ອາຊ​ຽນຊຸກຍູ້​ການ​ສ້າງປະຊາ​ຄົມ​ເສດຖະກິດ​ຢ່າງແທ້​ຈິງ

(GMT+08:00) 2010-08-26 15:55:49     cri

ວັນ​ທີ25 ສິງຫາ​ນີ້,ກອງ​ປະຊຸມ​ລັດຖະມົນຕີ​ເສ​ຖະກິດຂອງ​ອາຊ​ຽໜຄັ້ງ​ທີ42​ໄດ້​ຈັດ​ຂຶ້ນ​ຢູ່ນະຄອນ​ດາ​ນັງ ​ເມືອງ​ແຄມ​ທະ​ເລ​​ພາກ​ກາງຂອງ​ຫວຽດນາມ,ລັດຖະມົນ​ຕີ​ວ່າການ​ກະຊວງ​ເສດຖະກິດ​ທີ່​ມາ​ຈາກ10ປະ​ເທດອາຊຽນຈະ​ເປິກສາຫາລື​ກ່ຽວ​ກັບ​ການຊຸກຍູ້​ການ​ສ້າງປະຊາ​ຄົມເສດຖະກິດ​ອາຊຽນ​ໄວ​ຂຶ້ນຕື່ມ​ອີກ,ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ອາຊຽນກັບ​ປະ​ເທດ​ຄູ່​​ເຈລະຈາ.

ຫົວ​ຂໍ້​ຫຼັກ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ"ປະຊາ​ຄົມ​ເສດຖະກິດ​ອາຊຽນ ​ທີ່​ເຕັມ​ໄປ​ດ້ວຍ​ກຳລັງ​​ແຮງ​ແລະ​ການ​​ເຕີບ​​ໂຕ​ແບບ​ຍຶນຍົງ".​ໃນ​ພິທີ​​ໄຂ,ທ່ານ​ຫງຽນ​​ເຕິ​ນຢຸງ ນາຍົກລັດຖະມົນຕີຫວຽດນາມ​ ປະ​ເທດ​ປະທານໝູນວຽນ​ຂອງ​ອາຊຽນກ່າວ​ຄຳ​ປາ​ໄສວ່າ,"ປີ2010​ແມ່ນ​ປີ​ສຳຄັນ​ຂອງ​ຂະ​ບວນການ​ສ້າງປະຊາ​ຄົມ​ຄວາມ​ໝັ້ນຄົງ, ​ເສດຖະກິດ​ແລະ​ວັດທະນະທຳ​ສັງຄົມ​ຂອງ​ອາຊ​ຽນ,​ໃນ​ນັ້ນ,ການ​ສ້າງປະຊາ​ຄົມ​ເສດຖະກິດ​ອາຊ​ຽນ​ໄດ້​ຮັບຄວາມຄືບ​ໜ້າ​ອັນ​ສຳຄັນ".ປັດຈຸບັນ,ຄຳ​ໝັ້ນ​ສັນຍາ​ແລະ​ແຜນການ​ຮ່ວມ​ມື​ເສດຖະກິດ​ກ່ຽວຂ້ອງກັບ​ປະຊາ​ຄົມເສດຖະກິດ​ອາຊ​ຽນພວມ​ຈັດ​ຕັ້ງ​ປະຕິບັດ​ຢ່າງຄືບ​ໜ້າ,ຫຼັກການ​ການ​ຄ້າພາຍ​ໃນ​ປະ​ເທດ​ສະມາຊິກ​ແລະ​ນະ​ໂຍບາຍ​ດັດສົມ​ມະຫາ​ພາກ​ພາຍ​ໃນ​ອາຊ​ຽນພວມ​ເຊື່ອມ​ໂຍງ​ເຂົ້າກັນ​​ເປັນ​ລຳດັບ,ຕະຫຼາດ​ຮ່ວມ​ແລະ​ຊ່ອງທາງ​ຮ່ວມ​ມືເສດຖະກິດ​ພວມ​​ເກີດຂຶ້ນ.

ວັນ​ທີ23 ສິງຫາ​ນີ້,​ເຈົ້າ​ໜ້າ​ທີ່ລະດັບ​ສູງ​ຂອງ​ປະ​​ເທດ​ອາຊຽນທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ເສດຖະກິດ​ຍັງ​​​​ເປິກສາຫາລື​​ແລະ​ຢືນຢັນ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ການ​ສ້າງປະຊາ​ຄົມອາຊຽນ​ໄລຍະ​2010ຫາ​2011,​ແລະ​ຄົ້ນຄວ້າ​ກ່ຽວ​ກັບ12​ຂົງ​ເຂດ​ການຮ່ວມ​ມືຄືບັນລຸການ​​ເຊື່ອມ​ຕໍ່​ເຄື​ອຂ່າຍ​ຂົນສົ່ງ​ຄົມມະນາຄົມ​ພາຍ​ໃນ​ອາຊຽນ.ອາຊຽນກ່າວ​ວ່າ,ຈະ​ນຳ​​ໃຊ້​ມາດ​ຕະການ​ທີ່​ຕິດ​ແທດ​ກັບ​ຕົວ​ຈິງ​ແລະ​ແບບ​ປະດິດ​ສ້າງ,ຊຸກຍູ້​ການ​ປະຕິບັດ​ແຜນການປະຊາ​ຄົມ​ອາຊຽນຢ່າງ​ຕັ້ງ​ໜ້າແລະ​ມີ​ປະສິດທິພາບ,ສ້າງ​ພື້ນຖານ​ເພື່ອ​ສຳ​ເລັດການ​ສ້າງປະຊາ​ຄົມອາຊຽນຢ່າງ​ເປັນ​ທາງ​ການ​ໃນ​ປີ2015.

ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາຊ​ຽນ​ເທື່ອ​ນີ້​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຮູບ​ການ​ພັດທະນາຂອງ​ເສດຖະກິດ​ອາຊ​ຽນຕື່ມ​ອີກ, ​ຄື​ຍຶດໝັ້ນ​ພັດທະນາ​ຢ່າງສະ​ໝ່ຳສະ​ເໝີ​ກັນ​ແລະ​ຍືນ​ຍົງ. ກ່າວ​ເນັ້ນ​ວ່າ​​ເປົ້າ​ໝາຍ​ເຕີບ​ໂຕ​ເສດຖະກິດ​ຂອງ​ອາຊ​ຽນຄວນ​ປະສານ​ກັນ​ກັບ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ໝັ້ນ​ທ່ຽງ. ນອກຈາກ​ກ່າວ​ຢ້ຳ​ຄວນ​ຮັບ​ມື​ກັບ​ການ​ທ້າ​ທາຍທົ່ວ​ໂລກ​ເຊັ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​, ​ໄພທຳ​ມະ​ຊາດແລະ​ພະຍາດ​ໂລຄາ​ແລ້ວ, ກອງ​ປະຊຸມຄັ້ງ​ນີ້​ຍັງ​ກ່າວ​ເນັ້ນ​ວ່າ​ຕ້ອງປ້ອງ​ກັນ​ການ​ທ້າ​ທາຍ​​ໃໝ່​ ​ຍ້ອນ​ການ​ປັ່ນ​ປ່ວນ​ທາງ​ເສດຖະກິດ.

ຍ້ອນ​ວ່າ​ປະ​ເທດ​ສະມາຊິກ​ຕ່າງໆ​ຂອງ​ອາ​ຊຽນມີ​ລະດັບ​ພັດທະນາ​ຕ່າງ​ກັນ, ສະ​ນັ້ນ​ໃນ​ເວລາ​ປະຕິບັດ​ແຜນການກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊ​ຽນບໍ່​ສາມາດ​ໃຊ້​ມາດຕະຖານດຽວ​ກັນ, ຄວນ​ຊຸກຍູ້​ເປັນ​ຂັ້ນ​ຕອນ. ຖື​ການ​ປະຕິບັດນະ​ໂຍບາຍ​ບໍ່​ເກັບ​ພາສີ​ເປັນ​ຕົວຢ່າງ, ​ໃນ​ປະ​ເທດ​ສະມາຊິກ​ອາຊ​ຽນ​ເຊັ່ນ, ​ໄທ, ມະ​ເລ​ເຊຍ, ບຼູ​ໄນ, ສີ​ງກະ​ໂປ, ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບ​ປີນ​ໄດ້​ສຳ​ເລັດ​ການ​ປະຕິບັດ​ນະ​ໂຍບາຍ​ດັ່ງກ່າວ​​ໃນ​ປີ 2010, ​ສ່ວນ​ຫວຽດນາມ, ລາວ, ກຳປູ​ເຈຍ​ແລະ​ມຽນມາ​ອາດ​ຈະຕ້ອງ​ເລື່ອນ​ໄປ​ຮອດ​ປີ 2015 ຈິ່ງ​ຈະ​ປະຕິບັດ​ນະ​ໂຍບາຍ​ນີ້​ໄດ້. ກອງ​ປະຊຸມ​ເທື່ອ​ນີ້​ກ່າວ​ເນັ້ນ​ວ່າການ​ກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊ​ຽນຄວນ​ຍຶດໝັ້ນ​ການ​ພັດທະນາ​ຢ່າງ​ສົມ​ດຸນ​ແລະ​​ຍືນ​ຍົງ, ​ໃຊ້ມາດ​ຕະການ​​ລະອຽດ, ​ເພື່ອ​ຫຼຸດ​ຄວາມ​ຫຼຸດ​ລື່ນ​ກັນ​ດ້ານ​ການ​ພັດທະນາ​ລະຫວ່າງ​ປະ​ເທດ​ສະມາຊິກ​ຕ່າງໆ.

​ໃນ​ໄລຍະ​ໄຂ​ກອງ​ປະຊຸມ​ເທື່ອ​ນີ້, ອາ​ຊຽນຍັງ​ຈະ​ເຈລະຈາ​ກັບປະ​ເທດ​ຄູ່​​ເຈ​ລະ​ຈາເຊັ່ນ​ຈີນ​ເປັນ​ຕົ້ນ, ປັບປຸງ​ແລະ​ເຮັດ​ໃຫ້​ກົນ​ໄກ​ຮ່ວມ​ມື​ເສດຖະກິດ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ກັບ​ປະ​ເທດ​ຄູ່​​ເຈລະຈາ​ໃຫ້​ສົມບູນຕື່ມ​ອີກ. ພ້ອມ​ກັນນັ້ນ, ອາ​ຊຽນກໍ​ກ່າວ​ເນັ້ນ​ວ່າ​ໃນ​​ໂຄງ​ຮ່າງ​ພາກ​ພື້ນ​ທີ່​ຈະ​ເກີດຂຶ້ນ​ນັ້ນ, ຄວນ​ຖື​ອາຊຊຽນ​ເປັນ​ໃຈກາງ, ​ເສີມ​ຂະ​ຫຍາ​ຍບົດບາດ​ນຳພາ​ຂອງ​ອາຊ​ຽນ​ໃນ​ການຮ່ວມ​ມື​ຂອງ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ