມີ​ນັກຮຽນ400​ກວ່າ​ຄົນ​ບໍ່​ມີ​ບ່ອນ​ນັ່ງ. ຜູ້​ຮັບຜິ​ດຊອບ​ຂອງ​ຫ້ອງການ​ສຶກສາ​ເມືອງ​ໂຈ​ວ່ຊູ່​ກ່າວ​ວ່າ, ຖ້າວ່າ​ນັກຮຽນ​ທີ່​ນອນ​​ຢູ່ໂຮງຮຽນ​ຈຳນວນ​ໜຶ່ງ​ສາມາດ​ໄປ​ນອນ​​ແລະ​ກິນຢູ່​ໃນ​ເມືອງ, ​ທາງ​ໂຮງຮຽນ​ຈະ​ດັດ​ແປງຫ້ອງ​ທົດ​ລອງ​ສ່ວນ​ໜຶ່ງ​ເປັນ​ຫ້ອງ​ຮຽນ, ຮັບປະກັນ​ໃຫ້​ນັກຮຽນ​ທັງ​ໝົດ​​ໄດ້ຂຶ້ນ​ຫ້ອງ​.ນັກຮຽນ​ມັດ​ທະ​ຍົມ​ປາຍ​ຂອງ​ເຂດ​ປະສົບ​ໄພ​ເມືອງ​ໂຈ​ວ່ຊູ່ຈະ​ຍ້າຍ​ໄປ​ຮຽນ​ຢູ່​​ເມືອງ​ອື່ນ. ປະຈຸ​ບັນ, ພະ​ແນ​ກຄົມມະນາຄົມ​ແຂວງ​ກ່ານ​ຊູ້​ໄດ້​ກຽມ​ລົດ​ບັດ​ໃຫຍ່70​ຄັນ, ​ໃນ​ອາທິດ​ນີ້, ຈະ​ສົ່ງ​ນັກຮຽນ​ມັດທະຍົມ​ປາຍ3​ພັນ200​ຄົນ​ໄປ​ຮຽນ​ຢູ່​ນະຄອນຫຼານ​ໂຈ​ວ່​ແລະ​ເມືອງ​ຕິ້ງ​ຊີ່. ນັກຮຽນ​ເຫຼົ່າ​ນີ້​ຈະ​ເລີ່​ມຮຽນ​ໃນ​ວັນ​ທີ1​ກັນຍາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ