ຊາວ​ຮົງ​ກົງ​ສະ​ແດງ​ໃຫ້​ເຫັນ​ຄວາມສຸຂຸມ​ຮອບ​ຄອບ​ແລະ​ມີ​ສະຕິ​ຫລັງ​ເຫດການ​ຈັບ​ຕົວ​ປະກັນ

(GMT+08:00) 2010-09-01 17:07:17     cri

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ເຄົາລົບ, ​ເຫດການ​ນັກ​ທ່ອງ​ທ່ຽວ​ຮົງ​ກົງ​ຖືກ​ຈີ້​ເປັນຕົວປະກັນ​ແລະ​ຖືກ​ຍິງ​ເສຍ​ຊີວິດ​ໃນ​ວັນ​ທີ 23 ສິງຫາ​ແລ້ວ​ນີ້​ໄດ້​ຜ່ານ​ໄປ​ຫນຶ່ງ​ອາທິດ​ແລ້ວ.ວັນ​ທີ 29 ສິງຫາ​ແລ້ວ​ນີ້,ປະຊາຊົນ​ຮົງ​ກົງ 8 ຫມື່ນ​ຄົນ​ໄດ້​​ເຂົ້າ​ຮ່ວມຂະ​ບວນ​ແຫ່​ເພື່ອ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ພີ່ນ້ອງ​ຜູ່​ເສຍ​ຊີວິດ.​ໃນ​ຂະ​ບວນ​ແຫ່​ທີ່​ມີ​ຄົນ​ເຂົ້າຮ່ວມ​ຢ່າງ​ຫລວງຫລາຍ​ແລະ​ມີ​ຄວາມ​ສະຫງົບ​ເທື່ອ​ນີ້, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມີ​ສະຕິ​ຂອງຊາວ​ຮົງ​ກົງ​ຢ່າງ​​ເຕັມທີ່.

ນັກ​ຂ່າວ​ວິທະຍຸ cri ປະຈຳ​ຮົງ​ກົງ​ໄດ້​ເລົ່າ​ກ່ຽວ​ກັບ​ຄວາມ​ສັບສົນຂອງ​ຈິດ​ໃຈ​ຊາວ​ຮົງ​ກົງ​ໃນ​ຫນຶ່ງ​ອາທິດ​ທີ່​ຜ່ານ​ມາ​ພາຍຫລັງ​ເກີດ​ເຫດການ​ຈັບ​ຕົວ​ປະກັນ.ການ​ສົນ​ໃຈ, ຄຽດ​​ແຄ້ນ, ​​ແລະເອົາ​ໃຈ​ໃສ່​ຢ່າງ​ມີ​ສະຕິ,ອາດ​ເວົ້າ​ໄດ້​ວ່າ, ການ​ໂຮມ​ຊຸມນຸມ​ຂອງ 8 ຫມື່ນ​ຄົນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ສິງຫາ​​ແລ້ວ​ນີ້​ແມ່ນ​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ມີ​ສະຕິ​ຂອງ​ປະຊາຊົນ​ຮົງ​ກົງ.ຊາວ​ຮົງ​ກົງ 8 ຫມື່ນ​ຄົນ​ໄດ້​ແຂ່ງ​ແດດ​ກ້າ,​ເຂົ້າຮ່ວມ​ຂະ​ບວນ​ແຫ່​ຢ່າງ​ສະຫງົບ, ຮ່ວມ​ກັນ​ໄວ້​ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ພີ່ນ້ອງ​ທີ່​ເສຍ​ຊີວິດ​ໃນ​ເຫດການ​ຈັບ​ຕົວ​ປະກັນ​ທີ່​ມາ​ນີລາ.ຄົນ​ທັງຫລາຍ​ໄດ້​ຮັກສາ​ຄວາມ​ສະຫງົບ​ຕະຫລອດ​ທາງ,ມີ​ແຕ່​ຄຳ​ຂວັນ​​ແລະ​ເສື້ອສີດຳ​ຂາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໃນ​ໃຈ​ຂອງ​​ເຊົາ​ເຈົ້າ,ບໍ່​ມີ​ສຽງ​ຮ້ອງ​ຄຳ​ຂວັນ, ບໍ່​ມີ​ການ​ສະ​ແດງອາລົມຢ່າງ​ຮຸນ​ແຮງ, ບໍ່​ມີ​ການ​ປະ​ທະ​ກັນ, ຂະ​ບວນ​ແຫ່​ທີ່​ພິ​ເສດ​ແນວ​ນີ້​ໄດ້​ສົ່ງ​ສັນຍານ​ອັນ​ແຮງ​ກ້າ​ທີ່​ສຸດ​ໄປ​ຍັງ​ລັດຖະບານ​ຟິລິບປິນ​ແລະ​ທົ່ວ​ໂລກ,ຄື:ຂໍໃຫ້​ສຳ​ຫລວດ​ສາ​ເຫດ​​ທີ່ແທ້​ຈິງ​ໂດຍ​ໄວ,​ເພື່ອ​​ໃຫ້​ກຽດ​ຜູ່​ເສຍ​ຊີວິດ.

ໃນຫຼາຍ​ປີມາ​ນີ້, ຟີລິບ​ປີນ​ແມ່ນຈຸດ​ໝາຍ​ທ່ອງ​ທ່ຽວທີ່​ປະຊາ​ຊົນ​ຮົງ​ກົງນິ​ຍົມ​ຫຼາຍ. ພາຍຫຼັງ​ເກີດ​ເຫດ​ການດັ່ງ​ກ່າວ​ແລ້ວ, ຮົງກົງໄດ້​ໃຫ້​ສັນຍານ​ເຕືອນ​ສີດຳ​ຕໍ່​ນັກ​ທ່ອງ​ທ່ຽວ​ຮົງ​ກົງ​ທີ່​ຢາກ​ໄປ​ທ່ຽວ​ຟີ​ລິບ​ປີນ. ​ໃນ​ເວລາ​ເວົ້າ​ເຖິງ​ອະນາຄົດ​ຂອງ​ຮົງ​ກົງ​ຕໍ່​ການທ່ອງທ່ຽວ​ຟີ​ລິບ​ປີນ, ນາງ​ຫຼີຢວນກ່າວ​ວ່າ: "ປະຊາຊົນ​ຮົງ​ກົງ​ຈະ​ຟື້ນ​ຟູຄວາມ​ໝັ້ນ​ໃຈ​ຕໍ່​ການໄປ​ທ່ຽວ​ຟີ​ລິບ​ປີນ​ຫຼື​ບໍ່, ນັ້ນ​ກໍ​ມີ​ຕ້ອງແຕ່​ລັດຖະບານ​ຟີ​ລິບ​ປີນ​ສຳ​ຫຼວດ​ເຫດການ​ດັ່ງກ່າວ​ຢ່າງຮອບດ້ານ, ​ເພີ່ມ​ທະວີ​ມາດ​ຕະການ​ປ້ອງ​ກັນ​ນັກ​ທ່ອງ​ທ່ຽວ, ຈິ່ງ​ຈະສາມາດ​ໄດ້​ຮັບ​ຄວາມໝັ້ນ​ໃຈຄືນ​ໃໝ່​ຈາກ​ນັກ​ທ່ອງ​ທ່ຽວ​."ວັນ​ທີ 30 ສິງຫາ​​ແລ້ວ​ນີ້, ຜູ້ຕາງໜ້າ​ຕຳຫຼວດ​ຂອງ​ຮົງ​ກົງ​ທີ່​ໄປ​ສຳ​ຫຼວດ​ເຫດການ​ຈີ້​ຕົວ​ປະກັນທີ່​ເກີດ​ຂຶ້ນ​ຢູ່​ນະຄອນຫຼວງ​ມະນີ​ລາ​ຂອງ​ຟີ​ລິບ​ປີນ​ໄດ້​ຈັດ​ກອງ​ປະຊຸມ​ປະສົມເພື່ອປຶກສາ​ວຽກ​ງານ​ສຳ​ຫຼວດກັບ​ຝ່າຍ​ຟີ​ລິບ​ປີນ. ​ໃນ​ວັນ​ທີ 24 ສິງຫາ​​ແລ້ວ​ນີ້, ທີ່​ແມ່ນ​ມື້​ທີ 2 ຫຼັງ​ເຫດການ, ຕຳ​ຫຼວດຮົງ​ກົງ​ກໍ​ໄດ້​ຂຶ້ນ​ໄປ​ລົດ​ນຳ​ທ່ຽວ​ທີ່​ເກີດ​ເຫດ​ເພື່ອ​ສຳ​ຫຼວດກວດກາຫາ​ຫຼັກ​ຖານ​ເບື້ອງ​ຕົ້ນ.
 
ຕອນ​ຂ້ອນ​ແຈ້ງ​ວັນ​ທີ 31 ສິງຫາ​ແລ້ວ​ນີ້,ຕຳຫຼວດຮົງ​ກົງ​ກໍ່​ໄດ້​ຂຶ້ນ​​ໄປລົດ​ບັສ໌ນຳ​ທ່ຽວທີ່​ເກີດ​ເຫດ​ອີກ​ເທື່ອ​ຫນຶ່ງ​ເພື່ອສຳ​ຫຼວດ​ເກັບ​ກຳຫຼັກ​ຖານ.  ຕຳຫຼວດ​ຮົງ​ກົງ​ກ່າວ​ວ່າ,ວຽກ​ງານ​ສຳ​ຫຼວດຫຼັກ​ຖານ​ຂອງ​ຕຳຫຼວດທີ່​ຢູ່​ນະຄອນຫຼວງ​ມະນີລາ​​​ແມ່ນດຳ​ເນີນ​ໄປຕາມ​ການ​ຮ່ວມ​ມື ດ້ານ​ວຽກ​ງານ​ຕຳຫຼວດ​ໃນ​ສາກົນ​ທີ່ເຮັດ​ມາ​ຢ່າງ​ເປັນ​ປົກກະຕິ​ດົນແລ້ວ​, ​ແລ​ະ​ໄດ້​ຮັບ​ຄວາມ​ເຫັນ​ດີ​ນຳ​ຈາກ​ຕຳຫຼວດ​ຟິລິບ​ປິນກ່ອນ​ແລະ​ດຳ​ເນີນ​ໄປ​ພາຍ​​ໃຕ້​ການຈັດ​ວາງ​ແລະຮ່ວມ​ມືຂອງ​ເຂົາ​ເຈົ້າ,​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ຂໍ​ຄວາມ​ຊ່ອຍ​ເຫຼືອ​ແລະປະສານສົມທົບ​ກັບ​ຈາກ​ເຈົ້າ​ຫນ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ຟິລິບ​ປິນ,​ເພື່ອ​ສຳ​ເລັດ​ວຽກ​ງານສຳ​ຫຼວດຫຼັກ​ຖານ.  ​ໃຜໆ​ກໍ່ຮູ້​ກັນ​ວ່າ,ມີຜູ່​ອອກ​ແຮງ​ງານ​ທີ່​ເປັນຄົນ​ຟິລິບ​ປິນທີ່​ໄປ​ເຮັດ​ວຽກຢູ່ຮົງ​ກົງໄດ້​ເກືອບ 30 ປີ​ແລ້ວ. ຫຼັງ​ຈາກ​ເກີດ​ເຫດ​​ການ​ເທື່ອ​ນີ້ແລ້ວ,ວົງ​ການ​ພາຍ​ນອກ​ເຄີຍ​ເປັນ​ຫ່ວງ​ນຳ​ຄົນ​ຮົງ​ກົງ ​ຈະກະທຳ​ສິ່ງ​ທີ່​ບໍ່​ດີຕໍ່​ຜູ່ອອກ​ແຮງ​ງານຄົນ​ຟິລິບ​ປິນ,​ແຕ່​ການສະ​ແດງອອກ​ຂອງ​ຮົງ​ກົງ​ແມ່ນ​ມີ​ສະຕິ​​ແລະ​ຄວາມ​ຮັບ​ຜີ​ດຊອບ​ດີ. ນາງ​ຫຼີຢວນກ່າວ​ວ່າ:

"ຄົນຮົງ​ກົງ​ຮູ້ສຶກ​​ເສຍ​ໃຈ​ທີ່​ສຸດ​ຕໍ່​​ເຫດການ​ສັງຫານ​ໂຫດ​ເທື່ອ​ນີ້,ແລະ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ຕຳຫຼວດ​ຟິລິບ​ປິນທີ່​ກອບ​ກູ້ຊ່ອຍ​ເຫຼືອ​ຕົວ​ປະກັນບໍ່​ໄດ້​ດີ,​ແຕ່​ອາລົມ​ທີ່​​ໃຈ​ຮ້າຍ ແບບ​ນີ້​ຕົ້ນ​ຕໍ່​ແມ່ນ​​ເພື່ອຫວັງ​ໃຫ້​ລັດຖະບານ​ຟິລິບ​ປິນສາມາດ​ມີບົດ​ລາຍ​ງານ​ທີ່​ເຮັດ​ໃຫ້​ຄົນທົ່ວ​ໄປຮູ້ສຶກ​ເພິ່ງ​ພໍ​ໃຈ,​​ແລະ​ໂຄລົບຜູ່​ເສຍ​ຊີວິດ​ເຫຼົ່າ​ນີ້​,​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ນີ້​ບໍ່​ໄດ້​ໄປ​ລະບາຍ​ກັບຄົນ​ຟິລິ​ບປິນຫມົດ​ທຸກ​ຄົນ​ທີ່​ເຮັດ​ວຽກຢູ່​ຮົງ​ກົງ​ເລີຍ,ທີ່​ຈິງ​ແລ້ວ,ມີ​ຜູ່​ອອກ​ແຮງ​ງານ​ຟິລິບ​ປິນບາງ​ຄົນ​ກໍ່​ເວົ້າ​ວ່າ,ຫຼັງ​ຈາກ​ເກີດ​ເຫດການ​ແລ້ວ,​ເຂົາ​ເຈົ້າ​ຮູ້ສຶກວ່າ​ນາຍ​ຈ້າງມີ ທ່າ​ທີທີ່ຈືດຈາງ​​ຫນ້ອຍ​ຫນຶ່ງ,​ແຕ່​ຂ້ອຍ​ຄິດ​ວ່າ​ ນີ້​ພຽງ​ແຕ່​ແມ່ນການ​ປ່ຽນ​ແປງ​ປົກກະຕິດ້ານອາ​ລົມຂອງຄົນ​​ເຮົາ​,​ແລະ​ບໍ່​ຄວາມ​ຫມາຍ​ວ່າ​ລັງ​ກຽດ​ແລະ​ອາ​ຄາດບາດຫມາງຕໍ່​ຜູ່​ອອກ​ແຮງ​ງານ​ຟິລິ​ບປິນ."
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ