ຂະ​ແຫນງ​ການ​ພິມ​ຈຳ​ຫນ່າຍ​ຂອງ​ຈີນ​ພັດ​ທະ​ນາ​ຢູ່​ຕ່າງ​ປະ​ເທດ

(GMT+08:00) 2010-08-31 15:30:23     cri

ງານວາງສະ​ແດງປຶ້ມສາກົນ​ປັກ​ກິ່ງ​ຄັ້ງ​ທີ 17 ທີ່ຈະ​ດຳ​ເນີນ​ມາ​ເປັນ​ເວລາ 5 ວັນ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ສິງຫາ​ນີ້, ພ້ອມ​ກັນນັ້ນ​ ງານນ​ວາງສະ​ແດງ​ຜົນສຳ​ເລັດຂອງ​​ປື້​ມຂອງຈີນທີ່​ພັດທະນາ​ຢູ່​ຕ່າງປະ​ເທດກໍ່​ຈັດ​ຂຶ້ນ​ໃນ​ເວລາ​ດຽວ​ກັນ​. ​ເຂດ​ວາງສະ​ແດງ​ແຫ່ງ​ນີ້​ມີ​ຫົວ​ຂໍ້​ວ່າ,ການຈຳຫນ່າຍ​ຂອງຈີນ​ທີ່​ພັດທະນາ​ຢູ່​ຕ່າງປະ​ເທດ​, ຜ່ານ​ການນຳ​ໃຊ້​ ລິກຂະ​ສິດ,ວັດ​ຖຸຕົວ​ຈິງ,ການພິມ​ດີ​ຈີຕອນ,ການຜະລິດ​ການ​ພິມ, ການ​ຈັດ​ກອງ​ປະ ຊຸມ​ແລະວາ​ງສະ​ແດງ​​ເປັນ​ຕົ້ນ, ​ເພື່ອ​​ສະ​ແດງ​ໃຫ້​ເຫັນ​​ເຖິງຫມາກຜົນ​ດ້ານ​ການພິມ​ຈຳຫນ່າຍຢູ່​ຕ່າງປະ​ເທດ​ທີ່​​ຂະ​ແຫນງ​ການ​ພິມ​ຈຳຫນ່າຍ​ຂອງ​ຈີນ​ໄດ້​ຮັບ​​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້ ດ້ວຍຮູບ​ການວາງສະ​ແດງ​ຢ່າງ​ໂຮມ​ສູນ,​ເພື່ອ​ໃຫ້ນັກ​ພິມ​ຈຳ​ຫນ່າຍ​ໃນທົ່ວ​ໂລກ​ຮູ້ເຖິງການ​​ເປີດ​ປະຕູ,ຄວາມຟົດ​ຟຶ້ນ​ແລະ ຫມາກຜົນຂອງຕະຫຼາ​ດພິມ​ຈຳຫນ່າຍ​ຈີນ.

ເມື່ອ​ກ່າວ​ເຖິງ​ເນື້ອ​ໃນ​ສຳຄັນ​ຂອງ​ຂະ​ແຫນງ​ການ​ພິມ​ຈຳຫນ່າຍ​ຂອງຈີນ​ໃນ​ການ​ພິມຈຳຫນ່າຍ​​ແລະ​ໂຄສະ​ນາ​ເຜີຍ​ແຜ່​ປື້​ມ​ຈີນຢູ່​ຕ່າງປະ​ເທດ​ໃນ​ຫຼາຍ​ປິ​ມໍ່ໆ​ມາ​ນີ້, ທ່ານ​​ເນ້ຍ​ເຈິ້ນ​ນິງ,ປະທານ​ຄະນະ​ຜູ່​ອຳ​ນວຍ​ການ​ຂອງ​ກຸ່ມ​ບໍລິສັດ​ພິມ​ຈຳຫນ່າຍ​ຈີນ​ກ່າວ​ວ່າ:


"ປະຈຸ​ບັນ, ພວກ​​ເຮົາ​ຕ້ອງ​ລົງ​ເລິກ​ໂຄສະ​ນາ​ເຜີຍ​ແຜ່​ເນື້ອ​ໃນ​ທັງ​ສອງ​ດ້ານ​ຄື:ອັນ​ທີຫນຶ່ງ​ແມ່ນ​ວັດທະນະທຳ​​ເກົ່າ​ແກ່​ຂອງ​ປະຊາ​ຊາດ​ຈີນ, ວັດທະນະທຳ​ເກົ່າ​ແກ່​ຂອງ​ປະຊາ​ຊາດ​ຈີນ​ນັບ​ມື້​ນັບ​ໄດ້ຮັບຄວາ​ມສົນ​ໃຈຢູ່​ໃນ​​ໂລກ,ສາມາດ​ເວົ້າ​ໄດ້​ວ່າ ກ່ຽວ​ກັບ​ການ​ປ່ຽນ​ແປງ​ທີ່​ເກີດ​ຂຶ້ນ​ຢູ່​ຈີນ​ໃນ​ຍຸກ​ປະຈຸ​ບັນ,ຜູ່​ອ່ານ​ຈຳນວນ​ຫນຶ່ງຢູ່​​ເອີ​ລົບ​ແລະ​ອ​າ​ເມ​ລິ​ກາ​ກໍ່​ຈະ​ຊອກ​ຫາ​ຄຳ​ຕອບ​ຈາກ​ສິ່ງ​ຍອດ​ຍິ່ງຂອງ​ວັດທະ​ນະ​ທຳ​​ເກົ່າ​ແກ່ຂອງ​ຈີນ.ອີກ​ອັນຫນຶ່ງ​ກໍ່​ແມ່ນ​​ເພື່ອສ່ອງ​ແສງການ​ປ່ຽນ​ແປງຂອງ​ຈີນ​ໃນຍຸກ​ປະຈຸ​ບັນ,ພວກ​ເຮົາຄວນມີຫນ້າ​ທີ່​ຮັບຜິດຊອບສະ​ເຫ​ນີບົດ​ປະພັນ​ວັນນະຄະດີ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ຈີນ​ໃນ​ຍຸກປະຈຸ​ບັນ​ຕໍ່​ປະ​ເທດຕາ​ເວັນຕົກ​ໃຫ້ດີກ​ວ່າ​ເກົ່າ,​​ຈາກດ້ານ​ນີ້​ກໍ່​ເຫັນ​ໄດ້ວ່າ ພວກ​ເຮົາ​​ໄດ້​ຮັບ​ຫມາກຜົນໃນ​ເບື້ອງ​ຕົ້ນ.​"

ປັດຈຸ​ບັນ,ກຸ່ມ​ພິມ​ຈຳຫນ່າຍ​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ບໍລິສັດ​ຂາ​ສາ​ທີ່​ມີ​ຂະຫນາດ​​ແລະ​ຮູບ​ການ​ຕ່າງກັນ​ຢູ່ 8 ຕົວ​ເມືອງ​ຄື:ປາຣີ,ຊິດ​ນີ, ລອນ​ດອນ, ​ແຟຣັງ​ເຟິດ,ນິວຢອກ,​ແວັງ​ຄູ​ເວີ,​ເຊ​ອູນ​ແລະ​ໂຕ​ກຽວ,​ເພື່ອ​​ໂຄສະນາ​ແລະ​ດຳ​ເນີນທຸລະ​ກິດ​ກ່ຽວ​ກັບ​ການ​ພິມ​ຈຳຫນ່າຍ​ປື້​ມຂອງ​ຈີນ​ຢູ່​ຕະຫລາດເຫລົ່າ​ນີ້.ປີ 2009, ກຸ່ມ​ພິມ​ຈຳຫນ່າຍ​ຈີນ​ສາຂາ​ຊິດ​ນີ​ໄດ້​ພິມ​ຈຳຫນ່າຍ​ປຶ້ມ​ກ່ຽວ​ກັບ​ປະ ຫວັດສາດ, ພູມ​ສາດ,ວັດທະນະທຳ​​ແລະ​ອື່ນໆ​ຂອງ​ຈີນ​ທັງ​ຫມົດ 17 ຊະນິດ,​ໄດ້ຮັບ​ຫມາກ​ຜົນ​ທີ່​ດີ​ທີ່​ສຸດ​ຢູ່​ອົສຕຼາລີ,​ແລະ​ໄດ້​ຮັບ​ການຈັດ​ເປັນ​ສຳນັກງານ​ພິມ​ລະດັບ​ຫນຶ່ງ​ຈາກ​ຂະ​ແຫນງ​ການ​ພິມ​ຈຳຫນ່າຍ​ຂອງ​ອົສຕຼາລີ.

ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ປຶ້ມ​ຈີນ,ບໍ່​ພຽງ​ແຕ່​ແມ່ນ​ການ​ສົ່ງອອກ​ ປື້​ມ​ແລະການ​ຄ້າ​ລິ​ຂະ​ສິດປຶ້ມທໍ່​ນັ້ນ,ທ່ານ​ເນ້ຍ​ເຈິ້ນ​ນິງ​ເຫັນ​ວ່າ, ການ​ຄ້າຂາຍປື້​ມຂອງຈີນ​​ເປີດ​ປະຕູ​ສູ່​ພາຍ​ນອກ​ຈະ​ແມ່ນ​ເສັ້ນທາງ​ທີ​ສາມຂອງ​ຂະ​ແຫນງ​ການ​ພິມ​ຈຳຫນ່າຍ​ຈີນ​ທີ່ເດີນ​ໄປ​ສູ່​ໂລກ.

ເສັ້ນທາງ​ທີ​ສາມ​ກໍ່​ແມ່ນ​ໃຫ້​ສຳນັກ​ພິມ​ອອກ​ໄປ​ຕ່າງປະ​ເທດ.ພວກ​ເຮົາ​ຈະ​ໄປ​ລົງທຶນ​ຢູ່​ຕ່າງປະ​ເທດ,ສ້າງ​ອົງການ​ພິມ​ຈຳຫນ່າຍ​ດ້ວຍ​ທຶນ​ຕົນ​ເອງຫລື​ຮ່ວມ​ທຶນກັນ,ຫລື​ຊື້​ສິດ​ຖື​ຫຸ້ນ​ຂອງ​ອົງການ​ພິມ​ຈຳຫນ່າຍ​ທີ່​ມີ​ຊື່​ສຽງ​ຢູ່ຕ່າງປະ​ເທດ.ກຳ​ສິດ​ເປັນ​ເຈົ້າ​ການ​ໃນ​ການດຳ​ເນີນ​ທຸລະ​ກິດ​ໂດຍ​ຜ່ານ​ຍຸດ​ທະ​ສາດ​ຫັນ​ເປັນຂອງ​ທ້ອງ​ຖີ່​ນ,ຈະ​ສາມາດ​ພິມ​ຈຳຫນ່າຍ​ປຶ້ມ​ທີ່​ມີ​ເນື້ອ​ໃນ​ກ່ຽວ​ກັບ​ຈີນ​ເປັນ​ຢ່າງ​ດີ.

ວັນທີ 31 ສິງຫານີ້, ກຸ່ມບໍລິສັດພິມຈຳໜ່າຍຈີນ​ແລະ​ກຸ່ມບໍລິສັດ​ໂຕ​ຮັງ​ເຊິ່ງ​ເປັນ​ບໍລິສັດ​ພິມ​ຈຳໜ່າຍ​​​ຂາ​​ເຂົ້າຂາ​ອອກ​ປຶ້ມ​ໃຫຍ່​ກວ່າ​ໝູ່​ຂອງ​ຍີ່ປຸ່ນ​ໄດ້​ເຊັນ​ສັນຍາ​ສ້າງ​ບໍລິສັດ​ພິມ​ຈຳ​ໜ່າຍ​ຕົງ​ຮັງຈີນຈຳກັດ. ​ໃນ​ຖານະ​ທີ່ເປັນບໍລິສັດ​ຮ່ວມ​ທຶນ​ທີ່​ກຸ່ມ​ບໍລິສັດ​ພິມ​ຈຳໜ່າຍ​ຈີນ​ຖື​ຫຸ້ນ​ຫຼາຍ​ກວ່າ​ໝູ່, ບໍລິສັດ​ພິມ​ຈຳໜ່າຍ​ໂຕ​ຮັງ​ຈີນຈຳກັດຈະດຳ​ເນີນ​ງານ​ແບບ​ພື້ນ​ເມືອງ, ຊຸກຍູ້​ໃຫ້​ປຶ້ມ​ຈີນ​ໄປ​ພິມ​ຈຳໜ່າຍ​ຢູ່​ຍີ່ປຸ່ນ.

ຄຽງ​ຄູ່​ກັບ​ການ​ປະຕິ​ຮູບ​ລະບົບ​ຂະ​ແໜງ​ການ​ວັດທະນະທຳ​ຈີນ​ລົງ​ເລິກ​ຕື່ມ​ອີກ, ຂະ​ແໜງ​ການ​ພິມ​ຈຳ​ໜ່າຍ​ຂອງ​ຈີນໄດ້​ນຳ​ໜ້າ​ບາດກ້າວປະຕິ​ຮູບ​ລະບົບຈຳໜ່າຍ​ແລະ​ໄດ້ມີ​ບາດກ້າວ​ໃໝ່​ທີ່"ກ້າວ​ອອກ​ໄປອີກ". ການ​ພິມ​ຈຳໜ່າຍ​ຢູ່​ຕ່າງປະ​ເທດ​ຂອງ​ຈີນ​ບໍ່​ພຽງ​ແຕ່​ຄ່ອຍໆກາຍ​ເປັນ​ກຳລັງ​ແຮງ​ໃໝ່​ຂອງ​ຂະ​ແໜງ​ການ​ພິມ​ຈຳໜ່າຍ​ຂອງ​ຈີນ, ຍັງ​ໄດ້​ຊຸກຍູ້​ໃຫ້​ວັດທະນະທຳ​ຈີນ​ກ້າວ​ໄປ​ສູ່​ໂລກ, ​​ໄດ້​ເສີມ​ຂະຫຍາຍ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ກວ່າ​ເກົ່າ​ທີ່​ເຮັດ​ໃຫ້​ໂລກ​ຮູ້​ເຖິງຍຸດ​ທະ​ສາດ​ພັດທະນາ​ວັດ​ທະ​ນະ​ທຳ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ